ບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ​ການ​ພິມ​ຈຳ​ໜ່າຍ​ໃຫ້​ແກ່​ພະ​ນັກ​ງານ​ລາວ

(VOVWORLD) - ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານລາວ ໄດ້ຂຶ້ນແຜນກຳນົດວຽກງານການພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍແມ່ນວຽກງານໂຄສະນາ, ສະໜອງຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບບັນດາຂົງເຂດໃນສັງຄົມໄປສູ່ປະຊາຊົນ ເພື່ອປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ. ປີ 2019 ແມ່ນປີທີ 4, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ໄດ້ສົມທົບກັບກົມພິມຈຳໜ່າຍຂອງ ລາວ ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ໃຫ້ແກ່ ລາວ. ນີ້ທັງແມ່ນຄວາມເປັນກຽດ, ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກົມພິມຈຳໜ່າຍ, ພິມ ແລະ ຈຳໜ່າຍຫວຽດນາມ ໃນການປະກອບສ່ວນເຂົ້າໃນວຽກງານຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງພິມຈຳໜ່າຍຂອງລາວ.

 

ບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ​ການ​ພິມ​ຈຳ​ໜ່າຍ​ໃຫ້​ແກ່​ພະ​ນັກ​ງານ​ລາວ - ảnh 1   ຊຸດຝຶກອົບຮົມຖືກດຳເນີນໃນລະຫວ່າງວັນທີ 06 – 10/05, ຢູ່ນະຄອນຫຼວງວຽງຈັນ

  ຊຸດຝຶກອົບຮົມຖືກດຳເນີນໃນລະຫວ່າງວັນທີ 06 – 10/05, ຢູ່ນະຄອນຫຼວງວຽງຈັນ, ລາວ ເຊິ່ງລວມມີສຳມະນາກອນ 110 ຄົນ ທີ່ມາຈາກບັນດາສໍານັກພິມຈຳໜ່າຍ, ໂຮງພິມຂອງລັດ ແລະ ເອກະຊົນ ໃນຂອບເຂດນະຄອນຫຼວງວຽງຈັນຄື: ສໍານັກພິມຈຳໜ່າຍພູມປັນຍາ, ສໍານັກພິມຈຳໜ່າຍການສຶກສາ, ສໍານັກພິມຈຳໜ່າຍວັນນະຄະດີ, ສໍານັກພິມຈຳໜ່າຍແສງສະຫວ່າງພູມປັນຍາ... ເຂົ້າຮ່ວມການສອນໃນຊຸດຝຶກອົບຮົມຄັ້ງນີ້ ແມ່ນບັນດາຄູສອນທີ່ມີອິດທິພົນຊື່ສຽງ ທີ່ມາຈາກສະມາຄົມການພິມນະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນການພິມ Scitech, ບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ, ບໍລິສັດຫຸ້ນສ່ວນການສຶກສາດ້າຍເຈື່ອງຟາດ, ບໍລິສັດການພິມ ຕ໊ຽນໂບະ. ຕາງໜ້າຄະນະຈັດຕັ້ງຊຸດຝຶກອົບຮົມ, ທ່ານນາງ ມາຍທິເຮືອງ, ຫົວໜ້າຫ້ອງການຄຸ້ມຄອງການພິມ, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ໃຫ້ຮູ້ວ່າ:

        “ບັນດາຄູສອນຄັ້ງນີ້ ລວມມີບັນດານັກຄຸ້ມຄອງ, ນັກຊ່ຽວຊານ ໃນຂົງເຂດພິມຈຳໜ່າຍ, ພິມ ແລະ ຈຳໜ່າຍ, ເຂົາເຈົ້າເປັນເຈົ້າຂອງວິສາຫະກິດໃຫຍ່, ບັນດາວິສາຫະກິດນັ້ນ ມີການເຄື່ອນໄຫວຢ່າງເຂັ້ມແຂງ ແລະ ມີຜົນສະທ້ອນຕໍ່ສັງຄົມ ຢູ່ຫວຽດນາມ. ມີນັກຊ່ຽວຊານຫຼາຍຄົນໄດ້ມານີ້ຫຼາຍເທື່ອດ້ວຍຖານະເປັນຄູສອນ ກໍຄືໃນຖານະເປັນເຈົ້າຂອງວິສາຫະກິດ ເພື່ອແບ່ງປັນປະສົບການຕົວຈິງ ແລະ ຮ່ວມມືກັນ”.

        ປັດຈຸບັນ, ຕາມທ່າອ່ຽງລວມຂອງທົ່ວໂລກແລ້ວ, ວຽງງານການພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ບັນດາສໍານັກພິມຈຳໜ່າຍ, ບໍລິສັດຈຳໜ່າຍ ຕ້ອງມານະພະຍາຍາມຫຼາຍຢ່າງ ເພື່ອຜ່ານຜ່າທຸກສິ່ງທ້າທາຍ. ໃນຊຸດຝຶກອົບຮົມ, ບັນຫາລິຂະສິດ ແມ່ນບັນຫາໜຶ່ງທີ່ບັນດາສຳມະນາກອນລາວ ມີຄວາມສົນໃຈ ແລະ ຕັ້ງຄຳຖາມຫຼາຍທີ່ສຸດ, ຍ້ອນເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກກ່ຽວກັບບັນຫານີ້. ເພື່ອແບ່ງປັນຄວາມຫຍຸ້ງຍາກດັ່ງກ່າວ, ທ່ານ ຫງວຽນເຍິດແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ ໃຫ້ຮູ້ວ່າ:

ບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ​ການ​ພິມ​ຈຳ​ໜ່າຍ​ໃຫ້​ແກ່​ພະ​ນັກ​ງານ​ລາວ - ảnh 2 ທ່ານ ຫງວຽນເຍິດແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ

“ກ່ອນນີ້ 15 ປີ, ກ່ອນທີ່ຈະດຳເນີນການຊື້ລິຂະສິດນັ້ນ, ພວກຂ້າພະເຈົ້າໄດ້ມີຄວາມເປັນຫ່ວງເປັນໃຍຫຼາຍຢ່າງ ບໍ່ຮູ້ວ່າ ເຮັດແນວໃດຈິ່ງຊື້ລິຂະສິດດ້ວຍລາຄາຖືກຈາກບັນດາໂຮງພິມຈຳໜ່າຍຂະໜາດໃຫຍ່ຂອງ ທະວີບເອີຣົບ, ທະວີບ ອາເມລິກາ ໄດ້. ຖ້າຫາກວ່າ ພວກເພື່ອນຢາກຊື້ລິຂະສິດຈາກບັນດາປະເທດນັ້ນ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍພວກເພື່ອນໃນຂອບເຂດການຮ່ວມມືລະຫວ່າງກົມພິມຈຳໜ່າຍລະຫວ່າງສອງປະເທດ, ກໍຄືບັນດາໂຄງການບຳລຸງສ້າງກ່ຽວກັບຂົງເຂດລິຂະສິດ ຫຼື ອາດຈະໜູນຊ່ວຍກ່ຽວກັບການໂຄສະນາ, ສ້າງບັນດາຮ້ານຂາຍປຶ້ມ ຫຼືບັນດາການເຄື່ອນໄຫວອື່ນໆ ພວກຂ້າພະເຈົ້າ ກໍພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ”.

        ຕີລາຄາສູງກ່ຽວກັບຄວາມຮູ້, ປະສົບການ ກໍຄືບັນດາບົດຮຽນອັນລໍ້າຄ່າ ກ່ຽວຂ້ອງເຖິງບັນຫາ ລິຂະສິດ, ວິທີສ້າງຮ້ານຂາຍປຶ້ມ, ວິທີຈຳໜ່າຍປຶ້ມ, ວິທີໂຄສະນາບັນດາຜະລິດຕະພັນ ຫຼືວຽກງານຄຸ້ມຄອງວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍເຊິ່ງຝ່າຍຫວຽດນາມໄດ້ນຳມາແລກປ່ຽນໃນຊຸດຝຶກອົບຮົມນັ້ນ, ທ່ານນາງ ບົວໄຂ ເພງພະຈັນ - ຫົວໜ້າກົມພິມຈຳໜ່າຍ ລາວ ປາດຖະໜາວ່າ:

        ໃນໄລຍະຈະມາເຖິງ, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ແລະ ກົມພິມຈຳໜ່າຍ ລາວ ຈະມີບັນດາລາຍການຮ່ວມມືອັນແທດຈິງກວ່າອີກໃນຂົງເຂດພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຄື ແລກປ່ຽນກ່ຽວກັບວິຊາສະເພາະ, ຈັດຕັ້ງງານວາງສະແດງ, ພິມຈຳໜ່າຍປຶ້ມ ຫວຽດນາມ - ລາວ... ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຍົກສູງວັດທະນະທຳການອ່ານປື້ມລະຫວ່າງປະຊາຊົນສອງປະເທດ ແລະ ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ - ລາວ ໃຫ້ດີຍິ່ງໆຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ