ຄວາມຊົງຈຳຍັງຄົງຢູ່ຕະຫລອດການ

(VOVWORLD) - ໃນເວລາທີ່ຜ່ານມາ, ຢູ່ສຳນັກງານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ທີ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສັງສັນລະຫວ່າງຄະນະພະນັກງານຫໍພິພິທະພັນ ໄກສອນ ພົມວິຫານ ກັບບັນດາພະນັກງານອາວຸໂສທີ່ເຄີຍມີການເຄື່ອນໄຫວ, ຮັບໃຊ້ບັນດາການນຳ ລາວ. 

ຈຸດປະສົງຂອງການພົບປະສັງສັນແມ່ນເກັບໂຮມຂໍ້ມູນຂ່າວສານກ່ຽວກັບວິວັດການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຢູ່ ຫວຽດນາມ ນັບແຕ່ຊຸມປີ 1950 ເປັນຕົ້ນໄປ. ຈາກນັ້ນ, ຈະສ້າງ ແລະ ເພີ່ມເຕີມໃສ່ເອກະສານປະຫວັດສາດ ເພື່ອປະກອບສ່ວນເປີດກ້ວາງ, ສ້າງຫໍພິພິທະພັນ ໄກສອນ ພົມວິຫານ ແລະ ບັນດາຫໍພິພິທະພັນອື່ນຂອງປະເທດລາວ.

ຄວາມຊົງຈຳຍັງຄົງຢູ່ຕະຫລອດການ - ảnh 1 ບັນດາພະນັກງານອາວຸໂສທີ່ເຄີຍມີການເຄື່ອນໄຫວ, ຮັບໃຊ້ບັນດາການນຳ ລາວ

ທີ່ການພົບປະສັງສັນ, ອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ກ່ວາ 10 ຄົນ ແລະ ພະນັກງານພວມປະຕິບັດວຽກງານຢູ່ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ 9 ຄົນ ໄດ້ມີໂອກາດພົບປະໂອ້ລົມນຳກັນດ້ວຍຄວາມອົບອຸ່ນຢູ່ຫ້ອງປະຊຸມ. ອ້າຍ ທອງວັນ ທອງດີ, ຫົວໜ້າຄະນະພະນັກງານຫໍພິພິທະພັນ ໄກສອນ ພົມວິຫານ ໃຫ້ຮູ້ວ່າ:

ພວກຫຼານເປັນຖັນແຖວພະນັກງານໜຸ່ມ, ມີຂໍ້ມູນຫລາຍຢ່າງທີ່ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງໜ້າວຽກ, ບາງຂໍ້ມູນຍັງລັງເລໃຈ, ຜູ້ນີ້ເວົ້າຕ່າງ, ຜູ້ນັ້ນກໍ່ເວົ້າຕ່າງ. ພວກຫລາຍມີຄວາມເປັນກຽດ ແລະ ເບີກບານມ່ວນຊື່ນທີ່ໄດ້ພົບກັບພວກລຸງ ແລະ ຢາກຂໍ້ໃຫ້ພວກລຸງຊ່ວຍເຫຼືອພວກຫຼານຕາມກຳລັງຄວາມສາມາດກ່ຽວກັບຂໍ້ມູນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງບັນດາການນຳການປະຕິວັດລາວ, ພິເສດແມ່ນທ່ານປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ.

ຄວາມຊົງຈຳຍັງຄົງຢູ່ຕະຫລອດການ - ảnh 2ຄະນະພະນັກງານຫໍພິພິທະພັນ ໄກສອນ ພົມວິຫານ  

ເມື່ອຫວນຄືນບັນດາອະນຸສອນທີ່ເປັນໜ້າປະທັບໃຈກ່ຽວກັບປະທານ ສຸພານຸວົງ, ທ່ານພົນຈັດຕະວາ ຮີ່ງດັກເຮືອງ, ຫົວໜ້າຄະນະນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍ ລາວ ໄດ້ແບ່ງປັນຄວາມໃນໃຈວ່າ: ຕົນເອງມີຄວາມໂຊກດີທີ່ໄດ້ພົບປະກັບປະທານ ສຸພານຸວົງ ແຕ່ປີ 1940 ຢູ່ນະຄອນ ຍາຈາງ. ຄາວນັ້ນ, ປະທານ ສຸພານຸວົງ ເປັນນັກວິສາວະກອນຂົວທາງທີ່ສຸດຈິດສຸດໃຈຕໍ່ວຽກງານ. ທ່ານພົນຈັດຕະວາ ຮີ່ງດັກເຮືອງ ໃຫ້ຮູ້ວ່າ:

ສະຫາຍ ສຸພານຸວົງ ຜູ້ທີ່ປີຊາສາມາດທີ່ສຸດສຳລັບປະຊາຊົນ ລາວ, ສຳລັບຂ້າພະເຈົ້າແລ້ວ, ຜູ້ທີ່ປະຕິບັດວຽກງານເປັນຊ່ຽວຊານ ແລະ ອາສາສະໝັກຢູ່ນີ້, ລ້ວນແຕ່ມີຄວາມປະທັບໃຈຢ່າງເລິກເຊິ່ງ. ສະຫາຍ ສຸພານຸວົງ ໄດ້ຍອມປະລະຖານະເຊື້ອສາຍລາດຊະວົງຂອງຕົນ ເພື່ອໄປເຮັດການປະຕິວັດ, ຍອມດຳລົງຊີວິດໃນສະພາບທີ່ຫຍຸ້ງຍາກລຳບາກ. ພວກຂ້າພະເຈົ້ານັບຖືການກະທຳນີ້ທີ່ສຸດ, ຍ້ອນພວກຂ້າພະເຈົ້າຄິດວ່າ: ພວກຂ້າພະເຈົ້າເຮັດການປະຕິວັດແມ່ນເລີ່ມມາຈາກຄົນທີ່ທຸກຍາກ, ຄົນທີ່ຖືກເປັນຂ້າທາດ, ແຕ່ວ່າ ສະຫາຍ ສຸພານຸລົງ ພັດກຳເນີດມາຈາກເຊື້ອສາຍລາດຊະວົງ.

        ໂດຍເປັນພະນັກງານເຄື່ອນໄຫວຢູ່ທ້ອງຖິ່ນກ່ອນປີ 1945, ຮອດປີ 1954 ໄດ້ຖືກສົ່ງໄປຊ່ວຍປະເທດລາວ, ລຸງ ຮ່າມິງເຕິນ, ອາຍຸກ່ວາ 90 ປີ ພວມຫວນຄືນຫລັງບັນດາອະນຸສອນເມື່ອຄາວເປັນທີ່ປຶກສາດ້ານການທະຫານໃຫ້ປະທານ ໄກສອນ ພົມວິຫານ.

ສະຫາຍ ໄກສອນ ພົມວິຫານ ໄດ້ສ້າງບັນດາອະນຸສອນອັນເລິກເຊິ່ງທີ່ສຸດໃຫ້ແກ່ຂ້າພະເຈົ້າ, ຂ້າພະເຈົ້າຖືເພິ່ນເປັນສະຫາຍການນຳຂັ້ນສູງໃນໃຈຂ້າພະເຈົ້າ, ເພິ່ນກໍ່ດີຕໍ່ຂ້າພະເຈົ້າຫລາຍ. ຂ້າພະເຈົ້າໄດ້ຂຽນປື້ມຫົວໜຶ່ງໃຫ້ເພິ່ນ ທີ່ມີຫົວຂໍ້ວ່າ: ບາງບົດຮຽນ ແລະ ທິດທາງໃໝ່ຂອງການປະຕິວັດລາວ. ເມື່ອຂຽນແລ້ວ, ເພີ່ນກໍ່ໄດ້ຍ້ອງ ແລະ ມອບປື້ມຫົວໜຶ່ງໃຫ້ຂ້າພະເຈົ້າ ເຊິ່ງຂຽນຢູ່ໃນໜ້າປົກວ່າ: ຂໍມອບເປັນທີ່ລະລຶກໃຫ້ແກ່ສະຫາຍ ຮ່າມິງເຕິນ, ມາຮອດດຽວນີ້ ຂ້າພະເຈົ້າຍັງຮັກສາໄວ້, ນັ້ນແມ່ນອະນຸສອນທີ່ຂ້າພະເຈົ້າຖືເປັນສຳຄັນທີ່ສຸດ.

ຄວາມຊົງຈຳຍັງຄົງຢູ່ຕະຫລອດການ - ảnh 3 ລຸງ ຮ່າມິງເຕິນ

ໂດຍໄດ້ຮັບຟັງບັນດາເລື່ອງລາວ, ບັນດາອະນຸສອນຈາກບັນດາພະນັກງານອາວຸໂສທີ່ເຄີຍມີການເຄື່ອນໄຫວ, ຮັບໃຊ້ບັນດາການນຳ ລາວ. ເອື້ອຍ ສຸດຕາ ຄາຖາໝື່ນບຸນ, ຮອງຫົວໜ້າພະແນກໂຄສະນາ ແລະ ບັນຍາຍ, ຫໍພິພິທະພັນ ໄກສອນ ພົມວິຫານ; ເອື້ອຍ ພັນລານີ ພິມມະເສນ, ວິຊາການຢູ່ອະນຸສອນສະຖານປະທານ ສຸພານຸວົງ ໄດ້ມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈ, ໝັ້ນໝາຍວ່າ ຈະມານະຍາຍາມຮ່ຳຮຽນ, ສະສົມປະສົບການໃຫ້ສົມກັບຄຸນງາມຄວາມດີອັນໃຫຍ່ຫລວງຂອງຄົນລຸ້ນກ່ອນທີ່ໄດ້ເພີ່ມພູນຄູນສ້າງ, ເພື່ອເຮັດໃຫ້ການພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດການ:

ເນື່ອງໃນໂອກາດນີ້, ຕາງໜ້າຝ່າຍ ລາວ ໄດ້ມອບຂອງຂວັນໃຫ້ບັນດາສະຫາຍຝ່າຍ ຫວຽດນາມ ເພື່ອຈາລຶກບັນດາການອຸທິດສ່ວນຂອງບັນດານັກຊ່ຽວຊານການທະຫານ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ , ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ລາວ ບັນດາເຜົ່າ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ./.

ຄວາມຊົງຈຳຍັງຄົງຢູ່ຕະຫລອດການ - ảnh 4

ຕອບກັບ

ຂ່າວ/ບົດ​ອື່ນ