ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ຢ່າງຈົບງາມ

(vovworld) – ຕອນ​ຄ່ຳ​ວັນ​ທີ 29/4, ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ມາ​ນີ​ລາ (ປະ​ເທດ ຟີ​ລິບ​ປິນ) ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 30 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່ກ່ຽວ​ຂ້ອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Roa Duterte.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ຢ່າງຈົບງາມ - ảnh 1
ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Roa Duterte

        ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽ​ວ​ກັນ, ​ຢູ່ນະ​ຄອນຫຼວງ ມາ​ນີ​ລາ (ປະ​ເທດ ຟີ​ລິບ​ປິນ), , ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປ​ະ 2 ຝ່າຍ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Roa Duterte. ທີ່​ການ​ພົບ​ປະ​, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຕົກ​ລົງ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື 2 ຝ່າຍ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ​ໂດຍ​ໄວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ຢັ້ງ​ຢືນ​ຖື​ເປັນ​ສຳ​ຄັນ​ນ້ຳ​ໃຈ​ເພື່ອນ​ມິດ​ກັບ ຫວຽດ​ນາມ, ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ຢ້ຽມ​ຢາມ ຟີ​ລິບ​ປິນ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2017. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ກໍ່​ຂອບ​ອົກ​ຂອບ​ໃຈ​ເລື່ອງ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງ​ເຂົ້າ​ສານ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ໃຫ້​ແກ່ ຟີ​ລິບ​ປິນ. ກ່ຽວ​ກັບ​ບັ​ນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ເພື່ອ​ສ້າງ​ສຳ​ເລັດ ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC​) ດ້ວຍ​ເນື້ອ​ໃນ​ແທດ​ຈິງ, ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້, ເໝ​າ​ະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຊີນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ແລະ ​ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ, ສືບ​ຕໍ່​ສົມ​ທົບກັນ ແລະ ສະ​ໜັບ​ສະ​ໜູ​ນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນ​າມ ​ທີ່ສະ​ເໜີ​ໃນປີ APEC ຫວຽດ​ນາມ 2017.


ຕອບກັບ

ຂ່າວ/ບົດ​ອື່ນ