ການແຂ່ງຂັນຊອກຮູ້ວັດທະນະທຳລາວ - ຂົວຕໍ່ລະຫວ່າງນັກສຶກສາສອງປະເທດຫວຽດນາມແລະລາວ

(VOVWORLD) -  ການແຂ່ງຂັນ “ຊອກຮູ້ວັດທະນະທຳລາວ” ຄັ້ງທີຫນຶ່ງໂດຍສະໂມສອນວັດທະນະທຳລາວສັງກັດສະຖາບັນການພົວພັນຕ່າງປະເທດ ຈັດຕັ້ງໄດ້ດຳເນີນໄປໃນຕົ້ນເດືອນເມສາຜ່ານມາ. ນີ້ແມ່ນສະຖານທີ່ເພື່ອໃຫ້ບັນດານັກສຶກສາຫວຽດນາມ ແລະ ນັກສຶກສາລາວທີ່ພວມຮ່ຳຮຽນຢູ່ ບັນດາມະຫາວິທະຍາໄລ ຢູ່ ນະຄອນ ຮ່າໂນ້ຍພົວພັນແລກປ່ຽນນຳກັນ. ນະທີ່ນີ້, ບັນດານັກສຶກສາສອງປະເທດ ມີໂອກາດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນນຳກັນ, ຊອກຮູ້ກ່ຽວກັບບັນດາວາດຟ້ອນ, ຮີດຄອງປະເພນີຂອງປະເທດລາວທີ່ສວຍງາມ, ປະກອບສ່ວນເພີ່ມຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີລະຫວ່າງລຸ້ນຫນຸ່ມສອງປະເທດ. 
ການແຂ່ງຂັນຊອກຮູ້ວັດທະນະທຳລາວ - ຂົວຕໍ່ລະຫວ່າງນັກສຶກສາສອງປະເທດຫວຽດນາມແລະລາວ - ảnh 1 ບັນດາຜູ້ເຂົ້າຮ່ວມການເສັງ

“ສຳລັບຊາວຫວຽດນາມແລ້ວ, ພິທີບາສີສູ່ຂວັນແມ່ນພິທີກຳທີ່ໃຫມ່ອ່ຽມ, ແຕ່ສຳລັບຄົນລາວແລ້ວ, ພິທີບາສີສູ່ຂວັນແມ່ນມີຄວາມໝາຍສຳຄັນ. ເມື່ອເວົ້າເຖິງບຸນປີໃຫມ່ຂອງລາວ, ສິ່ງທີ່ຂາດບໍ່ໄດ້ໃນໂອກາດນີ້ແມ່ນພິທີບາສີສູ່ຂວັນ. ນີ້ແມ່ນພິທີກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແລະ ມີຄວາມໝາຍທີ່ສຸດສຳລັບປະຊາຊົນປະເທດລ້ານຊ້າງ.”

        ຢູ່ຫໍປະຊຸມສະຖາບັນການພົວພັນຕ່າງປະເທດ, ມີ ນັກສຶກສາ 150 ຄົນທີ່ມາຈາກສະຖາບັນການພົວພັນຕ່າງປະເທດແລະມະຫາວິທະຍາໄລອື່ນຈຳນວນຫນຶ່ງຢູ່ ຮ່າໂນ້ຍ. ບົນເວທີ, ມີ 5 ກຸ່ມນັກສຶກສາໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດໃນການແຂ່ງຂັນ “ຊອກຮູ້ກ່ຽວກັບວັດທະນະທຳລາວ” ພວມແຂ່ງຂັນຢ່າງຄຶກຄື້ນ. ນາງຫງວຽນມີນຖູຍ, ນັກສຶກສາປີທີ 3 ສະຖາບັນການພົວພັນຕ່າງປະເທດ, ສະມາຊິກ ກຸ່ມ Royal ໃນຊຸດອາພອນປະຈຳຊາດຂອງລາວພວມຈັບຝ້າຍສີຂາວມັດແຂນໃຫ້ເພື່ອນສອງຄົນ. ເຢືອງເງິນຮ່າ ແລະ ໄຊຍະວົງ ກໍ່ນຸ່ງຊຸດອາພອນປະຈຳຊາດຂອງລາວ ໄດ້ຍໍມືນົບ, ກົ້ມຫົວລົງ ແລະ ເດຂຽນໃຫ້ເພື່ອນມັດໃຫ້. ບັນດາ ນັກສຶກສາພວມວາດພາບຄືນພິທີບາສີສູ່ຂວັນ ຊື່ງແມ່ນພິທີທີ່ຂາດບໍ່ໄດ້ໃນບຸນປີໃຫມ່ລາວ ແມ່ນຄ້າຍຄືກັບບຸນສົງການຂອງໄທ, Chol Chnam Thmay  ຂອງກຳປູເຈຍ ແລະ Idul Fitri  ຂອງອິນໂດເນເຊຍ. ເພື່ອເຂົ້າຮ່ວມຮອບຊີງຊະນະເລີດນີ້, ຫງວຽນມີນຖູຍ ພ້ອມກັບໝູ່ເພື່ອນຂອງຕົນໄດ້ກະກຽມມາເປັນເວລາກວ່າເດືອນຫນຶ່ງເພື່ອກຽມຊຸດອາພອນ, ນຶກຄິດເຖິງຫົວຂໍ້ ແລະ ຊອກຫາບັນດາເອກະສານຮັບໃຊ້ການແຂ່ງຂັນຄັ້ງນີ້. ເພື່ອນ ຫງວຽນມີງຖູຍ, ຫົວຫນ້າກຸ່ມ Royal ໃຫ້ຮູ້ວ່າ:

        “ເພື່ອຊອກໄດ້ບັນດາເອກະສານຮັບໃຊ້ຮອບຊີງຊະນະເລີດ, ພວກນ້ອງ ໄດ້ຊອກຫາຂໍ້ມູນຂ່າວຜ່ານ ອິນເຕີແນັດ, ປື້ມ ແລະ ຈາກອ້າຍເອື້ອຍນັກສຶກສາ ລາວ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງສະເພາະພວກນ້ອງເທົ່ານັ້ນ ຫາກຍັງແມ່ນຂອງອ້າຍເອື້ອຍນັກສຶກສາລາວທີ່ໄດ້ໃຫ້ການຊ່ວຍເຫລືອພວກນ້ອງ ອີກດ້ວຍ.”

        ລາຍການຂອງບັນດານັກສຶກສາຫວຽດນາມ ໄດ້ສ້າງຄວາມປະທັບໃຈ ແລະ ສ້າງຄວາມຕື້ນຕັນໃຈເປັນພິເສດຕໍ່ນັກສຶກສາລາວ.

ຢູ່ເທິງເວທີສະແດງ ມີໄຫເຮັດດ້ວຍເຈ້ຍຫລາຍຫນ່ວຍ. ມີໄຫບາງຫນ່ວຍຂະຫນາດໃຫຍ່ເທົ່າກັບໄຫຫີນແທ້. ຄຽງຂ້າງແມ່ນຊຸດກະດຸກ 2, 3 ຊຸດ. ເມື່ອມອດໄຟແສງສີ, ລາຍການສະແດງຂອງກຸ່ມ LGT ຍິ່ງເລິກລັບກວ່າ.

        “ທົ່ງໄຫຫີນແມ່ນສິ່ງທີ່ເລິກລັບ ແລະ ຄົງຕົວນັບພັນປີມາແລ້ວ. ທົ່ງໄຫຫີນ ແມ່ນສະຖານທີ່ມີຊື່ສຽງຂອງປະເທດລ້ານຊ້າງ, ມີໄຫຫີນນັບພັນຫນ່ວຍ ຕັ້ງຢູ່ກະແຈກກະຈາຍຢູ່ແຂວງ ຊຽງຂວາງ ຊື່ງຕິດກັບແຂວງ ເງ້ອານ”

ເພື່ອນ ຫງວຽນແທງນາມ ຫນຶ່ງໃນຈຳນວນ ສະມາຊິກ 3 ຄົນຂອງກຸ່ມ LGT ໄດ້ອະທິບາຍກ່ຽວກັບສາຍເຫດເລືອກເຟັ້ນຫົວຂໍ້ນີ້ວ່າ:

        “ເມື່ອເລືອກເຟັ້ນຫົວຂໍ້ເຂົ້າຮ່ວມການແຂ່ງຂັນ, ພວກນ້ອງຄິດເຖິງທົ່ງໄຫຫີນ ເພາະປູຊະນີຍະສະຖານແຫ່ງນີ້ແມ່ນຕິດພັນກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະລາວ. ຢູ່ແຫ່ງນີ້ ໄດ້ດຳເນີນບັນດາການສູ້ຮົບຊື່ງກອງທັບຫວຽດນາມ ໄດ້ຮຽງບ່າຮຽງໄຫລ່ພ້ອມກັບປະຊາຊົນ ລາວ ຕໍ່ສູ້ຕ້ານຈັກກະພັດ ອາເມລິກາ. ຜ່ານລາຍການ, ພວກນ້ອງຢາກສົ່ງສານເຖິງເພື່ອນຫນຸ່ມສອງປະເທດ ຕ້ອງມີຄວາມເຄົາລົບບັນດາຄຸນຄ່າປະຫວັດສາດ ຊື່ງຄົນລຸ້ນກ່ອນປະໄວ້, ພະຍາຍາມຊອກຮູ້ເພື່ອໂຄສະນາພາບພົດຂອງສອງປະເທດເຖິງເພື່ອນມິດສາກົນ”.

ການແຂ່ງຂັນຊອກຮູ້ວັດທະນະທຳລາວ - ຂົວຕໍ່ລະຫວ່າງນັກສຶກສາສອງປະເທດຫວຽດນາມແລະລາວ - ảnh 2 ການສະແດງສິລະປະທີ່ລາຍການ

        ນອກຈາກບັນດາລາຍການແຂ່ງຂັນ ແມ່ນລາຍການສະແດງສິລະປະ, ເດີນແບບຊຸດອາພອນປະຈຳເຜົ່າຈຳນວນຫນຶ່ງຂອງລາວ ໂດຍນັກສຶກສາລາວ ແລະ ນັກສຶກສາຫວຽດນາມ ຢູ່ສະຖາບັນການພົວພັນຕ່າງປະເທດສະແດງ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ເຂົ້າຮ່ວມ. ປອ ຂະແຫນງວັດທະນະທຳ ຜາດອນ ອີນສະແຫວງ, ຫນຶ່ງໃນສະມາຊິກຄະນະກຳມະການກວດສອບ 3 ຄົນມີຄວາມເພິ່ງພໍໃຈຕໍ່ບັນດາລາຍການແຂ່ງຂັນໃນຮອບຊີງຊະນະເລີດນີ້ທີ່ສຸດ.

ສຽງ ຜາດອນ

        ຮອດ  9 ໂມງຕອນຄ່ຳ, ພາຍຫລັງການແຂ່ງຂັນ “ຊອກຮູ້ກ່ຽວກັບວັດທະນະທຳ ລາວ” ມາເປັນເວລາກວ່າ 2 ຊົ່ວໂມງກໍ່ໄດ້ໄດ້ອັດລົງ. ໃນ 5 ກຸ່ມທີ່ເຂົ້າຮ່ວມຮອບຊີງຊະນະເລີດ, ກອງ Royal ຍາດໄດ້ລາງວັນທີຫນຶ່ງ ດ້ວຍລາຍການ “ບາສີສູ່ຂວັນ”. ສ່ວນລາຍການ “ທົ່ງໄຫຫີນ” ຂອງກອງ LGT ຍາດໄດ້ລາງວັນທີສອງ. ລາງວັນທີ 3 ແມ່ນຂຶ້ນກັບ ກອງດວງພະຈັນ ແລະ ລາງວັນຊົມເຊີຍ 2 ລາງວັນ ແມ່ນຂຶ້ນກັບກຸ່ມ  NFC ແລະ ກຸ່ມ Casipeia. ບັນຍາກາດເບີກບານມ່ວນຊື່ນ, ໄປດ້ວຍສຽງຫົວສຽງຕົບມືຊົມເຊີຍ, ຊໍ່ດອກໄມ້ທີ່ງາມຕາຊື່ງບັນດານັກສຶກສາຫວຽດນາມ ແລະ ລາວມອບໃຫ້ກັນ ແມ່ນ ສະແດງໃຫ້ເຫັນຄວາມສາມັກຄີຮັກແພງກັນໃນຄົນລຸ້ນຫນຸ່ມສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ