ທ່ານນາຍົກລັດຖະມົນຕີລາວ ໂອ້ລົມສົນທະນາກັບບັນດາວິສາຫະກິດຫວຽດນາມ


(vovworld)- ປະ​ຈຸ​ບັນ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ມີ​ຫນ້າ​ຢູ່ 16/18 ແຂວງ, ນະ​ຄອນ ຂອງ​ລາວ. ວັນ​ທີ 21/10 ຜ່ານ​ມາ, ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ເປັນ​ຄັ້ງ​ທຳ​ອິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລີດ ໄດ້​ມີ​ການ​ພົບ​ປະ​, ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ. ທີ່​ການ​ພົບ​ປະ​ສົນ​ທະ​ນາ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ລາຍ​ງານ​ສິ່ງ​ສະ​ດວກ, ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ​ໃນ​ການ​ເຄື່ອນ​ໄຫວ​ລົງ​ທຶນ ​ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ ປະ​ຈຸ​ບັນ​ເມື່ອ​ລົງ​ທຶນ.

ທ່ານນາຍົກລັດຖະມົນຕີລາວ ໂອ້ລົມສົນທະນາກັບບັນດາວິສາຫະກິດຫວຽດນາມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລີດ​ພົບ​ປະ​ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ
ພາບ:vov

        ໄລ່​ຮອດ​ເດືອນ 9/2016, ຫວຽດ​ນາມ​ໄດ້​ມີ 266 ໂຄງ​ການ​ໄດ້​ຮັບ​ຫນັງ​ສື​ອະ​ນຸ​ຍາດ​ລົງ​ທຶນ​ຢູ່​ລາວ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 5,1 ຕື້ USD, ຫລາຍ​ທົບ 1,3 ເທົ່າ ກ່ຽວ​ກັບ​ປະ​ລິ​ມານ ແລະ ສູງ​ທົບ 1,26 ເທົ່າ​ກ່ຽວ​ກັບ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ເມື່ອ​ທຽບ​ໃສ່​ປີ 2011. ປະ​ຈຸ​ບັນ ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​ບັນ​ດ​າ​ປະ​ເທດ​ລົງ​ທຶນ​ຢູ່​ລາວ. ຈຳ​ນວນ​ທຶນ FDI ຂອງ​ຫວຽດ​ນາມ ເຂົ້າ​ລາວ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ໄລ​ຍະ​ຜ່ານ​ມາ ນັບ​ທັງ​ປະ​ລິ​ມານ​ໂຄງ​ການ ແລະ ຍອດ​ຈຳ​ນວນ​ເງິນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​​ຂອງສອງ​ປະ​ເທດ​ໃນ​ໄລ​ຍະ 2011 - 2015 ໄດ້​ເພີ່ມ​ຂຶ້ນ​ສະ​ເລ່ຍ 20%/ປີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ເວົ້າ​ລວມ ແລະ ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່ ລາວ ເວົ້າ​ສະ​ເພາະ ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ. ການ​ໂອ້​ລົມ​ສົນ​ທະ​ນານີ້​ມີ​ຄວາມ​ໝາຍ​ທີີ່​ສຸດ ດ້ວຍ​ຜູ້​ແທນເຂົ້າ​ຮ່ວມກວ່າ 200 ຄົນ ຊື່ງ​ແມ່ນ​ຜູ້​ຕາງ​ຫນ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພວມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ. ທ່ານ ຫງວຽນ​ກີມ​ເຊີນ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ໃຫຍ່ ນ້ຳ​ມັນ​ ຫວຽດ​ນາມ - ລາວ (PV OIL) ໃຫ້​ຮູ້​ວ່າ:

        “​ໂດຍ​ແມ່ນ​ວິ​ສາ​ຫະ​ກິດ ຂ້າ​ພະ​ເຈົ້າ​ເຫັນ​ວ່ານີ້​ແມ່ນ​ການ​ພົບ​ປະ​ສົນ​ທະ​ນາ​ສຳ​ເລັດ​ຜົນ​ທີ່​ສຸດ ແລະ ເປັນ​ຄັ້ງ​ທຳ​ອິດ ​ທີ່ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ນ້ອຍ, ກາງ ແລະ ໃຫຍ່​ຂອງ​ຫວຽດ​ນາມ. ນອກນັ້ນ ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນ​ທະ​ນານີ້ ຍັງ​ມີ​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມົນ​ຕີ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ລາວ ແລະ ຕອ​ບ​ຄຳ​ຖາມ​ໂດຍ​ກົງ​ບັນ​ດາ​ບັນ​ຫາ​ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ​ໄດ້​ຍົກ​ອອກ​ມາ. ຍິ່ງກວ່ານັ້ນ, ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ​ລ້ວນ​ແຕ່​ຖື​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໄດ້​ສຳ​ຜັດ​ກັບ​ການ​ນຳ, ບັນ​ດາ​ອົງ​ການ​ວິ​ຊາ​ສະ​ເພາະ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕິດ​ຄັດ.”

ທ່ານນາຍົກລັດຖະມົນຕີລາວ ໂອ້ລົມສົນທະນາກັບບັນດາວິສາຫະກິດຫວຽດນາມ - ảnh 2
ຜູ້​ຕາງ​ຫ​ນ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ທີ່​ການ​ພົບ​ປະ​ສົນ​ທະ​ນາ
ພາບ:vov

        ທີ່​ການ​ໂອ້​ລົມສົນ​ທະ​ນາ, ຜູ້ຕາງ​ຫນ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ ທີ່​ລົງ​ທຶນ​ຢູ່​ລາວ​ຄື: ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ຢາງ​ພາ​ລາ​ຫວຽດ​ນາມ, ກຸ່ມ​ບໍ​ລິ​ສັດ ກອບ​ສ ລອງ​ແທ່ງ, ກຸ່ມ​ບໍ​ລິ​ສັດ​ເຄ​ມີ ຫວຽດ​ນາມ ຢູ່​ລາວ ໄດ້​ຍົກ​ອອກ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ​ຈຳ​ນວນ​ຫນຶ່ງ​ໃນ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ. ທ່ານ ຫງວຽນ​ຕຽນ​ດືກ, ຮອງ​ຜູ້​ອຳ​ນວ​ຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ຢາງ​ພາ​ລາ ຫວຽດ​ນາມ ສະ​ເຫນີ​ວ່າ:

        “ບັນ​ຫາ​ແຮງ​ງານຍາມ​ໃດ​ກໍ​ແມ່ນ​ສິ່ງ​ກີດ​ຂວາງ​ໃນ​ບັນ​ຫາ​ນຳ​ໃຊ້​ຄົນ​ງານ​ເປັນ​ຈຳ​ນວນ​ຫລາຍ ຄື: ບັນ​ດາ​ໂຄງ​ການ​ຂອງ​ກຸ່ມ​ບໍ​ລິ​ສັດ​ຢາງ​ພາ​ລາ. ທີ່​ບັນ​ດາ​ເຂດ​ມີ​ໂຄງ​ການ​ລົງ​ທຶນ ພວມ​ຂາດ​ແຄນ​ຄົນ​ງານ ແລະ ອ່ອນ​ດ້ອຍ​ດ້ານ​ທັກ​ສະ. ກ່ຽວ​ກັບ​ບັນ​ຫາ​ທີ່​ດິນ, ປະ​ຈຸ​ບັນ ບໍ​ລິ​ສັດ Quasa Geruco ຍັງ​ບໍ່​ທັນ​ລົງ​ນາມ​ໃນ​ສັນ​ຍາ​ເຊົ່າ​ທີ່​ດິນ​ກັບ​ລັດ​ຖະ​ບານ​ລາວ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ສະ​ເຫນີ 3 ບັນ​ຫາ​ຄື​ດັ່ງ​ນີ້: ທີ​ຫນຶ່ງ ກ່ຽວ​ກັບ​ບັນ​ຫາ​ທີ​ດິນ, ສະ​ເຫນີ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ຂອງ​ລາວ ພະ​ຍາ​ຍາມ​ຊ່ວຍ​ວິ​ສາ​ຫະ​ກິດ​ປັບ​ປຸງ​ດ້ານ​ນິ​ຕິ​ກຳ​ກ່ຽວ​ກັບ​ທີ່​ດິນ; ທີ​ສອງ ກ່ຽວ​ກັບ​ເວ​ລາ, ຂ້າ​ພະ​ເຈົ້າ​ສະ​ເຫນີ ສະ​ຖານ​ທູດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ໄລ​ຍະ​ເວ​ລາ​ເຊົ່າ​ທີ່​ດິນ ແລະ ບັນ​ຫາ​​ສົ່ງ​ອາ​ກອນ​ຄືນ​ໃຫ້​ແກ່​ບັນ​ດາ​ວິ​ສ​າ​ຫະ​ກິດ; ທີ 3 ແມ່ນ​ລະ​ດັບ​ລາຍ​ຈ່າຍ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ ເມື່ອ​ຂໍ​ລະ​ບ​ຽບ​ການ​ເຮັດ​ວຽກ​ຢູ່​ລາວ​ແມ່ນ​ສູງ​ເກືອບ 20% ລາຍ​ຮັບ​ຂອງ​ຄົນ​ງານ ແລະ ປາດ​ຖະ​ຫນາ​ວ່າ ລັດ​ຖະ​ບານ​ລາວ ຈະ​ຫລຸດ​ຜ່ອນ​ລາຍ​ຈ່າຍປະ​ເພດນີ້​​ລົງ”

        ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂໍ້​ຕິດ​ຂັດ ​ຈຳ​ນວນ​ຫ​ນຶ່ງ ຍ້ອ​ນ​ສອງ​ປະ​ເທດ​ຍັງ​ບໍ່​ທັ​ນ​ມີ​ການ​ແນະ​ນຳ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ; ຍັງ​ບໍ່​ທັນ​ມີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ບຸ​ລິ​ມະ​ສິດ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າ​ງ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ, ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ມາ​ເປັນເວ​ລາ 3 ຊົ່ວ​ໂມງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ຮັບ​ຮູ້​ບັນ​ດາ​ຂໍ້​ສະ​ເຫນີ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລີດ ກໍ​ສົ່ງ​ເສີມ​ບັນ​ດາ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຕ້ອງ​ມີ​ຍຸດ​ທະ​ສາດ ລົງ​ທຶນຍາວ​ນານ​ຢູ່​ລາວ.

        ສຽງ​ທ່ານ ທອງ​ລຸນ

ເຖິງວ່າ ເວ​ລາ​ທີ່​ສະ​ຫງວນ​ໃຫ້​ແກ່​ການ​ໂອ້​ລົມ​ສົນ​ທະ​ນາບໍ່​ຫລາຍ ແຕ່​ເລື່ອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ລາວ  ແລະ ກວ່າ​ເຄິ່ງ​ຫນຶ່ງ​ຈຳ​ນວນ​ທ່ານ​ລັດ​ຖະ​ມົນ​ຕີ ໃນ​ລັດ​ຖະ​ບານ ລາວ ມີ​ຫນ້າ​ໃນ​ການ​ໂອ້​ລົມ​ສົນ​ທະ​ນານີ້ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ເລື່ອງ​ລັດ​ຖະ​ບານ ລາວ ປາດ​ຖະ​ຫນາ​ຢາກ​ດຶງ​ດູ​ດ​ບັນ​ດາ​ນັກ​ລົງ​ທຶນ​ຫວຽດ​ນາມ ຫລາຍກວ່າອີກ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ລາວກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ