ງານບຸນອາຫານການກິນ ອາຊຽນຄັ້ງທີ 2 ຢູ່ກຳປູເຈຍ

ງານບຸນອາຫານການກິນ ອາຊຽນຄັ້ງທີ 2 ຢູ່ກຳປູເຈຍ - ảnh 1
ງານ​ບຸນ​ອາ​ຫານ​ການ​ກິນ ອາ​ຊຽນຄັ້ງ​ທີ 2

(vovworl)-  ຕອນ​ຄ່ຳ​ວັນ​ທີ 1 ເມ​ສາ, ຢູ່​ພະ​ນົມ​ເປັນ ປະ​ເທດ ກຳ​ປູ​ເຈຍ, ໄດ້​ໄຂ​ງານ​ບຸນ​ອາ​ຫານ​ການ​ກິນ ອາ​ຊຽນຄັ້ງ​ທີ 2 . ນີ້​ແມ່ນ​ເຫດ​ການ​ປະ​ຈຳ​ປີ​ທີ່​ມີ​ລັກ​ສະ​ນະ​ເພື່ອ​ການ​ກຸ​ສົນ​ໂດຍ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ “ ເພື່ອ​ຮ້ອຍຍິ້ມ​ຂອງ​ເດັກ” ຂອງ​ຝະ​ລັ່ງ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ, ກະ​ຊວງ​ທ່ອງ​ທ່ຽວ ແລະ ກະ​ຊວງ​ຊາວ​ໜຸ່ມ ແລະ ກິ​ລາ​ກຳ​ປູ​ເຈຍ​ຈັດ​ຂຶ້ນ.

     ໃນ 2 ວັນ​ດຳ​ເນີນ​ງານ​ບຸນ, ຊາວ​ກຳ​ປູ​ເຈຍ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ອາ​ຫານ 200 ເຍື່ອງ​ທີ່ເປັນ​ເອ​ກະ​ລັກ​ຂອງ​ແຕ່​ລະ​ປະ​ເທດ​ອາ​ຊຽນ. ອ້າຍ ເລ​ເຟືອກ​ຖ້ຽນ ພໍ່​ຄົວ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

       “ ຂ້າ​ພະ​ເຈົ້າ​ຮັບ​ຜິດ​ຊອບ​ຮ້ານ​ເຝີ​ ແລະ ໝູ​ຢໍຂອງ​ຫວຽດ​ນາມທີ່​ງານ​ບຸນ. ນີ້​ແມ່ນ​ເຝີ​ຮ່າ​ໂນ້ຍ​ເປັນ​ອາ​ຫານ​ພິ​ເສດ​ຂອງ​ພາກ​ເໜືອ. ຂ້າ​ພະ​ເຈົ້າ​ຮ​ມີ​ຄວາມ​ເປັນ​ກຽດ​ທີ່​ໄດ້​ມີ​ໂອ​ກາດ​ແນະ​ນຳ​ເຝີ​ຂອງ​ຫວຽດ​ນາມ​ໃຫ້​ເພື່ອ​ນມິດ​ສາ​ກົນ ”

ຕອບກັບ

ຂ່າວ/ບົດ​ອື່ນ