ງານວາງສະແດງ “ອາຊຽນ 48 ປີແຫ່ງສັນຕິພາບ ແລະ ພັດທະນາ, 20 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ


(vovworld)- ຫວຽດ​ນາມ ແມ່ນ​ປະ​ເທດ​ສະ​ຫ​ນິດ​ສະ​ຫ​ນົມ, ປະ​ຊາ​ຊົນ​ຮັກ​ແພງ​ແຂກ​ຄົນ, ມາ​ເລ​ເຊຍ ແມ່ນ​ປະ​ເທດ​ມີ​ງານ​ບຸນ​ຕ່າງໆ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຊາດ, ປະ​ເທດ​ໄທ ດ້ວຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຫລາຍ​ແຫ່ງ ຫລື ປະ​ເທດ ອິນ​ໂດ​ເນ​ເຊຍ ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ… ນັ້ນ​ແມ່ນ​ສິ່ງ​ທີ່​ທ່ານ​ສາ​ມາດ​ພົບ​ເຫັນ​ເມື່ອ​ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ “ອາ​ຊຽນ 48 ປ​ີ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ, 20 ປີທີ່ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ” ໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ ຮ່າ​ໂນ້ຍ ສົມ​ທົບ​ກັບ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຢູ່ ຮ່າ​ໂນ້ຍ ຈັດ​ຂຶ້ນ ແຕ່​ວັນ​ທີ 8 – 15/9/2015 ຢູ່ ຮ່າ​ໂນ້ຍ.

         

ງານວາງສະແດງ “ອາຊຽນ 48 ປີແຫ່ງສັນຕິພາບ ແລະ ພັດທະນາ, 20 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ - ảnh 1
ພິ​ທີ​ໄຂ​ງານ​ວາງ​ສະ​ແດງອາ​ຊຽນ 48 ປ​ີ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ
​ພາບ:dangcongsan.vn

        ງານ​ວາງ​ສະ​ແດງ“ອາ​ຊຽນ 48 ປ​ີ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ, 20 ປີທີ່ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ” ຖືກ​ໄຂ​ຂຶ້ນ​ໃນ​ເວ​ລາ 9 ໂມງ​ຂອງ​ຕອນ​ເຊົ້າ​ວັນ​ທີ 8/9, ເຖິງວ່າ ຝົນ​ຕົກ​ຫ​ນັກ​ກໍ​ຕາມ ແຕ່​ແຂກ​ເຂົ້າ​ຢ້ຽມ​ຊົມ​ເກືອບ 100 ຄົນ ຢືນ​ເຕັມ​ຫ້ອງ​ວາງ​ສະ​ແດງ​ໃນ​ເນື້ອ​ທີ່​ປະ​ມານ 60 ຕາ​ແມັດ ຢູ່ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ ຮ່າ​ໂນ້ຍ. ຈາກ​ປະ​ຕູ​​ຍ່າງເຂົ້າ​​ໃນຫ້ອງວາງ​ສະ​ແດງ, ທ່ານ​ຈະ​ພົບ​ເຫັນ ປ້າຍ​ໂຄ​ສະ​ນາ ຂະ​ຫ​ນາດ​ໃຫ​ຍ່​ຫລາຍ​ແຜ່ນ. ໃນ​ແຕ່​ລະ​ແຜ່ນ ​ມີ​ພາບກວ່າ 100 ຮູບ ທີ່ແນະ​ນຳກ່ຽວ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ທຳ​ອິດ ແມ່ນ​ບັນ​ດາ​ ​ພາບຖ່າຍ​ແນະ​ນຳ​ກ່ຽວ​ກັບປະ​ເທດ ມາ​ເລ​ເຊຍ. ນັ້ນ​ແມ່ນ​ຮູບ​ພາບ​ ຕືກ​​ແຝດ Petronas ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ, ຮູບ​ພາບ​ຂອງ​ບັນ​ດາ​ບ່າວ​ສາວ ມາ​ເລ​ເຊຍ ນຸ່ງ​ຊຸດ​ອາ​ພອນ​ພື້ນ​ເມືອງ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ. ທາງ​ຫ​ນ້າ​ແມ່ນ​ບັນ​ດາ​ພາບ​ຖ່າຍ​ກ່ຽວ​ກັບ​ປະ​ເທດ ມຽນ​ມາ ດ້ວຍ​ຮູບ​ພາບ​ຂອງວັດ​ຄຳ ຊື່ງ​ແມ່ນ​ສັນ​ຍາ​ລັກ​ຂອງ ມຽນ​ມາ ຫລື ຮູບ​ພາບ​ກ່ຽວ​ກັບ ປະ​ຊາ​ຊົນ ມຽນ​ມາ ໃນ​ງານ​ບຸນ​ຫົດ​ນ້ຳ. ຄຽງ​ຂ້າງນັ້ນ ແມ່ນ​ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບ​ປະ​ເທດ ໄທ ດ້ວຍ​ຮູບ​ພາບ​ຂອງ​ຫໍ​ພະ​ແກ້ວ, ຮູບ​ພາບ​ຂອງ​ບັນ​ດາ​ເຮືອ​ຂົນ​ສົ່ງ​ໝາກ​ໄມ້ ແລະ ດອກ​ໄມ້ ຢູ່ ຕະ​ຫລາດ​ນ້ຳ ຂຶ້ນ​ກັບ​ແຂວງ ຣັດ​ຈະ​ບູ​ຣີ. ທ່ານ​ນາງ ຫວູ​ທິ​ຫາຍ, ຮອງ​ປະ​ທາ​ນ​ປະ​ຈຳ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ ຮ່າ​ໂນ້ຍ, ຫົວ​ຫ​ນ້າ ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        “ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຢາກ​ແນະ​ນຳ​ບັນ​ດາ​ຮູບ​ພາບ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​, ໃນ​ນັ້ນ ມີ ຫວຽດ​ນາມ. ແຂກ​ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຈະ​ເຂົ້າ​ໃຈ​ຢ່າງ​ຈ​ະ​ແຈ້ງ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ ກໍ​ຄ​ື​ແຕ່​ລະ​ປະ​ເທດ ອາ​ຊຽນ ກວ່າ. ເຂົາ​ເຈົ້າ​ຈະ​ເຫັນ​ໄດ້​ວ່າ ບັນ​ດາ​ປະ​ເທດ ອາ​ຊຽນ ມ​ີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃດ​ທີ່​ສວຍ​ງາມ​. ນອກ​ນັ້ນ ງານ​ວາງ​ສະ​ແດງ​ຍັງ​​​ມີບັນ​ດາ​ວິ​ສາ​ຫະ​ກິດ, ສະ​ນັ້ນ​ເຂົາ​ເຈົ້າ  ສາ​ມາດເປີດກວ້າງ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ. ພິ​ເສດ ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ ມາ​ເລ​ເຊຍ ພວມ​ສົນ​ໃຈ​ຍູ້​ແຮງ​ການ​ທ່ອງ​ທ່ຽວ.”

          ພິ​ເສດ ງານ​ວາງ​ສະ​ແດງ​ຄັ້ງນີ້ ຍັງ​ວາງ​ສະ​ແດງ​ບັນ​ດາ​ຮູບ​ຖ່າ​ຍ​ແນະ​ນຳ​ໂກ່ຽວ​ກັບ ໄລ​ຍະ 20 ປີ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາຊຽນ. ນັ້ນ​ແມ່ນ ບັນ​ດາ​ຮູບ​ຖ່າຍ​ບັນ​ດາ​ການ​ນຳ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ ເອີ​ລົບ​ຄັ້ງ​ທີ 9 ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ, ພິ​ທີ​ສະ​ເຫ​ນີ​ຕົວ​ກຸ່ມ​ແມ່​ຍິງ​ປະ​ຊາ​ຄົມ ອາ​ຊຽນ ຢູ່ ຮ່າ​ໂນ້ຍ ຫລື ຮູບ​ຖ່າຍ ​ງານ​ລາ​ຕີ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອາ​ຊຽນ. ທ່ານ        Rosland Bin Sarif , ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

          ຂ້າ​ພະ​ເຈົ້າ​ຕີ​ລ​າ​ຄາ​ສູ​ງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ ແລະ ລັກ​ສະ​ນະ​ສ້າງ​ສັນ​ຂອງ​ຫວຽດ​ນາມ ໃນ​ຕະ​ຫລອດ 20 ປີ​ແຫ່ງ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽ​ນ. ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ, ສະ​ຖຽນ​ລະ​ພາບ. ຜົນ​ງານ​ຂອງ​ຫວຽດ​ນາມ ຢູ່ ອາ​ຊຽນ ໄດ້​ສ້າງ​ພື້​ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ອະ​ນາ​ຄົດ ແລະ ການ​ເຊື່ອມ​ໂຍງ ຂອງ ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ.”

ງານວາງສະແດງ “ອາຊຽນ 48 ປີແຫ່ງສັນຕິພາບ ແລະ ພັດທະນາ, 20 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ - ảnh 2

          ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ນັບ​ແຕ່ມື້​ເປີດ​ປະ​ຕູ​ມາ​ຮອດ​ປະ​ຈຸ​ບັນ, ສະ​ເລ່ຍ ແຕ່​ລະ​ມື້​ມີ​ຊາວ​ຮ່າ​ໂນ້ຍ ແລະ ຊາວ​ຕ່າງ​ປະ​ເທດ ມາ​ຢ້ຽມ​ຊົມ​ປະ​ມານ 200 ເທື່ອ​ຄົນ. ທ່ານ ຫງວຽນ​ລາຍ, ຊາວ​ຮ່າ​ໂນ້ຍ ພວມ​ຊົມຕະ​ຫລາດ​ນ້ຳ​ຂອງ​ໄທ ທີ່​ງານ​ວາງ​ສະ​ແດງນີ້ ​ໃຫ້​ຮູ້​ວ່າ:

          ງານ​ວາງ​ສະ​ແດງ​ຄັ້ງນີ້ ແມ່ນ​ໂອ​ກາ​ດ​ເພື່ອ​ໃຫ້​ທຸກ​ຄົນ​ພົບ​ປະ​ກັນ ແບ່ງ​ປັນ​ອາ​ລົມ​ຈິດ ກ່ຽວ​ກັບ ອາ​ຊຽນ. ບັນ​ດາ​ຮູ​ບ​ຖ່າຍ​ຢູ່​ທີ່ນີ້ ແມ່ນ​ອຸ​ດົ​ມ​ສົມ​ບູນ​ຫລາຍ​ຮູບ​ຫລາຍ​ແບບ. ແຕ່​ລະ​ປະ​ເທດ ອາ​ຊຽນ ​ລ້ວນ​ແຕ່​ມີ​ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ ແລະ ມີ​ຊື່​ສຽງ​ໃນ​ໂລກ. ບັນ​ດາ​ຮູ​ບ​ພາບນີ້ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຢາກ​ໄປ​ຢ້ຽມ​ຊົມ​ບັນ​ດາ​ທັດ​ສະ​ນິ​ຍະ​ພາບ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລ້ວ, ໃນ​ນັ້ນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທ​ັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ປະ​ເທດ ສິງ​ກະ​ໂປ. ເຖິງວ່າ ສິງ​ກະ​ໂປ​ແມ່ນ​ປະ​ເທດບໍ່​ໃຫຍ່​ປານ​ໃດ ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທ​ັບ​ໃຈ​ຕໍ່​ຄວາມ​ເປັນ​ລະ​ບຽ​ບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຄວາມ​ສີ​ວິ​ໄລ​ຢູ່​ສິງ​ປະ​ໂປ.”

           ງານ​ວາງ​ສະ​ແດງ “ອາ​ຊຽນ 48 ປ​ີ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ, 20 ປີທີ່ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນເປີດ​ປະ​ຕ​ູ ແຕ່ 9ໂມງ ເຊົ້າ​ຮອດ 17 ໂມງ​ແລງ ນັບ​ແຕ່​ວັນ​ທີ 8-15/9 ຢູ່ ສຳ​ນ​ັກ​ງານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ ຮ່າ​ໂນ້ຍ, ເລກ​ທີ 15 A ຖະ​ຫນົນ ຫລີ​ເທື່ອງ​ກຽດ ແລະ ຜູ້​ເຂົ້າ​ຊົມ​ບໍ່​ຕ້ອງ​ເສຍ​ຄ່າ.

         

ຕອບກັບ

ຂ່າວ/ບົດ​ອື່ນ