ຊຸກຍູ້ບົດບາດຂອງສື່ສານໃນການໂຄສະນາກ່ຽວກັບປະຊາຄົມອາຊຽນ

ຊຸກຍູ້ບົດບາດຂອງສື່ສານໃນການໂຄສະນາກ່ຽວກັບປະຊາຄົມອາຊຽນ - ảnh 1
ກອ​ງ​ປະ​ຊ​ຸມ​ສ​ຳ​ມະ​ນາຈັດ​ຕັ້ງ​ໃນ​ວັນ​ທີ 18/4

(vovworld) – ​ ​​ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອ​ງ​ປະ​ຊ​ຸມ​ສ​ຳ​ມະ​ນາ “ຊຸກ​ຍູ້​ບົດ​ບາດ​ຂອງ​ສື່​ສານ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ” ເພື່ອ​ແນ​ໃສ່​ແນະ​ນ​ຳ​ເຖິງ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ແຫຼ່ງ​ເອ​ກະ​ສານ, ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຂຸດ​ຄົ້ນ, ສ​້າງ​ບັນ​ດາ​ຫົວ​ຂໍ້, ບົດ​ຂຽນ​ກ່ຽວ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ລະ​ອຽດ​ຂອງ​ປະ​ຊາ​ຄົມ ອາ​ຊຽນ, ນຳ​ປະ​ຊາ​ຄົມ ອາ​ຊຽນ ຫຍັບ​ມໍ່​ໃກ້​ກັບ​ປະ​ຊາ​ຊົນ​ກ່​ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກວກ​ຢູ້ງ, ຫົວ​ໜ້າ SOM ASEAN ຫວຽດ​ນາມ  ເນັ້ນ​ໜັກ​ວ່າ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ຮັບ​ຮູ້​ການ​ຮ່ວມ​ມື ອາ​ຊຽນ ແມ່​ນ​ບຸ​ລິ​ມະ​ສິດ ແລະ ຕ້ອງ​ມີ​ການ​ສົມ​ທົບ​ຂອງຫຼາຍ​ພາກ​ສ່ວນ​ອື່ນໆ​ໃນ​ສັງ​ຄົມ​ຄື: ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ… ຄ​ຽງ​ຄູ່​ກັນ​ນັ້ນ, ວົງ​ການ​ສື່​ສານ​ໄດ້​ສວມ​ບົດ​ບາດ​ສຳ​ຄັນ, ແມ່ນ​ຂົວ​ເຊື່ອມ​ຕໍ່ ແລະ ມີ​ກຳ​ລັງ​ແຜ່​ຂະ​ຫຍາຍ​ເພື່ອ​ສົ່ງ​ຂໍ້​ມ​ູນ​ຂ່າວ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຄົມ ອາ​ຊຽນ ເຖິງ​ປະ​ຊາ​ຊົນເປັນ​ຈຳ​ນວນຫຼວງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ