ງານລາຕີ “ ຊາຍຄາລວມ ອາຊຽນ - ບ່ອນເຕົ້າໂຮມບັນດາພື້ນຖານວັດທະນະທຳໃນປະຊາຄົມຮ່ວມສຳພັນກັນ

(vovworld)- ວັນ​ທີ 31/12/2015 ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ ອາ​ຊຽນ. ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການນີ້ ມີການ​ເຄືີ່ອນ​ໄຫວ​ຫລາຍ​ຢ່າງ ໄດ້ ແລະ ພວມ​ດຳ​ເນີນ​ໄປ​ຫວ່າງ​ແລ້ວນີ້ ພິ​ເສດ ​ແມ່​ນບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ. ໃນຕອນ​ຄ່ຳ​ວັນ​ທີ 22/12 ຜ່ານ​ມາ ຢູ່ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ງານ​ລາ​ຕີ “ຊາຍ​ຄາ​ລວມ ອາ​ຊຽນ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ​ມາ​ຈາ​ກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ອັນໄດ​້​ນຳ​ມາ​ເຊິ່ງ​ການ​ ພົບ​ປະແລກ​ປ່ຽນ​ຢ່າງ​ມີ​ຊີ​ວິ​ດ​ຊີ​ວາ, ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ ແລະ ຮັດ​ແຫນ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ.
 ງານລາຕີ “ ຊາຍຄາລວມ ອາຊຽນ - ບ່ອນເຕົ້າໂຮມບັນດາພື້ນຖານວັດທະນະທຳໃນປະຊາຄົມຮ່ວມສຳພັນກັນ - ảnh 1
ລາຍ​ການ​ສິ​ລະ​ປະ​ໃນ​ງານ​ລາ​ຕີ
ພາບ:hanoitv.vn

        ເວ​ລາ 8 ໂມງຄ່ຳ, ​ເວ​ທີ​ສະ​ແດງ​ໄດ້​ກຽມ​ພ້ອມ​ທຸກ​ສິ່ງ​ທຸກ​ຢ່າງໃຫ້​ລາຍ​ການ​ສະ​ແດງ​. ​ຢູ່​ກາງ​ເວ​ທີ​, ​ ​ມີຮູບ​ພາບ​ກ່ຽວ​ກັບ​ສັນ​ຍາ​ລັກ​ຂອງ​ກຸ່ມ ອາ​ຊຽນ, ຢູ້ອ້ອມຂ້າງ​ແມ່ນ​ທຸງ​ຊາດ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ແຜ່​ພາບ​ຜ່ານ​ຫນ້າ​ຈໍ​ຂະ​ຫນາດ​ໃຫຍ່. ຜູ້​ຊົມ ແລະ ແຂກ​ຖືກ​ເຊີນ ໄດ້​ເຂົ້າ​ມາ​ນັ່ງ​ເຕັມ ແລະ ​ເມື່ອ​ເຖິງ​ເວ​ລາ​ສະ​ແດງ​ກໍ​ມີສຽງ​ດົ​ນ​ຕີ ພ້ອ​ມ​ດ້ວຍ​ບົດ​ເພງ “ຫວຽດ​ນາມ ບ້ານ​ເກີດ​ເມືອງນອນ​ຂອງ​ຂ້ອຍ” ໄດ້​ດັ່ງ​ຂຶ້ນ​ເພື່ອ​ເປັນ​ການ​ເປີດ​ສາກ.

        ບົດ​ເພງ: ເຊີນ​ເພື່ອນ​ມາ​ຢ້ຽມ​ຢາມ​ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​” ໂດຍ ນັກ​ຮ້ອງ ຈ້ອງ​ເຕີນ ສະ​ແດງ ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ຕໍ່​ຜູ້​ຊົມ. ໃນ 9 ລາຍ​ການ​ຂອງ​ຄະ​ນະ​ສິ​ລະ​ປະ​ກອນ​ຫວຽດ​ນາມ ​ນຳມາສະ​ແດງ, ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມຄື:  ບົດ​ເພງ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ ໂດຍ​ກຸ່ມ​ນັກ​ຮ້ອງ ທັງ​ລອງ ສະ​ແດງ, ສຽງ​ພິນ​ສາຍ​ດຽວ ໂດຍ ຈ້ອງ​ເຕີນ ສະ​ແດງ, ບົດ​ເພງ “ໝາກ​ຫົວ​ໃຈ​ຫວຽດ​ນາມ”. ນັກ​ຮ້ອງ ຢ້ຽວ​ຖາວ, ວົງ​ດົນ​ຕີ ທັງ​ລອງ ແບ່ງ​ປັນ ແບ່ງ​ປັນ​ວ່າ:

        “ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ເວ​ລານັ້ນ ບັນ​ດາ​ຈຸ​ດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊ​ຽ​ນ​ຈະ ມີ​ຫລາຍ​ໂອ​ກາດ​ເພື່ອນ​ຳ​ເອົາ​​ໂຄ​ສະ​ນາ, ພົວ​ພັນ​ແລກ​ປ່ຽນ. ນ້ອງ​ຫວັງ​ວ່າ ບັນ​ດາ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ ຈະ​ມີ​ໂອ​ກາດ​ໄດ້​​ແນະ​ນຳໃຫ້​ບັນ​ດາ​ເພື່ອນ​ມິດ​ສາ​ກົນ ແລະ ເພື່ອນ​ມິດ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອ​ໃຫ້​ພວກ​ເພື່ອນ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມກວ່າ.”

        ສຳ​ລັບ ກອງ​ສິ​ລະ​ປະ​ກອນ ກຳ​ປູ​ເຈຍ, ເຂົ​າ​ເຈົ້າໄດ້​ນຳ​ເອົາ​ວາດ​ຟ້ອນ Kon Trem ໂດຍ​ບັນ​ດາ​ນັກ​ສຶກ​ສາ ກຳ​ປູ​ເຈຍ ພວມ​ດຳ​ລົງ​ຊີ​ວິດ ແລະ​ຮ່ຳ​ຮຽນ ຢູ່ ຮ່າ​ໂນ້ຍ ສະ​ແດງ. ບັນ​ດາ​ຄູ​ບ່າວ​ສາວ​ຍິງ​ຊາຍ ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງ​ກຳ​ປູ​ເຈຍ ຟ້ອນ​ລຳ​ທຳ​ເພງ ຕາມ​ສຽງ​ດົນ​ຕີ​ທີ່​​ມ່ວນ​ຊື່ນພ້ອມດ້ວຍ​ບັນ​ດາ​ທ່າ​ຟ້ອນ​ທີ່ອ່ອນ​ຊ​ອ້ຍເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.   Noun Sothea, ນັກ​ສິ​ລະ​ປິນ​ເຂົ້າ​ຮ່ວມ​ລາຍ​ການ​ໃຫ້​ຮູ້​ວ່າ:

        “ຊາວ​ກຳ​ປູ​ເຈຍ ທຸກ​ຄົນ ລ້ວນ​ແຕ່​ຮູ້​ຈັກ​ ຟ້ອນ Kon Trem  ແລະ ວາດ​ຟ້ອນນີ້​ເຄີຍ​ໄດ້​ນຳ​ເອົາ​ສະ​ແດງ​ໃນ​ໂອ​ກາດ​ບຸນ​ປະ​ເພ​ນີ​ຂອງ​ຊາວ ກຳ​ປູ​ເຈຍ. ວາດ​ຟ້ອນນີ້ ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ຫນິດ​ສະ​ຫນົມ, ໃຈ​ດີ ແລະ ສຸດ​ອົກ​ສຸດ​ໃຈ​ຂອງ​ປະ​ຊາ​ຊົນ ກຳ​ປູ​ເຈຍ.”

 ງານລາຕີ “ ຊາຍຄາລວມ ອາຊຽນ - ບ່ອນເຕົ້າໂຮມບັນດາພື້ນຖານວັດທະນະທຳໃນປະຊາຄົມຮ່ວມສຳພັນກັນ - ảnh 2
ນັກ​ສິ​ລະ​ປິນ​ບັນ​ດາ​ປະ​ເທດ​ອາ​ຊຽນ
ພາບ:hanoitv.vn

        ເຖິງວ່າ ບໍ່​ໄດ້​ນຳ​ເອົາ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໄທ​ມາ​ສະ​ແດງ​ໃນ ​ງານ​ລາ​ຕີ ກໍ​ຕາມ, ແຕ່​ດ້ວຍ​ສຽງ​ຂັບ​ຮ້ອງ​ທີ່​ອ່ອນ​ຊອນ ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ຂອງ​ນັກ​ສິ​ລະ​ປິນ​​ໄທ ນັດ​ທະ​ກອນ ຄອງ​ໃຫຍ່ ຜ່ານ​ບົດ​ເພງ “ເດືອນ​ເພງ” ແລະ “ແຜ່ນ​ດິນ​ຂອງ​ເຣົາ" ພ້ອມ​ກັບ​ພາບ​ພົດ​ກ່ຽວ​ກັບ​ປະ​ເທດ​ຊາດ​ໄທ ໄດ້​​ສາຍ​ຢູ່​ຫນ້າ​ຈໍ​ໃຫຍ່, ເຮັດ​ໃຫ້​ຜູ້​ຊົມ​ທັງ​ໝົດ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ປະ​ເທດໄທ ແລະ ຊາວ​ໄທ. ນັກ​ຮ້ອງ ນັດ​ທະ​ກອນ ຄອງ​ໃຫຍ່ ແບ່ງ​ປັນ​ວ່າ:
ສຽງ​ນັກ​ຮ້ອງນັດ​ທະ​ກອນ

 ງານລາຕີ “ ຊາຍຄາລວມ ອາຊຽນ - ບ່ອນເຕົ້າໂຮມບັນດາພື້ນຖານວັດທະນະທຳໃນປະຊາຄົມຮ່ວມສຳພັນກັນ - ảnh 3

                ສ່ວນ ວາດ​ຟ້ອນ Lenggang Nyai ໂດຍກອງ​ສິ​ລະ​ປະກອນ ​ອິນ​ໂດ​ເນ​ເຊຍ​ສະ​ແດງ ໄດ້​​ຮັບ​ສຽງ​ຕົບ​ມື​ຊົມ​ເຊີຍ​ຢ່າງ​ຟົດ​ຟື້ນຈາກ​ຜູ້​ຊົມ. ນິີ້​ແມ່ນ​ວາດ​ຟ້ອນ​​ຂອງ ຈາ​ກາ​ຕາ ນ​ະ​ຄອນ​ຫລວງ ຂອງ​ອິນ​ໂດ​ເນ​ເຊຍ ຊື່ງ​ແມ່ນ​ສະ​ຖານ​ທີ່ ມີ ​ຊົນ​ເຜົ່າ Betawi ​ ດຳ​ລົງ​ຊີ​ວິດ​. ພິ​ເສດ ວາດ​ຟ້ອນນີ້​ຍັງ​ມີ​ການ​ປະ​ສົມ​ປະ​ສານ​ຂອງປະ​ເພດ​ກິ​ລາ Pencat Silat ຊື່ງ​ແມ່ນມວຍ​ສິ​ລະ​ປະ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ ອິນ​ໂດ​ເນ​ເຊຍ. ​ນັກ​ສິ​ລະ​ປິນ Ayu Kartika ມາ​ຈາກ​ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ:

        “ນອກ​ຈາກວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ ອິນ​ໂດ​ເນ​ເຊຍ, ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ມີ​ກາ​ລະ​ໂອ​ກາດ​ແນະ​ນຳ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ອື່ນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ອິນ​ໂດ​ເນ​ເຊຍ​ຄື: ເພງ​ພື້ນ​ເມືອງ, ເຄື່ອງ​ດົນ​ຕີ​ທີ່​ເປັນ​ມູນ​ເຊື້ອ ມາ​ແນະ​ນຳ​ໃຫ້​ຊາວ​ຮ່າ​ໂນ້ຍ. ປະ​ຈຸ​ບັນ ຊາວ​ຮ່າ​ໂນ້ຍ ບໍ່​ທັນ​ຮູ້​ຈັກ​ປານ​ໃດ​ກ່ຽວ​ກັບ​ປະ​ເທດ​ຊາດ ກໍ​ຄື ວັດ​ທະ​ນະ​ທຳ ອິນ​ໂດ​ເນ​ເຊຍ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຄື​ມື້ນີ້​ຄວນ​ສືບ​ຕໍ່​ຈັດ​ຕັ້ງ​ຂຶ້ນ.”

        ທ່ານ​ນາງ ສາຍ​ຊອນ ໄຊ​ປັດ​ຢາ ມາ​ຈາກ ໄທ ໃຫ້​ຮູ້​ວ່າ: ງານ​ລາ​ຕີ ນີ້ ແມ່ນຈັບ​ອົກ​ຈັບ​ໃຈ​ ແລະ ຄວາມ​ຮູ້​ສຶກບໍ່​ອາດ​ຫລົງ​ລືມ​ໄດ້.

ສຽງ​ທ່ານ​ນາງສາຍ​ຊອນ

ງານ​ລາ​ຕີ ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງກອງ​ສິ​ລະ​ປະ​ກອນ ມາ​ຈາກ 3 ປະ​ເທດອື່ນ​ໃນ ອາ​ຊຽນ​ຄື: ລາວ, ບ​ຣູ​ໄນ ແລະ ມາ​ເລ​ເຊຍ. ແຕ່​ລະ​ລາຍ​ການ​ສິ​ລະ​ປະ​ລ້ວນ​ແຕ່​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລະປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຊົມນະ​ຄອນ​ຫລວງ​ຮ່າ​ໂນ້ຍ. ເພື່ອນ ທູອ​ວຽນ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ລາຍ​ການ​ສິ​ລະ​ປະ​ຈັບອົກ​ຈັບ​ໃຈ​ທີ່​ສຸດ. ມີ​ຫລາຍ​ລາຍ​ການ​ສິ​ລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ນ້ອງ​ມັກ​ລາຍ​ການ “ສຽງ​ພິນ​ສາຍ​ດຽວ” ຂອງ​ຫວຽດ​ນາມ ໂດຍ ນັກ​ຮ້ອງ ຈ້ອງ​ເຕີນ ສະ​ແດງ, ນອກນັ້ນ ລາຍ​ການ​ຟ້ອນ​ຂອງ​ນັກ​ສິ​ລະ​ປິນ​ລາວ ນ້ອງ​ກໍ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ.”

​        ງານ​ລາ​ຕີ ຊາຍ​ຄາ​ ອາ​ຊຽນ ​ອັດ​ລົງ​ດ້ວຍ​ “ບົດ​ເພງ​ກ່ຽວ​ກັບ​ອາ​ຊຽນ” ໂດຍ​ນັກ​ສິ​ລະ​ປິນ​ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ແດງ. ຮູບ​ພາບ​ບັນ​ດາ​ນັກ​ສິ​ລະ​ປິນ​ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ, ມື​ຈັບ​ທຸງ​ຊາດ​ຂອງ 10 ປະ​ເທດ ອາ​ຊຽນ ໄດ້​ສ້າງ​ເປັນ​ຮູບ​ພາບ​ກ່ຽວ​ກັບ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ ອາ​ຊຽນ, ​ເປັນ​ການຢັ້ງ​ຢືນ ອາ​ຊຽນ ຈະ​ສືບ​ຕໍ່ເປັນ​ກຸ່ມ​ພັນ​ທະ​ມິດ​ທີ່​ໝັ້ນ​ຄົງ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ປະ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ