ການຮຽນນອກຫຼັກສູດກ່ຽວກັບການແປພາສາສຳລັບນັກສຶກສາລາວ ຢູ່ສະຖາບັນການຕ່າງປະເທດ ຮ່າໂນ້ຍ

(VOVWORLD) - ປະຈຸບັນ, ມີນັກສຶກສາລາວເກືອບ 80 ຄົນ ພວມຮ່ຳຮຽນຢູ່ສະຖາບັນການຕ່າງປະເທດຮ່າໂນ້ຍ. ນອກຈາກຮຽນຕາມຫຼັກສູດແລ້ວ, ທາງສະຖາບັນຍັງໄດ້ສ້າງເງື່ອນໄຂເປີດບັນດາຊຸດອົບຮົມຮຽນນອກຫຼັກສູດກ່ຽວກັບການປະຕິບັດຕົວຈິງໃນການແປພາສາໃນການພົບປະ, ກອງປະຊຸມຂັ້ນສູງລະຫວ່າງ 2 ປະເທດ
ການຮຽນນອກຫຼັກສູດກ່ຽວກັບການແປພາສາສຳລັບນັກສຶກສາລາວ ຢູ່ສະຖາບັນການຕ່າງປະເທດ ຮ່າໂນ້ຍ - ảnh 1 ພາບປະກອບ

 ເຖິງວ່າ, ແຕ່ລະຊຸດຮຽນໄດ້ຮຽນ 5 ຊົ່ວໂມງເທົ່ານັ້ນ, ແຕ່ນີ້ແມ່ນບັນດາຊົ່ວໂມງຮຽນທີ່ມີຄວາມໝາຍສຳລັບພວກເພື່ອນ -  ເຊິ່ງເປັນບັນດານັກສຶກສາມີເຈດຈຳນົງຈະກາຍເປັນພາສາແປໃນອະນາຄົດ ຫຼືວ່າ ພຽງແຕ່ແມ່ນການແລກປ່ຽນຄຳສັບໃໝ່ໃນພາສາເທົ່ານັ້ນ.

        ຕອນຄ່ຳ, ເວລາ 18 ໂມງ 30 ນາທີຂອງວັນຕົ້ນອາທິດ, ຄູສອນຜູ້ໜຶ່ງມາຈາກກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບນັກສຶກສາລາວ, ປະຈຸບັນຮຽນປີ 3, ປີ 4, ຕໍ່ປະລິຍາໂທຂອງສະຖາບັນການຕ່າງປະເທດ ຫວຽດນາມ ພວມນັ່ງອ້ອມແອ້ມໂຕະໜ່ວຍໜຶ່ງ ເພື່ອຮັບຟັງ, ພ້ອມກັນແລກປ່ຽນກ່ຽວກັບວິທີການແປໃນການພົບປະ, ກອງປະຊຸມຂັ້ນສູງລະຫວ່າງ 2 ປະເທດ.

        ນີ້ແມ່ນຊົ່ວໂມງຮຽນສຸດທ້າຍ ດັ່ງນັ້ນ, ບັນດານັກສຶກສາໄດ້ຮຽນກ່ຽວກັບການປະຕິບັດຕົວຈິງເປັນຕົ້ນ. ນັກສຶກສາແຕ່ລະຄົນໄດ້ຮັບເອກະສານດ້ວຍພາສາ ຫວຽດນາມ ແລະ ລາວ. ຄູອາຈານໄດ້ຊີ້ຕອນໃດຕອນໜຶ່ງໃນເອກະສານ, ນັກສຶກສາຜູ້ໜຶ່ງຕ້ອງອ່ານແຮງໆ ເພື່ອໃຫ້ຜູ້ຢູ່ຂ້າງຈົດບັນທຶກ ແລະ ແປ.

        ອ້າຍ ດ່ວານວັນມີງ, ພະນັກງານພະແນກພາສາລາວ, ກົມອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້, ປາຊີຟິກ ໃຕ້, ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ ພວມແນະນຳໃຫ້ບັນດາເພື່ອນນັກສຶກສາກ່ຽວກັບການຈົດບັນທຶກໄວ້, ວິທີການຈົດຄຳສັບ ໃນການແປ, ພິເສດແມ່ນກ່ຽວກັບບັນດາຄຳປະໂຫຍດເຄີຍໄດ້ຮັບການນຳໃຊ້ໃນການພົບປະລະຫວ່າງ 2 ປະເທດ ຫວຽດນາມ - ລາວ:

        “ຖ້າຫາກເວົ້າວ່າມານີ້ເພື່ອສອນຈະບໍ່ຖືກຕ້ອງ, ຍ້ອນວ່າຂ້າພະເຈົ້າບໍ່ຮຽນສ້າງຄູ. ຂ້າພະເຈົ້າມານີ້ດ້ວຍຖານະເປັນຜູ້ມີຄວາມຊຳນານງານ, ນຳໃຊ້ບັນດາບົດຮຽນ, ຄວາມຊຳນານງານທີ່ສະສົມໄດ້ໃນວຽກງານເພື່ອແນະນຳໃຫ້ພວກນ້ອງ. ຫວັງວ່າ, ບັນດາບົດຮຽນນີ້ຈະຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ວາກ່ຽວກັບອາຊີບເປັນພາສາແປ ແລະ ນັບມື້ນັບມີເພື່ອນໜຸ່ມຫຼາຍຄົນມີຄວາມເມົາມົວກັບອາຊີບເປັນນັກແປ ແລະ ເຂົ້າຮ່ວມຖັນແຖວນັກແປພາສາ, ອາຊີບພວມຂາດຊັບພະຍາກອນມະນຸດໃນປະຈຸບັນ.”

        ນີ້ແມ່ນຊຸດຮຽນທີສອງໂດຍສະຖາບັນຈັດຕັ້ງ. ໃນສະເພາະໜ້າ, ຄາດວ່າ, ສະຖາບັນໄດ້ຈັດຕັ້ງຊຸດໜຶ່ງຕໍ່ປີ. ຊົ່ວໂມງຮຽນແກ່ຍາວເປັນ 2 ຊົ່ວໂມງ, ນັບແຕ່ເວລາ 6 – 8 ໂມງຕອນຄ່ຳ, ພິເສດ, ຫ້ອງໜຶ່ງຮັບນັກສຶກສາແຕ່ 12 – 15 ຄົນເທົ່ານັ້ນ. ໃນຊຸດຮຽນປີກ່ອນ, ບັນດານັກສຶກສາໄດ້ຮັບຟັງອາຈານຈາກສູນແປແຫ່ງຊາດ ຫວຽດນາມ ສອນ, ສ່ວນໃນປີ 2018 ນີ້, ທາງສະຖາບັນໄດ້ເຊີນພະນັກງານພະແນກພາສາລາວຂອງກະຊວງການຕ່າງປະເທດ ຫວຽດນາມ ມາຖ່າຍທອດບົດຮຽນ. ອ້າຍ ຫວູງຢູ້ງ, ພະແນກບຳລຸງສ້າງຂອງສະຖາບັນການຕ່າງປະເທດ, ໃຫ້ຮູ້ວ່າ: “ນີ້ແມ່ນການຮຽນນອກຫຼັກສູດສະຫງວນສະເພາະໃຫ້ບັນດານັກສຶກສາລາວ. ຊຸດຮຽນໄດ້ຮັບການສ້າງຕັ້ງດ້ວຍຄວາມຫວັງຂອງພວກເພື່ອນລາວ. ພວກເພື່ອນເວົ້າພາສາ ຫວຽດນາມ ໄດ້ດີແລ້ວ, ແຕ່ເພື່ອໄດ້ກາຍເປັນພາສາແປນັ້ນ ຕ້ອງມີການຖອດຖອນບົດຮຽນ, ຄວາມຮູ້ຫຼາຍຢ່າງຈຶ່ງສາມາດເຂົ້າຮ່ວມໃນຖັນແຖວບັນດານັກແປພາສາ. ພິເສດ, ວຽກງານຂອງພວກເພື່ອນຈະກ່ຽວຂ້ອງເຖິງບັນດາກະຊວງ, ຂະແໜງການຂັ້ນສູງຂອງປະເທດລາວ, ຫວຽດນາມ ດັ່ງນັ້ນ ຊຸດຮຽນນີ້ຈະຊ່ວຍໃຫ້ພວກເພື່ອນໃນວຽກງານໄດ້ຫຼາຍຢ່າງ.”

ການຮຽນນອກຫຼັກສູດກ່ຽວກັບການແປພາສາສຳລັບນັກສຶກສາລາວ ຢູ່ສະຖາບັນການຕ່າງປະເທດ ຮ່າໂນ້ຍ - ảnh 2 ພາບປະກອບ

        ຂຽວອາຄົມ, ນັກສຶກສາປີສຸດທ້າຍຂອງພະແນກການເມືອງສາກົນ - ການຕ່າງປະເທດ ໄດ້ຮຽນຊຸດຮຽນນອກຫຼັກສູດທີ 2 ໄດ້ແບ່ງປັນວ່າ:

ສຽງ ຂຽວອາຄົມ

ສ່ວນສຳລັບ ຟອງມະລີ ວົງພະຈັນ, ພວມຮຽນຕໍ່ປະລິຍາໂທຢູ່ສະຖາບັນ, ນີ້ແມ່ນຊຸດຮຽນທີມີຄວາມໃໝ່ອ່ຽມ. ປະຈຸບັນ, ເອື້ອຍ ຟອງມະລີ ພວມເປັນພະນັກງານຂອງສະຫະພັນແມ່ຍິງນະຄອນຫຼວງ ວຽງຈັນ. ເຖິງວ່າ ວຽກງານໃນປະຈຸບັນ ກໍ່ຄືການກຳນົດທິດໃນອະນາຄົດຂອງເອື້ອຍບໍ່ໄປຕາມອາຊີບແປພາສາ ກໍ່ຕາມ, ແຕ່ເອື້ອຍໃຫ້ຮູ້ວ່າ “ຍິ່ງຮຽນຫຼາຍກໍ່ຍິ່ງເຫັນວ່າຄວາມຮູ້ຂອງເຮົາຍັງໜ້ອຍຢູ່”.

ສຽງ ຟອງມະລີ ວົງພະຈັນ

ທາງສະຖາບັນໃຫ້ຮູ້ວ່າ, ໃນເດືອນພຶດສະພາ 2019 ຈະເປີດຊຸດຮຽນຄ້າຍຄືກັນຊຶ່ງຈະສະຫງວນໃຫ້ບັນດານັກສຶກສາຍັງບໍ່ທັນໄດ້ເຂົ້າຮ່ວມໃນຊຸດນີ້. ໃນຊຸດຮຽນນັ້ນຈະສະຫງວນເວລາ 1/3 ຊົ່ວໂມງຮຽນເພື່ອໃຫ້ບັນດານັກສຶກສາລຶ້ງເຄີຍກັບບົດນິຍາມກ່ຽວກັບການແປພາສາໂດຍນັກຊ່ຽວຊານຂອງສູນແປພາສາແຫ່ງຊາດ ຫວຽດນາມ ສອນໃຫ້. ສ່ວນເວລາຍັງເຫຼືອຈະແມ່ນບັນດາຜູ້ມີປະສົບການໃນການແປພາສາ ຫວຽດນາມ - ລາວ, ລາວ - ຫວຽດນາມ ສອນໃຫ້ເພື່ອໃຫ້ພວກເພື່ອນນັກສຶກສາມີຂໍ້ສະຫລຸບກ່ຽວກັບອາຊີບເປັນນັກແປພາສາ, ຈາກນັ້ນ, ໄດ້ກຳນົດທິດໃຫ້ວຽກງານໃນອະນາຄົດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ