ງານມະໂຫລານດົນຕີ ອາຊຽນ Pride 2015


(VOVworld)- ໂດຍບໍ່​ຫົວ​ຊາ​ຕໍ່​ຝົນ​​ຕົກ​ແຮງ​ຢູ່​ຮ່າ​ໂນ້ຍ, ນັບ​ແຕ່​ເວ​ລາ 13 ໂມງ​ຂອງວັນ​ທີ 20/6 ຜ່ານ​ມາ, ເພື່ອນ​ຫ​ນຸ່ມເປັນ​ຈຳ​ນວນ​ຫລວງ​ຫລາຍ ພິ​ເສດ ແມ່ນ​ຜູ້​ນິ​ຍົມ​ດົນ​ຕີ ໄດ້​ມີ​ຫ​ນ້າ​ຢູ່ ສະ​ໂມ​ສອນ ອາ​ເມ​ລິ​ກາ ເມືອງ ຮາຍ​ບ່າ​ຈຶງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ Pride 2015. ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ Pride 2015 ຖືກ​ຈັດ​ຂຶ້ນ​ໃນ​ບໍ​ລິ​ເວນກວ້າງ​ໃຫ​ຍ່​ເພື່ອ​ໃຫ້​ເພື່ອນ​ຫ​ນຸ່ມ​ຫຼາຍ​ຄົນ​ສາມາດຮັບ​ຊົມ​​ບົດ​ເພງມ່ວນໆ ໂດຍ​ບັນ​ດາ​ນັກ​ຮ້ອງ​ຫ​ນຸ່ມ​ມາ​ຈາກ​ປະ​ເທດ​ຕ່າງໆໃນ​ພາກ​ພື້ນ​ສະ​ແດງ. ນີ້ຍັງ​​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ເຂົາ​ເຈົ້າ​ພົບ​ປະ​ແລກ​ປ່ຽນ, ປະ​ກອບ​​ບັນ​ດາ​ແນວ​ຄວາມ​ຄິດ​ທີ່ດີ​ໃຫ້​ແກ່​ວົງ​ຄະ​ນາ​ຍາດ.

ງານມະໂຫລານດົນຕີ ອາຊຽນ Pride 2015 - ảnh 1
ວົງດົນ​ຕີ​ຍິງ Yellow Fang ມາ​ຈາກ​ປະ​ເທດ​ໄທ​ພວມ​ສະ​ແດງ

ໃນ​ເນື້ອ​ທີ່​ເກືອບ 2.000 m2, ຜູ້​ຊົມ​ນັບ​ຮ້ອຍໆ​ຄົນ​​​ຮ້ອງ​​ໂຮຕົບ​ມື​ຊົມ​ເຊີຍ ແລະ ເຕັ້ນ​ຕາມທຳນອງດົນ​ຕີ​ທີ່ມ່ວນໆ. ບັນດາຜູ້​ຊົມ​ເຂົ້າ​ຮ່ວມງານ​ມະ​ໂຫລານນີ້​ລ້ວນ​ແຕ່​ຢືນ​ຫລື​ນັ່ງ​ເທິງ​ທົ່ງ​ຫ​ຍ້າ​​ເພື່ອຮັບ​ຊົມ​ລາຍ​ການ​ສະ​ແດງ​ທີ່​ດູດ​ດື່ມ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ. ນອກນັ້ນ​ເຂົາ​ເຈົ້າ​ຍັງ​ແບ່ງປັນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ດົນ​ຕີ ຊື່ງ​ກ່ອນນີ້ ເຂົາ​ເຈົ້າ​ບໍ່ທັນຮູ້ຈັກ​​ເຖິງ. ອ້າຍ Peter ຜູ້​ຊົມ​ມາ​ຈາກ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ:

 “ລາຍ​ການ​ສະ​ແດງ​ດົນ​ຕີ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ໃນ​ມື້ນີ້​​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ຂ້າພະ​ເຈົ້າ. ບັນ​ຍາ​ກາດ​ກໍ່ຟົດ​ຟື້ນ​ມ່ວນ​ຊື່ນທີ່​ສຸດ. ນັກ​ຮ້ອງ ແລະ ຜູ້​ຊົມ​ມີ​ຄວາມໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ​ທີ່​ສຸດ. ດົນ​ຕີ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ທຸກ​ຄົນ​ຫ​ຍັບ​ເຂົ້າ​ໃກ້​ກັນ​ກວ່າ.”

​ເທິງ​ເວ​ທີ​ສະ​ແດງ, ວົງດົນ​ຕີ​ຍິງ Yellow Fang, ລວມ​ມີ​ນັກ​ຮ້ອງ​ຍິງ 3 ຄົນ ທັງ​ຮ້ອງ​ເພງດ້ວຍ​ພາ​ສາ​ໄທ ທັງ​​ເສບ​ດົນຕີ​​ຫຼາຍປະ​ເພດ​ຄື: ກິ​ຕາ, ກອງ..ຕາມ​ທຳນອງ​ alternative rock.. ລາຍ​ການ​ສະ​ແດງ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊົມ​ເຊີຍຈາກ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ນາງ Pim Porn Metchnun, ນັກ​ຮ້ອງ​ຂອງວົງດົນ​ຕີ   Yellow Fang,  ໃຫ້​ຮູ້​ວ່າ:

ສຽງ​ນາງ Pim Porn Metchnun

ສຳ​ລັບ​ລາຍ​ການ​ສະ​ແດງ​ຂອງ​ນັກ​ຮ້ອງ O.J Law, ນັກ​ສິ​ລະ​ປິນ​ຫ​ນຸ່ມ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ທີ່​ມາ​ຈາກ ມາ​ເລ​ເຊຍ ກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ທີ່​ສຸດຈາກ​ຜູ້​ຊົມ.. ນັກ​ຮ້ອງ O.J Law ​​ເຄີຍ​ແຕ່ງ, ຂັບ​ຮ້ອງ ​ແລະ ອັດ​ແຜ່ນ​ຊີ​ດີ​​ບັນ​ດາ​ບົດ​​​ເພງໂດຍອ້າຍສະ​ແດງ​. ອ້າຍ​ໄດ້​ມີ  3 album ດົນ​ຕີ indie rock và electronica ແລະ​ເຄີຍ​ຍາດ​ໄດ້​ລາງວັນ    Timeout KL’s Malaysian Album ​ເມື່ອ ປີ 2012. ນັກ​ຮ້ອງ O.J Law ໃຫ້​ຮ​ູ້​ວ່າ:

 ຂ້າ​ພ​ະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ເຂົ້າ​ຮ່ວມ ງານ​ມະ​ໂຫລານ​ດົນ​ຕີ​ ອາ​ຊຽນ Pride 2015.ນີ້​ແມ່ນ​ລາຍ​ການ​ສະ​ແດງ​ຢູ່​ຕ່າງ​ປະ​ເທດເປັນ​ຄັ້ງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຜ່ານ​ດົນ​ຕີ​, ​ທຸກ​ຄົນ​ຈະ​ມີ​ຄວາມສະ​ຫ​ນິດ​ຕິດ​ພັນ​ນຳ​ກັນ​ກວ່າ.”

ງານມະໂຫລານດົນຕີ ອາຊຽນ Pride 2015 - ảnh 2
ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ
ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ

​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ Pride 2015 ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຮ່າ​ໂນ້ຍ ແລະ CAMA ຊື່ງ​ແມ່ນສະ​ໂມ​ສອນ​ນິ​ຍົມ​ສິ​ລະ​ປະ ແລະ ດົນ​ຕີ ຈັດ​ຕັ້ງ​ຂຶ້ນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລ​ີມ​ສະ​ຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ເຫດ​ການນີ້ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນ​ຫລາຍ​ຄົນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ອາ​ເມ​ລິ​ກາ ຄື: indie rock Thao Nguyen & The Get Down Stay Down (ອາມ​ເລິ​ກາ), ​ນັກ​ຮ້ອງ  O.J. Law (Malaysia), ກອງ​ດົນ​ຕີ​ຍິງ Yellow Fang (​ໄທ) ​ພ້ອມ​ກັບ​ບັນ​ດາ​ນັກ​ດົນ​ຕີ​ທີ່ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ​ຄື​: Hương Giang Idol, ກອງ​ສິ​ລະ​ປິນ COCC ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມີນ . ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ ປີນີ້ ມີ​ຫົວ​ຂໍ້ວ່າ​ເຊີດ​ຊູ​ຄຸນ​ຄ່າ​ຄອບ​ຄົວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສືບ​ທອດ​ຜົນ​ສຳ​ເລັດ​ຂອງ​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ Pride ປີ 2014. ທ່ານ Micheal, ຜູ້​ຕາງ​ຫ​ນ້າ CAMA, ​ໃຫ້​ຮູ້​ວ່າ:

 

ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ເຫດ​ການ​ດົນ​ຕີນີ້ ດ້ວຍ​ຄວາມ​ປາດ​ຖະ​ຫ​ນາ​ຢາກ​ແນະ​ນຳບັນ​ດາ​ເພື່ອນ​ຫ​ນຸ່ມ​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຢູ່​ບັນ​ດາ​ປ​ະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ເພື່ອ​ສ້າງ​ຄວາມ​ຕື່ນ​ເຕັ້ນ​ໃຫ້​ບັນ​ດາ​ເພື່ອ​ນ​ຫ​ນຸ່ມ​ຫວຽດ​ນາມ. ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກໄດ້​ວ່າ​ຕົນ​ເອງ​ກໍ່ສາ​ມາດ​​ເຮັດ​ຄືພວກເພື່ອນ​ໄດ້. ບັນ​ດາ​ເພື່ອນ​ຫ​ນຸ່​ມ​ຫວຽດ​ນາມ ກໍ່​ສາມາດຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ​ເພື່ອ​ກາຍ​ເປັນ​ບັນ​ດາ​ນັກ​ຮ້ອງ​ດີ​ເດັ່ນ​ໃນ​ພາກ​ພື້ນ​ໄດ້.”

ເຂົ້າ​ຮ່ວມງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ Pride 2015, ນອກ​ຈາກ​ໄດ້​ຮັບ​ຊົມ​​ລາຍ​ການ​ສະ​ແດງ​ດົນ​ຕີຟົດ​ຟື້ນ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ແລ້ວ, ບັນ​ດາ​ເພື່ອນ​ຫ​ນຸ່ມ​ຍັງ​ໄດ້​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈອີກ. ຄະນະ​ຈັດ​ຕັ້ງໄດ້​ຈັດບັນດາ​ຮ້ານ​ແນະນຳ​ອາ​ຫານ​ການ​ກິນ ອາ​ຊີ - ເອີ​ລົບ, ຮ້ານ​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳຂອງ​ຫວຽດ​ນາມ, ອາ​ພອນ​ສ​ະ​ໄຫມ. ພິ​ເສດແມ່ນ​ເຂດ​ແນະ​ນຳ​ລາຍ​ການ​ຂໍ້​ລິ​ເລິ່ມການ​ນຳ​ຫ​ນຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (YSEALI) ສິ່ງ​ດັ່ງກ່າວໄດ້​ຮັບ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ບັນ​ດາ​ເພື່ອນ​ຫ​ນຸ່ມ. ນີ້​ແມ່ນ​ລາຍ​ການ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barac Obama  ສ້າງ​ຕັ້ງ​ເມື່ອ​ປີ 2013 ​ເພື່ອສະ​ຫງວນ​ໃຫ້​​ບັນ​ດາ​ການ​ນຳ​ຫ​ນຸ່ມພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທຸກ​ຄົນ​ສາ​ມາດ​ເຂົ້າ​ແວບ​ໄຊ​ເພື່ອ​ຈົດ​ທະ​ບຽນ​ເປັນ​ສະ​ມາ​ຊິກຂອງ​ອົງ​ການນີ້. ຈຸ​ດ​ປະ​ສົງ​ຂອງ​ລາຍ​ການ​ແມ່ນ​ຢາກ​ໃຫ້​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ບັນ​ດາ​ບັນ​ຫາ​ຕົ້ນ​ຕໍ ນັ້ນ​ແມ່ນ​ການ​ສຶກ​ສາ, ສະ​ພາບ​ແວດ​ລ້ອມ, ​ຜົນ​ສະ​ທ້ອນ​ຂອງ​ທຸກ​ຄົນ​ຕໍ່​ວົງ​ຄະ​ນາ​ຍາດ. ບັນ​ດາ​ໂຄງ​ການ​ມີ​ຜົນ​ປະ​ໂຫຍດ​ໃຫ້​ວົງ​ຄະ​ນາ​ຍາດ​ຈະ​ໄດ້​ຮັບ​ເງິນ​ອຸ​ປະ​ຖຳ​ຈາກ YSEALI ດ້ວຍ​ມູນ​ຄ່າ 10.000-12.000 USD. ​ໂດຍແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ເພື່ອນ​ຫ​ນຸ່ມທີ່​ພວມ​ລໍ​ຖ້າ​​ຈົດ​ທະ​ບຽນ​ເປັນ​ສະ​ມາ​ຊິກ​ຂອງ​ລາຍ​ການ, ເພື່ອນ ຫາຍ​ແອງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃຫ້​ຮູ້​ວ່າ:

 

ເຂົ້າ​ຮ່ວມ​ ງານ​ມະ​ໂຫລານ​​ດົນ​ຕີ ອາ​ຊຽນ Pride 2015 ຄັ້ງ​ນີ້ ຂ​້​າ​ພະ​ເຈົ້າ​ສາ​ມາດ​ພົບ​ປະ​ແລກ​ປ່ຽນ​ກັບ​ໝູ່​ເພື່ອນ​ຫລາຍ​ຄົນ, ປະ​ກອບ​​ບັນ​ດາ​ແນວ​ຄວາມ​ຄິດ​ທີ່ມີ​ປະ​ໂຫຍດ​ຕໍ່​ວົງ​ຄະ​ນາ​ຍາດ. ນ້ອງ​ຄິດ​ວ່າ ບັນ​ດາ​ນັກ​ສຶກ​ສາ​ຄວນ​ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວ​ຄື​ແນວນີ້ ​ເພາະ​ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ພວກ​​ເຮົາບໍ່​ພຽງ​ແຕ່​ພັດ​ທະ​ນາ​ຄວາມ​ສາ​ມາດ​​ໂອ້​ລົມ​ສົນ​ທະ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນພັດ​ທະ​ນາ​ອະ​ນາ​ຄົດ​ຂອງ​ສັງ​ຄົມ​ອີກ​ດ້ວຍ.”

ມໍ່ກັບ​ຮ້ານ​ວາງ​ສະ​ແດງ YSEALI ແມ່ນ​ເຂດ​ສາຍ​ຮູບ​ເງົາ​ຂອງ​ບັນ​ດາ​ເພື່ອ​ນ​ຫ​ນຸ່ມ​ສະ​ຫມັກ​ລິ້ນ. ບັນ​ດາ​ຮູບ​ເງົາ​ນີ້​​ເວົ້າ​ເຖິງ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຕາມ​ຖະ​ຫ​ນົ​ນ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ແນວ​ຄວາມ​ຄິດ​ໂດຍ YSEALI ອຸ​ປະ​ຖຳ​ປະ​ຕິ​ບັດ.

ງານ​ມະ​ໂຫລານ​ດົນ​ຕີ​ ອາ​ຊຽນ Pride 2015  ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ຄວາມ​ປະ​ທັບ​ໃຈ​ຜ່ານ​ການ​ສະ​ແດງ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ຫ​ນຸ່ມ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ຮູ້ສຶກວ່າຕົນ​ເອງ​ຈະປະ​ກອບ​​ແນວ​ຄວາມ​ຄິດຄື​ແນວ​ໃດ​ໃຫ້​ແກ່​ວົງ​ຄະ​ນາ​ຍາດ ກໍ່​ຄື​ເຂົ້າ​ໃຈ ​ແລະ ຮັກ​ແພງ​​ຜູ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກວ່າ. ຜ່ານນັ້ນ​ຮູ້​ສຶກ​ເຄົາ​ລົບ​ຊີ​ວິດ​​ພ້ອມ​ກັບ​ຄອບຄົວກວ່າ. ນັ້ນ​ກໍ​ແມ່ນ​ຈຸດ​ປະ​ສົງ​ທີ່​ຄະ​ນະ​ຈັດ​ຕັ້ງ ງານ​ມະ​ໂຫລານ​ ອາ​ຊຽນ Pride 2015 ມຸ້ງ​ໄປ​ເຖິງ.

 

 

 

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ