ທ່ານໝໍ ຫວຽດນາມ ນຳແສງສະຫວ່າງມາໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ ກຳປູເຈຍ

(VOVWORLD) - ໃນຊຸມປີຜ່ານມາ, ຄົນທຸກຍາກໃນທົ່ວປະເທດ ກຳປູເຈຍ ນັບພັນໆຄົນ ໄດ້ເຫັນແສງສະຫວ່າງຈາກ 2 ປະເທດ ຫວຽດນາມ - ກຳປູເຈຍ, ນັ້ນແມ່ນໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ເພື່ອແນໃສ່ຈຸດປະສົງຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ການພົວພັນຮ່ວມມືພັດທະນາລະຫວ່າງ 2 ປະເທດ. 

ເພື່ອເຂົ້າໃຈແຈ້ງກ່ຽວກັບບັນຫານີ້, ນັກຂ່າວ VOV ປະຈຳລາຊະອານາຈັກ ກຳປູເຈຍ ຂໍເຊີນທ່ານຜູ້ຟັງ ແລະ ເພື່ອນມິດເຂົ້າຮ່ວມໃນລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ຜ່າຕັດປ່ຽນແກ່ນຕາຂຸ້ນໂດຍບໍ່ເສຍຄ່າຢູ່ ກຳປູເຈຍ ດ້ວຍການເຂົ້າຮ່ວມຂອງໂຮງໝໍເສນາຮັກ 175, ໂຮງໝໍຕານະຄອນ ໂຮ່ຈີມິນ ແລະ ໂຮງໝໍ Preah Ket Mealea (ໂຮງໝໍເສນາຮັກ 179 ກຳປູເຈຍ).

ທ່ານໝໍ ຫວຽດນາມ ນຳແສງສະຫວ່າງມາໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ ກຳປູເຈຍ - ảnh 1 ຄົນເຈັບນັບຮ້ອຍໆຄົນໄດ້ເຕົ້າໂຮມກັນຢ່າງທົ່ວໜ້າຢູ່ພະແນກຕາ, ໂຮງໝໍ Preah Ket Mealea

ແສງແດດຍາມເຊົ້າສາດສ່ອງລົງມາຜ່ານຫວ່າງໃບໄມ້, ອາກາດສົດໃສ, ລົມພັດເຢັນໆສະບາຍທີ່ມີອາຍນ້ຳຂອງແມ່ນ້ຳຈາກທີ່ສະຫງົບສຸກ, ຄົນເຈັບນັບຮ້ອຍໆຄົນໄດ້ເຕົ້າໂຮມກັນຢ່າງທົ່ວໜ້າຢູ່ພະແນກຕາ, ໂຮງໝໍ Preah Ket Mealea, ນະຄອນຫລວງ ພະນົມເປັນ.

ເຂົາເຈົ້າລ້ວນແຕ່ເປັນຄົນທີ່ມີອາຍຸສູງ, ຕາທັງຄູ່ບໍ່ເຫັນຮຸ່ງ, ຊ້ຳບໍ່ໜຳມີບາງຄົນບໍ່ສາມາດເຫັນທາງໄປໄດ້. ແມ່ຕູ້ Sun Tha, ອາຍຸ 72 ປີ, ມາຈາກແຂວງ Kandal (ຫ່າງຈາກນະຄອນຫລວງ ພະນົມເປັນ ກ່ວາ 40 ກີໂລແມັດ) ກຳລັງອ່ານຕົວໜັງສືດ້ວຍພາສາ ຫວຽດນາມ ແລະ ພາສາຂະແມໃຫ້ບັນດາຜູ້ຢູ່ອ້ອມຂ້າງຟັງເນື້ອໃນຂອງປ້າຍຄຳຂວັນທີ່ໄດ້ແຂວນຢູ່ທີ່ນີ້ດັງໆວ່າ: “ຍິນດີຕ້ອນຮັບຄະນະທ່ານໝໍຜ່າຕັດປ່ຽນແກ່ນຕາຂຸ້ນເພື່ອການກຸສົນຂອງໂຮງໝໍ 175 (ກອງທັບປະຊາຊົນ ຫວຽດນາມ) ແລະ ໂຮງໝໍຕານະຄອນ ໂຮ່ຈີມິນ. ເຮັດໃຫ້ຜູ້ໃດກໍ່ມີຮອຍຍີ້ມ, ຜູ້ນີ້ຊຸບຊິບກັບຜູ້ນັ້ນວ່າ: “ໂຊກດີແທ້ໆ!”; “ຂອບໃຈທີ່ມີບັນດາທ່ານໝໍ ຫວຽດນາມ ມາຊ່ວຍເຫຼືອ”.

6 ໂມງ 30 ນາທີເຊົ້າ, ບັນດາຄົນເຈັບທັງກິນອາຫານເຊົ້າ ທັງໂອ້ລົມແລກປ່ຽນແບ່ງປັນບັນດາຄວາມຫຍຸ້ງຍາກລຳບາກຂອງຕົນ ເມື່ອຄູ່ດວງຕາຂອງເຂົາເຈົ້ານັບມື້ນັບບໍ່ເຫັນຮຸ່ງ. ແມ່ຕູ້ Thuon Kanyka ແລະ ແມ່ຕູ້ ເລທິທ້ຽນ ເຊື້ອຊາດ ຫວຽດນາມ ພວມອາໄສຢູ່ ພະນົມເປັນ ໃຫ້ຮູ້ວ່າ:

 ເມື່ອຂ້າພະເຈົ້າຕື່ນນອນທຸກສິ່ງທຸກຢ່າງແມ່ນບໍ່ເຫັນຮຸ່ງ ແລະ ຮູ້ສຶກວິນຫົວ. ເຮັດຫຍັງເບິ່ງກໍ່ບໍ່ແຈ້ງ. ຂ້າພະເຈົ້າໄປກວດຕາ ແລະ ເຂົາເຈົ້າໃຫ້ໃສ່ແວ່ນຕາ, ແຕ່ໃສ່ແລ້ວ ກໍ່ບໍ່ເຫັນຮຸ່ງ ແລະ ຍັງວິນຫົວຕາລາຍຕື່ມອີກ.

2,3 ປີກ່ອນກໍ່ເຈັບຕາຈົນເລືອດໄຫຼອອກ, ຂ້າພະເຈົ້າເອົາຢາສະໝູນໄພມາໂພະໃສ່ມັນກໍ່ເຊົາແລ້ວ, ແຕ່ໄລຍະມໍ່ໆມານີ້, ຕາເລີ່ມມົວໄປເທື່ອລະໜ້ອຍ ບໍ່ເຫັນໄດ້ຫຍັງໝົດ.

       8 ໂມງເຊົ້າ, ໂຄງການຜ່າຕັດປ່ຽນແກ່ນຕາຂຸ້ນໄດ້ເລິ່ມຕົ້ນ. 2 ຫ້ອງຜ່າຕັດ ແລະ 1 ຫ້ອງພັກຟື້ນຂອງພະແນກຕາເລີ່ມຕົ້ນຮັບຄົນເຈັບ, ແຕ່ບັນດາທ່ານໝໍຕ້ອງປະຕິບັດວຽກງານກວດ ແລະ ກະກຽມແຕ່ຮຸ່ງເຊົ້າ. ແຕ່ລະກໍລະນີຜ່າຕັດໄດ້ດຳເນີນໃນເວລາປະມານ 5 – 7 ນາທີ. ພາຍຫລັງແຕ່ລະກໍລະນີຜ່າຕັດແລ້ວ, ຖັນແຖວພະຍາບານຂອງໂຮງໝໍຈະຊ່ວຍເຫຼືອພາຄົນເຈັບເຂົ້າຫ້ອງພັກຟື້ນເພື່ອພັກຜ່ອນ ແລ້ວຈຶ່ງໄປເອົາຢາ ແລະ ນັ່ງຖ້າເພື່ອປ່ຽນແພພັນບາດ

ທ່ານໝໍ ຫວຽດນາມ ນຳແສງສະຫວ່າງມາໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ ກຳປູເຈຍ - ảnh 2

ທ່ານໝໍ ເຈືອງດີ່ງເກີ໋ມ, ຮອງຜູ້ອຳນວຍການໂຮງໝໍ 175 ໃຫ້ຮູ້ວ່າ: ນີ້ແມ່ນໂຄງການຜ່າຕັດປ່ຽນແກ່ນຕາຂຸ້ນໂດຍບໍ່ເສຍຄ່າຄັ້ງທີ 13 ຂອງບັນດາທ່ານໝໍ ຫວຽດນາມ. ໃນຄັ້ງນີ້, ບັນດາທ່ານໝໍຈະດຳເນີນການຜ່າຕັດ ແລະ ແຈກຢາຍຢຸກຢາໃຫ້ຄົນເຈັບປະມານ 500 ຄົນ. ເພື່ອຮັບປະກັບຄຸນນະພາບໃນການກວດກາປິ່ວປົວພະຍາດຮັບໃຊ້ໃຫ້ແກ່ປະຊາຊົນ ກຳປູເຈຍ, ຝ່າຍ ຫວຽດນາມ ໄດ້ຈັດສົ່ງພະຍາບານ, ທ່ານໝໍເກືອບ 50 ຄົນທີ່ເກັ່ງກ້າ ພ້ອມດ້ວຍພາຫະນະອຸປະກອນກວດ, ຜ່າຕັດທີ່ທັນສະໄໝ ເພື່ອປະຕິບັດໂຄງການນີ້. ແມ່ຕູ້ Bun Tha, ຄົນເຈັບທີ່ມາຈາກແຂວງ Ta keo ໃຫ້ຮູ້ວ່າ:

  ຂ້າພະເຈົ້າຂໍຂອບໃຈນຳບັນດາທ່ານໝໍ ຫວຽດນາມ ຢ່າງສຸດອົກສຸດໃຈ. ຂ້າພະເຈົ້າບໍ່ຮູ້ຈະເວົ້າຫຍັງຫລາຍກ່ວານີ້, ພຽງແຕ່ຮູ້ວ່າ ຂອບໃຈນຳບັນດາທ່ານໝໍ ຫວຽດນາມ ທີ່ໄດ້ນຳແສງສະຫວ່າງມາໃຫ້ແກ່ພວກຂ້າພະເຈົ້າ.

ເມື່ອຕີລາຄາສູງກ່ຽວກັບບັນດາການປະກອບສ່ວນຂອງພະຍາບານ, ທ່ານໝໍຂອງ ຫວຽດນາມ, ພົນເອກ Ly Sok Van, ຜູ້ອຳນວຍການໂຮງໝໍ Preak Ket Mealea ໃຫ້ຮູ້ວ່າ:

  ນີ້ແມ່ນໂຄງການທີ່ປະສົບຜົນສຳເລັດທີ່ສຸດ ແລະ ມີຄວາມໝາຍສຳລັບປະຊາຊົນ ກຳປູເຈຍ, ກໍ່ຄືໂຮງໝໍ Preak Ket Mealea. ທີ 1 ນັ້ນແມ່ນກ່ຽວກັບຂົງເຂດບຳລຸງສ້າງ. ທີ 2 ແມ່ນປະຊາຊົນ ກຳປູເຈຍ ໄດ້ກວດ ແລະ ປິ່ນປົວພະຍາດ ແລະ ທີ 3 ແມ່ນໂຄງການເຮັດໃຫ້ພວກເຮົາຍາມໃດກໍ່ຈົດຈຳການພົວພັນແບບພິເສດມິດຕະພາບ, ຄວາມສາມັກຄີລະຫວ່າງ ກຳປູເຈຍ - ຫວຽດນາມ.

ຮອດເວລາ 17 ໂມງປາຍ, ແສງຕາເວັນຄ້ອຍຄ່ຳຍາມແລງໃນມື້ກໍ່ຄ່ອຍໆລັບຕານີ້ກໍ່ແມ່ນຍາມເວລາສິ້ນສຸດມື້ເຮັດວຽກຂອງບັນດາທ່ານໝໍຕາ ຫວຽດນາມ ຢູ່ດິນແດນປະເທດ ກຳປູເຈຍ. ມື້ອື່ນ, ບັນດາທ່ານໝໍຈະສືບຕໍ່ກວດ ແລະ ປິ່ນປົວໃຫ້ບັນດາຄົນເຈັບ ກຳປູເຈຍ ທີ່ທຸກຍາກອີກ.

ຕອບກັບ

ຂ່າວ/ບົດ​ອື່ນ