ຊອກຮູ້ບຸນອອກພັນສາ - ຄວາມງາມໃນວັດທະນະທຳການເຫລື້ອມໃສຂອງຊາວລາວ

(VOVWORLD) - ປະເທດລາວດິນແດນແຫ່ງດອກຈຳປາ ເປັນປະເທດທີ່ມີຫລາຍງານບຸນປະເພນີ ຊຶ່ງໄດ້ດຳເນີນໃນຕະຫລອດປີ, ໃນນັ້ນ ມີບັນດາງານບຸນສຳຄັນຄື: ບຸນພະເຫວດ ຈັດຂຶ້ນໃນເດືອນ 4 ລາວ , ບຸນບັ້ງໄຟ ຈັດຂຶ້ນໃນລະຫວ່າງເດືອນ 6 - ເດືອນ 7 ລາວ, ບຸນເຂົ້າພັນສາ ຈັດຂຶ້ນໃນວັນເພັງເດືອນ 8 ລາວ, ບຸນຫໍ່ເຂົ້າປະດັບດິນ ຈັດຂຶ້ນໃນ ເດືອນ 9 ລາວ…

ໃນນັ້ນ ບຸນອອກພັນສາ ແມ່ນໜຶ່ງໃນບັນດາງານບຸນປະເພນີທີ່ສຳຄັນຂອງປະຊາຊົນ ລາວ ບັນດາເຜົ່າ ຊຶ່ງໃນທຸກປີໄດ້ຈັດຂຶ້ນໃນວັນເພັງເດືອນ 11 ຕາມຈັນທະປະຕິທິນລາວ. ໃນລາຍການຊາຍຄາອາຊຽນມື້ນີ້, ຂໍເຊີນທ່ານຜູ້ຟັງຮັບຟັງບົດ “ຊອກຮູ້ບຸນອອກພັນສາ - ຄວາມງາມໃນວັດທະນະທຳການເຫລື້ອມໃສຂອງຊາວລາວ” ເພື່ອເຂົ້າໃຈແຈ້ງກ່ວາກ່ຽວກັບວັດທະນະທຳການເຫລື້ອມໃສຂອງປະຊາຊົນ ລາວ ໃນງານບຸນປະເພນີນີ້.

ຊອກຮູ້ບຸນອອກພັນສາ - ຄວາມງາມໃນວັດທະນະທຳການເຫລື້ອມໃສຂອງຊາວລາວ - ảnh 1

ບຸນເຂົ້າພັນສາ ໝາຍຄວາມວ່າແມ່ນກ້າວເຂົ້າສູ່ການຈຳສິນ ເລີ່ມຕົ້ນແຕ່ວັນເພັງເດືອນ 8 ລາວ  ແລະ ສິ້ນສຸດລົງດ້ວຍບຸນອອກພັນສາ ຈັດຂຶ້ນໃນວັນເພັງເດືອນ 11 (ໄລ່ຕາມຈັນທະປະຕິທິນລາວ). ໃນ 3 ເດືອນເຂົ້າພັນສານີ້, ບັນດາພະສົງສຳມະເນນໄດ້ຕັ້ງໃຈຈຳສິນພາວະນາ, ສຶກສາຄົ້ນຄວ້າພະທຳມະເທດສະໜາ ຫຼື ສອນທຳມະເທດສະໜາ, ສ່ວນປະຊາຊົນຈະບໍ່ກໍ່ສ້າງເຮືອນ, ບໍ່ຈັດງານແຕ່ງດອງ…ໃນ 3 ເດືອນເຂົ້າພັນສາກໍ່ຖືກກັບ 3 ເດືອນຂອງລະດູຝົນຢູ່ ລາວ, ບັນດາພຸດທະສາສະນິກກະຊົນຕ້ອງໄປວັດຟັງທຳມະເທດສະໜາ, ຮຽນສິ່ງທີ່ດີ, ມຸ່ງໄປສູ່ຄວາມສຸດຈະລິດ, ຜູ້ໃດຫາກຍັງບໍ່ທັນໄດ້ທຳຄວາມດີ ຕ້ອງຟັງພະທຳມະເທດສະໜາ ແລະ ພະຍາຍາມປັບປຸງຕົນເອງ, ເພື່ອໃຫ້ຈິດໃຈສົດໃສ, ມີຄວາມຜາສຸກ. ຕາມທຳມະດາແລ້ວ, ກ່ອນບຸນອອກພັນສາ 2, 3 ວັນ, ພຸດທະສາສະນິດກະຊົນ ຈະກະກຽມເຄື່ອງຖະຫວາຍຄື: ຫໍ່ເຂົ້າຕົ້ມ, ເຂົ້າໝົມ, ທູບທຽນ, ເຂົ້າໜຽວ, ໝາກໄມ້…ເພື່ອຖະຫວາຍພະພຸດພະເຈົ້າໃນວັນອອກພັນສາ (ພິທີຕັກບາດ) ແລະ ພາຍຫລັງທຳພິທີຖະຫວາຍຢູ່ບັນດາວັດວາອາຮາມສຳເລັດແລ້ວ, ເລີ່ມແຕ່ຄ່ຳຄືນວັນເພັງເດືອນ 11 ບຸນອອກພັນສາກໍ່ຈະສິ້ນສຸດລົງ. ພະອາຈານ ບຸນເລີດ ວິ່ງສະໝອນ, ວັດນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

ບຸນອອກພັນສາມີຄວາມສຳຄັນທີ່ສຸດ ຊຶ່ງສາສະນິກກະຊົນໃຜໆກໍ່ຕ້ອງຮູ້ ແລະ ເຂົ້າໃຈ. ບຸນອອກພັນສາພຽງແຕ່ເປັນງານບຸນຈຳສິນຢ່າງເປັນທາງການ ແລະ ສິ້ນສຸດພາຍໃນເວລາ 3 ເດືອນເທົ່ານັ້ນ, ແຕ່ຍັງສືບຕໍ່ໄຫວ້ບູຊາ ແລະ ທຳພິທີກຳຕ່າງໆຕາມປົກກະຕິ. ແມ່ເຖົ້າ ອັອດ ຢູ່ບ້ານທາດຫລວງໃຕ້ ອາຍຸ 80 ປີໃຫ້ຮູ້ວ່າ:ປີໃດແມ່ເຖົ້າກໍ່ມາທີ່ນີ້ໃນວັນບຸນອອກພັນສາ, ແມ່ເຖົ້າໄດ້ກະກຽມເຄື່ອງຖະຫວາຍສັງກະທານຄົບທຸກຢ່າງເພື່ອມາຖະຫວາຍບູຊາ, ພາວະນາໃຫ້ຕົນເອງມີສຸຂະພາບແຂງແຮງ, ຄອບຄົວລູກຫຼານມີຄວາມສຸກ ແລະ ປາດຖະໜາໃຫ້ລູກຫຼານໄດ້ຮຽນເອົາສິ່ງທີ່ດີຈາກຫຼັກສິນທຳຂອງພະພຸດທະເຈົ້າ ແລະ ເຂົ້າໃຈກ່ຽວກັບວັດທະນະທຳຮີດຄອງປະເພນີຂອງລາວ.

ຊອກຮູ້ບຸນອອກພັນສາ - ຄວາມງາມໃນວັດທະນະທຳການເຫລື້ອມໃສຂອງຊາວລາວ - ảnh 2

ນອກຈາກພິທີກຳຫຼັກ, ບຸນອອກພັນສາກໍ່ຍັງມີບັນດາກິດຈະກຳຄື: ໃນຕອນຫົວຄ່ຳຈົນຮອດເດິກທຸກຄົນຈະເຕົ້າໂຮມຢູ່ແຄມແມ່ນ້ຳລຳເຊເພື່ອເຂົ້າຮ່ວມພິທີໄຫຼເຮືອໄຟ, ລອຍກະທົງໄປຕາມແມ່ນ້ຳ, ລະຫຼິ້ນບັນເທິງ ແລະ ພິເສດແມ່ນງານບຸນຊ່ວງເຮືອ ຊຶ່ງໄດ້ຈັດຂຶ້ນພາຍຫລັງຄືນວັນເພັງອອກພັນສາ. ອ້າຍ Kalana Peiris ມາຈາກປະເທດ ສີລັງກາ ປະຈຸບັນພວມເຮັດວຽກຢູ່ນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ຢູ່ປະເທດສີລັງກາ ມີບາງສິ່ງທີ່ແຕກຕ່າງກັບຢູ່ ລາວ ແຕ່ທາງດ້ານພິທີກຳທາງສາສະໜາກໍ່ຄ້າຍຄືກັນ.

 “ສາສະໜາພຸດຢູ່ ສີລັງກາ ກໍ່ຄືກັບຢູ່ ລາວ. ລາວ, ໄທ, ກຳປູເຈຍ, ມຽນມາ ແລະ ສີລັງກາ ແມ່ນ 5 ປະເທດທີ່ເຊື່ອຖືສາສະໜາພຸດ. ບັນດາປະເທດທີ່ເຊື່ອຖືສາສະໜາພຸດທັງໝົດນັ້ນ ລ້ວນແຕ່ຈັດບຸນອອກພັນສາ. ໂດຍສືບທອດມູນເຊື້ອຮີດຄອງປະເພນີຂອງຊາດ ແລະ ຄືດັ່ງບັນດາທ່ານໄດ້ເຫັນ ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ໄດ້ເຮັດວຽກໃນດິນແດນແຫ່ງພຸດທະສາສະໜາ ແລະ ກໍ່ມີງານບຸນຄືຢູ່ ສີລັງກາ ສະນັ້ນ ພວກຂ້າພະເຈົ້າຈຶ່ງຖືໂອກາດນີ້ ເພື່ອແນະນຳໃຫ້ລູກຫຼານປະຕິບັດບັນດາພິທີກຳຂອງພຸດທະສາສະໜາ ກໍ່ຄືພິທີກຳຕ່າງໆ.”

        ປີ 2018, ບຸນອອກພັນສາຈະໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2018. ຖ້າຫາກພວກເພື່ອນຢາກເຂົ້າຮ່ວມບຸນອອກພັນສາ ກໍ່ສາມາດໄປນະຄອນຫລວງ ວຽງຈັນ, ແຂວງຫລວງພະບາງ ຫຼື ແຂວງຈຳປາສັກ ເພາະ 3 ແຫ່ງນີ້ແມ່ນຈັດບຸນອອກພັນສາໃຫຍ່ທີ່ສຸດໃນທົ່ວປະເທດ ເພື່ອເຂົ້າໃຈຕື່ມກ່ຽວກັບຮີດຄອງປະເພນີ, ການເຫລື້ອມໃສຂອງປະຊາຊົນ ລາວ ຫລາຍກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ