ພົບປະກັບ Eko Widianto - ນັກອາສາສະໝັກສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ

(VOVWORLD) - ນັບແຕ່ 2 ເດືອນມານີ້, ຄືເປັນຄວາມຊີ້ນເຄີຍແລ້ວ ຮອດເວລາຕອນບ່າຍຂອງວັນຄານ, ວັນພະຫັດ, ວັນເສົາຂອງທຸກໆອາທິດ, Eko Widianto ໄປມະຫາວິທະຍາໄລ ຮ່າໂນ້ຍ ດ້ວຍລົດເມ ເພື່ອສອນພາສາ ອິນໂດເນເຊຍ ໃຫ້ບັນດານັກສຶກສາ. 

Eko Widianto - ຜູ້ບ່າວຊາວ ອິນໂດເນເຊຍ ອາຍຸ 27 ປີ, ປັດຈຸບັນພວມດຳລົງຊີວິດ ແລະ ສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ. ໃນ 3 ເດືອນປະຕິບັດງານຢູ່ ຮ່າໂນ້ຍ ດ້ວຍຖານະເປັນນັກອາສາສະໝັກ, ລາວມີໜ້າທີ່ໂຄສະນາພາສາສາດ ແລະ ວັດທະນະທຳ ອິນໂດເນເຊຍ ໃຫ້ ຊາວນະຄອນຫລວງ ຮ່າໂນ້ຍ. ມື້ນີ້ ຂໍເຊີນທ່ານຜູ້ຟັງພ້ອມກັບ ຫງວຽນຮ່າ ພົບປະກັບ Eko Widianto.

ພົບປະກັບ Eko Widianto - ນັກອາສາສະໝັກສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ - ảnh 1 Eko Widianto ພວມແນະນຳໃຫ້ນັກສຶກສາຂອງມະຫາວິທະຍາໄລ ຮ່າໂນ້ຍ

Eko Widianto ເປັນຄົນມີຜິວດຳແດງ, ຮູບຮ່າງຈ່ອຍສູງ, ຄ່ອງແຄ້ວວ່ອງໄວ, Eko Widianto ພວມແນະນຳໃຫ້ນັກສຶກສາຂອງມະຫາວິທະຍາໄລ ຮ່າໂນ້ຍ ກ່ວາ 30 ຄົນ ປະຕິບັດ ບົດຮຽນກ່ຽວກັບວິທີບອກທາງໃນຕົວຈິງ. ເຈ້ຍ A4 ຫລາຍໃບໄດ້ພິມແນະນຳບາງສະຖານທີ່ຄື: ໂຮງຮຽນ, ໂຮງໝໍ…ແລະ ໄດ້ຕິດໃສ່ຝາຢູ່ອ້ອມແອ້ມລະບຽງຫ້ອງຮຽນ. ບັນດານັກຮຽນຈະໄປເຖິງບັນດາສະຖານທີ່ເຫຼົ່ານັ້ນ ໃນເຈ້ຍ A4 ຕາມການແນະນຳຂອງ Eko.

ນັບແຕ່ 2 ເດືອນມານີ້, ຄືເປັນຄວາມຊີ້ນເຄີຍແລ້ວ ຮອດເວລາຕອນບ່າຍຂອງວັນຄານ, ວັນພະຫັດ, ວັນເສົາຂອງທຸກໆອາທິດ, Eko Widianto ໄປມະຫາວິທະຍາໄລ ຮ່າໂນ້ຍ ດ້ວຍລົດເມ ເພື່ອສອນພາສາ ອິນໂດເນເຊຍ ໃຫ້ບັນດານັກສຶກສາ. ນອກຈາກການສອນຢູ່ໂຮງຮຽນແລ້ວ ລາວຍັງເຂົ້າຮ່ວມການສອນພາສາ ອິນໂດເນເຊຍ ຢູ່ “Umah Indo” (ຊາຍຄາ Indo) – ແມ່ນຫ້ອງວາງສະແດງກ່ຽວກັບ ອິນໂດເນເຊຍ ຕັ້ງຢູ່ໃນບໍລິເວນຂອງສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ. ຈຳນວນສຳມະນາກອນຂຶ້ນເຖິງ 200 ຄົນ, ໃນນັ້ນ, ສ່ວນຫລາຍເປັນນັກສຶກສາທີ່ມາຈາກບັນດາມະຫາວິທະຍາໄລ, ສ່ວນທີ່ຍັງເຫຼືອນັ້ນ ແມ່ນນັກຄົ້ນຄວ້າ, ພາລະກອນບັນດາບໍລິສັດທີ່ເຄື່ອນໄຫວໃນຂົງເຂດກ່ຽວຂ້ອງເຖິງ ອິນໂດເນເຊຍ.

ຂ້າພະເຈົ້າຫວັງວ່າ ການຮຽນພາສາ ອິນໂດເນເຊຍ ຢູ່ ຫວຽດນາມ ນັບມື້ນັບໄດ້ແຜ່ຂະຫຍາຍ. ພາຍຫລັງຊຸດຮຽນ, ດ້ວຍຄວາມຮູ້ກ່ຽວກັບດ້ານພາສາ ແລະ ວັດທະນະທຳ ອິນໂດເນເຊຍ, ຂ້າພະເຈົ້າຫວັງວ່າ: ພວກເພື່ອນຈະມີເງື່ອນໄຂພຽງພໍ ເພື່ອໄດ້ເຂົ້າຮ່ວມບັນດາລາຍການພົບປະແລກປ່ຽນ, ມອບທຶນສຶກສາ ໂດຍລັດຖະບານ ອິນໂດເນເຊຍ ອຸປະຖຳໃຫ້. ແລະ   ສຳຄັນຍິ່ງກ່ວາອີກ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ຢູ່ ຮ່າໂນ້ຍ ຈະມີມະຫາວິທະຍາໄລເປີດຂະແໜງພາສາ ອິນໂດເນເຊຍ.

ພົບປະກັບ Eko Widianto - ນັກອາສາສະໝັກສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ - ảnh 2

ເຖິງຢ່າງໃດກໍ່ຕາມ, ເມື່ອຕັດສິນໃຈໄປ ຫວຽດນາມ, Eko  ຕ້ອງຜ່ານຜ່າການຕໍ່ສູ້ທາງດ້ານແນວຄິດໃນກະໂຕຂອງລາວເອງ. ໃນຄາວນັ້ນ, ເມຍຂອງລາວພວມຖືພາເດືອນທີ 6. ລາວເປັນຫ່ວງໃຫ້ເມຍ, ແຕ່ຍ້ອນເມຍຂອງລາວເອງ ກໍ່ເປັນຄົນລະດົມກຳລັງໃຈ ເພື່ອໃຫ້ລາວມີຄວາມອຸ່ນອ່ຽງໃຈເດີນທາງໄປປະຕິບັດໜ້າທີ່ຢູ່ ຫວຽດນາມ. ລາວ ເວົ້າຄວາມໃນໃຈສູ່ຟັງວ່າ:

       ເມຍຂອງຂ້າພະເຈົ້າກໍ່ເຂົ້າໃຈກ່ຽວກັບວຽກງານຂອງຂ້າພະເຈົ້າ. ນາງເອງກໍ່ເປັນຄູສອນ ດັ່ງນັ້ນ ຈຶ່ງມີຄວາມເຫັນໃຈກັບຂ້າພະເຈົ້າໄດ້ງ່າຍ. ສະນັ້ນ, ບໍ່ວ່າໃນຈຸດເວລາໃດ ປະເທດຊາດມີຄວາມຕ້ອງການກໍ່ຕາມ ແຕ່ພວກຂ້າພະເຈົ້າລ້ວນແຕ່ກຽມພ້ອມ. ທຳອິດ ເມຍກໍ່ລັ່ງເລໃຈ ຍ້ອນວ່າເມຍກຳລັງຖືພາ, ເມື່ອເຂົ້າໃຈວ່າ ຂ້າພະເຈົ້າຈະກັບຄືນໃນຕົ້ນເດືອນ ທັນວາ, ເມຍກໍ່ເຫັນດີໃຫ້ຂ້າພະເຈົ້າໄປ.

       ເມື່ອມາ ຫວຽດນາມ ແລ້ວ, Eko ມີຄວາມຮູ້ສຶກຄືພວມດຳລົງຊີວິດຢູ່ ອິນໂດເນເຊຍ ຍ້ອນວັດທະນະທຳ 2 ປະເທດບໍ່ແຕກຕາງກັນຫລາຍ. ລາວບໍ່ໄດ້ພົບພໍ້ກັບຄວາມຫຍຸ້ງຍາກຫຍັງຫລາຍ ນອກຈາກບັນຫາການກິນ ແລະ ພາສາ ຫວຽດນາມ. ມື້ໜຶ່ງຂອງ Eko ເລີ່ມແຕ່ 5 ໂມງເຊົ້າ. ລາວຖືສາສະໜາອິດສະລາມ ດັ່ງນັ້ນລາວມີຄວາມຊິນເຄີຍລຸກມາແຕ່ເຊົ້າເພື່ອສວດມົນພາວະນາ. ຫລັງຈາກນັ້ນ ລາວແຕ່ງອາຫານເຊົ້າເອງ, ໄປຕະຫລາດ ແລະ ຮອດເວລາ 8 ໂມງ 30 ນາທີ ອອກບ້ານໄປ “Umah Indo”, ເພື່ອກະກຽມຂຶ້ນຫ້ອງສອນພາສາ ອິນໂດເນເຊຍ.

       ບັນດາສຳມະນາກອນລ້ວນແຕ່ມີຄວາມນິຍົມຊົມເຊີຍຕໍ່ບັນດາບົດຮຽນຂອງອາຈານ Eko ແລະ ຍາມໃດກໍ່ສະຫງວນຄວາມຮັກແພງພິເສດໃຫ້ລາວ. ນາງ ໂຮ່ທິຢິງ, ນັກສຶກສາປີທີ 2, ມະຫາວິທະຍາໄລເສດຖະກິດໃຫ້ຮູ້ວ່າ:

       ເມື່ອຄຳນຶງເຖິງອາຈານ Eko, ນ້ອງຄິດເລີຍເຖິງຄຳສັບ “Funny” ຍ້ອນວ່າອາຈານມີຄວາມຕະຫຼົກທີ່ສຸດ. ບາງມື້ຂຶ້ນຮຽນ ພວກນ້ອງຮູ້ສຶກອຶດເມື່ອຍທີ່ສຸດ ແຕ່ພາຍຫລັງຫ້ອງຮຽນ, ພວກນ້ອງພັດຮູ້ສຶກມີພະລັງຊີວິດ ແລະ ຮັກຫອມປະເທດ ອິນໂດເນເຊຍ ກ່ວາ. ອາຈານມີວິທີສອນເຂົ້າໃຈງ່າຍ ແລະ ເປັນຄົນເປັນກັນເອງ, ຊ່ວຍໃຫ້ທຸກຄົນມີຄວາມຮູ້ສຶກກະຕືລືລົ້ນຢາກສືບຕໍ່ຮຽນພາສານີ້.

ພົບປະກັບ Eko Widianto - ນັກອາສາສະໝັກສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ - ảnh 3 Eko ແລະ ບັນດານັກສຶກສາ

ຍ້ອນນ້ຳໃຈ ແລະ ຄວາມມັກຮຽນຂອງພວກເພື່ອນແມ່ນກຳລັງໜູນໃຫ້ແກ່ Eko ມານະພະຍາຍາມຖ່າຍທອດບອກສອນ ດ້ວຍບັນດາວິທີຮຽນດີ ແລະ ເຂົ້າໃຈງ່າຍທີ່ສຸດ. ເບິ່ງຄືວ່າ: ໃນຫ້ອງຮຽນບໍ່ມີໄລຍະຫ່າງລະຫວ່າງອາຈານ ແລະ ນັກຮຽນ, ເຂົາເຈົ້າກາຍເປັນເພື່ອນທີ່ດີຂອງກັນ. ບັນດາເພື່ອນໜຸ່ມເຄີຍພາ Eko ໄປທ່ຽວບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຫລວງ ຮ່າໂນ້ຍ. ສິ່ງນີ້ ບໍ່ພຽງແຕ່ສະໜິດຕິດພັນນ້ຳໃຈລະຫວ່າງທຸກຄົນ, ຊ່ວຍບັນດາສຳມະນາກອນຮຽນສັບໃໝ່ເທົ່ານັ້ນ ຫາກຍັງຊ່ວຍ Eko ຄົ້ນຫາກ່ຽວກັບຄວາມງາມຂອງ ຫວຽດນາມ ຫລາຍຕື່ມອີກ.

ຂ້າພະເຈົ້າຮັກ ຮ່າໂນ້ຍ ຍ້ອນຄວາມສະຫງົບສຸກ. ບັນຍາກາດບໍ່ແຕກຕາງກັນຫລາຍກັບ ອິນໂດເນເຊຍ, ສະນັ້ນ ຂ້າພະເຈົ້າສາມາດເຊື່ອມຕົວ ແລະ ໂອ້ລົມກັບທຸກຄົນໄດ້ງ່າຍ. ຊາວ ຮ່າໂນ້ຍ ກໍ່ສະໜິດສະໜົມ ແລະ ຍາມໃດກໍ່ຊ່ວຍເຫຼືອຂ້າພະເຈົ້າ ເຖິງວ່າມີຫລາຍຄົນບໍ່ເວົ້າໄດ້ພາສາ ອັງກິດ ກໍ່ຕາມ, ສະນັ້ນ ຂ້າພະເຈົ້າຕ້ອງຮຽນພາສາ ຫວຽດ ຕື່ມອີກເລກໜ້ອຍ.

ຕົ້ນເດືອນ ທັນວາ ຈະມາເຖິງ, Eko Widianto ຈະກັບຄືນປະເທດ, ສິ້ນສຸດການປະຕິບັດງານຢູ່ ຮ່າໂນ້ຍ ເປັນເວລາ 3 ເດືອນ. ລາວໃຫ້ຮູ້ວ່າ: ໃນປີໜ້າ ຖ້າຫາກມີຄວາມເປັນໄປໄດ້,  ລາວຈະເລືອກເອົາ ຫວຽດນາມ ເພື່ອສືບຕໍ່ເສັ້ນທາງນຳພາສາ ແລະ ວັດທະນະທຳ ອິນໂດເນເຊຍ ມາໃຫ້ທຸກຄົນ. ຫຼື ຢ່າງໜ້ອຍສຸດ ລາວຈະພາເມຍ ແລະ ລູກ ແລະ ທັງຄອບຄົວມາຢ້ຽມຢາມ ຫວຽດນາມ, ພົບປະກັບເພື່ອນທີ່ຮັກແພງຂອງລາວຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ