ມຸ່ງໄປເຖິງພາກພື້ນແມ່ຂອງມີຄວາມຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ

ມຸ່ງໄປເຖິງພາກພື້ນແມ່ຂອງມີຄວາມຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ - ảnh 1

(vovworld)-  ​ແຕ່​ວັນ​ທີ25-26/10/2016 ຢູ່ ຮ່າ​ໂນ້ຍ ຈະ​ດ​ຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ -ຫວຽດ​ນາມ (CLMV) ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້​ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ Ayeyawady - ເຈົ້າ​ພະ​ຍາ ແລະ ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ກ່ຽວ​ກັບ​ແມ່​ຂອງ.

ໂດຍ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື CLMV ແລະ ACMECS. ສຳ​ລັບ CLMV ຫວຽດ​ນາມ ໄດ້​ສ້າງກອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ. ລາຍ​ການ​ກອງ​ທຶນ​ການ​ສຶກ​ສານີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ແລະ ສະ​ເຫນີ​ສືບ​ຕໍ່​ປະ​ຕິ​ບັດ​ໃນ​ໄລ​ຍະ 2016 -2020. ໃນ​ 2 ກົນ​ໄກ​ການ​ຮ່ວມ​ມື CLMV ແລະ ACMECS, ຫວຽດ​ນາມ ລ້ວນ​ແຕ່​ສວມ​ບົດ​ບາດປະ​ສານ​ງານ​ໃນ​ຂົງ​ເຂດ​ຮ່ວມ​ມື​ສະ​ເພາະ​ຂະ​ແຫນງ​ຈຳ​ນວນ​ຫນຶ່ງ ແລະ ໄດ້​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 5 ປະ​ເທດ. ໂດຍ​ຮັບ​ຮູ້​ໄດ້​ຄວາມ​ສຳ​ຄັນ​ຂອງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຢູ່​ລົ່ງ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ, ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ແລະ ການ​ຄຸ້ມ​ຄອງ​ແຫລ່ງ​ນ້ຳ. ຫວຽດ​ນາມ ເປັນ​ປະ​ເທດ​ທຳ​ອິດ​ຍົກ​ອອກ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ກຸ​ຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບສິ່ງ​ແວດ​ລ້ອມ​ໃນ​ຂອບ​ເຂດ ACMECS ແລະ ປະ​ຈຸ​ບັນ​ແມ່ນ​ສວມ​ບົດ​ບາດ​ເປັນ​ເຈົ້າ​ພາບຮ່ວມຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ.

ກອງ​ປະ​ຊຸມ​ຂັ້ນ​ສູງ ACMECS ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ CLMV ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ: “ມຸ່ງ​ໄປ​ເຖິງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ: ກຳ​ແຫນ້ນ​ກາ​ລະ​ໂອ​ກາດ, ສ້າ​ງ​ຮູ​ບ​ປະ​ທຳ​ໃນ​ອະ​ນາ​ຄົດ”. ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ໃຫ້​ບັນ​ດາ​ການ​ນຳ​ພິ​ຈາ​ລະ​ນາ​ສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ​ດຳ​ເນີນ​ງານ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ເພື່ອ​ເອ​ກະ​ພາບ​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື ແນ​ໃສ່​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ຮັບ​ມື​ກັບ​ບ​ັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ເພື່ອ​ອະ​ນາ​ຄົດ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ແລະ​ກໍ​ໃນ​ໂອ​ກາດນີ້, ຕາມ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ, ກອ​ງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ກ່ຽວ​ກັບ​ພາກ​ພື້ນແມ່​ນ້ຳ​ຂອງ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນໂອ​ກາດພ້ອມ​ກັບ​ບັນ​ດາກອ​ງ​ປະ​ຊຸມ​ຂັ້ນ​ສູງ ACMECS ແລະ CLMV ເພື່ອ​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສ​າ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ