ນັກສະແດງຟ້ອນຕຸກກະຕາ ລາວ ວັນນະເລດ ເວດດາວົງ

(VOVWORLD) - ດ້ວຍຄວາມປີຊາສາມາດບັນຊາໂຕຕຸກກະຕາຢ່າງມີພິບໄຫວຂອງຕົນ, ອ້າຍ ວັນນະເລດ ຄວ້າໄດ້ນາມມະຍົດເປັນນັກສະແດງບັນຊາຕຸກກະຕາດີເລີດທີ່ສຸດ.

ອ້າຍ ວັນນະເລດ ເວດດາວົງ, ອາຍຸ 48 ປີ, ແຕ່ໄດ້ປະກອບສ່ວນເຂົ້າໃນພື້ນຖານສີລະປະຟ້ອນຕຸກກະຕາລາວໄດ້ກ່ວາ 30 ປີ. ໂດຍກຳເນີດ ແລະ ເຕີບໂຫຍ່ໃນຄອບຄົວທີ່ບໍ່ມີຜູ້ໃດເຄື່ອນໄຫວໃນຂົງເຂດສີລະປະ, ແຕ່ເມື່ອອາຍຸ 17 ປີ, ອ້າຍ ວັນນະເລດ ເວດດາວົງ ໄດ້ເຂົ້າເຮັດວຽກຢູ່ກອງລະຄອນຟ້ອນຕຸກກະຕາ ລາວ ຈົນຮອດປັດຈຸບັນ. ບໍ່ພຽງແຕ່ແມ່ນນັກສະແດງທີ່ມີຄວາມເກັ່ງກ້າສາມາດເທົ່ານັ້ນ, ອ້າຍ ວັນນະເລດ ເວດດາວົງ ຍັງຜະລິດຄິດສ້າງ, ຄົ້ນຄວ້າກ່ຽວກັບການຟ້ອນຕຸກກະຕາລາວອີກດ້ວຍ. ເຖິງວ່າຍັງບໍ່ທັນໄດ້ຮັບນາມມະຍົດໃດຈາກລັດກໍ່ຕາມ ແຕ່ບັນດານັກສະແດງໜຸ່ມຂອງກອງລະຄອນຟ້ອນຕຸກກະຕາ ລາວ ຍາມໃດກໍ່ນັບຖືວ່າ ອ້າຍ ວັນນະເລດ ເວດດາວົງ ເປັນຜູ້ທີ່ມີປະສົບການ, ເປັນອາຈານ, ເປັນອ້າຍກົກທີ່ສຸດອົກສຸດໃຈ ແລະ ເມົາມົວຕໍ່ອາຊີບ.

ນັກສະແດງຟ້ອນຕຸກກະຕາ ລາວ ວັນນະເລດ ເວດດາວົງ - ảnh 1 ອ້າຍ ວັນນະເລດ ຢູ່ເບື້ອງຊາຍພ້ອມກັບບັນດານັກສະແດງ ລາວ

ຂ້າພະເຈົ້າໄດ້ພົບກັບອ້າຍ ວັນນະເລດ ຢູ່ທາງຫລັງຂອງຜ້າສາກເວທີ ເມື່ອລາວພວມກະກຽມການຝຶກຊ້ອມສຳລັບງານມະໂຫລານຟ້ອນຕຸກກະຕາສາກົນຄັ້ງທີ 5 ຢູ່ຮ່າໂນ້ຍ, ເຊິ່ງໄດ້ຈັດຕັ້ງໃນຕົ້ນເດືອນ ຕຸລາ ຜ່ານມາ. ລາວເປັນຄົນສູງ, ມີຜິວດຳແດງ ພວມຕັ້ງໃຈໃຊ້ຄີມຫັນເສັ້ນລວດຕໍ່ຂໍ້ສອກມື,  ແລະ ຂາຂອງຕຸກກະຕາເຂົ້າກັບໂຕ ແລະ ຫົວທີ່ເຮັດດ້ວຍຂ້ອງປາ, ແຂນຂາທີ່ເຮັດດ້ວຍໄມ້ຟືນແຫ້ງ. ອ້າຍ ວັນນະເລດ ໃຫ້ຮູ້ວ່າ: ເສັ້ນລວດນ້ອຍໄດ້ເຊື່ອມຈອດບັນດາຂໍ້ແຂນຂາທີ່ງ່າຍດາຍ, ຊອກຫາໄດ້ງ່າຍ ແຕ່ພັດຊ່ວຍໃຫ້ການເຄື່ອນເໜັງຂອງຕຸກກະຕາມີຄວາມຄ່ອງແຄ້ວ. ພິເສດແມ່ນສຳລັບຕຸກກະຕາ “ຊາວນາ” ນີ້ ຕ້ອງມີຜູ້ບັນຊາເຖິງ 2 ຄົນ.

ແຕ່ຄາວຍັງນ້ອຍ, ອ້າຍ ວັນນະເລດ ເວດດາວົງ ໄດ້ເມົາມົວໃນສີລະປະ. ລາວເຂົ້າຮຽນຂະແໜງຟ້ອນພື້ນເມືອງຢູ່ໂຮງຮຽນສີລະປະ ແລະ ດົນຕີ ລາວ, ແຕ່ບໍ່ໄດ້ກາຍເປັນນັກສີລະປະຟ້ອນ. ລາວ ມັກຮຽນຟ້ອນຕຸກກະຕາໃນເວລາທີ່ລາວໄປຊົມການສະແດງຟ້ອນຕຸກກະຕາຄັ້ງທຳອິດ ຍ້ອນວ່າໃນການຟ້ອນຕຸກກະຕາ ຕ້ອງນຳໃຊ້ທັກສະຂອງນັກຟ້ອນ.

ນັກສະແດງຟ້ອນຕຸກກະຕາ ລາວ ວັນນະເລດ ເວດດາວົງ - ảnh 2ອ້າຍ ວັນນະເລດ ກຳລັງບັນຊາຕຸກກະຕາ  

ນອກຈາກວຽກງານສະແດງຟ້ອນຕຸກກະຕາຢູ່ບັນດາງານມະໂຫລານສາກົນ, ຮັບໃຊ້ບັນດາໂຮງຮຽນໃນທົ່ວປະເທດແລ້ວ, ອ້າຍ ວັນນະເລດ ຍັງເປັນຄົນມັກຄົ້ນຄວ້າ, ຊອກຮູ້ກ່ຽວກັບສີລະປະ ຟ້ອນຕຸກກະຕາພື້ນເມືອງຂອງລາວ:

ພວກເພື່ອນຫາກໍ່ໄດ້ຮັບຟັງແມ່ນເທບດົນຕີເປີດສາກການຟ້ອນຕຸກກະຕາ “ສຽງບ້ານຂ້ອຍ”, ນີ້ແມ່ນແນວຄວາມຄິດໂດຍອ້າຍ ວັນນະເລດ ສະເໜີແນະນຳໃຫ້. ອ້າຍ ວັນນະເລດ ແມ່ນໜຶ່ງໃນຈຳນວນ 17 ນັກສີລະປິນ ແລະ ແມ່ນຜູ້ທີ່ມີອາຍຸສູງທີ 3 ຂອງກອງລະຄອນຟ້ອນຕຸກກະຕາແຫ່ງຊາດ ລາວ ດັ່ງນັ້ນ ຈຶ່ງມີໂອກາດໄປສະແດງຢູ່ຫລາຍແຫ່ງ, ຫລາຍປະເທດໃນໂລກ. ອ້າຍ ວັນນະເລດ ຖືນີ້ແມ່ນໂອກາດເພື່ອໄດ້ຮ່ຳຮຽນ, ຊອກຮູ້ກ່ຽວກັບການຟ້ອນຕຸກກະຕາໃນໂລກ ແລະ ກໍ່ແມ່ນໂອກາດເພື່ອໂຄສະນາພື້ນຖານການຟ້ອນຕຸກກະຕາ ລາວ, ວັດທະນະທຳ ລາວ ອອກສູ່ໂລກ.

ສຳລັບບັນດານັກສະແດງໜຸ່ມໃນກອງລະຄອນຟ້ອນຕຸກກະຕາແຫ່ງລາດ ລາວ, ອ້າຍ ວັນນະເລດ ທັງເປັນເພື່ອນຮ່ວມອາຊີບທັງເປັນອາຈານ. ອ້າຍແນະນຳນັບແຕ່ການຝຶກແອບຮ່າງກາຍ, ວິທີການສະແດງບົນເວທີ…ເອື້ອຍ ຈັນສະໝອນ ພົມມະຈັນ, ເພື່ອນຮ່ວມອາຊີບຂອງອ້າຍ ວັນນະເລດ ແລະ ເອື້ອຍ ແຮ້ງ, ເຊິ່ງເປັນຜູ້ຊົມຕິດຕາມລາຍການສະແດງຂອງກອງລະຄອນຟ້ອນຕຸກກະຕາລາວ ໃຫ້ຮູ້ວ່າ:

ເບິ່ງລາວບັນຊາໂຕຕຸກກະຕາທີ່ເຮັດດ້ວຍຂ້ອງປາ  ແຕ່ຕີນມືເບິ່ງຄືວ່າມີການເຄື່ອນໄຫວຢ່າງມີໄຫວພິບ. ສ່ວນຫົວຂອງໂຕຕຸກກະຕາ, ການເຄື່ອນເໜັງເກົາຫົວຂອງໂຕຕຸກກະຕາ. ຂ້າພະເຈົ້າມັກທີ່ສຸດບັນດາການເຄື່ອນເໜັງນັ້ນ.

ດ້ວຍຄວາມປີຊາສາມາດບັນຊາໂຕຕຸກກະຕາຢ່າງມີພິບໄຫວຂອງຕົນ, ອ້າຍ ວັນນະເລດ ຄວ້າໄດ້ນາມມະຍົດເປັນນັກສະແດງບັນຊາຕຸກກະຕາດີເລີດທີ່ສຸດ. ອ້າຍໃຫ້ຮູ້ວ່າ: ນີ້ແມ່ນກຳລັງໃຈອັນໃຫຍ່ຫລວງ ເພື່ອໃຫ້ອ້າຍສູ້ຊົນໃນພາລະກິດຂອງຕົນໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ