ງານບຸນອາຫານການກິນສາກົນ 2018 - ງານບຸນຂອງແຫ່ງຄວາມຮັກແພງມະນຸດດ້ວຍກັນ

(VOVWORLD) - ໃນງານບຸນອາຫານການກິນຄັ້ງນີ້, ຮ້ານຂາຍອາຫານຂອງສະຖານທູດ ລາວ ໄດ້ເອົາບັນດາເຍື່ອງອາຫານພື້ນເມືອງມາແນະນຳຄື: ລາບ, ເຂົ້າໜຽວ, ຕຳໝາກຮຸ່ງ…

ງານບຸນອາຫານການກິນສາກົນຄັ້ງທີ 6 ປີ 2018 ຫາກໍ່ດຳເນີນໃນຕົ້ນເດືອນ ທັນວາ ນີ້ຢູ່ ຮ່າໂນ້ຍ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດາປະເທດແລກໄດ້ພົບປະປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ແນະນຳຮູບພາບການທ່ອງທ່ຽວ ຫວຽດນາມ ເຖິງເພື່ອນມິດຕ່າງປະເທດ ໂດຍຜ່ານຂົວເຊື່ອມຕໍ່ແມ່ນບັນດາສະຖານທູດ, ບັນດາສູນວັດທະນະທຳຕ່າງປະເທດເທົ່ານັ້ນ, ຫາກຍັງມີຄວາມໝາຍມະນຸດສະທຳອີກດ້ວຍ ດ້ວຍການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີີ່ໄດ້ປະກອບສ່ວນເຂົ້າໃນກອງທຶນເພື່ອການກຸສົນ ໂດຍກົມຮັບໃຊ້ຄະນະການທູດ, ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງປະຈຳປີ, ແນໃສ່ຊ່ວຍເຫຼືອຄົນພິການ, ເດັກກຳພ້າ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ…ໃນທົ່ວປະເທດ ຫວຽດນາມ.

ງານບຸນອາຫານການກິນສາກົນ 2018 - ງານບຸນຂອງແຫ່ງຄວາມຮັກແພງມະນຸດດ້ວຍກັນ - ảnh 1 ງານບຸນອາຫານການກິນສາກົນຄັ້ງທີ 6 ປີ 2018

ເຖິງວ່າອາກາດຢູ່ນະຄອນຫລວງ ຮ່າໂນ້ຍ ໃນວັນທ້າຍອາທິດມີອຸນຫະພູມປະມານ 15 ອົງສາ C ແລະ ມີຝົນຕົກຄ່ອຍໆກໍ່ຕາມ, ຫາກໍ່ 9 ໂມງເຊົ້າແຕ່ມີຜູ້ເຂົ້າຮ່ວມງານບຸນອາຫານການກິນເປັນຈຳນວນຫລວງຫລາຍ ຊຶ່ງງານບຸນໄດ້ຈັດຕັ້ງຢູ່ບໍລິເວນຂອງເຂດຄະນະການທູດ ວ້ານຟຸກ, ເມືອງ ບາດິ່ງ. ບັນດາຮ້ານຂາຍເຄື່ອງກິນ, ເຄື່ອງທີ່ລະນຶກຂອງສະຖານທູດກ່ວາ 30 ປະເທດ, ໃນນັ້ນ ມີບັນດາປະເທດ ອາຊຽນ ຄື: ລາວ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ…ແລະ ບັນດາອົງການຈັດຕັ້ງ, ວິສາຫະກິດພາຍໃນປະເທດໄດ້ເລີ່ມຕົ້ນເປີດປະຕູຂາຍເຄື່ອງ.

ຮ້ານຂາຍເຄື່ອງກ່ວາ 120 ຮ້ານ ຖືກຕັ້ງລຽບຕາມ 2 ຟາກຂອງເສັ້ນທາງໃຫຍ່ໃນເຂດຄະນະການທູດ ແຕ່ລະຮ້ານມີເນື້ອທີ່ກ້ວາງປະມານ 2 ຕາແມັດ. ຮ້ານຂາຍອາຫານຂອງສະຖານທູດ ໄທ ໄດ້ວາງສະແດງເຍື່ອງອາຫານປະເພດກະຣີ, ເຂົ້າ; ຮ້ານຂາຍອາຫານຂອງສະຖານທູດ ລັດເຊຍ ມີເຍື່ອງອາຫານປະເພດ Sup, ຊີ້ນປີ້ງ…ໃນງານບຸນອາຫານການກິນຄັ້ງນີ້, ຮ້ານຂາຍອາຫານຂອງສະຖານທູດ ລາວ ໄດ້ເອົາບັນດາເຍື່ອງອາຫານພື້ນເມືອງມາແນະນຳຄື: ລາບ, ເຂົ້າໜຽວ, ຕຳໝາກຮຸ່ງ…ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ເມື່ອເຂົ້າໃຈແຈ້ງກ່ວາ ກ່ຽວກັບຄວາມໝາຍຂອງງານບຸນອາຫານການກິນ, ເອື້ອຍ ເຟືອງ, ແຂກທີ່ມາຮ່ວມງານບຸນດັ່ງກ່າວໃຫ້ຮູ້ວ່າ:

ເຂົ້າຮ່ວມງານບຸນອາຫານການກິນນີ້ ຂ້າພະເຈົ້າເຫັນວ່າ ງານບຸນມີຄວາມໝາຍທີ່ສຸດ, ຂ້າພະເຈົ້າ ບໍ່ພຽງແຕ່ໄດ້ຊິມລົດຊາດບັນດາເຍື່ອງອາຫານພິເສດຂອງຫລາຍປະເທດໃນໂລກເທົ່ານັ້ນ, ນອກນັ້ນ, ເມື່ອຊື້ອາຫານຢູ່ທີ່ນີ້ ຈຳນວນເງິນທີ່ໄດ້ຈາກການຂາຍນັ້ນ ຍັງໄດ້ປະກອບເຂົ້າໃນກອງທຶນເພື່ອການກຸສົນ ເພື່ອຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກນຳອີກ. ຂ້າພະເຈົ້າຫວັງວ່າ ຈະມີຫລາຍງານບຸນທີ່ມີຄວາມໝາຍຄືແນວນີ້ ເພື່ອໃຫ້ຂ້າພະເຈົ້າ ສາມາດປະກອບສ່ວນສ່ວນໃດສ່ວນໜຶ່ງເພື່ອຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.

ງານບຸນອາຫານການກິນສາກົນ 2018 - ງານບຸນຂອງແຫ່ງຄວາມຮັກແພງມະນຸດດ້ວຍກັນ - ảnh 2

ໃນການຈັດຕັ້ງງານບຸນອາຫານການກິນສາກົນ 5 ຄັ້ງ ນັບແຕ່ປີ 2014 ຮອດປີ 2017, ຄະນະຈັດຕັ້ງງານບຸນໄດ້ຮັບເງິນບໍລິຈາກສະໜັບສະໜູນເພີ່ມຂຶ້ນໃນແຕ່ລະປີ, ດ້ວຍຍອດຈຳນວນເງິນໄດ້ຮັບແມ່ນກ່ວາ 1,8 ຕື້ດົ່ງ. ແລະ ປີ 2018 ນີ້, ເມື່ອສິ້ນສຸດງານບຸນໃນຕອນບ່າຍວັນທີ 09 ທັນວາ,  ຄະນະຈັດຕັ້ງໄດ້ຮັບເງິນບໍລິຈາກເກືອບ 600 ລ້ານດົ່ງ. ທ່ານນາງ ວັນທານີ ວິພຸດວົງສະກຸນ, ອຸປະທູດ ໄທ ປະຈຳ ຫວຽດນາມ, ຜູ້ທີ່ເຄີຍເຂົ້າຮ່ວມການເຄື່ອນໄຫວກຸສົນຢູ່ບາງແຂວງຂອງ ຫວຽດນາມ ແບ່ງປັນວ່າ:

ງານບຸນອາຫານການກິນສາກົນ 2018 - ງານບຸນຂອງແຫ່ງຄວາມຮັກແພງມະນຸດດ້ວຍກັນ - ảnh 3 ທ່ານນາງ ວັນທານີ ວິພຸດວົງສະກຸນ, ອຸປະທູດ ໄທ ປະຈຳ ຫວຽດນາມ

ທີ່ງານບຸນອາຫານການກິນປີນີ້, ຮ້ານຂາຍອາຫານຂອງເຂດພາກໃຕ້ ຫວຽດນາມ ແມ່ນໜຶ່ງໃນບັນດາຫົວໜ່ວຍທີ່ໄດ້ບໍລິຈາກຫລາຍທີ່ສຸດໃຫ້ແກ່ກອງທຶນເພື່ອການກຸສົນ. ທ່ານນາງ ຫງວຽນທິແຈງ, ອະດີດຮອງຜູ້ອຳນວຍການໃຫຍ່ບໍລິສັດ Saigon Co.op ໄດ້ແບ່ງປັນຄວາມພາກພູມໃຈ ເມື່ອໄດ້ປະກອບສ່ວນຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວທຸກເຂດພາກຂອງປະເທດ.

ໃນງານບຸນອາຫານການກິນຄັ້ງນີ້, ກຸ່ມຂອງພວກຂ້າພະເຈົ້າ ໄດ້ສະໜັບສະໜູນໃຫ້ກອງທຶນເພື່ອການກຸສົນດ້ວຍຈຳນວນເງິນ 150 ລ້ານດົ່ງ, ນີ້ແມ່ນຈຳນວນເງິນຂອງອ້າຍເອື້ອຍນ້ອງໃນກຸ່ມໄປບໍລິຈາກ. ພວກຂ້າພະເຈົ້າຮູ້ສຶກວ່າມີຄວາມສຸກໃຈເມື່ອເຮັດໄດ້ສິ່ງດັ່ງກ່າວ.

ງານບຸນອາຫານການກິນສາກົນ 2018 - ງານບຸນຂອງແຫ່ງຄວາມຮັກແພງມະນຸດດ້ວຍກັນ - ảnh 4 ທ່ານນາງ ຫງວຽນທິແຈງ

ໃນຊຸມປີຜ່ານມາ, ຄະນະຈັດຕັ້ງງານບຸນອາຫານການກິນສາກົນ ໄດ້ສະໜັບສະໜູນໂຄງການກໍ່ສ້າງໂຮງຮຽນອະນຸບານ ບີ່ງທ້ວນ, ແຂວງ ອຽນບ໋າຍ; ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນປະຖົມ ມາແລ໋, ເມືອງ ດົ່ງວັນ, ແຂວງ ຮ່າຢາງ; ສະໜັບສະໜູນການກໍ່ສ້າງຂົວຢູ່ແຂວງ ລອງອານ…ປັດຈຸບັນ, ໃນປີ 2018 – 2019, ຄະນະຈັດຕັ້ງຍັງເລືອກເຟັ້ນສະຖານທີ່ເພື່ອສືບຕໍ່ປະຕິບັດວຽກງານເພື່ອການກຸສົນຕໍ່ໄປ.

ຄາດວ່າ: ໃນເດືອນ ທັນວາ ປີ 2019, ງານບຸນອາຫານການກິນສາກົນຄັ້ງທີ 7 ຈະສືບຕໍ່ໄດ້ຮັບການຈັດຕັ້ງອີກ ເພື່ອຮັບເອົາບັນດາການປະກອບສ່ວນຈາກຜູ້ໃຈບຸນໃຈກຸສົນຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ