ການເສັງໂຕ້ວາທີດ້ວຍພາສາ ໄທ ທົ່ວປະເທດ - ການເຄື່ອນໄຫວທີ່ມີຜົນປະໂຫຍດໃຫ້ແກ່ນັກສຶກສາຮຽນພາສາໄທ ຢູ່ ຫວຽດນາມ

(VOVWORLD) - ການພົວພັນລະຫວ່າງ ຫວຽດນາມ ແລະ ໄທ ນັບມື້ນັບພັດທະນາຢ່າງດີງາມກ່ວາໃນທຸກໆຂົງເຂດ, ພິເສດໃນຂົງເຂດການສຶກສາ.
ການເສັງໂຕ້ວາທີດ້ວຍພາສາ ໄທ ທົ່ວປະເທດ - ການເຄື່ອນໄຫວທີ່ມີຜົນປະໂຫຍດໃຫ້ແກ່ນັກສຶກສາຮຽນພາສາໄທ ຢູ່ ຫວຽດນາມ - ảnh 1ບັນດານັກສຶກສາໄດ້ຮັບລາງວັນໃນຄັ້ງນີ້

ໃນຊຸມປີຜ່ານມາ, ຄວາມຕ້ອງການຮຽນພາສາ ໄທ ຂອງນັກສຶກສາ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ນັບແຕ່ປິ 2009, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ຈັດຕັ້ງການເສັງໂຕ້ວາທີດ້ວຍພາສາໄທ ທົ່ວປະເທດ. ການເສັງໄດ້ຈັດຕັ້ງ 2 3 ປີ/ເທື່ອ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາທີ່ພວມຮຽນພາສາ ໄທ ໄດ້ພົບປະແລກປ່ຽນ ພ້ອມທັງເປັນການສົ່ງເສີມນັກສຶກສາ ຫວຽດນາມ ຮຽນພາສາໄທ. ຈາກນັ້ນ, ພວກນ້ອງຈະກາຍເປັນຂົວເຊື່ອມຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.

        ທ່ານພວມໄດ້ຮັບຟັງການເສັງຂອງ ຫວໍເຈີ່ນບ໋າວເຈີນ - ນັກສຶກສາປີທີ 4, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ ໃນການເສັງໂຕ້ວາທີດ້ວຍພາສາ ໄທ ທົ່ວປະເທດຄັ້ງທີ 5 ດ້ວຍຫົວຂໍ້ວ່າ “ໄທ - ຫວຽດນາມ - ປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ - ນ້ຳໃຈມິດຕະພາບທີ່ສະໜິດສະໜົມ” ເຊິ່ງຫາກໍ່ໄດ້ຮັບການຈັດຕັ້ງໄລຍະມໍ່ໆມານີ້ຢູ່ມະຫາວິທະຍາໄລຮ່າໂນ້ຍ. ດ້ວຍນ້ຳສຽງອັນອ່ອນໂຍນ, ເຕັມໄປດ້ວຍອາລົມຈິດ ແລະ ຄວາມສາມາດໃນການເວົ້າພາສາ ໄທ ໄດ້ຢ່າງລ່ຽນໄຫຼ, ລາວໄດ້ພິຊິດໃຈຄະນະກຳມະການ ແລະ ຜູ້ຊົມກ່ວາ 200 ຄົນທີ່ມາຮ່ວມການເສັງນີ້. ການເສັງຂອງ ບ໋າວເຈີນ ໄດ້ສ້າງຄວາມປະທັບໃຈດ້ວຍຫົວຂໍ້ອັນໃກ້ຊິດ, ໃໝ່ອ່ຽມ ເມື່ອໄດ້ເວົ້າເຖິງການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ:

ເທບສຽງພາສາໄທ ຂອງ ບ໋າວເຈີນ

        ຈາກຜົນສຳເລັດຂອງການຈັດຕັ້ງປະຕິບັດການເສັງ 4 ຄັ້ງກ່ອນນັ້ນ, ການເສັງໂຕ້ວາທີດ້ວຍພາສາໄທ ຄັ້ງທີ 5 ໄດ້ຮັບຄວາມສົນໃຈຈາກນັກສຶກສາທີ່ພວມຮຽນພາສາໄທ ຂອງມະຫາວິທະຍາໄລແຫ່ງຕ່າງໆໃນທົ່ວປະເທດເປັນຈຳນວນຫຼວງຫຼາຍຄື: ມະຫາວິທະຍາໄລ ຮ່າໂນ້ຍ, ມະຫາວິທະຍາໄລພາສາສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລວິທະຍາສາດ ແລະ ສັງຄົມ ມະນຸດສາດ ນະຄອນ ໂຮ່ຈີມິນ… ການເສັງປີນີ້ໄດ້ຮັບບົດຂຽນເກືອບ 60 ບົດ. ຈາກນັ້ນ, ຄະນະກຳມະການກໍ່ໄດ້ເລືອກເອົານັກສອບເສັງ 20 ຄົນທີ່ມີບົດເສັງດີເດັ່ນ ເຂົ້າຮ່ວມຮອບຊິງຊະນະເລີດ ການເສັງໂຕ້ວາທີດ້ວຍພາສາໄທ. ເມື່ອຮູ້ວ່າຕົນໄດ້ຮັບການເລືອກເຟັ້ນເຂົ້າຮ່ວມຮອບຊິງຊະນະເລີດນັ້ນ, ເລແທງຮ່ວຽນ, ນັກສຶກສາມະຫາວິທະຍາໄລ ຮ່າໂນ້ຍ ແລະ ບຸ່ຍແອງຕ໋ວນ, ນັກສຶກສາມະຫາວິທະຍາໄລພາສາສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ລ້ວນແຕ່ມີຄວາມຮູ້ສຶກຕື້ນຕັນໃຈ ແລະ ເອກອ້າງທະນະນົງໃຈ:

        ເທບສຽງພາສາໄທ ຂອງ ເລແທງຮ່ວຽນ

        “ນີ້ແມ່ນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມການເສັງນີ້. ນ້ອງຮູ້ສຶກດີໃຈຫຼາຍຍ້ອນວ່າຕົນເອງໄດ້ເຂົ້າຮອບຊິງຊະນະເລີດ, ຍ້ອນວ່ານີ້ແມ່ນຄວາມມຸ່ງຫວັງຂອງນ້ອງນັບແຕ່ປີທີໜຶ່ງ. ເມື່ອເຂົ້າຮ່ວມການເສັງນີ້, ນ້ອງຢາກສະແດງຄວາມຮູ້ຂອງຕົນກ່ຽວກັບພື້ນຖານການສຶກສາຂອງ ຫວຽດນາມ ແລະ ໄທ ແລະ ຄວາມຮັກຕໍ່ປະເທດໄທ.”

ການເສັງໂຕ້ວາທີດ້ວຍພາສາ ໄທ ທົ່ວປະເທດ - ການເຄື່ອນໄຫວທີ່ມີຜົນປະໂຫຍດໃຫ້ແກ່ນັກສຶກສາຮຽນພາສາໄທ ຢູ່ ຫວຽດນາມ - ảnh 2 ໃນຮອບຊິງຊະນະເລີດ, ນັກສຶກສາມີເວລາ 3 ນາທີເພື່ອສະແດງບົດເສັງຂອງຕົນ

ເມື່ອຕີລາຄາກ່ຽວກັບຄວາມສາມາດເວົ້າພາສາໄທ ຂອງນັກສອບເສັງປີນີ້, ທ່ານນາງ ວັນທະນີ ວິພຸດວົງສະກູນ, ຜູ້ຕາງໜ້າສະຖານທູດ ໄທ ປະຈຳ ສສ ຫວຽດນາມ, ເຊິ່ງເປັນຫົວໜ້າຄະນະກຳມະການ ໃຫ້ຮູ້ວ່າ:

        “ປີນີ້, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍຕໍ່ຄວາມສາມາດຂຽນບົດ ແລະ ເວົ້າພາສາໄທ ທີ່ດີຂອງນັກສຶກສາ ຫວຽດນາມ. ບັນດາສະມາຊິກຄະນະກຳມະການພວກຂ້າພະເຈົ້າໃຫ້ຄະແນນເພື່ອເລືອກເອົາຜູ້ຊະນະເລີດກໍ່ຍາກຫຼາຍ.”

        ພາຍຫຼັງດຳເນີນການເສັງມາເປັນເວລາ 3 ຊົ່ວໂມງ, ການເສັງໂຕ້ວາທີດ້ວຍພາສາໄທ ຄັ້ງທີ 5 ໄດ້ສິ້ນສຸດລົງ. ຄະນະກຳມະການໄດ້ມອບລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 1 ລາງວັນ ແລະ ລາງວັນຊົມເຊີຍ 3 ລາງວັນໃຫ້ບັນດານັກສອບເສັງທີ່ດີເດັ່ນ. ລາງວັນທີໜຶ່ງໄດ້ມອບໃຫ້ ຫວໍເຈີ່ນບ໋າວເຈີນ, ນັກສຶກສາມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນ ໂຮ່ຈີມິນ. ເຖິງວ່າຍາດໄດ້ລາງວັນ ຫຼືບໍ່ນັ້ນ, ແຕ່ການເຂົ້າຮ່ວມການເສັງນີ້ກໍ່ແມ່ນໂອກາດທີ່ຫາຍາກສຳລັບພວກເພື່ອນນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ