ງານປະກວດສຽງເພງ ອາຊຽນ+3: ກາລະໂອກາດໃຫ້ບັນດານັກຮ້ອງຫນຸ່ມຂອງລາວ ຢັ້ງຢືນຕົນເອງ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967-2017) ແລະ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (1945-2017), ວິທະຍຸກະຈາຍສຽງຫວຽດນາມ (VOV) ຈັດຕັ້ງງານປະກວດ ສຽງເພງ ອາຊຽນ+3 ໃນສອງວັນ 19-20 ສິງຫາຈະມາເຖິງ. ຄະນະຈັດຕັ້ງໃຫ້ຮູ້ວ່າ: ມີນັກຮ້ອງເຂົ້າງານປະກວດທັງໝົດ 25 ຄົນ ໃນເກນອາຍຸ 18-35 ປີ ມາຈາກບັນດາປະເທດ ອາຊຽນ ເຂົ້າຮ່ວມຮອບຮອງຊີງຊະນະເລີດ ແລະ ຮອບຊະນະເລີດ ດຳເນີນ ຢູ່ ແຂວງ ແທງຮວາ. ຄະນະລາວ ມີນັກຮ້ອງ  ຫນຸ່ມ 2 ຄົນເຂົ້າຮ່ວມງານປະກວດສຽງເພງຄັ້ງນີ້. ເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV  ປະຈຳ ສປປ ລາວ ເຂົ້າຮ່ວມການຝືກແອບຂອງນັກຮ້ອງລາວ ກ່ອນທີ່ດຳເນີນງານປະກວດດັ່ງກ່າວ.
ງານປະກວດສຽງເພງ ອາຊຽນ+3: ກາລະໂອກາດໃຫ້ບັນດານັກຮ້ອງຫນຸ່ມຂອງລາວ ຢັ້ງຢືນຕົນເອງ - ảnh 1 ນັກຮ້ອງ ລາວ ສອງຄົນ ເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3

ຄຳປະສົງ ທິຣະສັກ (ຫລືໂອລາ) ແລະ ພອນສະຫວັນ ອິນທະວົງ (ຫລືນ້ຳຝົນ), ຊື່ງແມ່ນນັກຮ້ອງຫນຸ່ມສອງຄົນທີ່ມີຊື່ສຽງຢູ່ລາວ ໄດ້ຮັບການຄັດເລືອກຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສົ່ງມາເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 ທີ່ດຳເນີນຢູ່ ເຊີມເຊີນ ຊື່ງແມ່ນເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບທີ່ມີຊື່ສຽງຢູ່ ແຂວງ ແທງຮວາ ຂອງຫວຽດນາມ. ນີ້ແມ່ນຄວາມເປັນກຽດ ໃຫ້ແກ່ນັກສິລະປິນຫນຸ່ມຂອງລາວ ເມື່ອໄດ້ທົດລອງກຳລັງຄວາມສາມາດຂອງຕົນຢູ່ເວທີສະແດງໃນລະພາບພາກພື້ນ ແລະ ແມ່ນໂອກາດເພື່ອໃຫ້ພວກເພື່ອນສາມາດຢັ້ງຢືນຄວາມເກັ່ງກ້າຂອງຕົນ. ເອື້ອຍ ຕຸ້ມຄຳ ບໍລິຫານ, ພາລະກອນບໍລິສັດ Indee Record, ຊຶ່ງແມ່ນບໍລິສັດຜະລິດບັນດາລາຍການບັນເທິງແຖວຫນ້າຢູ່ ລາວ ພ້ອມທັງກໍ່ແມ່ນຜູ້ຄຸ້ມຄອງນັກຮ້ອງຫນຸ່ມສອງຄົນດັ່ງກ່າວໄດ້ແບ່ງປັນວ່າ:

        ສຽງຕຸ້ມຄຳ

        ນັກຮ້ອງ ໂອລາ ອາຍຸ 29 ປີ ຊື່ງແມ່ນສະມາຊິກ ວົງດົນຕີຊາຍແຖວຫນ້າຢູ່ລາວ ດ້ວຍຫລາຍບົດເພງຖືກຈັດອັນດັບຫນຶ່ງໃນບັນດາລາຍການສະແດງດົນຕີທາງໂທລະພາບແຫ່ງຊາດລາວ ແລະ ທາງວິທະຍຸກະຈາຍສຽງ. ປີ 2010, ນັກຮ້ອງ ໂອລາ ໄດ້ເປີດຕົວແຜ່ນ ຊີດີທຳອິດ ດ້ວຍຊື່ວ່າ: “ຄົນຮັກຂອງຂ້ອຍ” ແລະ ກ່ອນນີ້ ຫນຶ່ງເດືອນ, ແຜ່ນ ຊີດີ “ນ້ອງຈົ່ງກັບຄືນ” ຂອງນັກຮ້ອງຄົນນີ້ໄດ້ຮັບການຈຳຫນ່າຍຢ່າງກວ້າງຂວາງ. ນີ້ແມ່ນຫນຶ່ງໃນ 8 ແຜ່ນຊີດີ ຂອງນັກຮ້ອງ ໂອລາ ໂດຍໄດ້ຮັບຄວາມນິຍົມຈາກໄວຫນຸ່ມລາວເປັນຈຳນວນຫລວງຫລາຍ. ນັກຮ້ອງ ໂອລາ ແບ່ງປັນວ່າ: ບົດເພງ “ເສຍສະຫລະ” ໂດຍຕົນເອງປະດິດແຕ່ງ ໄດ້ບັນທຶກໃນແຜ່ນຊີດີ ປີ 2015 ແລະ ໄດ້ນຳສະແດງໃນງານປະກວດຄັ້ງນີ້ ແລະ ຕົນເອງຫວັງວ່າ ຈະໄດ້ຮັບການຊົມເຊີຍຈາກຜູ້ຊົມ.

        ສຽງໂອລາ

        ນັກຮ້ອງ ນ້ຳຝົນ ປີນີ້ ອາຍຸ 22 ປີ ແມ່ນນັກຮ້ອງຍິງມີສະເຫນ່ ແລະ ມີຊື່ສຽງຢູ່ລາວ ດ້ວຍທຳນອງເພງ Pop ແລະ ໄດ້ຮັບຄວາມນິຍົມຈາກໄວຫນຸ່ມລາວຜ່ານບົດເພງ: ຟັງລົມຫາຍໃຈ, ມືສັງຫານ, ປ່ຽນແປງ, ເສັ້ນທາງເຖິງຫົວໃຈ. ນ້ຳຝົນ ກໍ່ໄດ້ຜະລິດແຜ່ນ ຊີດີ ແລະ ມີການສົມທົບກັບວົງດົນຕີຊາຍທີ່ມີຊື່ສຽງ ແລະ ພິເສດແມ່ນ ການລະຫວ່າງ ນັກຮ້ອງນ້ຳຝົນກັບ ນັກຮ້ອງ ຕ່າຍ ຊື່ງແມ່ນນັກຮ້ອງທີ່ສະແດງໃນທຳນອງເພງ Pop ອັນດັບຫນຶ່ງຢູ່ ລາວ ປະຈຸບັນ ໄດ້ຮັບຄວາມນິຍົມຈາກໄວຫນຸ່ມລາວເປັນຈຳນວນຫລວງຫລາຍ.

ສຽງ ນ້ຳຝົນ

        ເມື່ອເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3  ບັນດານັກຮ້ອງ ລາວ ຈະນຸ່ງຊຸດອາພອນປະຈຳຊາດຂອງລາວ ແລະ ບັນດາຊຸດອາພອນປະຈຸບັນ ພວມໄດ້ຮັບຄວາມນິຍົມຂອງລຸ້ນຫນຸ່ມລາວ. ເຂົາເຈົ້າຕັດສິນໃຈຈະເຮັດຈົນສຸດຄວາມສາມາດຂອງຕົນ, ປາດຖະຫນາຢາກສະແດງໃຫ້ເຫັນຄວາມສາມາດຂອງລຸ້ນນັກສິລະປິນຫນຸ່ມລາວ ທີ່ເຕັມໄປດ້ວຍຄວາມສຸດຈິດສຸດໃຈ ແລະ ມີຄວາມເຊື່ອໝັ້ນຕົນເອງວ່າຈະທັດທຽມກັບບັນດາປະເທດເພື່ອນມິດ. ຫວັງວ່າ ພວກເພື່ອນຈະປະສົບຜົນສຳເລັດໃນງານປະກວດສຽງເພງ ອາຊຽນ +3 ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ