ປະທານາທິບໍດີ ຟີລິບປິນ ອອກຖະແຫຼງການປະທານ ອາຊຽນ

ປະທານາທິບໍດີ ຟີລິບປິນ ອອກຖະແຫຼງການປະທານ ອາຊຽນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟ​ີ​ລິບ​ປິນ Rodrigo Duterte

(vovworld) - ວັນ​ທີ 30/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟ​ີ​ລິບ​ປິນ Rodrigo Duterte ໄດ້​ອອກ​ຖະ​ແຫຼງ​ການ​ປະ​ທານ, ພາຍຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 1 ວັນ. ຖະ​ແຫຼງ​ການ​ຍາວ 25 ໜ້າ, ​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ ເຊິ່ງ​ການ​ນຳ​ຈຳ​ນວນ​ໜຶ່ງ​ຂອງ ອາ​ຊຽນ ສະ​ແດງ​ອອກ ກ່ຽວ​ຂ້ອງ​ເຖິງ​ການ​ຜັນ​ແປ​ຫວ່າງ​ແລ້ວນີ້, ພ້ອມ​ທັງ “ຢືນ​ຢັນ​ຄືນ​ໃໝ່​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ຖະ​ແຫຼງ​ການ​ປະ​ທານ​ອາ​ຊຽນ ກໍ່​ເຕື້ອງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ “ປະ​ຕິ​ບັດ​ການ​ລະ​ງັບ​ໃຈ​ເມື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ, ຫຼີກ​ເວັ້ນ​ການ​ກະ​ທຳ​ທີ່​ອາດ​ຈະ​ພາ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ”, ກໍ່​ຄື​ຄວາມ​ສຳ​ຄັນ​ຂອງ​ເລ​ື່ອງ “ປະ​ຕິ​ບັດ​ມາດ​ຕະ​ການ​ສັນ​ຕິ​ພາບ ໃຫ້​ແກ່​ການ​ແກ່ງ​ແຍ້ງ ຫາກບໍ່​ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຖະ​ແຫຼງ​ການ​ປະ​ທານ ອາ​ຊຽນ ບໍ່​ເຕື້ອງ​ເຖິງ​ການ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ຢູ່ ລາ​ໄຮ (ປະ​ເທດ​ໂຮນ​ລັງ) ເມື່ອ​ເດືອນ 7/2016, ຕາມນັ້ນ, ປະ​ຕິ​ເສດ​ຖະ​ແຫຼງ​ການ​ອະ​ທິ​ປະ​ໄຕ​ປະ​ຫວັດ​ສາດ​ຂອງ​ຈີນ ສຳ​ລັບ​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ