ງານວາງສະແດງພາບຖ່າຍກ່ຽວກັບອາຊຽນ ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບປະຊາຄົມລວມ ອາຊຽນ

(VOVWORLD) -ແຕ່ວັນທີ 13-15 ກໍລະກົດຜ່ານມາ, ຢູ່ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ໄດ້ດຳເນີນວັນບຸນ ອາຊຽນ 2017 ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມຸ້ງໄປເຖິງການສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ຈຸດເດັ່ນຂອງວັນບຸນຄັ້ງນີ້ ແມ່ນງານວາງສະແດງບັນດາພາບຖ່າຍກ່ຽວກັບ ອາຊຽນ ຊື່ງໄດ້ວາງສະແດງຢູ່ບໍລິເວນລະບຽງອາຄານຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້. ມີພາບຖ່າຍກວ່າ 200 ແຜ່ນ ສ່ວນຫລາຍແມ່ນບັນດາພາບສີ ທີ່ຍາດໄດ້ລາງວັນສູງໃນງານມະໂຫລານສາກົນກ່ຽວກັບ ພາບຖ່າຍ ແລະ ຟີມສາລະຄະດີ- ເອກະສານກ່ຽວກັບ ອາຊຽນ ໄດ້ດຶງດູດແຂກມາຊົມເກືອບ 1000 ເທື່ອຄົນໃນຕະຫລອດ 3 ມື້ດຳເນີນວັນບຸນ. 
ງານວາງສະແດງພາບຖ່າຍກ່ຽວກັບອາຊຽນ ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບປະຊາຄົມລວມ ອາຊຽນ - ảnh 1 ງານວາງສະແດງພາບຖ່າຍກ່ຽວກັບອາຊຽນ

ມີຜູ້ຊົມຫວຽດນາມ 4,5 ຄົນ ພວມຕັ້ງໃຈຊົມພາບຖ່າຍທີ່ມີຊື່ວ່າ “ງານບຸນຕ້ອນຮັບປີໃຫມ່ຂອງ ມຽນມາ”. ຈຸດພົ້ນເດັ່ນໃນພາບຖ່າຍນີ້ ແມ່ນ ມີນາງສາວ ມຽນມາ 6,7 ຄົນ ນຸ່ງຊຸດອາພອນສີສົ້ມປະຈຳຊາດ, ເກົ້າຜົມທາງຫລັງ, ໃບຫນ້າຍິ້ມແຍ່ມແຈ່ມໃສ ພວມສະແດງບັນດາວາດຟ້ອນຕ້ອນຮັບປີໃຫມ່. ຄຽງຂ້າງນັ້ນ ແມ່ນພາບຖ່າຍກ່ຽວກັບພິທີບາສີສູ່ຂວັນໃນໂອກາດບຸນປີໃຫມ່ຂອງຄອບຄົວປະຊາຊົນລາວ. ນີ້ແມ່ນຫນຶ່ງໃນບັນດາພິທີກຳທີ່ຂາດບໍ່ໄດ້ເມື່ອບຸນປີໃຫມ່ລາວວຽນມາ. ນອນນັ້ນ ຍັງມີບັນດາພາບຖ່າຍກ່ຽວກັບ ອັງກໍວັດ ສະຖານທີ່ທ່ອງທ່ຽວມີຊື່ສຽງຂອງ ແຂວງ ຊຽມຣຽບ ກຳປູເຈຍ, ຮູບປັ້ນ Merlion ຊື່ງເປັນສັນຍາລັກແຫ່ງການທ່ອງທ່ຽວຂອງ ສິງກະໂປ ຫລື ພາບຖ່າຍກ່ຽວກັບສະຖານທີ່ທ່ອງທ່ຽວ ຈາງອານ ຂອງຫວຽດນາມ ດ້ວຍຮູບພາບເຮືອຕິດຕໍ່່່່່ກັນລ່ອງຕາມແມ່ນ້ຳ, ຢູ່ສອງແຄມແມ່ນ້ຳແມ່ນເຂົ້າສຸກເຫລືອງເຕັມທົ່ງນາ. ທ່ານນາງ Maria Cynthia P.Pe La Yo ອຸປະທູດຊົ່ວຄາວ ສະຖານທູດ ຟິລີບປີນ ປະຈຳຫວຽດນາມ ແລະ ເພື່ອນ ຫງວຽນມີງເລ ແຂກມາຊົມງານວາງສະແດງໃຫ້ຮູ້ວ່າ:

“ຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ບັນດາພາບຖ່າຍວາງສະແດງຢູ່ທີ່ນີ້. ນັ້ນແມ່ນບັນດາພາບຖ່າຍງາມ ແລະ ມີຄຸນຄ່າ ເພື່ອແນະນຳໃຫ້ປະຊາຊົນຫວຽດນາມ ແລະ ແຂກທ່ອງທ່ຽວສາກົນກ່ຽວກັບຄວາມງາມດ້ານວັດທະນະທຳຂອງບັນດາປະເທດ ອາຊຽນ. ວັນບຸນ ອາຊຽນ ຈະແມ່ນກຳລັງຫນູນຊຸກຍູ້ການຮ່ວມມືກ່ຽວກັບດ້ານວັດທະນະທຳລະຫວ່າງບັນດາປະເທດ ສະມາຊິກ ອາຊຽນ”

“ຜ່ານບັນດາພາບຖ່າຍນີ້ ນ້ອງມີຄວາມເຂົ້າໃຈວ່າ ບັນດາປະເທດ ອາຊຽນ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ຫນ້າຈັບອົກຈັບໃຈ ແລະ ສວຍງາມ ຄື: ທົ່ງໄຫຫີນຂອງລາວ, ອັງກໍວັດ ຂອງກຳປູເຈຍ, ຕະຫລາດນ້ຳຂອງໄທ. ນ້ອງຫວັງວ່າ ຈະມີກາລະໂອກາດໄປທ່ອງທ່ຽວທັງໝົດສະຖານທີ່ທ່ອງທ່ຽວດັ່ງກ່າວ”

ບັນດາພາບຖ່າຍໃນງານວາງສະແດງຄັ້ງນີ້ ມີເນື້ອໃນອຸດົມສົມບູນ ແລະ ໄດ້ຮັບການຄັດເລືອກມາເປັນເວລາຫລາຍມື້. ມີຮູບພາບບາງແຜ່ນແມ່ນສ່ອງແສງເຖິງການປະກອບສ່ວນຂອງ ຫວຽດນາມ ໃນອາຊຽນ, ຊື່ງໄດ້ຖ່າຍກ່ອນນີ້ ເກືອບ 20 ປີ ແຕ່ຍັງຄົງຮັກສາຄວາມງາມເໝືອນເດີມ ຄື ຮູບພາບ ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຂົ້າຮ່ວມພິທີປະກາດຖະແຫລງການ ກົວລາລຳເປີ ກ່ຽວກັບກົດບັດການສ້າງອາຊຽນ ເມື່ອວັນທີ 2 ທັນວາ ປີ 2005 ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ຫລື ຮູບພາບກ່ຽວກັບພິທີຮັບ ລາຊະອານາຈັກ ກຳປູເຈຍ ເຂົ້າເປັນສະມາຊິກທີ 10 ຂອງອາຊຽນ ເມື່ອວັນທີ 30 ເມສາປີ 1999 ຢູ່ ຮ່າໂນ້ຍ. ນອກນັ້ນ ຍັງມີບັນດາຮູບຖ່າຍກ່ຽວກັບສິ່ງແວດລ້ອມ. ທ່ານ ຫງວຽນວັນຕວານ ແລະ ທ່ານນາງ ເລທິລານ, ແຂກມາຊົມໄດ້ສະແດງຄວາມຮູ້ສຶກຂອງຕົນເມື່ອຊົມບັນດາພາບຖ່າຍດັ່ງກ່າວ:

“ຜ່ານບັນດາຮູບພາບຢູ່ທີ່ນີ້ ຂ້າພະເຈົ້າບໍ່ພຽງແຕ່ໄດ້ຊົມຄວາມງາມຂອງບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກ ບັນຫາສິ່ງແວດລ້ອມກໍ່ແມ່ນສິ່ງສຳຄັນ ແລະ ໄດ້ຮັບຄວາມເອົາໃຈໃສ່ນຳວາງສະແດງໃນງານວາງສະແດງນີ້. ແຕ່ລະປະເທດລ້ວນແຕ່ມີພູຜາປ່າໄມ້ ແມ່ນ້ຳລຳເຊ ທີ່ສວຍງາມ, ແຕ່ເພື່ອຮັກສາຄວາມງາມນັ້ນ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈປົກປັກຮັກສາດສິ່ງແວດລ້ອມ, ສະກັດກັ້ນສະພາບທຳລາຍປ່າ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້. ຜ່ານບັນດາຮູບພາບ, ຂ້າພະເຈົ້າຮູ້ໄດ້ຜົນງານຊື່ງບັນດາປະເທດສະມາຊິກ ອາຊຽນ ບັນລຸໄດ້. ຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈ ເພາະຫວຽດນາມ ກໍ່ມີການປະກອບສ່ວນຫລາຍຢ່າງໃນ ອາຊຽນ ພິເສດແມ່ນເລື່ອງສ້າງປະຊາຄົມ ອາຊຽນ.”

ງານວາງສະແດງພາບຖ່າຍກ່ຽວກັບອາຊຽນ ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບປະຊາຄົມລວມ ອາຊຽນ - ảnh 2 ຮູບພາບບາງແຜ່ນແມ່ນສ່ອງແສງເຖິງການປະກອບສ່ວນຂອງ ຫວຽດນາມ ໃນອາຊຽນ

ເມື່ອຕີລາຄາກ່ຽວກັບງານວາງສະແດງຄັ້ງນີ້ ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນໄດ້ວ່າ ງານວາງສະແດງນີ້ແມ່ນມີຄວາມໝາຍທີ່ສຸດ. ປີກາຍນີ້ ຂ້າພະເຈົ້າກໍ່ມີກາລະໂອກາດໄດ້ເຂົ້າຮ່ວມວັນບຸນ ອາຊຽນ ຢູ່ທີ່ນີ້ ແລະ ປີນີ້ ວັນບຸນ ອາຊຽນ ໄດ້ຮັບການຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ຂ້າພະເຈົ້າຖືວ່າ ການເຄື່ອນໄຫວນີ້ ຄວນໄດ້ຮັບການເສີມຂະຫຍາຍເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບປະຊາຄົມ ອາຊຽນກວ່າ.”

        ຖັດຈາກງານວາງສະແດງຈັດຂຶ້ນຢູ່ ຮ່າໂນ້ຍ ແລ້ວ, ບັນດາພາບຖ່າຍດັ່ງກ່າວຈະສືບຕໍ່ໄດ້ນຳວາງສະແດງຢູ່ ບາງແຂວງ, ນະຄອນ ຂອງຫວຽດນາມ ຄື: ເຊີນລາ, ບັກກ້ານ, ເຫງ້ອານ, ເພື່ອແນໃສ່ໂຄສະນາພາບພົດກ່ຽວກັບປະຊາຄົມ ອາຊຽນ ໃຫ້ແກ່ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ