ງານຕະຫລາດນັດການຄ້າ ອິນໂດເນເຊຍ ປີ 2017: ຄວາມມານະພະຍາຍາມນຳວົງເງິນການຄ້າຫວຽດນາມ - ອິນໂດເນເຊຍ ບັນລຸລະດັບ

(VOVWORLD) -ວັນທີ 12 ຕຸລາ ຜ່ານມາ ຢູ່ ນະຄອນ ດາຫນັງ, ໃນຂອບເຂດ APEC, ສະຖານທູດ ອິນໂດເນເຊຍ ປະຈຳຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງ “ງານຕະຫລາດນັດການຄ້າ ອິນໂດເນເຊຍ 2017” ສຳເລັດຜົນ. ນີ້ແມ່ນຄັ້ງທຳອິດງານຕະຫລາດນັດດັ່ງກ່າວຖືກຈັດຕັ້ງຢູ່ ນະຄອນ ດາຫນັງ, ພາກກາງຫວຽດນາມ ໂດຍມີການເຂົ້າຮ່ວມຂອງ 26 ວິສາຫະກິດທີ່ມີອິດທິພົນຊື່ສຽງ ຂອງ ອິນໂດເນເຊຍ. ນີ້ແມ່ນຫນຶ່ງໃນບັນດາຄວາມມານະພະຍາຍາມນຳວົງເງິນການຄ້າສອງປະເທດບັນລຸລະດັບ 10 ຕື້ USD ໃນທ້າຍປີ 2018. 

ງານຕະຫລາດນັດການຄ້າ ອິນໂດເນເຊຍ ປີ 2017: ຄວາມມານະພະຍາຍາມນຳວົງເງິນການຄ້າຫວຽດນາມ - ອິນໂດເນເຊຍ ບັນລຸລະດັບ - ảnh 1 ແຂກຖືກເຊີນຕັດແຖບຜ້າໄຂງານຕະຫລາດນັດ

ພາບ: dantri

“ປະຊາຊົນ ນະຄອນ ດານັ້ງ ສົນໃຈເຖິງຜະລິດຕະພັນຂອງ ອິນໂດເນເຊຍຫນ້ອຍທີ່ສຸດ, ພວກຂ້າພະເຈົ້າຮູ້ຈັກຜະລິດຕະພັນຂອງ ມາເລເຊຍຫລາຍກວ່າ. ເມື່ອມີໂອກາດໄດ້ເຂົ້າຮ່ວມງານຕະຫລາດນັດການຄ້າຄັ້ງນີ້ ຂ້າພະເຈົ້າຈຶ່ງຮູ້ໄດ້ບາງຜະລິດຕະພັນຊື່ງຄອບຄົວຂ້າພະເຈົ້າກໍ່ເຄີຍຊື້ຄື: ກາເຟ kopiko, ເຂົ້າຫນົມ Mint, Danisa …. ແມ່ນຜະລິດຕະພັນຂອງ ອິນໂດເນເຊຍ.”

        ກໍ່ເຊັ່ນດຽວກັນກັບເອື້ອຍ ທູເລ, ແຂກທີ່ເຂົ້າຮ່ວມງານຕະຫລາດນັດການຄ້ານີ້ ສ່ວນຫລາຍບໍ່ຮູ້ໄດ້ວ່າບັນດາຜະລິດຕະພັນທີ່ຕົນເອງເຄີຍໃຊ້ແມ່ນຂອງ ອິນໂດເນເຊຍ. ໄລຍະມໍ່ໆມານີ້ ມີຜະລິດຕະພັນຫລາຍປະເພດຂອງອິນໂດເນເຊຍ ໄດ້ນຳມາຂາຍຢູ່ຕະຫລາດຫວຽດນາມ. ສະນັ້ນ ງານຕະຫລາດນັດຄັ້ງນີ້ຈະຊ່ວຍໃຫ້ຜູ້ບໍລິໂພກຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບຕົ້ນກຳເນີດຂອງຜະລິດຕະພັນທີ່ມີຄຸນນະພາບຂອງອິນໂດເນເຊຍ, ຈຳແນກໄດ້ສິນຄ້າປອມ, ສິນຄ້າລອກແບບ. ເມື່ອກ່າວເປີດງານຕະຫລາດນັດ, ທ່ານ ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ Ibnu Hadi ໃຫ້ຮູ້ວ່າ:

“ຫວຽດນາມ ພວມກາຍເປັນພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ມີລະດັບການເຕີບໂຕເສດຖະກິດສູງ, ຕະຫລາດພວມເປີດກວ້າງ ດ້ວຍຄວາມຕ້ອງການນັບມື້ນັບເພີ່ມຂຶ້ນກ່ຽວກັບສິນຄ້າ ແລະ ບໍລິການ. ຜ່ານງານຕະຫລາດນັດ, ພວກຂ້າພະເຈົ້າປາດຖະຫນາແນະນຳທ່າແຮງຂອງຕົນຢູ່ຂົງເຂດອະສັງຫາລິມະຊັບ, ລົດຈັກ, ໂອໂຕ.. ກໍ່ຄືການຊອກຫາກາລະໂອກາດຮ່ວມມືລົງທຶນ, ພັດທະນາໃຫ້ແກ່ວິສາຫະກິດ ອິນໂດເນເຊຍ ຢູ່ ຫວຽດນາມ.”

ງານຕະຫລາດນັດການຄ້າ ອິນໂດເນເຊຍ ປີ 2017: ຄວາມມານະພະຍາຍາມນຳວົງເງິນການຄ້າຫວຽດນາມ - ອິນໂດເນເຊຍ ບັນລຸລະດັບ - ảnh 2  ທ່ານ Ibnu Had ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມກ່າວຄຳເຫັນທີ່ງານຕະຫລາດນັດ

ພາບ:dantri

ໃນຈຳນວນ 26 ວິສາຫະກິດ ອິນໂດເນເຊຍ ເຂົ້າຮ່ວມງານຕະຫລາດນັດ, ມີວິສາຫະກິດຫລາຍແຫ່ງ ໄດ້ ແລະ ພວມຜະລິດດຳເນີນທຸລະກິດປະສົບຜົນສຳເລັດຢູ່ຫວຽດນາມ. ທ່ານ Abraham ຜູ້ອຳນວຍການບໍລິສັດ ບາລີ ຈຳກັດ ຊື່ງແມ່ນຜູ້ເຂົ້າຮ່ວມງານຕະຫລາດນັດການຄ້າຫລາຍຄັ້ງຢູ່ຫວຽດນາມ ແຕ່ເປັນຄັ້ງທຳອິດມານະຄອນ ດາຫນັງ ໃຫ້ຮູ້ວ່າ:

“ເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ພວກຂ້າພະເຈົ້າໄດ້ນຳໝາກ  Salak  30 ກິໂລກະລາມ ມາຂາຍ, ໝາກໄມ້ປະເພດນີ້ ຢູ່ ຫວຽດນາມ ບໍ່ມີ ແລະ ໃນຕອນເຊົ້າຂອງມື້ເປີດງານຕະຫລາດນັດ  ໝາກໄມ້ດັ່ງກ່າວໄດ້ຂາຍໝົດ ແລະ ພວກຂ້າພະເຈົ້າຕ້ອງສົ່ງມາຕື່ມອີກ. ອາດຈະເວົ້າໄດ້ວ່າ ນີ້ແມ່ນຕະຫລາດມີຄວາມສາມາດບົ່ມຊ້ອນ. ພວກຂ້າພະເຈົ້າປາດຖະຫນາວ່າ ພາຍຫລັງງານຕະຫລາດນັດນີ້ ອາດຈະຊອກໄດ້ກາລະໂອກາດດຳເນີນທຸລະກິດ, ຮ່ວມມືຢູ່ທີ່ນີ້.”

ດ້ວຍຂອບຂະຫນາ ຮ້ານວາງສະແດງ 32 ຮ້ານ, ປະຊາຊົນ ດາຫນັງ ແລະ ບັນດານະຄອນ ໃກ້ຄຽງ ມີໂອກາດໄດ້ຊື້ສິນຄ້າຫລາຍປະເພດຂອງອິນໂດເນເຊຍ, ພິເສດ ແມ່ນຜ້າ batik ຊື່ງແມ່ນແຜ່ນແພພື້ນເມືອງທີ່ເປັນເອກະລັກສະເພາະຂອງ ອິນໂດເນເຊຍ ພ້ອມກັບຜະລິດຕະພັນສິລະປະຫັດຖະກຳປະເພດອື່ນ ແລະ ບັນດາລາຍການທ່ອງທ່ຽວດູດດື່ມ. ຄຽງຄູ່ກັນນັ້ນ ແຂກເຂົ້າຮ່ວມງານຕະຫລາດນັດ ຈະມີໂອກາດໄດ້ຊົມສິລະປະພື້ນເມືອງ ກໍຄື ອາຫານການກິນທີ່ອຸດົມສົມບູນຂອງ ອິນໂດເນເຊຍ. ທ່ານ Enggartiasto Lukita, ລັດຖະມົນຕີ ກະຊວງການຄ້າ ອິນໂດເນເຊຍ ແບ່ງປັນວ່າ:

        “ປະຈຸບັນ ອິນໂດເນເຊຍ ຖືກຈັດອັນດັບ 5 ໃນບັນດາປະເທດ ອາຊຽນ ລົງທຶນ ຢູ່ຫວຽດນາມ. ສະເພາະ 9 ເດືອນ ຕົ້ນປີ 2017, ການຄ້າສອງຝ່າຍສອງປະເທດບັນລຸໄດ້ 7,73 ຕື້ USD (ເພີ່ມຂຶ້ນ 22,9 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແມ່ນ 3,87 ຕື້ USD). ຂ້າພະເຈົ້າປາດຖະຫນາວ່າ ໃນໄລຍະຈະມາເຖິງ, ສອງປະເທດອາດຈະເພີ່ມການພົວພັນແລກປ່ຽນການຄ້າ ແລະ ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດ.”

ງານຕະຫລາດນັດການຄ້າ ອິນໂດເນເຊຍ ປີ 2017 ຈັດຂຶ້ນຢູ່ ນະຄອນ ດາຫນັງ ຢູ່ ນອກ “ສັບປະດາຂັ້ນສູງ APEC 2017” ບໍ່ພຽງແຕ່ປະກອບສ່ວນໂຄສະນາພາບພົດປະເທດ ຫວຽດນາມ ມີຄວາມຂະຫຍັນຂັນເຄື່ອນ, ເປີດປະຕູກັບເພື່ອນມິດສາກົນເທົ່ານັ້ນ ຫາກຍັງພິສູດໃຫ້ເຫັນການພົວພັນແລກປ່ຽນດ້ານການຄ້າຢ່າງຟົດຟື້ນໃນກຸ່ມ ອາຊຽນ  ເວົ້າລວມ ແລະ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ