ນ້ຳໃຈ ຫວຽດນາມ - ລາວ ຢູ່ເຂດຊາຍແດນ ລາວໂຄ

(VOVWORLD) - ບ້ານລາວໂຄ ໄດ້ຮັບການຮູ້ຈັກກັນດີຍ້ອນແມ່ນສະຖານທີ່ໄດ້ລ້ຽງດູ, ອຸ້ມຊູ່ຊ່ວຍເຫຼືອທ່ານປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປະຕິວັດຕ້ານພວກລ່າເມືອງຂຶ້ນ ຝລັ່ງ.
ນ້ຳໃຈ ຫວຽດນາມ - ລາວ ຢູ່ເຂດຊາຍແດນ ລາວໂຄ - ảnh 1ເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ລາວໂຄ

ປີ 1948, ຄະນະຕະລຸມບອນ ທາງພາກເໜືອລາວ ໄດ້ຮັບການສ້າງຕັ້ງ, ໃນວິວັດການເຄື່ອນທັບເພື່ອໂຄສະນາ, ເປີດກ້ວາງກຳລັງເຄີຍຢຸດແວຢູ່ ພຽງຊາ, ປະຈຸບັນແມ່ນບ້ານລາວໂຄ - ແຂວງ ເຊີນລາ, ທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ໃນໄລຍະເຄື່ອນໄຫວຢູ່ທີ່ນີ້, ທ່ານປະທານ ໄກສອນ ພົມວິຫານ ໄດ້ຮັບການຈັດແບ່ງຢູ່ນຳເຮືອນຂອງທ່ານ ຈ໋າງລາວໂຄ, ຊາວເຜົ່າມົ້ງ ແລະ ກໍ່ສ້າງຖານທີ່ໝັ້ນຢູ່ທີ່ນີ້. ແລະນີ້ກໍ່ແມ່ນໜຶ່ງໃນບັນດາຖານທີ່ໝັ້ນການປະຕິວັດແຫ່ງທຳອິດຢູ່ລຽບຕາມເຂດຊາຍແດນ ຫວຽດນາມ - ລາວ.

        ໄປລຽບຕາມເສັ້ນທາງຈາກໃຈກາງຕາແສງ ພຽງຄ໋ວາຍ ປະມານ 13 ກມ ກໍ່ຈະຮອດບ້ານ ລາວໂຄ ແລະ ເຂດປູຊະນີຍະສະຖານປະຫວັດສາດ ຫວຽດນາມ - ລາວ ນອນຢູ່ຫົວບ້ານ. ປະຈຸບັນ, ບ້ານລາວໂຄມີເກືອບ 100 ຄອບຄົວຂອງຊາວເຜົ່າມົ້ງພວມດຳລົງຊີວິດຢູ່ຮ່ວມກັນ. ແຂວງ ເຊີນລາ ແລະ ແຂວງ ຫົວພັນ ມີເສັ້ນຊາຍແດນຕິດພັນກັນ ລວມຄວາມຍາວກ່ວາ 20 ກມ ແລະ ບ້ານລາວໂຄ ນອນໃນເສັ້ນຊາຍແດນຕິດກັບເມືອງ ຊຽງຄໍ້ (ທາງພາກເໜືອຂອງ ສປປ ລາວ). ກ່ອນນີ້ 65 ປີ, ນີ້ແມ່ນຖານທີ່ໝັ້ນເຄື່ອນໄຫວປິດລັບຂອງຄະນະຕະລຸມບອນ ທາງພາກເໜືອລາວ ໃນໄລຍະຕ້ານລ່າເມືອງຂຶ້ນ ຝລັ່ງ.

        ທ່ານ ຈ໋າງລາວຫຼື, ຢູ່ບ້ານລາວໂຄ, ເຊິ່ງເປັນລູກຊາຍຂອງອະດີດນັກຮົບປະຕິວັດ ຈ໋າງລາວໂຄ, ປີນີ້ກໍ່ມີອາຍຸເກືອບ 90 ປີແລ້ວ. ເຮືອນຂອງທ່ານ ຫຼື ໄດ້ຮັບການປະດັບປະດາດ້ວຍໄມ້ແຜ່ນທີ່ລຽງງ່າຍ, ທາງໜ້າບ້ານແມ່ນໂມ້ສາລີເຮັດດ້ວຍຫີນໄດ້ຕັ້ງຂ້າງຢູ່ປະຕູ, ໝໍ້ທອງໄດ້ຮັບການຮັກສາຄືດັ່ງສິ່ງລ້ຳຄ່າ. ບັນດາອຸປະກອນເບິ່ງຄືວ່າລຽບງ່າຍ ແຕ່ໄດ້ປະກອບສ່ວນລ້ຽງດູທັງຄອບຄົວ ແລະ ແມ່ນບ່ອນຫຼົບລີ້ຂອງນັກຮົບປະຕິວັດ ຫວຽດນາມ, ລາວ ໃນຊຸມເດືອນປີທີ່ຫຍຸ້ງຍາກລຳບາກທີ່ສຸດຂອງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ. ຄາວນັ້ນ, ທ່ານ ຫຼື ອາຍຸ 7 – 8 ປີ, ແຕ່ກໍ່ເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຂອງວຽກງານຂອງພໍ່ຕົນ. ທ່ານ ຫຼື ເລົ່າຄືນໃຫ້ຟັງແດ່:

        “ປີ 1948, ຄະນະພະນັກງານຂອງທ່ານປະທານ ໄກສອນ ພົມວິຫານ ໄດ້ຢຸດແວ່ຢູ່ ພຽງຊາ ເພື່ອເຄື່ອນໄຫວ, ໃນຄາວນັ້ນ, ແຕ່ຮຸ່ງເຊົ້າ, ພວກອາວ, ພວກອາ ໄດ້ຕື່ນມາເພື່ອໂມ້ສາລີ, ເຂົ້າເພື່ອຫູງເຂົ້າ. ມີ 2 ເທື່ອ, ຂ້າພະເຈົ້າພ້ອມກັບພໍ່ຂອງຕົນໄດ້ຫໍ່ເຂົ້າໃນໃບຕອງກ້ວຍໃຫ້ປະທານ ໄກສອນ ແລະ ທະຫານ ຫວຽດ ມີງ ພວມຫຼົບລີ້ໃນປ່າ ຫ່າງຈາກບ້ານປະມານ 1 ກມ”

        ວັນທີ 14 ມິຖຸນາ 1948, ກອງບັນຊາການໃຫຍ່, ກອງບັນຊາການເຂດທະຫານປະສົມເລກ 10 ໄດ້ອອກຄຳສັ່ງຊີ້ນຳການສ້າງຕັ້ງຄະນະຕະລຸມບອນ ທາງພາກເໜືອລາວ ລວມມີ 14 ສະຫາຍທັງ ຫວຽດນາມ ແລະ ລາວ. ທ່ານປະທານ ໄກສອນ ພົມວິຫານ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະຕະລຸມບອນ, ໄດ້ຈັດແຈ່ງໃຫ້ຢູ່ເຮືອນຂອງພໍ່ເຖົ້າ ຈ໋າງລາວໂຄ ແລະ ໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ລ້ຽງດູ, ຮັບເປັນລູກຮັກໃນຄອບຄົວທ່ານຈ໋າງລາວໂຄ. ໄລຍະເວລານັ້ນ, ຄະນະຕະລຸມບອນ ທາງພາກເໜືອລາວ ໄດ້ສ້າງຖານທີ່ໝັ້ນການປະຕິວັດເປີດກ້ວາງໃນບໍລິເວນແຂວງ ເຊີນລາ, ມຸ່ງໄປເຖິງປະເທດ ລາວ. ໃນນັ້ນ, ສະຖານທີ່ບ້ານ ພຽງຊາ (ບ້ານລາວໂຄ ໃນປະຈຸບັນ), ຕາແສງ ຈ່ຽງອອນ (ຕາແສງ ພຽງຄ໋ວາຍ ໃນປະຈຸບັນ), ເມືອງ ອຽນເຈົາ ໄດ້ກາຍເປັນຖານທີ່ໝັ້ນການປະຕິວັດ ຫວຽດນາມ  -ລາວ, ກະກຽມທຸກໆເງື່ອນໄຂໃຫ້ ຄະນະຕະລຸມບອນ ທາງພາກເໜືອລາວ ພັດທະນາບັນດາຖານທີ່ໝັ້ນການປະຕິວັດໃນປະເທດລາວ ໄລຍະ 1948 – 1950. ທ່ານ ຈ໋າງລາວຫຼື, ເລົ່າສູ່ຟັງວ່າ:

        “ໄລຍະເວລານັ້ນແມ່ນຫຍຸ້ງຍາກທີ່ສຸດ, ມີແຕ່ປ່າດົງເທົ່ານັ້ນ. ພວກສັດຕູ ຝລັ່ງ ຈາກຊຽງຄໍ້ - ປະເທດລາວ ແລະ ບາງເທື່ອໄປຈາກ ອຽນເຈົາ ໄປກວດກາຢູ່ທີ່ນີ້ແຕ່ບໍ່ເຫັນ ຫວຽດ ມິງ. ແລະ ປະຊາຊົນບ້ານ ລາວໂຄ ໄດ້ລ້ຽງດູປະທານ ໄກສອນ ພົມວິຫານ ແລະ ຄະນະຕະລຸມບອນ ທາງພາກເໜືອລາວ. ທ່ານ ລາວໂຄ ແມ່ນຜູ້ລ້ຽງດູ, ຊຸກເຊື່ອງປະທານ ໄກສອນ ໃຫ້ປອດໄພທີ່ສຸດ, ບໍ່ໃຫ້ສັດຕູພົບເຫັນ.”

ນ້ຳໃຈ ຫວຽດນາມ - ລາວ ຢູ່ເຂດຊາຍແດນ ລາວໂຄ - ảnh 2ປະຊາຊົນລາວກໍ່ໄປຢ້ຽມຢາມເຂດປູຊະນີຍະສະຖານລາວໂຄ ເປັນຈຳນວນຫຼວງຫຼາຍ

        ຊຸມປີນັ້ນ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພໍ່ແມ່ປະຊາຊົນໃນບ້ານ ພຽງຊາ ໄດ້ສຸດຈິດສຸດໃຈຊ່ວຍເຫຼືອ, ສະໜອງສະບຽງອາຫານ ກໍ່ຄືເງິນທອງເພື່ອຊ່ວຍໃຫ້ ຄະນະຕະລຸມບອນ ທາງພາກເໜືອລາວ ຊື້ອາວຸດຮັບໃຊ້ການຕໍ່ສູ້. ຈາກແຫ່ງນີ້, ມີພະນັກງານຂອງປະເທດລາວ ຫຼາຍຄົນໄດ້ຮັບການຝຶກອົບຮົມ ແລະ ກັບເມືອປະເທດສ້າງການປະຕິວັດໃນປະເທດລາວ.

        ບ້ານລາວໂຄ ແມ່ນສັນຍາລັກຂອງການພົວພັນຮ່ວມມືໃນການອະນຸລັກຮັກສາປູຊະນີຍະສະຖານປະຫວັດສາດຂອງການຕໍ່ສູ້ປະຕິວັດລາວ - ຫວຽດນາມ; ແມ່ນສະຖານທີ່ສຳຄັນເພື່ອໂຄສະນາສຶກສາປະຊາຊົນ ແລະ ລູກຫລານຂອງ 2 ປະເທດ ກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ເຊີນລາ ກັບບັນດາແຂວງ ພາກເໜືອຂອງລາວ, ກໍ່ຄືຊອກຫາກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໄກສອນ ພົມວິຫານ. ພາຍຫຼັງການໄປຢ້ຽມຢາມເຂດປູຊະນີຍະສະຖານ ລາວໂຄ, ນ້ອງ ວີ່ທິເຮີ້ຍ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ແບ່ງປັນວ່າ:

        “ຜ່ານການຮຽນຢູ່ໃນໂຮງຮຽນ ແລະ ການສິດສອນຂອງອ້າຍເອື້ອຍຄູແລ້ວ, ມື້ນີ້, ໄດ້ໄປຢ້ຽມຢາມຕົວຈິງ, ຫຼານເຫັນໄດ້ເຖິງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ  - ລາວ, ຫຼານຄິດວ່າລຸ້ນໜຸ່ມຄວນສືບຕໍ່ຮັກສານ້ຳໃຈນັ້ນ.”

        ເພື່ອຈົດຈຳບຸນຄຸນຂອງປະຊາຊົນບ້ານລາວໂຄ ກໍ່ຄືຄອບຄົວທ່ານ ຈ໋າງລາວໂຄ, ວັນທີ 19 ມີນາ 2010, ສປປ ລາວ ໄດ້ ມອບຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ທ່ານ ຈ໋າງລາວໂຄ ແລະ ຫຼຽນໄຊມິດຕະພາບໃຫ້ແກ່ປະຊາຊົນບ້ານລາວໂຄ. ປີ 2012, ເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ຫວຽດນາມ - ລາວ ຢູ່ບ້ານລາວໂຄ ກໍ່ໄດ້ຖືກຈັດອັນດັບເປັນເຂດປູຊະນີຍະສະຖານລະດັບຊາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ