ບຸນເຕັດຫວຽດ ຊືມເລິກເຂົ້າໃນຈິດເພື່ອນມິດສາກົນ

(VOVWORLD) -ໃກ້ຈະຮອດຊຸມວັນບຸນເຕັດປີກຸນອາກາດໜາວເຢັນ, ບັນດານັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ໂຮງຮຽນມິດຕະພາບ 80 (ເຊີນໄຕ, ຮ່າໂນ້ຍ) ພ້ອມກັບນັກຮຽນຫວຽດນາມ ໄດ້ເຕົ້າໂຮມກັນຫໍ່ເຂົ້າຕົ້ມເຊິ່ງແມ່ນເຍື່ອງອາຫານປະເພດທີ່ເປັນສັນຍາລັກໃນພາເຂົ້າຍາມບຸນເຕັດຂອງຊາວຫວຽດນາມ.

ບຸນເຕັດຫວຽດ ຊືມເລິກເຂົ້າໃນຈິດເພື່ອນມິດສາກົນ - ảnh 1 ໂຮງຮຽນມິດຕະພາບ 80 ຕ້ອນຮັບບຸນເຕັດ 2019

(ພາບ: .huunghi80.edu.vn)

ການຈັດຕັ້ງຫໍ່ເຂົ້າຕົ້ມໃຫ້ນັກສຶກສາທີ່ພວມຮ່ຳຮຽນຢູ່ຫວຽດນາມ ນັ້ນ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີຄວາມຮູ້ຕື່ມອີກກ່ຽວກັບວັດທະນະທຳຂອງຊາວຫວຽດນາມ ເທົ່ານັ້ນ, ຫາກຍັງຊ່ວຍເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 3 ປະເທດອີກດ້ວຍ.

“ພັບແບບນີ້ເດີ, ຫຼັງຈາກນັ້ນພັບເຄິ່ງຕື່ມອີກ. ເມື່ອເຮົາຕັດໃບຕອງຈິງ, ແລ້ວຈຶ່ງພັບ, ແຕ່ລະອັນແມ່ນແຈໜຶ່ງຂອງເຂົ້າຕົ້ມ, ຫໍ່ເຂົ້າຕົ້ມໃຊ້ຂອບແມ່ນບໍ່ຕ້ອງການໃຊ້ໃບຕອງໃຫຍ່, ເອົາຂະໜາດພໍດີກໍ່ງາມຕາແລ້ວ. ນ້ອງປີ້ນໃບຕອງເບື້ອງນ້ອຍເຂົ້າທາງໃນ, ເອົາເຂົ້າໃຊ້ກ່ອນ, ແລ້ວເອົາຖົ່ວຂຽວ, ຊີ້ນໝູໃສ່, ແລ້ວປັບໃຫ້ສະເໝີກັນ, ແຕ່ຢາໃຫ້ເຂົ້າສະອອກໄປຮອດຂອບໃບຕອງ.”

        ນີ້ແມ່ນຄຳແນະນຳວິທີຕັດໃບຕອງຈິງໃຫ້ລະອຽດຈັດວາງໃບຕອງເພື່ອຫໍ່ເຂົ້າຕົ້ມຄືແນວນັ້ນ, ທີ່ດັງອອກມາຈາກທຸກຮ້ານຂາຍເຄື່ອງໃນໂອກາດບຸນເຕັດຫວຽດນາມ 2019 ຢູ່ໂຮງຮຽນມິດຕະພາບ 80. ນັກສຶກສາລາວ, ກຳປູເຈຍ ແຕ່ລະກຸ່ມພວມຮຽນວິທີຫໍ່ເຂົ້າຕົ້ມ, ເຊິ່ງແມ່ນເຂົ້າຕົ້ມທີ່ແປກປະຫຼາດສຳລັບພວກເພື່ອນ. ນີ້ກໍ່ເປັນຄັ້ງທຳອິດທີ່ນັກສຶກສາລາວ ແລະ ກຳປູເຈຍ ຮຽນຫໍ່ເຂົ້າຕົ້ມ, ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກ. ຄຸນເງິນ, ນັກສຶກສາລາວ, ໃຫ້ຮູ້ວ່າ.

        “ເຮັດເຂົ້າຕົ້ມແມ່ນຍາກຫຼາຍ, ແຕ່ຍາກກວ່າໝູ່ແມ່ນຂັ້ນຕອນຫໍ່. ຖ້າບໍ່ຮູ້ວີທີຫໍ່ ນັ້ນເຂົ້າຕົ້ມຈະບໍ່ງາມ”.

        ແຕ່ກໍ່ມີນັກສຶກສາຫຼາຍຄົນເຄີຍຮູ້ວິທີຫໍ່ເຂົ້າຕົ້ມແລ້ວ, ສະນັ້ນຈຶ່ງໄດ້ແນະນຳໃຫ້ ເພື່ອນໆຂອງຕົນ. ບຸນທະວີ, ນັກສຶກສາລາວ, ເວົ້າວ່າ.

        ບຸນທະວີ ໃຫ້ຮູ້ວ່າ, ເພື່ອນຮູ້ວິທີຫໍ່ເຂົ້າຕົ້ມກໍ່ຍ້ອນພໍ່ ແລະ ແມ່ຍ່າແມ່ນຊາວຫວຽດນາມ. ເມື່ອມາຮຽນຢູ່ຫວຽດນາມ, ນ້ອງສາມາດແນະນຳໃຫ້ໝູ່ເພື່ອນຮູ້ວີທີ ຫໍ່ເຂົ້າຕົ້ມໄດ້.

        “ບຸນເຕັດຢູ່ລາວ, ຄອບຄົວຂອງນ້ອງກໍ່ໄດ້ຫໍ່ເຂົ້າຕົ້ມ ແລະ ເຮັດຢໍ່ໝູ. ພໍ່ຂອງນ້ອງໄດ້ສອນວິທີຫໍ່ເຂົ້າຕົ້ມໃຫ້. ເຂົ້າຕົ້ມແຊບຫຼາຍ, ມີເຄື່ອງປຸງ, ມີເກືອ, ໝາກຖົ່ວຂຽວ, ໝາກພິກໄທ, ຊີ້ນໝູ 3 ຊັ້ນ”.

        ຢູ່ຕາມບັນດາຮ້ານຂາຍເຄື່ອງຂອງນັກສຶກສາກຳປູເຈຍ, ມີວັດຖຸດິບຫຼາຍຢ່າງເພື່ອຮັບໃຊ້ແກ່ການຫໍ່ເຂົ້າຕົ້ມ, ພວກນ້ອງໄດ້ຈັດວາງຢ່າງເປັນລະບຽບຢູ່ເທິງໜ້າໂຕະ. ແບ່ງກັນຜູ້ລະວຽກ, ຜູ້ຈັດໃບຕອງ, ຜູ້ຕັກເຂົ້າ, ໝາກຖົ່ວຂຽວ, ຜູ້ເອົາຊີ້ນໝູໃສ່, ຜູ້ທີ່ມີຄວາມຄ່ອງແຄ້ວແມ່ນໄດ້ຮັບໜ້າທີ່ຫໍ່ເຂົ້າຕົ້ມ. Utdam, ນັກສຶກສາກຳປູເຈຍ, ໃຫ້ຮູ້ວ່າ.

        “ຫໍ່ເທື່ອທຳອິດແມ່ນຍາກຫຼາຍ, ແຕ່ຫໍ່ເທື່ອທີ 2 ກໍ່ບໍ່ຍາກປານໃດຍ້ອນຮູ້ວີທີຫໍ່ແລ້ວ. ນ້ອງຫໍ່ເຂົ້າຕົ້ມແຕ່ລະອັນເສຍເວລາ 10 ນາທີ, ໂດຍບໍ່ໃຊ້ຂອບ. ຄູຂອງນ້ອງໄດ້ຍ້ອງວ່າ, ນ້ອງຫໍ່ເຂົ້າຕົ້ມງາມຫຼາຍ”.

        ສຳລັບບັນດານັກສຶກສາແລ້ວ, ການເຂົ້າຮ່ວມວັນບຸນຫໍ່ເຂົ້າຕົ້ມບໍ່ພຽງແຕ່ແມ່ນການເຄື່ອນໄຫວວຽກງານນອກຫຼັກສູດຕາມປົກກະຕິເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ອາຫານການກິນຂອງຫວຽດນາມ ໃນຊຸມບຸນວັນເຕັດອີກດ້ວຍ. ສິ່ງທີ່ມີຄຸນຄ່າທີ່ສຸດແມ່ນການເຄື່ອນໄຫວລວມໝູ່ຄືການຫໍ່ເຂົ້າຕົ້ມໃນບຸນເຕັດຫວຽດນາມ ຍັງໄດ້ຊ່ວຍເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງບັນດານັກສຶກສາລາວ, ກຳປູເຈຍ ກັບນັກສຶກສາຫວຽດນາມ ອີກດ້ວຍ. Utdam, ນັກສຶກສາກຳປູເຈຍ, ໃຫ້ຮູ້ຕື່ມອີກວ່າ

        “ເມື່ອເຂົ້າຮ່ວມການເຮັດເຂົ້າຕົ້ມແມ່ນມ່ວນຫຼາຍ, ຍ້ອນວ່າໄດ້ເຮັດພ້ອມກັບໝູ່ເພື່ອນ, ສາມັກຄີກັນ, ໂອ້ລົມນຳກັນ ທັງເຮັດທັງໂອ້ລົມມ່ວນຫຼາຍ”.

        ນີ້ບໍ່ແມ່ນຄັ້ງທຳອິດທີ່ໂຮງຮຽນມິດຕະພາບ 80 ຈັດການຫໍ່ເຂົ້າຕົ້ມໃຫ້ນັກສຶກສາ, ແຕ່ເຫດການນີ້ໃນບຸນເຕັດປີກຸນ 2019 ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່ກວ່າໝູ່. ທ່ານນາງ ຈູກິມເຟື້ອງ, ຮອງອຳນວຍການໂຮງຮຽນມິດຕະພາບ 80, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າຢາກສ້າງບັນຍາກາດບຸນເຕັດຫວຽດນາມ ໃຫ້ມີຄວາມຟົດຟື້ນມ່ວນຊື່ນ, ເພື່ອໃຫ້ພວກນ້ອງໄດ້ຝຶກແອບທັກສະການເວົ້າພາສາຫວຽດ ແລະ ໄດ້ດຳລົງຊີວິດໃນບັນຍາກາດຂອງວັນບຸນໃຫຍ່ກວ່າໝູ່ຂອງຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອແນະນຳວັດທະນະທຳຂອງຕົນເຖິງເພື່ອນມິດສາກົນ. ພວກຂ້າພະເຈົ້າຫວັງວ່າໄວໜຸ່ມ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ຈະນັບມື້ນັບສະແດງໃຫ້ເຫັນຄວາມສະໜິດຕິດພັນ, ມີຄວາມສາມັກຄີ, ມິດຕະພາບ ແລະ ມີການຮ່ວມມື”.

        ໃນຊຸມມື້ນີ້, ຢູ່ຮາກຖານການສຶກສາຫຼາຍແຫ່ງຢູ່ຫວຽດນາມ ກໍ່ໄດ້ຈັດຕັ້ງການຫໍ່ເຂົ້າຕົ້ມໃຫ້ນັກສຶກສາຕ່າງປະເທດຄືຢູ່ໂຮງຮຽນມິດຕະພາບ 80. ບັນດາການເຄື່ອນໄຫວຄືດັ່ງກ່າວຈະແມ່ນບັນດາອະນຸສອນອັນດີງາມຂອງນັກສຶກສາຕ່າງປະເທດ ໃນຊຸມເດືອນປີທີ່ຮ່ຳຮຽນຢູ່ຫວຽດນາມ, ຊ່ວຍໃຫ້ວັດທະນະທຳຫວຽດນາມ ຊຶມເລິກເຂົ້າໃນຈິດໃຈເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ