ງານປະຕິມາກຳຊາຍທີ່ຫາດດອນຈັນ ຄັ້ງທີ 2 ຢູ່ ລາວ


(vovworld)- ງານ​ປະຕິມາ​ກຳ​ຊາຍ​ທີ່​ຫາດດອນ​ຈັນ ເມືອງ​ຈັນທະ​ບູ​ລີ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຈາ​ກ ນັກ​ສິ​ລະ​ປະ​ການ 30 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ອາ​ຊຽນ. ທີ່​ງານ​ປະ​ຕິ​ມາ​ກຳ​ຊາຍ​ຄັ້ງ​ນີ້ ລ​ວມ​ມີ​ຮູບ​ສັນ​ຍາ​ລັກ​ຂອງ 10 ປະ​ເທດ​​ສະ​ມາ​ຊິກອາ​ຊຽນຄື:ຮູບ​ໂຕ​ຊ​້າງ, ຮູບ​ພະ​ທາດ​ຫລວງ ຂອງ​ລາວ,  ​ສັນ​ຍາ​ລັກ Merlion ດ້ວຍຫົວ​ສິ​ງ​ໂຕ​​ຄີງ​ປາ​ຂອງ​ສິງ​ກະ​ໂປ, ຮູບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ​ຂອງ​ຫວຽດ​ນາມ.  ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້ ​ການ​ທ່ອງ​ທ່ຽວຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຫລວງ ວຽ​ງ​ຈັນ.

ງານປະຕິມາກຳຊາຍທີ່ຫາດດອນຈັນ ຄັ້ງທີ 2 ຢູ່ ລາວ - ảnh 1
ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ

ນີ້​ແມ່ນ ຄັ້ງ​ທີ 2 ​ທີ່ງານ​ປະຕິມາ​ກຳ​ຊາຍ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ຫາດດອນ​ຈັນ ຢູ່​ເມືອງ ຈັນ​ທະ​ບູ​ລີ ຕອ​ນ​ໄຫລ​ຜ່ານ​ໃຈ​ກາງ​ນະ​ຄອນ​ຫລວງ ວຽງ​ຈັນ. ເລື່ອງ​ຈັດ​ຕັ້ງ​ງານ​ປະຕິມາ​ກຳ​ຊາຍ​ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ລັກ​ຂອງ​ປະ​ເທດ​ອາ​ຊຽນ ຈຳ​ນວນ​ຫນຶ່ງ ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ລາວ ຫວ່າງ​ແລ້ວນີ້ ມີ​ຄວາມ​ໝາຍ​ທີ່​ສຸດ, ພິ​ເສດ ​ໃນຂະ​ນະ​ທີ່​ລາວ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ​ໃນ​ອາ​ຊຽນ ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ອາຊຽນ. ສຳ​ລັບ ອ້າຍ ຈີ​ມີ, ຊາວ​ນະ​ຄອນ​ຫລວງ ວຽງ​ຈັນ ແລ້ວ, ສິ່ງ​ພິ​ເສດນັ້ນ​ແມ່ນ​ໄດ້​ຊົມ​ຮູບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ຜ່ານ​ສີ​ມື​ອັນ​ຄ່ອງແຄ້ວ​ຂອງ​ນັກ​ສິ​ລະ​ປະ​ການ​ລາວ. ອ້າຍ ຈີ​ມີ ໃຫ້​ຮູ້​ວ່າ: ສຸ​ສານ ລຸງ​ໂຮ່ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ​ລະ​ອໍ, ຈາກ​ເສົາ​ຕະ​ຫລອດ​ຮອດ​ຫລັງ​ຄານັບ​ທັງ​ແຖວ​ຕົວ​ຫນັ​ງ​ສື ປະ​ທານ​ໂຮ່​ຈິ​ມີນ ກໍ​ໄດ້​ຕົບ ແລະ ຄວັດ​ແກະ​ສະ​ຫລັກ​ຢ່າງ​… ເມື່ອ​ຊົມ​ຮູບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ​ດ້ວຍ​ຊາຍ​ແລ້ວ ທຸກ​ຄົນ​​ຮູ້​ສ້ກ​ຄື​ໄດ້ເຫັນ ບໍ່​ແມ່ນ​ດ້ວຍ​ຈິດ​ສຳ​ນຶກ. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ອ້າຍ​ຮູ້​ສຶກ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ກັບ​ປະ​ເທດ​ຫວຽດ​ນາມກວ່າ.

ສຽງອ້າຍ​ຈີ​ມີ

       

ເມື່ອ​ທຽບ​ໃສ່​ກັບ​ ງານ​ປະຕິມາ​ກຳ​ຊາຍ ຄັ້ງ​ທຳ​ອິດ, ງານ​ປະຕິມາ​ກຳ​ຊາຍ ປີນີ້​ມີ​ ຮູບປັ້ນທີ່​ເປັນ​ສັນ​ຍາ​ລັກ ແລະ ຮູບ​ຈຳ​ລອງ 45 ຮູບ, ມີ​ຄວາມ​ສູງ​ແຕ່ 2- 9 ແມັດ ແມ່ນ​ສັນ​ຍາ​ລັກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ວຽກ​ງານ​ກະ​ກຽມ ແລະ ຕົບ​ບັນ​ດາ​ຮູບປັ້ນ​ຊາຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ເວ​ລາ 3 ເດືອນ ແລະ ເວ​ລາ​ດຳ​ເນີນ​ແມ່ນ​ກົງ​ກັບ​ລະ​ດູ​ຮ້ອນ, ບາງ​ເທື່ອ​​ມີອຸນ​ຫະ​ພູມ​ຂຶ້ນ​ເຖິງ 40 ອົງ​ສາ. ອ້າຍ ວັນ​ນະ​ເລກ ຈັນ​ທະ​ວົງ, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ ໃຫ້​ຮູ້​ວ່າ:

ສຽງ​ອ້າຍ​ວັນ​ນະ​ເລກ



ງານປະຕິມາກຳຊາຍທີ່ຫາດດອນຈັນ ຄັ້ງທີ 2 ຢູ່ ລາວ - ảnh 2
ທາດ​ຫລວງ

        ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​ເມື​ອ່​ໄດ້​ຊົມບັນ​ດາ​ຜະ​ລິດ​ຕະ​ພັນ​ປະ​ຕິ​ມາ​ກຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ຫາດ​ດິນ​ຊາຍ, ເອື້ອຍ ຄິດ​ທະ​ວົງ ຊາວ​ນະ​ຄອນ​ຫລວງ ວຽງ​ຈັນ ຖື​ວ່າ: ​ການຕົບ​ຊາຍ​ເປັນ​ຮູບ​ສັນ​ຍາ​ລັກ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ຢູ່​ຫາດ​ດິ​ນ​ຊາຍ ແມ່ນ​ແນວ​ຄວາມ​ຄິດ​ດີ​ທີ່​ສຸດ. ຜ່ານ​ບັນ​ດາ​ຮູບ​​ປັ້ນຊາຍນີ້, ປະ​ຊາ​ຊົນ​ລາວ ແລະ ນັກ​ທ່ອງ​ທ່ຽວ ມີ​ຄວາມ​ເຂົ້າ​ໃຈຕື່ມ​ອີກ​ກ່ຽວ​ກັບ​ປະ​ຊາ​ຄົມ​ອາ​ຊຽນ.

ສຽງ​ເອື້ອຍ ຄິດ​ທະ​ວົງ


ງານປະຕິມາກຳຊາຍທີ່ຫາດດອນຈັນ ຄັ້ງທີ 2 ຢູ່ ລາວ - ảnh 3
ສັນ​ຍາ​ລັກ​ຂອງ​ສິງ​ກະ​ໂປ

        ງານ​ປະ​ຕິ​ມາ​ກຳ​ຊາຍ​ຄັ້ງ​ທີ 2 ໄດ້​ດຶງ​ດູດ​ຜູ​້​ມາ​ຊົມ​ຫລາຍກວ່າ​ແສນ​ຄົນ , ໃນ​ນັ້ນ ມີ​ປະ​ຊາ​ຊົນ​ລາວ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​. ຜູ​້​ຊົມ​ທັງ​ໝົດ​ລ້ວນ​ແຕ່​ເຄົາ​ລົບ​ນັບ​ຖື​ບັນ​ດາ​ນັກ​ສິ​ລະ​ປະ​ການໄດ້​ເຮັດ​ໃຫ້​ຫາ​ດ​ດິນ​ຊາຍ​ທີ່​ເປົ່າ​ຫວ່າງ​​ມາ​ເປັນ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ