ຂະແຫນງພາສາຫວຽດ ແລະ ການທັກທາຍ-ພະແນກມະນຸດສາດ ມະຫາວິທະຍາໄລ ອຸບົນ ຣັດຈະທານີ ປະເທດໄທ

(vovworld)- ຖ້າຫາກກ່ອນນີ້ ເລື່ອງຮຽນພາສາຫວຽດ ຢູ່ ໄທ ຍັງບໍ່ທັນໄດ້ຈັດຕັ້ງຢູ່ບັນດາໂຮງຮຽນ, ແຕ່ໃນໄລຍະ 10 ປີມານີ້ ມີໂຮງຮຽນຫລາຍແຫ່ງ, ໃນນັ້ນ ມີບັນດາມະຫາວິທະຍາໄລຄື: ສີນະຄະວີນ ວີໂຣດ,  ອຸບົນ ລາດສະທານີ ໄດ້ເປີດຂະແຫນງພາສາຫວຽດ. ແລະ ເລື່ອງສອນພາສາຫວຽດ ນັບມື້ນັບໄດ້ຮັບຖືເປັນສຳຄັນຈາກລັດຖະບານ ແລະ ປະຊາຊົນໄທ, ເປັນຕົ້ນ ພາຍຫລັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015. ໃນລາຍການຊາຍຄາອາຊຽນ ພາກນີ້ ພວກເຮົາຂໍແນະນຳ ຂະແຫນງ ພາສາຫວຽດ ແລະ ການທັກທາຍ, ພະແນກມະນຸດສາດ ມະຫາວິທະຍາໄລ ອຸບົນ ລາດສະທານີ.

ຂະແຫນງພາສາຫວຽດ ແລະ ການທັກທາຍ-ພະແນກມະນຸດສາດ ມະຫາວິທະຍາໄລ ອຸບົນ ຣັດຈະທານີ ປະເທດໄທ - ảnh 1
ນັກສຶກສາໄທ 2 ຄົນຢູ່ໂຮງຮຽນ ອຸບົນ ກຳລັງຮຽນພາສາຫວຽດນາມ

ຫນຶ່ງໂມງຕອນບາຍ, ໃນຊົ່ວໂມງຮຽນພາສາຫວຽດ ຂອງຂະແຫນງພາສາຫວຽດ ແລະ ການທັກທາຍ, ພະແນກມະນຸດສາດ, ມະຫາວິທະຍາໄລ ອຸບົນ ຣັດຈະທານີ, ເອື້ອຍຄູ ຣູຈີວັນ ເລົາໄພຈະໂຣນ - ຫົວຫນ້າ ຂະແຫນງ ພາສາຫວຽດ ພວມສອນພາສາຫວຽດໃຫ້ນັກສຶກສາປະມານ 20 ຄົນ

       ຂະແຫນງ ພາສາຫວຽດ ແລະ ການທັກທາຍ ຂອງມະຫາວິທະຍາໄລ ອຸບົນ ລາດສະທານີໄດ້ຮັບການຕັ້ງສ້າງຂຶ້ນເມື່ອປີ 2013ແລະ ມາຮອດປະຈຸບັນ ແມ່ນ 4 ຊຸດຮຽນແລ້ວ. ແຕ່ລະຊຸດມີນັກສຶກສາປະມານ 20-25 ຄົນ, ນອກນັ້ນ ວິຊາພາສາຫວຽດ ຍັງສອນພາສາຫວຽດຕາມຮູບການເລືອກເຟັ້ນ ຂະແຫນງ ຮຽນໃຫ້ແກ່ນັກສຶກສາໃນໂຮງຮຽນເກືອບ 100 ຄົນ. ເອື້ອຍຄູ ຣູຈີວັນ ເລົາໄພຈະໂຣນ ຕີລາຄາວ່າ:

      ສຽງນາງ ຣູຈີວັນ ເລົາໄພຈະໂຣນ


       ສາຍເຫດຫນຶ່ງອີກ ຍ້ອນການພັດທະນາຂອງອິນເຕີແນັດ ແລະ ເຄືອຂ່າຍສັງຄົມອອນໄລ, ນັກສຶກສາໄທໄດ້ສຳພັດກັບຄຸນຄ່າ, ວັດທະນະທຳຂອງຫວຽດນາມ ແລະ ຈາກນັ້ນຈຶ່ງມີຄວາມຮູ້ສຶກປະທັບໃຈ ແລະ ນິຍົມວັດທະນະທຳຫວຽດນາມກວ່າ.

       ສຽງນັກສຶກສາໄທ 


         “ນ້ອງເລືອກເຟັ້ນຮຽນພາສາຫວຽດ ເພາະວ່າ ນ້ອງໄດ້ຮຽນພາສາຫວຽດຢູ່ໂຮງຮຽນສາມັນແລ້ວ ແລະ ນ້ອງມີໂອກາດເຂົ້າຮ່ວມບັນດາການເຄື່ອນໄຫວກັບຄູສອນ ແລະ ຊາວຫວຽດນາມ. ນ້ອງຢາກມີຄວາມເຂົ້າໃຈ ແລະ ຮູ້ຈັກກ່ຽວກັບພາສາຫວຽດຫລາຍກວ່າອີກ.”

       ໃນ ຂະແຫນງພາສາຫວຽດ, ນັກສຶກສາໄດ້ຮັບການບຳລຸງສ້າງຕາມຮູບການ 3+1, ໝາຍຄວາມວ່າ 3 ປີແມ່ນຮຽນຢູ່ໄທ ແລະ ອີກປີຫນຶ່ງແມ່ນຮຽນຢູ່ຫວຽດນາມ. ປະຈຸບັນ ບັນດານັກສຶກສາຮຽນປີທີ 4 ຢູ່ ຂະແຫນງ ພາສາຫວຽດ ພວມຮຽນປີສຸດທ້າຍທີ່ພະແນກພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ. ເພື່ອນ ກິຕິຢາ, ແມ່ນຫນຶ່ງໃນຈຳນວນນັກສຶກສາ 10 ຄົນພວມຮຽນປີສຸດທ້າຍຢູ່ມະຫາວິທະຍາໄລດັ່ງກ່າວໃຫ້ຮູ້ວ່າ: ເຖິງວ່າ ນ້ອງຮຽນຢູ່ຫວຽດນາມ ພຽງໄດ້ 3 ເດືອນກໍຕາມ ແຕ່ນີ້ແມ່ນກາລະໂອກາດຊ່ວຍໃຫ້ພວກນ້ອງມີການປ່ຽນແປງຫລາຍຢ່າງ:

ສຽງເພື່ອນ ກິຕິຢາ


ເມື່ອຕີລາຄາກ່ຽວກັບຄວາມສາມາດໃນການຮຽນພາສາຫວຽດຂອງບັນດານັກສຶກສາໄທ ທີ່ພວມຮຽນປີສຸດທ້າຍຢູ່ພະແນກພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ເອື້ອຍຄູ ຟ້າມເທືອງເທືອງ ໃຫ້ຮູ້ວ່າ:

       “ນັກສຶກສາຂອງແຕ່ລະປະເທດ ມີຈຸດທີ່ແຕກຕ່າງກັນ ແຕ່ບັນດານັກສຶກສາໄທ ເຂົາເຈົ້າມີຄວາມດຸໝັ່ນໃນການຮ່ຳຮຽນ ແລະ ເຂົ້າໃຈບົດຮຽນໄວທີ່ສຸດ. ພາຍຫລັງ ຮຽນຢູ່ຫວຽດນາມ 2- 3 ເດືອນ, ພວກເພື່ອນສາມາດເວົ້າພາສາຫວຽດໄດ້ຫລາຍສົມຄວນ ແລະ ການຜັນສຽງກໍໄດ້ດີ. ໄລຍະທຳອິດຫາກໍມາຫວຽດນາມ ພວກເພື່ອນບໍ່ມີໂອກາດໄດ້ສຳພັດກັບຊາວຫວຽດນາມ ແຕ່ພາຍຫລັງຢູ່ຫວຽດນາມ 3 ເດືອນ, ພວກເພື່ອນໄດ້ມີໂອກາດສຳພັດກັບໝູ່ເພື່ອນ, ຄູອາຈານ ຫວຽດນາມ ສະນັ້ນໄດ້ຊ່ວຍໃຫ້ພວກເພື່ອນເວົ້າພາສາຫວຽດຫລ່ຽນໄຫລກວ່າ. ປະຈຸບັນ ພວກເພື່ອນໂອ້ລົມກັບໝູ່ເພື່ອນດ້ວຍພາສາຫວຽດໄວສົມຄວນແລ້ວ”

ຂະແຫນງພາສາຫວຽດ ແລະ ການທັກທາຍ-ພະແນກມະນຸດສາດ ມະຫາວິທະຍາໄລ ອຸບົນ ຣັດຈະທານີ ປະເທດໄທ - ảnh 2
ເອື້ອຍຄູ ຟ້າມເທືອງເທືອງ ພ້ອມກັບນັກສຶກສາໄທ

       ຫາກໍ່ມາຮຽນຢູ່ຫວຽດນາມພຽງ 3 ເດືອນ ແຕ່ພວກເພື່ອນໄດ້ມີຄວາມກ້າວຫນ້າກະໂດດຂັ້ນ. ພາຍຫລັງ 1 ປີ, ຄວາມສາມາດເວົ້າພາສາຫວຽດຂອງພວກເພື່ອນຈະພັດທະນາກວ່າອີກ ແລະ ສາມາດຕອບສະຫນອງວຽກງານຂອງຕົນໃນອະນາຄົດເປັນຢ່າງດີ. ເປັນຕົ້ນເມື່ອປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ການຍົກຍ້າຍຄົນງານລະຫວ່າງຫວຽດນາມ ແລະ ໄທເວົ້າສະເພາະ ແລະ ລະຫວ່າງບັນດາປະເທດ ອາຊຽນ ເວົ້າລວມ ນັບມື້ນັບໄດ້ຮັບການເປີດກວ້າງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ