ພົບປະກັບຜູ້ສະສົມຊຸດສະແຕມ “ປະຊາຄົມ ອາຊຽນ ໃນວິວັດການເຊື່ອມໂຍງ”


(vovworld)- ຊຸ​ດ​ສະ​ແຕມ ລວມ​ມີກວ່າ 600 ດວງ ຖືກ​ຊັບ​ຊ້ອນ​ໃນ 5 ກອບ ສະ​ແຕມ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ວິ​ວັດ​ການ​ເຊື່ອມ​ໂຍງ ອ​າ​ຊຽນ ທີ່ຍາດ​ໄດ້​ລາງວັນ​ທອງ ​ດ້ວຍ​ຫົວ​ຂໍ້​ວ່າ: “ຂ່ຳ​ນັບ​ຮັບ​ຕ້ອນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ​” ຊື່ງ​ແມ່ນ​ຫນຶ່ງ​ໃນ 3 ຫົວ​ເລື່ອງ​ໃຫຍ່ ຂອງ​ການ​ເສັງ Vietstampex 2015 ຫາ​ກໍ​ດຳ​ເນີນ​ໃນ​ທ້າຍ​ສັບ​ປະ​ດາ​ຢູ່ ຮ່າ​ໂນ້ຍ. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ ທ່ານ ຫວໍ​ຊີ້​ດາຍ, ຜູ້​ສະ​ສົມ​ສ​ະ​ແຕມ ປະ​ຊາ​ຄົມ ອາ​ຊຽນ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ” ຍາດ​ໄດ້​ລາງວັນ​ໃນ​ຄັ້ງນີ້.

 

ພົບປະກັບຜູ້ສະສົມຊຸດສະແຕມ “ປະຊາຄົມ ອາຊຽນ ໃນວິວັດການເຊື່ອມໂຍງ” - ảnh 1
ທ່ານ ຫວໍ​ຊີ້​ດາຍ, ຜູ້​ສະ​ສົມ​ສ​ະ​ແຕມ ປະ​ຊາ​ຄົມ ອາ​ຊຽນ

        4 ໂມງ 30 ນ​າ​ທີ ໃນ​ຫ້ອງວາງ​ສະ​ແດງ​ສະ​ແຕມ​ນັບ​ລ້ານ​ດວງຖືກ​ຊັບ​ຊ້ອນ​ໃນ​ຮ້ອຍກອບສະ​ແຕມ, ຫວໍ​ຊີ້​ດາຍ ຊື່ງ​ແມ່ນ​ຄູ​ສອນ​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ. ທ່ານ​ ​ກຳ​ເນີດ​ ແລະ ເຕີບ​ໃຫຍ່ ຢູ່ ນະ​ຄອ​ນດາ​ລາດ ແຂວງ ເລີມ​ດົງ ແລະ ແມ່ນ​ຜູ້​ມັກ​ສະ​ສົມ​ສະ​ແຕມ​ນັບ​ແຕ່​ຄາວ​ຍັງຮຽນ​ຢູ່ໂຮງ​ຮຽນ​ມັດ​ທະ​ຍົມ​.

        “ຂ້າ​ພະ​ເຈົ້າ​ສະ​ສົມ​ສະ​ແຕມ​ນັບ​ແຕ່​ໄລ​ຍະ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ, ໝາຍ​ຄວາມ​ວ່າ​ແຕ່​ຊຸມ​ປີ 1966. ໃນ​ຄາວນັ້ນ ຂ້າ​ພະ​ເຈົ້າ​ສະ​ສົມ​ສະ​ແຕມ​ຂອງ ສາ​ທາ​ລະ​ນະ​ລັດ ພາກ​ໃຕ້​ຫວຽດ​ນາມ, ພາຍ​ຫລັງ​ໄດ້​ຮັບ​ການ​ປົດ​ປ່ອຍ ຂ້າ​ພະ​ເຈົ້າ​ສືບ​ຕໍ່​ສະ​ສົມ​ສະ​ແຕມ​ຂອງ​ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ​ພາກ​ໃຕ້​ຫວຽດ​ນາມ. ໄລ​ຍະ​ນັ້ນ ໂດຍ​ເປັນ​ນັກ​ຮຽນ​ຜູ້​ຫນຶ່ງ ສະ​ນັ້ນ ຂ້າ​ພະ​ເຈົ້າບໍ່​ມີ​ເງິນ​ເພື່ອ​ຊື້​ສະ​ແຕມ, ຂ້າ​ພະ​ເຈົ້າ​ເຄີຍ​ເອົາ​ສະ​ແຕມ​ແລກ​ກັບ​ເພື່ອນ ຫລື ຂຽນ​ຈົດ​ໝາຍ​ໃຫ້​ໝູ່​ເພື່ອນ​ເພື່ອ​ມີ​ສະ​ແຕມ​ທີ່​ຕົນ​ມັກ. ພາ​ຍ​ຫລັງ​ຮຽນ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ ຂ້າ​ພະ​ເຈົ້າ​ຖືກ​ສົ່ງ​ໄປ​ຮຽນ​ຢູ່ ຟີ​ລີບ​ປີນ. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ຂອງ​ອົງ​ການ​ສາ​ສະ​ຫນາ​ກາ​ໂຕ​ລີກ ຢູ່ ຟີ​ລີບ​ປີນ ແລະ ຂຽນ​ຈົດ​ໝາຍ​ສົ່ງ​ເຖິງ​ເຂົາ​ເຈົ້າ​ດ້ວຍ​ຈຸດ​ປະ​ສົງ​ຢາກສະ​ສົມ​ບັນ​ດາ​ສະ​ແຕ​ມ.”

        ສຳ​ລັບ​ທ່ານແລ້ວ ແນວ​ຄວາມ​ຄິດ​ສະ​ສົມ​ສະ​ແຕມ “ປະ​ຊາ​ຄົມ ອາ​ຊຽນ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​” ​ກໍແມ່ນ​ເລື່ອງ​ບັງ​ເອີນ, ເມື່ອ ຫວຽດ​ນາມ ພິມ​ຈຳ​ຫນ່າຍ ສະ​ແຕມ ອາ​ຊຽນ ໃນ​ປີ 2007, ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ. ໃນ​ສະ​ແຕມ​ແຕ່​ລະ​ດວງ ແມ່ນ​ນະ​ຄອນ​​ຫລວງ ຂອງ​ປະ​ເທດ​​ສະ​ມາ​ຊິກຫນຶ່ງ ແລະ ຊຸດ​ສະ​ແຕມ ມີ​ທັງ​ໝົດ 10 ດວງ. ມີ​ແນວ​ຄວາມ​ຄິດ​ແລ້ວ, ແຕ່​ວິ​ວັດ​ການ​ປະ​ຕິ​ບັດ​ຕ້ອງ​ເສຍ​ເວ​ລາ​ຫລາຍ. ທ່ານ ຕ້ອງ​ເຂົ້າ​ແວບ​ໄຊ​ເພື່ອ​ຊອກ​ຊື້​ສະ​ແຕມ​ແຕ່​ລະ​ ດວງ ​ຂອງ​ແຕ່​ລະ​ປະ​ເທດ​ຕະ​ຫລອດ​ຮອດ​ບັນ​ດາຊອງ​ຈົດ​ໝາຍ… ເພື່ອ​ສະ​ສົມ​ໃຫ້ຊຸດ​ສະ​ແຕມ​ຂອງ​ຕົນ, ແຕ່​ບາງ​ເທື່ອ​ຊື້ບໍ່​​​ໄດ້ ເພາະ​ວ່າ​ຫລາຍ​ຄົນ​​ພັດບໍ່​ຂາຍ.

        “ຄວາມ​ຈິງ ຢາກ​ສະ​ສົມ​ຊຸດ​ສະ​ແຕມນີ້ ຕ້ອງ​ເສຍ​ເວ​ລາ​ຫລາຍ ເພາະ​ວ່າ ຫວຽດ​ນາມ ບໍ່​ພິມ​ຈຳ​ຫນ່າຍ​ສະ​ແຕມ ອາ​ຊຽນ ​ຫລາຍປານ​ໃດ ພຽງ​ມີ 2-3 ຊຸດ​ເທົ່າ​ນັ້ນ  ຢາກສຳ​ເລັດ 5 ກອບ​ສະ​ແຕມນີ້ ຕ້ອງ​ມີ​​ສະ​ແຕ​ມຢ່າງ​ຫນ້ອຍ​ສຸດ​ນັບຮ້ອຍ​ຊຸດ. ໃນ​ກຸ່ມ ອາ​ຊຽນ ສະ​ແຕມ​ມີ​ລາ​ຄາ​ສູງ​ສຸດ ແລະ ຫາ​ຍາກ​ທີ່​ສຸດ  ແມ່ນ​ສະ​ແຕມ​ມາ​ຈາກ ບ​ຣູ​ໄນ, ຖັດ​ມາ​ແມ່ນ ມ​ຽນ​ມາ ແລະ ຟິ​ລີບ​ປີນ ເພາະ​ວ່າ ບັນ​ດາ​ປະ​ເທດນີ້ ບໍ່​ພິມ​ຈຳ​ຫນ່າຍ​ສະ​ແຕມ ສະ​ນັ້ນ ຍາກ​ທີ່​ຈະຊອກ​ຊື້​ໄດ້.”

        ໃນ​ຊຸດ​ສະ​ແຕມ​ສະ​ສົມ​ຂອງ​ທ່ານ ຍັງ​ມີ​ຊຸດ​ສະ​ແຕມ​ ກໍ​ພິ​ເສດພໍ​ສົມ​ຄວ​ນ​ອື່ນ​ອີກ ​. ນັ້ນ​ແມ່ນ​ຊຸດ​ສະ​ແຕມ “ຂ່ຳ​ນັບ​ຮັບ​ຕ້ອນ ປະ​ຊາ​ຄົມ ອາ​ຊຽນ” ຫາ​ກໍ​ພິມ​ຈຳ​ຫນ່າຍ​ໃນ​ວັນ​ທີ 8/8 ຜ່ານ​ມາ. ນີ້​ແມ່ນ​ຊຸດ​ສະ​ແຕມ ພິມ​ຈຳ​ຫນ່າຍ​​ໃນ10 ປະ​ເທດ ອາ​ຊຽນ. ປະ​ຈຸ​ບັນ ແຕ່​ລະ​ມື້ ທ່າ​ນ​ຍາດ​ເວ​ລາແຕ່ 20 ນາ​ທີ ຮອດ​ຫນຶ່ງ ​ຊົ່ວ​ໂມງ ເພື່ອ​ຄົ້ນ​ຄ້​ວາ ແລະ ຊອກ​ຮູ້​ບັນ​ດາ​ສະ​ແຕມ​ຢ່າງ​ເລິກ​ເຊິ່ງກວ່າ. ສຳ​ລັບ​ທ່ານ​ແລ້ວ, ບັນ​ດາ​ສະ​ແຕ​ມນັ້ນ ນຳ​ມາ​ເຊິ່ງ​ບັນ​ດາ​ຄວາມ​ຮູ້​ທີ່​ລ້ຳ​ຄ່າ.

        “ສະ​ແຕມ ແມ່ນ​ຮູບ​ພາບ​ນ້ອຍ ເມື່ອ​ເບິ່ງ​ສະ​ແຕມ​ນີ້ ຄື​ດັ່ງ​ໄດ້​ຊົມ​ຮູບ​ພາບ​ແຜ່ນ​ຫນຶ່ງ​ຂອງ​ຈິດ​ຕະ​ກອນ. ມີ​ສ​ະ​ແຕມບາງ​ອັນ​ແມ່ນ​ເວົ້າ​ເຖິງ​ປະ​ຫວັດ​ສາດ ຊ່ວຍ​ໃຫ້​ຕົນ​ເອງ​ທົບ​ທວນ​ຄືນ ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ຄວ​າມ​ເປັນ​ມາ​ຂອງ​ມັນ ຫລື ບັນ​ດາ​ສະ​ແຕມ​ແມ່ນ​ພິມ​ຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງ​ປະ​ເທດຕ່າງໆ, ເມື່ອ​ເບິ່ງ​ສະ​ແຕມນີ້ ພວກ​ເຮົາ​ອາດ​ຈະ​ຮູ້​ໄດ້​ວ່າ ນັ້ນ​ແມ່ນ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ໃດ ຫລື ​ຈາກ​ຮູບ​ພາບອາ​ຊີບ​ຫັດ​ຖະ​ກຳ ພວກ​ເຮົາ​ສາ​ມາດ​ຮູ້​ຈັກ​ໄດ້​ວ່າ ປະ​ຊາ​ຊົນປະ​ເທດນັ້ນ​ເຮັດ​ອາ​ຊີບ​ຫັດ​ຖະ​ກຳ​ຄື​ແນວ​ໃດ.”

ພົບປະກັບຜູ້ສະສົມຊຸດສະແຕມ “ປະຊາຄົມ ອາຊຽນ ໃນວິວັດການເຊື່ອມໂຍງ” - ảnh 2
ຊຸດສະ​ແຕມ ອາ​ຊຽນ ພິມ​ຈຳ​ຫນ່າຍ​ປີ 2007

        ໃນ​ໄລ​ຍະ​ກວ່າ 40 ປີ​ແຫ່ງ​ການ​ສະ​ສົມ​ສະ​ແຕມ, ປະ​ຈຸ​ບັນ ທ່ານ ສະ​ສົມ​ສະ​ແຕມ​ໄດ້ 400-500 kg ດ້ວຍ 20 ຫົວ​ເລື່ອງ. ທ່ານ ເວົ້າ​ວ່າ ນັ້ນ​ແມ່ນ ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ທີ່​ຂອງ​ທ່ານ​ປະ​ຈຸ​ບັນ ແລະ ທ່ານ​ປາດ​ຖ​ະ​ຫນາ​ວ່າ ໃນ​ການ​ເສັງ Viéttampex ຄັ້ງ​ຕໍ່​ໄປ ທ່ານ​ຈະ​ຍາດ​ໄດ້​ລາງວັນ​ສູງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ