ການຮ່ວມມືສິນໃນນ້ຳ ຫວຽດນາມ - ອິນໂດເນເຊຍ

(vovworld)- ທຳມະຊາດດົນບັນດານໃຫ້ຫວຽດນາມ ມີຝັ່ງທະເລດ້ວຍຄວາມຍາວເກືອບ 3200 ກິໂລແມັດ, ສ່ວນອິນໂດເນເຊຍ ແມ່ນປະເທດ ມີເກາະໃຫຍ່, ນ້ອຍ ກວ່າ 17.000 ແຫ່ງ ພ້ອມກັບແຫລ່ງກຸ້ງປາອຸດົມສົມບູນ. ອາດຈະເຫັນໄດ້ວ່າ ນີ້ແມ່ນສອງປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບສິນໃນນ້ຳ. ເຖິງຢ່າງໃດກໍຕາມ, ການຮ່ວມມືດ້ານສິນໃນນ້ຳລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຍັງບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.

ການຮ່ວມມືສິນໃນນ້ຳ ຫວຽດນາມ - ອິນໂດເນເຊຍ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຫັນສິ່ງທ້າທາຍເປັນ
ກາລະໂອກາດໃນຂະແຫນງສິນໃນນ້ຳ ແລະ ການເດີນເຮືອ ໂດຍ
ສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ຈັດຕັ້ງ
Huong Tra/VOV5

        ປີ 2010, ລັດຖະບານຫວຽດນາມ ແລະ ອິນໂດເນເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບທະເລ ແລະ ອາຊີບຫາປາ. ເຖິງຢ່າງໃດກໍຕາມ, ເອກະສານສະບັບນີ້ ປະຈຸບັນໝົດຜົນສັກສິດແລ້ວ. ໃນຂະນະນັ້ນ, ສອງປະເທດ ພວມພິຈາລະນາເລື່ອງສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ ແຕ່ຮອດປີ 2016, ອິນໂດເນເຊຍ ໄດ້ອອກດຳລັດເລກທີ 44, ໃນນັ້ນ ຊີ້ແຈ້ງວ່າ ອິນໂດເນເຊຍ ຈະບໍ່ອອກຫນັງສືອະນຸຍາດໃຫ້ກຳປັ່ນຫາປາຕ່າງປະເທດ, ລວມທັງບັນດາວິສາຫະກິດມີ 100% ເງິນລົງທຶນໂດຍກົງຂອງຕ່າງປະເທດມາເຄື່ອນໄຫວໃນບັນດາເຂດທະເລຂອງ ອິນໂດເນເຊຍ. ນີ້ແມ່ນສອງສາຍເຫດຕົ້ນຕໍພາໄປເຖິງວົງເງິນການນຳເຂົ້າສົ່ງອອກສິນໃນນ້ຳລະຫວ່າງສອງປະເທດ ຍັງຈຳກັດຢູ່.

        ໄລ່ມາຮອດເດືອນ 10/2016, ວົງເງິນສິນໃນນ້ຳສອງຝ່າຍຫວຽດນາມ - ອິນໂດເນເຊຍ ບັນລຸ 40,8 ລ້ານ USD, ໃນນັ້ນ ສິນໃນນ້ຳ ອິນໂດເນເຊຍສົ່ງອອກໄປຍັງຕະຫລາດຫວຽດນາມ ບັນລຸເກືອບ 38 ລ້ານ USD, ແລະ ຈາກຫວຽດນາມ ສົ່ງອອກໄປຍັງ ອິນໂດເນເຊຍ ເກືອບ 4 ລ້ານ USD ແມ່ນຕົວເລກຍັງຈຳກັດຢູ່. ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

        “ປະຈຸບັນ, ຫວຽດນາມ ແມ່ນປະເທດມີທ່າແຮງໃນການປຸງແຕ່ງບັນດາຜະລິດຕະພັນສິນໃນນ້ຳ ແລະ ບັນດາຜະລິດຕະພັນປຸງແຕ່ງສິນໃນນ້ຳຂອງຫວຽດນາມ ສົ່ງອອກໄປຍັງກວ່າ 170 ປະເທດ ແລະ ບັນດາເຂດແຄ້ວນ, ລວມມີ ອາຊີຕາເວັນອອກສ່ຽງໃຕ້, ເອີລົບ ແລະ ອາຟຼິກາ. ໃນຂະນະນັ້ນ, ອິນໂດເນເຊຍ ແມ່ນປະເທດສົ່ງອອກສິນໃນນ້ຳໃຫຍ່ທີສອງຂອງໂລກ ຖັດຈາກ ຈິນ. ເຖິງຢ່າງໃດກໍຕາມ ການຮ່ວມມືລະຫວ່າງສອງປະເທດ ພັດບໍ່ທັນໄດ້ຮັບການຍູ້ແຮງ.”

        ຕໍ່ຫນ້າສະພບການນີ້, ວັນທີ 26/7/2016, ໃນຂອບເຂດກອງປະຊຸມລັດຖະມົນຕີກ່ຽວກັບ “ຕົ້ນກຳເນີດຂອງຜະລິດຕະພັນສິນໃນນ້ຳ” ແລະ “ກອງປະຊຸມສຸດຍອດສິນໃນນ້ຳ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟີກ”, ທ່ານຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ທ່ານນາງ Susi Pudjiatuti, ລັດຖະມົນຕີກະຊວງທະເລ ແລະ ສິນໃນນ້ຳອິນໂດເນເຊຍ ໄດ້ມີການເຮັດວຽກນຳກັນ ແລະ ເຫັນດີ ສືບຕໍ່ເພີ່ມທະວີການຊຸກຍູ້ການພົວພັນຮ່ວມມືສິນໃນນ້ຳ ແລະ ຈະລົງນາມໃນບົດບັນທຶກຊ່ວຍຈຳແກ່ໄລຍະຈະມາເຖິງໂດຍໄວ. ເດືອນ 1 ຜ່ານມາ, ລັດຖະບານຫວຽດນາມ ໄດ້ອອກມະຕິເລກ 02 ມອບສິດໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນເຈົ້າພາບ, ສົມທົບກັບບັນດາອົງການກ່ຽວຂ້ອງເພື່ອກ້າວໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບທະເລ ແລະ ອາຊີບຫາປາກັບອິນໂດເນເຊຍ.

        ນອກນັ້ນ, ຫວຽດນາມ ແລະ ອິນໂດເນເຊຍ ຈະພິຈາລະນາໂດຍໄວເພື່ອເຊັນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງໂທລະສັບສາຍດ່ວນເພື່ອສົມທົບກັນ ແລະ ເພີ່ມທະວີການຄຸ້ມຄອງສິນໃນນ້ຳ ແລະ ສະກັດກັ້ນການກະທຳຢ່າງຜິດກົດໝາຍ. ທ່ານ ຫງວຽນວຽດແມ້ງ, ຮອງເລຂາທິການໃຫຍ່ສະມາຄົມອາຊີບຫາປາຫວຽດນາມ ສະເຫນີວ່າ:

        “ບົນພື້ນຖານສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດແລ້ວ, ສະນັ້ນ ສະຫະສະມາຄົມສິນໃນນ້ຳຫວຽດນາມ ສະເຫນີ ກະຊວງ ທະເລ ແລະ ສິນໃນນ້ຳ ອິນໂດເນເຊຍ ພິຈາລະນາ ແລະ ບຸລິມະສິດ ກົນໄກພິເສດ, ບັນດາມາດຕາບຸລິມະສິດການລົງທຶນພິເສດບໍ່ຂຶ້ນກັບ ດຳລັດເລກທີ 44 ຢູ່ເກາະຈຳນວນຫນຶ່ງຂອງ ອິນໂດເນເຊຍ ຫລື ຢູ່ເຂດຫນຶ່ງ, ເຂດຫາປາໃດຫນຶ່ງຖືກຄວບຄຸມຢ່າງເຂັ້ມງວດຕາມການກຳນົດຄຸ້ມຄອງທີ່ໄດ້ຮັບການປະກາດໃຊ້ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ສາມາດຮ່ວມທຸລະກິດຮ່ວມສຳພັນໃນການຂຸດຄົ້ນ, ລ້ຽງປູກສິນໃນນ້ຳຢ່າງສະດວກ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.”

        ທ່ານ  Ridwan Hassan ທີ່ປຶກສາຂັ້ນສູງຂົງເຂດເສດຖະກິດການຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ປະຈຸບັນ ອິນໂດເນເຊຍ ພວມເປີດກວ້າງປະຕູດຶງດູດການລົງທຶນ ແລະ ຫວັງວ່າ ໃນປີ 2017 ຈະມີບັນດານະໂຍບາຍໃຫມ່ເພື່ອໃຫ້ສອງປະເທດພ້ອມກັນຮ່ວມມືຂຸດຄົ້ນສິນໃນນ້ຳ. ປະຈຸບັນ  ບັນດາເຂດຫາປາຢູ່ ອິນໂດເນເຊຍ ໄດ້ກຽມພ້ອມແລ້ວ, ຖ້າຫາກສະເພາະອິນໂດເນເຊຍ ຂຸດຄົ້ນ ຍາກທີ່ປະຕິບັດໄດ້, ສະນັ້ນ ຢາກມີການຮ່ວມມືລົງທຶນຍາວນານແຕ່ 10-20ປີ.

        “ພວກຂ້າພະເຈົ້າເຫັນວ່າ ມີຫລາຍບໍລິສັດຂອງອິນໂດເນເຊຍ ລົງທຶນຢູ່ຫວຽດນາມ ແລະ ຫວຽດນາມ ສາມາດລົງທຶນຢູ່ອິນໂດເນເຊຍ, ພິເສດໃນຂົງເຂດສິນໃນນ້ຳ. ເພາະວ່າ ຫວຽດນາມ ແມ່ນປະເທດມີຫລາຍບົດຮຽນ, ບັນດາວິສາຫະກິດຫວຽດນາມ ສາມາດລົງທຶນເຂົ້າບັນດາໂຄງການສາງແຊເຢັນຢູ່ ອິນໂດເນເຊຍ ພ້ອມທັງພັດທະນາເຕັກໂນໂລຊີລ້ຽງປູກສິນໃນນ້ຳ. ຄຽງຄູ່ກັນນັ້ນ ສອງປະເທດພ້ອມກັນເພີ່ມທະວີການຮ່ວມມືໃນຂະແຫນງການເດີນເຮືອ ແລະ ສິນໃນນ້ຳ, ພິເສດໃນການຕໍ່ສູ້ຕ້ານການຫາປາຢ່າງຜິດກົດໝາຍ. ການຮ່ວມມືນີ້ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍເທົ່ານັ້ນ ຫາກນັບທັງພາກພື້ນ ອາຊຽນ ອີກດ້ວຍ.”

        ພ້ອມກັບຄວາມມານະພະຍາຍາມເພື່ອພັດທະນາການຮ່ວມມືສິນໃນນ້ຳສອງຝ່າຍ, ຫວັງວ່າ ການປະຕິບັດຄາດໝາຍບັນລຸວົງເງິນການຄ້າ 10 ຕື້ USD ໃນປີ 2018 ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຈະປະກົດຜົນເປັນຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ