ງານວາງສະແດງ “ ອາຊຽນ -ສີສັນວັດທະນະທຳ”

(vovworld)- ງານ​ວາງ​ສະ​ແດງ “ອາ​ຊຽນ - ສີ​ສັນ​ວັດ​ທະ​ນະ​ທຳ” ໄດ້ດຳ​ເນີນ​ແຕ່​ວັນ​ທີ 3-17/8/2016 ຢູ່​ຮ່າ​ໂນ້ຍ. ໃນ​ຂອບ​ເຂດ​ຂອງ​ງານ​ວາງ​ສະ​ແດງ, ແຂກ​ເຂົ້າ​ຮ່ວມ ​ຈະມີ​ໂອ​ກາດ​ໄດ້ຊົມ​ບັນ​ດາ​ພາບ​ຖ່າຍ​ທີ່​ສວຍ​ງາມ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ, ບັນ​ດາງານ​ບຸນ​ວັດ​ທະ​ນະ​ທຳທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ ແລະ ຄົ້ນ​ຫາ​ສິ​ລະ​ປະ​ແຕ້ມ​ລວດ​ລາຍ​ໃນ​ຜ້າ Batik ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ ມາ​ເລ​ເຊຍ. ໃນ​ລາຍ​ການ​ຊາ​ຄາ ອາ​ຊຽນ ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ​ຢູ່​ງານ​ວາງ​ສະ​ແດງ ອາ​ຊຽນ ສີ​ສັນ​ວັດ​ທະ​ນະ​ທຳ.
ງານວາງສະແດງ “ ອາຊຽນ -ສີສັນວັດທະນະທຳ” - ảnh 1
ເຂດ​ວາງ​ສະ​ແດງ​ຂອງ​ໄທ
ພາບ:docbao.net

        ຫ້ອງວາງ​ສະ​ແດງ​​ມີ​ເນື້ອ​ທີ່​ປະ​ມານ 80 ຕາ​ແມັດ​ ຕັ້ງ​ຢູ່​ຊັ້ນ​ຫນຶ່ງ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ກາຍ​ເປັນ​ເຂດ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ເມື່ອເຂົ້າ​ຊົມ​ໃນຫ້ອງວາງ​ສະ​ແດງນີ້, ສິ່ງ​ທຳ​ອິດ​ທີ່​ດຶງ​ດູ​ດ​​ໃຈ​ຜູ້​ຊົມ​ແມ່ນ ບ່ອນ​ທີ່​ນັກ​ສິ​ລະ​ປະ​ການ​ແຕ້ມ​​ລວດ​ລາຍ​ໃນ​ຜ້າ Batik. ບັນ​ດາ​ຫີບ​ສີ​ຂຽວ, ສີ​ແດງ, ສີ​ເຫລືອງ, ສີ​ອິດ​ໄດ້​ວາງ​ເປັນ​ລະ​ບຽບ​ຢູ່​ເທິງ​ໂຕະ. ຄຽງ​ຂ້​າງນັ້ນ ເພື່ອນ​ຫງວຽນ​ຮ່​ວາງ​ແອງ ນັກ​ສຶກ​ສາ​ປີ​ທີຫນຶ່ງ ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ພວມ​​ຊັ່ງ​ຊາຄວນ​ເລືອກ​ເອົາສີ​ໃດ​ໃຫ້​ເໝາະ​ສົມ. ຄິດ​ໄປ​ຄິດ​ມາ, ຮ່​ວາງ​ແອງ ໄດ້​ຕັດ​ສິນ​ເລືອກ​ເອົ​າສີ​ຂຽວ​ເພື່ອ​ນຳ​ໃຊ້​​ໃນ​ການ​ທາ​ສີ​ຕາມ​ລວດ​ລາຍ​ທີ່​ມີ​ຢູ່ແລ້ວໃນ​ຜ້າ​ສີ​ຂ​າວ- ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ຕ່ຳ​ແຜ່ນ​ແພ Batik ຢູ່​ໂຮງ​​ງານ Ikarrtini ທີ່​ມີ​ຊື່​ສຽງ​ຢູ່ ກົວ​ລາ​ລຳ​ເປີ ຜະ​ລິດ. ຄຽງ​ຂ້າງນັ້ນ ມີ​ເພື່ອນ​ຫນຸ່ມ​ອື່​ນ​ອີກ 2, 3 ຄົນ ກໍ​ພວມ​ທົດ​ລອງ​ປະ​ເພດ​ສິ​ລະ​ປະ​ທີ່​ໃຫມ່​ອ່ຽມ​ນີ້. ເພື່ອນ​ຫນຸ່ມ ຫງວຽນ​ຮ່​ວາງ​ແອງ ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ ຂ້າ​ພະ​ເຈົ້າ​ໄດ້​ທົດ​ລອງ​ແຕ້ມ​ລວດ​ລາຍ​ໃນ​ຜ້າ Batik. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ສິ່ງ​ຍາກ​ທີ່ສຸດ​ແມ່ນ​ການ​​ປະ​ສົມສີ​ໂດຍ​ກົງ​ໃນແຜ່ນ​ແພ.  ເມື່ອນຳ​ໃຊ້ຟອຍ ທາ​ສີຕ້ອງ​ເຮັດ​ແນວ​ໃດ​ບໍ່​​ປະໃຫ້​ສີ​ອອກ​ສູ່​ລວດ​ລາຍ​ອື່ນ.”

ຜູ້​ແນະ​ນຳ​ວິ​ທີ​ແຕ້ມ​ລວດ​ລາຍ​ຜ້າ Batik ໃຫ້​ບັນ​ດາ​ເພື່ອ​ນ​ຫນຸ່ມ ແມ່ນ​ທ່ານ​ນາງ Kartini Ilias, ນັກ​ສິ​ລະ​ປະ​ການ ແຕ້ມ​ລວດ​ລາຍ​ໃນ​ ຜ້າ Batik ມາ​ຈາກ ປະ​ເທດ ມາ​ເລ​ເຊຍ. ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ຂັ້ນ​ຕອນ​ຂອງ​ປະ​ເພດ​ສິ​ລະ​ປະ​ນີ້, ທ່ານ​ນາງ Kartini Ilias ໃຫ້​ຮູ້​ວ່າ:

“ສິ​ລະ​ປະ​ແຕ້ມ​ລວ​ດ​ລ​າຍ ຜ້າ Batik ຢູ່​ມາ​ເລ​ເຊຍ ມີ​ມາ​ກ່ອນນີ້ກວ່າ 300 ປີ ແລະ ສ່ວນ​ຫລາຍໄດ້​ນຳ​ໃຊ້​ໃນ​ຊີ​ວິດ​. ບັນ​ດາ​ຊຸດ​ອາ​ພອນ​ຢູ່ ມາ​ເລ​ເຊຍ ລ້ວນ​ແຕ່​ໄດ້​ຫຍິບ​ດ້ວຍ​ ຜ້າ Batik. ເພື່ອ​ແຕ້ມ​ລວ​ດ​ລາຍ​ໃນ ຜ້າ Batik ແຜ່ນ​ຫນຶ່ງ​​ໃຫ້ສຳ​ເລັດ, ຂັ້ນ​ຕອນ​ທຳ​ອິດນັ້ນ​ແມ່ນ ຕ້ອງ​ຕົ້ມ​ນ້ຳ​ມຶກ. ຫລັງ​ຈາກນັ້ນ ນຳ​ໃຊ້ຟອຍ​ທາ​ສີ, ຊື່ງ​ແມ່ນ​ອຸ​ປະ​ກອນພິ​ເສດໃນ​ການ​ແຕ້ມ​ລວດ​ລາຍ​ຜ້າ Batik. ຖັດ​ມາ ພວກ​ຂ້າ​ພະ​ເຈົ້າ​ຖອກ​ນ້ຳ​ມຶກ​ເພ​ື່ອ​ສ້າງ​ລວດ​ລາຍ​ໃນ ຜ້າ Batik. ຕໍ່​ມາ​ຈຶ່ງ​ນຳ​ໃຊ້ຟອຍທາ​ສີ. ເມື່ອ​ແຕ້ມ​ສຳ​ເລັດ​ແລ້ວ ຕ້ອງ​ຮັກ​ສາ​ໄວ້​ໃນ​ເວ​ລາ 2 ຊົ່ວ​ໂມງ ເພື່ອ​ໃຫ້​ຜ້າ​ແຫ້ງ. ຢາກ​​ມີຜ້າ batik ​ກວ້າງ​ປະ​ມານ 2 ແມັດ​ເພື່ອ​ຕັດ​ເສື້ອໃຫ້​ສຳ​ເລັດ ຕ້ອງ​ເສຍ​ເວ​ລາ 5 ວັນ. ທ​ຸກ​ຂັ້ນ​ຕອນ​ລ້ວນ​ແຕ່​ເຮັດ​ດ້ວຍ​ມື.”

ງານວາງສະແດງ “ ອາຊຽນ -ສີສັນວັດທະນະທຳ” - ảnh 2
ເຂດ​ວາງ​ສະ​ແດງ​ຂອງ​ລາວ
ພາບ:docbao.net

ຢູ່​ຄຽງ​ຂ້າງ​ບ່ອ​ນ​ນັກ​ສິ​ລະ​ປະ​ການ​ແຕ້ມ​​ລວດ​ລາຍ​ໃນ ຜ້າ Batik ແມ່ນ​ບ່ອນ​ວາງ​ສະ​ແດງ​ຂອງ​ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ຢູ່​ໃນ​ປ້າຍໂຄ​ສະ​ນາ​ຂະ​ຫນາດ​ໃຫຍ່​ ​ຢູ່​ເທິງ​ຝາ​ຜະ​ນັງ ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ແຕ່​ລ​ະ​ປະ​ເທດ​ຄື Marina Bay ຂອງ​ສິງ​ກະ​ໂປ ຫລື Angkor Wat Angkor Thom ຂອງ​ກຳ​ປູ​ເຈຍ, ຮູບ​ພາບ​ຂອງ​ບັນ​ດາ​ງານ​ບຸນ​ພື້ນ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ຄື: ບຸນ​ຫົດ​ນ້ຳ​ຂອງ ກຳ​ປູ​ເຈຍ, ບຸນລ່ອຍ​ກະ​ທົງຂອງ​ໄທ ຫລື ວາດ​ຟ້ອນ Apsaraຂອງ​ກຳ​ປຸ​ເຈຍ. ຢູ່​ຂ້າງ ປ້າຍ​ໂຄ​ສະ​ນາ ຂອງ​ແຕ່​ລະ​ປະ​ເທດ ແມ່ນ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ. ຜູ້​ຊົມ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ປະ​ເພ​ນີ​ຂອງ​ຫວຽດ​ນາມ, ຊຸດ​ອາ​ພອນ Phasin ມີ​ສ​ີ​ສັນ​ຫລາກ​ຫລາຍ​ຂອງ ໄທ. ຊຸດ​ອາ​ພອນ​ມີ​ສີ​ເຫລືອງ​ເຫລື້ອມ, ຕ່ຳ​ດ້ວຍ​ລວດ​ລາຍ​ລະ​ອຽດ​ອ່ອນກໍ​ຄື​ຖັກ​ແສ່ວ​ຢ່າງ​ສວຍ​ງາມ ຫລື​ຊຸດ​ອາ​ພອນ Nyonya Kebaya ຂອງ​ສິງ​ກະ​ໂປ ຖືກ​ຫຍິບ​ດ້ວຍ​ມື​ຢ່າງ​​ງາມ​ຕາ. ເພື່ອ​ນ Hoeung Sophany, ນັກ​ສຶກ​ສາ ກຳ​ປູ​ເຈຍ ແລະ ເພື່ອນ ເລ​ຫວຽດ​ແອງ, ແຂກ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ໃຫ້​ຮູ້​ວ່າ:

        “ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ນ້ອງ​ເຫັນ​ວ່າ ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ຕົນ. ຕົວ​ຢ່າງ​ຄື ກຳ​ປູ​ເຈຍ, ມີ​ວາດ​ຟ້ອນ Apsara, ລາວ, ໄທ ກໍ​ມີ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ປະ​ເທດ​ເຂົາ​ເຈົ້າ. ນ້ອງ​ມັກ​ຊົມ​ການ​ວາງ​ສະ​ແດງ​ຂອງ​ປະ​ເທດ​ໄທ. ເພາະ​ວ່າ ໄທ​ມີ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ ແລະ ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ສວຍ​ງາມ​ທີ່​ສຸດ.”

        “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສືກ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ນັ້ນ​ແມ່ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ພິ​ເສດ​ແມ່ນ​ບັນ​ດາ​ຊຸດ​ອາ​ພອນ​ຂອງ​ແມ່​ຍິງ​ບັນ​ດາ​ປະ​ເທດ​ອາ​ຊຽນ ມີ​ສີ​ສັນ​ຫລາກ​ຫລາຍ​ງາມ​ຕາ ແລະ ຖືກ​ຫຍິບ​ຢ່າງ​ລະ​ອຽດ​ລະ​ອໍ”

        ຕາມ​ຄະ​ນະ​ຈັດ​ຕັ້ງ, ນັບ​ແຕ່ມື້​ເປີດ​ປະ​ຕູ​ງານ​ວາງ​ສະ​ແດງ​ມາ​ຮອດ​ປະ​ຈຸ​ບັນ​, ສະ​ເລ່ຍ ແຕ່​ລະ​ມື້​ມີ​ແຂກ​ເຂົ້າ​ຊົມປະ​ມານ 150 ເທື່ອ​ຄົນ, ນັບ​ທັງ​ຊາວ ຮ່າ​ໂນ້ຍ ແລະ ນັກ​ທ່ອ​ງ​ທ່ຽວ​ຕ່າງ​ປະ​ເທດ. ງານ​ວາງ​ສະ​ແດງ​ ອາ​ຊຽນ -ສີ​ສັນ​ວັດ​ທະ​ນະ​ທຳ​ເປີດ​ປະ​ຕູ​ຮອດ​ວັນ​ທີ 17/8, ສະ​ນັ້ນ ຜູ້​ໃດ​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ຫລື ມີ​ແຜນ​ການ​ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ຢ່າ​ລືມ​ແວ່​ຢາມ​ງານ​ວາງ​ສະ​ແດງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ