ດວານຫນືງອກນີງ- ນັກຮຽນເກັ່ງຮອບດ້ານໄດ້ຮັບທຶນການສຶກສາອາຊຽນ

(vovworld)- ໂດຍ​ແມ່ນ​ນັກ​ຮຽນ​ເກັ່ງ​ຮອບ​ດ້ານ​ຢ່າງ​ລຽນ​ຕິດ​ໃນ​ໄລ​ຍະ 10 ປີ ດ້ວຍ​ຄະ​ແນນ​ສະ​ເລ່ຍແຕ່​ລະ​ປີ ແມ່ນ 9,5 ຂຶ້ນ​ໄປ. ນັ້ນ​ແມ່ນ​ໝາກ​ຜົນ​ກາ​ນ​ຮ່ຳ​ຮຽນ​ຂອງ ດ​ວານ​ຫນື​ງອກ​ລີງ, ນັກ​ຮຽນ​ດີ​ເດັ່ນ​ຂອງ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ລົງ​ເລິກວິ​ຊາ ຫງວຽນ​ເຕີດ​ແທ່ງ ແຂວງ ກອນ​ຕູມ. ຫວ່າງ​ແລ້ວນີ້, ດ​ວານ​ຫນື​ງອກ​ລີງ ເປັນ​ກຽດ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ນັກ​ຮຽນ ຫວຽດ​ນາມ 8 ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ປະ​ຈຳ​ປີ​ຂອງ​ອາ​ຊຽນ, ໂດຍ​ກະ​ຊວງ​ສຶກ​ສາ ສິງ​ກະ​ໂປ ອຸ​ປະ​ຖຳ​ໃນ​ປີ 2016.

ດວານຫນືງອກນີງ- ນັກຮຽນເກັ່ງຮອບດ້ານໄດ້ຮັບທຶນການສຶກສາອາຊຽນ - ảnh 1
 ດ​ວານ​ຫນື​ງອກ​ລີງ, ນັກ​ຮຽນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ອາ​ຊຽນ
ພາບ:baokontum



        ນັບ​ແຕ່​ຄາວ​ຍັງ​ນ້ອຍ, ດ​ວານ​ຫນື​ງອກ​ລີງ ​ມີ​ຄວາມ​ຕື່ນ​ຕົວ​ໃນ​ການ​ຮ່ຳ​ຮຽນ ແລະ ມັກ​ຮ່ຳ​ມັກ​ຮຽນ. ຜົນ​ງານ​ການ​ຮຽນໃນ​ໄລ​ຍະ 10 ປີ​ຂອງ​ນ້ອງ​ແມ່ນມີ​ຄ​ວາມ​ປະ​ທັບ​ໃຈ​ທີ່​ສຸດ, ກ່ອນນີ້ ນ້ອງ​​ເຄີຍໄດ້​ຮັບ​ລາງວັນ​ທີ 2 ໃນ​ການ​ເສັງຄະ​ນິດ​ສາດ Olympic ຮ່າ​ໂນ້ຍ​ເປີດກວ້າງ; ຫລຽນ​ຄຳ​ໃນ​ການ​ເສັງພາ​ສາ​ອັງ​ກິດ Olympic ​ທາງ​ອິນ​ເຕີ​ແນດ​ທົ່ວ​ປະ​ເທດ​ປີ 2014 – 2015; ຫລຽນ​ຄຳ​ວິ​ຊາ​ເຄ​ມີ​ສາດ​ ປໍ 5 ໃນ​ການ​ເສັງ Olympic 30/4 ປີ 2016. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ລູກ​ສິດ​ຂອງ​ຕົນ, ອ້າຍ​ຄູ ຫງວຽນ​ທາຍ​ເຊີນ, ຄູ​​ປະ​ຈຳ​ຫ້ອງ​ມໍ 5 ລົງ​ເລິກວິ​ຊາ​ເຄ​ມີ​ສາດ, ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ລົງ​ເລິກ ຫງວຽນ​ເຕີນ​ແທ່ງ ແຂວງກອນ​ຕູມ ໃຫ້​ຮູ້​ວ່າ:

        “ໃນ​ວິ​ວັດ​ການ​ຮ່ຳ​ຮຽນ, ດ​ວານ​ຫນື​ງອກ​ລີງ ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແລະ ແມ່ນ​ນັກ​ຮຽນ​ເກັ່ງ​ທຸກວິ​ຊາ. ບໍ່​ພຽງ​ແຕ່​ຮຽນ​​ເກັ່ງ​ເທົ່າ​ນັ້ນ ດ​ວານ​ຫນື​ງອກ​ລີງ ຍັງ​​ມີ​ນ້ຳ​ໃຈຊ່ວຍ​ເຫລືອ​ໝູ່​ເພື່ອນ​​ເພື່ອ​​ເຮັດ​ໃຫ້​ຜົນ​ງານ​ການ​ຮ່ຳ​ຮຽນ​ຂອງ ຫ້ອງ​ຮຽນ ມໍ 5 ລົງ​ເລິກວິ​ຊາ​ເຄ​ມີ​ສາດ ເວົ້າ​ລວມ ແລະ ດ​ວານ​ຫນື​ງອກ​ລີງ ເວົ້າ​ສະ​ເພາະ ຢືນ​ອັນ​ດັບ​ຫນຶ່ງ ແລະ ອັນ​ດັບ 2 ​ໃນໂຮງ​ຮຽນ. ນ້ອງດ​ວານ​ຫນື​ງອກ​ລີງ ​ມີ​ຄວາມ​ເປັນ​ກຽດ​​ທີ່​ສຸດໄດ້​ຮັບ​ທຶນ​ການ​ສຶກ​ສາ ອາ​ຊຽນ​ ​ໃນຄັ້ງ​ນີ້”

        ​​ເພື່ອ​ຍາດ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ນັ້ນ​ກໍ​ຍ້ອນ​​ການ​ຝືກ​ຝົນ​ຫລໍ່​ຫລອມ​ຢ່າງບໍ່​ຮູ້​ອິດບໍ່​ຮູ້​ເມື່ອຍ​ຂອງ ດ​ວານ​ຫນື​ງອກ​ລີງ. ຄຽງ​ຂ້າງ​​ຄຳ​ຕັກ​ເຕືອນ​ແນະ​ນຳ​ບອກ​ສອນຂອງ​ພໍ່​ແມ່, ການ​ສິ​ດ​ສອນ​ຂອງ​ຄູ​ອາ​ຈານ, ການ​ມັກ​ຮ່ຳ​ມັກ​ຮຽນ​ຂອງ ດ​ວານ​ຫນື​ງອກ​ລີງ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ນ້ອງ​ປະ​ຈຸ​ບັນ. ນອກ​ຈາກ​ຊົ່ວ​ໂມງ​​ຂຶ້ນ​ຫ້ອງ​ແລ້ວ, ດ​ວານ​ຫນື​ງອກ​ລີງ ຍາມ​ໃດ​ກໍ​​ຊອກບັນ​ດາ​ວິ​ທີ​​ຮ່ຳ​ຮຽນ​ໃຫມ່​ດ້ວຍ​ຕົນ​ເອງ ແລະ ໄດ້​ນຳ​ມາເຊິ່ງ​ປະ​ສິດ​ທິ​ຜົນ. ສຳ​ລັບ​ ວິ​ຊາ​ພາ​ສາ​ອັງ​ກິດ ແລ້ວ, ພ້ອມ​ກັບ​ການ​​ແລກ​ປ່ຽນ​ທັກ​ສະ​ໃນ​ການ​ຟັງ, ເວົ້າ, ອ່ານ, ຂຽນ, ແຕ່​ລະ​ມື້ ດ​ວານ​ຫນື​ງອກ​ລີງ ຍັງ​ເພີ່ມ​ຄວາມ​ຮູ້​ດ້ວຍ​ວິ​ທີ​ຊົມ​ບັນ​ດາ​ລາຍ​ການ​​ສອນ​ພາ​ສາ​ອັງ​ກິດ ທາງ​ໂທ​ລະ​ພາບ, ​ແຜ່ນ CD ຫລື ​ຮຽນ​ເອງທາງ​ອິນ​ເຕີ​ແນັດ.

ດວານຫນືງອກນີງ- ນັກຮຽນເກັ່ງຮອບດ້ານໄດ້ຮັບທຶນການສຶກສາອາຊຽນ - ảnh 2
ດ​ວານ​ຫນື​ງອກ​ລີງ ແລະ ຫົວ​ຫນ້າ​ສະ​ຖານ​ກົງ​ສູນ​ສິງ​ກະ​ໂປ
ຢູ່ ນະ​ຄອນ​ໂຮ່​ຈິ​ມີນ
ພາບ:baokontum


ເພື່ອ​ຍາດ​ໄດ້​ທຶນ​ການ​ສຶກ​ສາ​ປ​ະ​ຈຳ​ປີ​ຂອງ ອາ​ຊຽນ, ດ​ວານ​ຫນື​ງອກ​ລີງ ໄດ້​ເສັງ​​ຜ່ານ 3 ວິ​ຊາ​ຄື: ຄະ​ນິດ​ສາດ, ພ​າ​ສາ​ອັງ​ກິດ, ບົດ​ກວດ​ກາ IQ ແລະ ການສຳ​ພາດ (​Interview) ​ໂດຍ​ກົງ​ດ້ວຍ​ພາ​ສາ​ອັງ​ກິດ ​ດ້ວຍ​ໝາກ​ຜົນ​ດີ​ເລີດ. ນັບ​ແຕ່​ເດືອນ 11/2016 ເປັນ​ຕົ້ນ​ໄປ, ດ​ວານ​ຫນື​ງອກ​ລີງ ໄດ້ໄປຮຽນຢູ່​ໂຮງ​ຮຽນ​ທີ່​ຕົນ​ເອງ​ໄດ້​ຄັດ​ເລືອກ​ຢູ່​ປະ​ເທດ​ສິງ​ກະ​ໂປ​ໃນ​ໄລ​ຍະ 4  , ໃນ​ນັ້ນ 2 ປີ​ແມ່ນ​ຮຽ​ນ​​ຢູ່ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ແລະ   ອີກ 2 ປີ ​ແມ່ນ​ຮຽນ​ກຽມ​ ມະ​ຫາ​ວິ​ທະ​ຍ​າ​ໄລ ດ້ວຍ​ຄ່າ​ຮຽນ, ຄ່າ​ກິນ​ຢູ່ພັກ​ເຊົາ ໂດຍ​ລັດ​ຖະ​ບານ ສິງ​ກະ​ໂປ ອຸ​ປະ​ຖຳ. ດ​ວານ​ຫນື​ງອກ​ລີງ ໃຫ້​ຮູ້​ວ່າ:

        “ນ້ອງ​ຮູ້​ສຶກ​ດີ​ໃຈ​ຫລາຍ ຍ້ອນ​ວ່າ​ຕົນ​ເອງ​ໄດ້​ຮັບ​ທຶນ​ການ​ສຶກ​ສາ ອາ​ຊຽນ. ນ້ອງ​ຄິດ​ວ່າ ໄດ້​ຮັບ​ໝາກ​ຜົນ​ໃນ​ມື້ນີ້ ກໍ​ຍ້ອນ​​ຕົນ​ເອງ​ມີຄວາມ​ມາ​ນະ​ພະ​ຍາ​ຍາມໃນການ​ເສັງ​ພາກ​ຮຽນ​ຄັ້ງ​ຕ່າງໆຜ່ານ​ມາ. ທຶນ​ການ​ສຶກ​ສາ ອາ​ຊຽນຈະ​ຊ່ວຍ​ໃຫ້​ນ້ອງ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃນ​ການ​ຮ່ຳ​ຮຽນ. ນ້ອງ​ຈະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ໃນ​ໄລ​ຍະ 4 ປີ ​ທີ່​ຮຽນຢູ່ ສິງ​ກະ​ໂປ ເພື່ອ​​ເພີ່ມຄວາມ​ຮູ້​ຕື່ມ​ອີກ. ຄວາມ​ໄຝ່​ຝັນ​ຂອງ​ນ້ອງ ແມ່ນ​ຢາ​ກ​າຍ​ເປັນ​ທ່ານ​ໝໍ ເພາະ​ອາ​ຊີບນີ້ ນ້ອງ​ມັກ​ທີ່​ສຸດ.”

        ທຶນ​ການ​ສຶກ​ສາ ອາ​ຊຽນ ໂດຍ​ກະ​ຊວງ​ສຶກ​ສາ​ຂອງ​ສິງ​ກະ​ໂປ ມອບ​ໃຫ້​ໄວ​ຫນຸ່ມ​ບັນ​ດາ​ປະ​ເທດ ອາ​ຊຽນ ດ້ວຍ​ຈຸດ​ປະ​ສົງ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ພວກ​ນ້ອງ​ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕົນ​ກໍ​ຄື​ປະ​ກອບ​ບັນ​ດາ​ທັກ​ສະ​ສຳ​ຄັນ​ໃນ​ອະ​ນາ​ຄົດ. ນັກ​ຮຽນ​ຫວຽດ​ນາມ 8 ຄົນ ໄດ້​ຮັບ​ທຶນ​ການ​ສຶກ​ສາ​​ອາ​ຊຽນໃນ​ປີນີ້ ມີ​ກາ​ລະ​ໂອ​ກາດ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​ຂອງ​ສິງ​ກະ​ໂປ ໃນ​ໄລ​ຍະ4 ປີ ຈົນ​ເຖິງ​ເວ​ລາໄດ້​ຮັບ ໃບ​ ຢັ້ງ​ຢືນ​ກຽມ​ມະ​ຫາ​ວິ​ທະ​ຍາ​ໄລ ຫລື​ໄດ້​ຮັບ​ຫນັງ​ສືຢັ້ງ​ຢືນ ແລະ ມ​ີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເພື່ອ​ສືບ​​ຕໍ່​ຮ່ຳ​ຮຽນຕາມ​ບັນ​ດາ​ລາຍ​ການ​​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ອັງ​ກິດ, ສິງ​ກະ​ໂປ ແລະ ຫລາຍ​ປະ​ເທດ​ອື່ນ​ໃນ​ໂລກ.

        ຍາດ​ໄດ້​ທຶນ​ການ​ສຶກ​ສາ ອາ​ຊຽນ ແມ່ນ​ເງື່ອນ​ໄຂທີ່​ດີ​ເພື່ອ​ໃຫ້ ດ​ວານ​ຫນື​ງອກ​ລີງ ສູ້​ຊົນ​ບັນ​ລຸ​ໄດ້​ຄວາມ​ໄຝ່​ຝັນ​ຂອງ​ຕົນ. ດ້ວຍ​ຜົນ​ງານ​ການ​ຮ່ຳ​ຮຽນ​ດີ​ເດັ່ນ ແລະ ຈິດ​ໃຈ​ມັກ​ຮ່ຳ​ມັກ​ຮຽນ, ດ​ວານ​ຫນື​ງອກ​ລີງ ຈະ​ຍາ​ເ+

 ໄດ້​ໝາກ​ຜົນ​ການ​ຮ່ຳ​ຮຽນ​ສູງ​ເມື່ອ​ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ.


ຕອບກັບ

ຂ່າວ/ບົດ​ອື່ນ