ຄວາມເປັນເອກະລັກສະເພາະຂອງຕະຫລາດ ກຳປູເຈຍ ຢູ່ ນະຄອນໂຮ່ຈິມີນ

(vovworld)- ຕະຫລາດຕ່າງປະເທດຫລາຍແຫ່ງຄື ຕະຫລາດຂາຍສິນຄ້າຂອງຊາວຈີນ, ຍີ່ປຸ່ນ, ສເກົາຫລີ… ລ້ວນແຕ່ແມ່ນບັນດາສະຖານທີ່ສ້າງຄວາມເປັນເອກະລັກສະເພາະດ້ານວັດທະນະທຳອາຫານການກິນ ແລະ ທ່ອງທ່ຽວຢູ່ ໄຊງ່ອນ. ແລະ ຕະຫລາດຂາຍສິນຄ້າຂອງກຳປູເຈຍ ຫລື ເອີ້ນວ່າ ຕະຫລາດ ນາມວາງ ກໍແມ່ນຕະຫລາດຕ່າງປະເທດທີ່ມີຊື່ສຽງຢູ່ນະຄອນ ໂຮ່ຈິມີນ ຍ້ອນບໍ່ພຽງແຕ່ແມ່ນຕະຫລາດທີ່ໄດ້ຮັບການກໍ່ສ້າງມາເປັນເວລາເກືອບເຄິ່ງສັດຕະວັດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈຸດວັດທະນະທຳຂອງກຳປູເຈຍ ອີກດ້ວຍ, ເພາະວ່າ ສິນຄ້າທີ່ໄດ້ວາງຂາຍຢູ່ຕະຫລາດແຫ່ງນີ້ ລ້ວນແຕ່ແມ່ນບັນດາຜະລິດຕະພັນທີ່ເປັນເອກລັກສະເພາະຂອງ ປະເທດກຳປູເຈຍ.

ຄວາມເປັນເອກະລັກສະເພາະຂອງຕະຫລາດ ກຳປູເຈຍ ຢູ່ ນະຄອນໂຮ່ຈິມີນ - ảnh 1
ອາຫານກຳປູເຈຍ ຢູ່ຕະຫລາດນາມວາງ-ໄຊງ່ອນ
ພາບ:internet

        ໂດຍໄດ້ຮັບການກໍ່ສ້າງມາເປັນເວລາກວ່າ 40 ປີແລ້ວ,  ຕະຫລາດ ກຳປູເຈຍ ຕັ້ງຢູ່ທາງຮ່ອມໃນຖະຫນົນ ເລຮົ່ງຟອງ, ເມືອງ 10 ນະຄອນ ໂຮ່ຈິມີນ. ຕະຫລາດກຳປູເຈຍ ລວມມີຮ້ານຂາຍສິນຄ້າໃຫຍ່, ນ້ອຍສີບໆຮ້ານ ທີ່ຂາຍຍົກ, ຂາຍຍ່ອຍບັນດາຜະລິດຕະພັນພິເສດທີ່ໄດ້ນຳເອົາຈາກ ປະເທດກຳປູເຈຍ. ບັນດາຄອບຄົວທີ່ດຳເນີນທຸລະກິດຢູ່ທີ່ນີ້ ສ່ວນຫລາຍ ແມ່ນຊາວຫວຽດນາມ ເຊື້ອຊາດ ກຳປູເຈຍ ແລະ ທຳການຄ້າຂາຍຕາມມູນເຊື້ອຂອງຄອບຄົວ. ໃນ 2/3 ຈຳນວນຮ້ານຂາຍສິນຄ້າຢູ່ຕະຫລາດແຫ່ງນີ້ ແມ່ນຂາຍອາຫານ, ແຕ່ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນບັນດາຮ້ານຂາຍອາຫານແຫ້ງ. ປາຄໍ່ຂາວ, ກຸ້ງແຫ້ງ, ປາແຫ້ງເຫລືອງ ແລະ ຜະລິດຕະພັນພິເສດຂອງກຳປູເຈຍ ທີ່ວາງຂາຍຢູ່ຕະຫລາດແຫ່ງນີ້ສ່ວນຫລາຍແມ່ນນຳເອົາຈາກ ຫນອງ Tonle Sap ຢູ່ ກຳປູເຈຍ(ຊື່ງແມ່ນຫນອງໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້). ປາຈາ ມີຄວາມຍາວເກືອບ 0.5 ແມັດ ຖືກແຂວນໄວ້ຕໍ່ຫນ້າຮ້ານຂາຍອາຫານ.  ອາຫານແຫ້ງເອົາມາຈາກຫນອງ Tonle Sap ໄດ້ດຶງດູດແມ່ຄົວມາຊື້ເປັນຈຳນວນຫລວງຫລາຍ ຍ້ອນຊີ້ນແຫ້ງ ແລະ ນຸ່ມ. ພາຍຫລັງປຸງແຕ່ງດ້ວຍປາແຫ່ງນີ້ຈະມີລົດຊາດຫອມທີ່ສຸດ. ຈຸດພິເສດ ເມື່ອກິນປາແຫ້ງຂອງກຳປູເຈຍ ທ່ານຈະຮູ້ສຶກເຄັມພໍດີ ແລະ ທັງສົດ ທັງແຫ້ງພໍດີ. ເອື້ອຍ ຮີ່ງທິຢູງ, ເຈົ້າຂອງຮ້ານຂາຍອາຫານແຫ້ງໃຫ້ຮູ້ວ່າ:

        “ຕະຫລາດແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1970. ໃນໄລຍະນັ້ນ ມີຊາວຫວຽດນາມ ຈຳນວນຫນຶ່ງທີ່ດຳລົງຊີວິດຢູ່ກຳປູເຈຍ ໄດ້ກັບຄືນເມືອເຂດນີ້ເພື່ອທຳການຄ້າຂາຍ ແລ້ວສ້າງເປັນຕະຫລາດ. ແຕ່ລະມື້ມີຫລາຍຄົນມາຕະຫລາດແຫ່ງນີ້ເພື່ອຊື່ອາຫານ, ໃນນັ້ນ ມີຊາວຫວຽດນາມອາໄສຢູ່ຕ່າງປະເທດກໍມາຊື້ປາແຫ້ງຢູ່ ຫນອງ Tonle Sap ເປັນຈຳນວນຫລວງຫລາຍ. ພໍ່ຄ້າຊາວຂາຍຢູ່ທີ່ນີ້ຫລາຍສົມຄວນ ແລະ ສ່ວນຫລາຍແມ່ນຊາວຫວຽດນາມດຳລົງຊີວິດຢູ່ກຳປູເຈຍກັບຄືນເມືອຄ້າຂາຍ. ອາຫານຢູ່ທີ່ນີ້ແຊບຫລາຍ, ອາຫານແຫ້ງທັງຫອມ, ນ້ຳມັນຫນ້ອຍ ແລະ ບໍ່ເໝັນອີກ.”

        ບັນດາຜະລິດຕະພັນທີ່ນຳມາຂາຍຢູ່ຕະຫລາດແຫ່ງນີ້ໄດ້ກາຍເປັນເຍື່ອງອາຫານຊີ້ນເຄີຍຂອງຊາວຫວຽດນາມຫລາຍຄົນກໍຄືຊາວຫວຽດນາມ ເຊື້ອຊາດ ຂະແມ ທີ່ພວມດຳລົງຊີວິດຢູ່ ນະຄອນໂຮ່ຈິມີນ. ແມ່ຕູ້ ຢຽມທີ ຢູ່ເມືອງ 5 ນະຄອນໂຮ່ຈິມີນ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຄີຍມາຊື້ອາຫານຢູ່ຕະຫລາດແຫ່ງນີ້ ແລະ ສົ່ງໃຫ້ຍາດຕິພີ່ນ້ອງຢູ່ຕ່າງປະເທດ. ອາຫານຢູ່ທີ່ນີ້ແຊບຫລາຍ. ປີໃດຂ້າພະເຈົ້າກໍ່ຊື້ກຸ້ງແຫ້ງ, ປາມືກແຫ້ງ, ປາຈາຈາກ ຫນອງ Tonle Sap… ສົ່ງໃຫ້ຍາດຕິພີ່ນ້ອງ. ແລະ ຜູ້ໃດຢາກຊື້ອາຫານກຳປູເຈຍ ຂ້າພະເຈົ້າກໍແນະນຳໃຫ້ເຂົາເຈົ້າມາຊື້ຢູ່ຕະຫລາດນີ້.”

ຄວາມເປັນເອກະລັກສະເພາະຂອງຕະຫລາດ ກຳປູເຈຍ ຢູ່ ນະຄອນໂຮ່ຈິມີນ - ảnh 2
ຮ້ານຂາຍນ້ຳຫວານຂອງ ເອື້ອຍ ຫງວຽນທີກໍ 
ພາບ:internet

        ຕະຫລາດນາມວາງບໍ່ພຽງແຕ່ດຶງດູດລູກຄ້າດ້ວຍບັນດາຮ້ານຂາຍອາຫານແຫ້ງເທົ່ານັ້ນ ຫາກເຂດອາຫານການກິນກໍແມ່ນບ່ອນທີ່ແຂກຫລາຍຄົນເຄີຍມາຮັບປະທານອາຫານອີກດ້ວຍ.  ເຍື່ອງອາຫານທີ່ມີຊື່ສຽງຢູ່ຕະຫລາດແຫ່ງນີ້ ແມ່ນ ເຂົ້າປຸ້ນປາ Num bo choc ຊື່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະແລະມີຊື່ສຽງຂອງປະຊາຊົນ ກຳປູເຈຍ. ເຍື່ອງອາຫານນີ້ປຸງແຕ່ງຈາກປາຄໍ່ຂາວທີ່ນຳເອົາມາຈາກ ຫນອງ Tonle Sap ຢູ່ ກຳປູເຈຍ ກິນກັບເຂົ້າປຸ້ນ, …. ນອກນັ້ນ ຍັງມີນ້ຳຫວານທີ່ແຊບນົວຂອງກຳປູເຈຍ ໂດຍປຸ້ງແຕ່ງດ້ວຍນ້ຳນົມງົວສົດ, ນ້ຳໝາກພ້າວ, ໝາກທູລຽນ…. . ນ້ຳຫວານແຕ່ລະປະເພດມີລົດຊາດສະເພາະ, ແຕ່ເຕັມໄປດ້ວຍສີສັນອາຫານການກິນຂອງ ກຳປູເຈຍ. ຮ້ານຂາຍນ້ຳຫວານຂອງ ເອື້ອຍ
ຫງວຽນທີກໍ ເຖິງວ່າແມ່ນຮ້ານອາຫານນ້ອຍແຕ່ໄດ້ວາງຂາຍນ້ຳຫວານເກືອບ 20 ປະເພດ, ແຕ່ລະປະເພດແມ່ນມີລາຄາແຕ່ 7000 – 20.000/ຈອກ.

        ຕະຫລາດແຫ່ງນີ້ເປີດປະຕູແຕ່ເຊົ້າຮອດກາງຄືນ, ບັນຍາກາດຊື້ຂາຍສິນຄ້າຢູ່ ຕະຫລາດ ກຳປູເຈຍ ມີຄວາມອຶກກະທຶກຄຶກໂຄມທີ່ສຸດ. ຕະຫລາດແຫ່ງນີ້ບໍ່ພຽງແຕ່ຂາຍ ອາຫານປະຈຳວັນໃຫ້ແກ່ຊາວທ້ອງຖິ່ນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ແລະຊື່ສິນຄ້າ ອີກດ້ວຍ. ຖ້າທ່ານມີໂອກາດມາຢ້ຽມຢາມນະຄອນໂຮ່ຈິມີນ ຢ່າລືມແວ່ຢາມຕະຫລາດແຫ່ງນີ້, ພິເສດເມື່ອເຂົ້າຕະຫລາດກຳປູເຈຍທ່ານຍັງສາມາດ ຊອກໄດ້ຊຸດອາພອນທີ່ເປັນເອກະລັກສະເພາະຂອງປະຊາຊົນ ກຳປູເຈຍໃຫ້ແກ່ຕົນເອງອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ