ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ

(VOVWORLD) - ວັນທີ 8 ສິງຫາ ກ່ອນໜ້ານີ້ 5 ທົດສະວັດ, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍມີພຽງ 5 ປະເທດສະມາຊິກເທົ່ານັ້ນ. ພາຍຫຼັງເຄິ່ງສະຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນ ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງຂອງການຮ່ວມມືພັດທະນາທັງພາຍໃນກຸ່ມ ແລະ ພາຍນອກກຸ່ມ, ຢືນຢັນທີ່ຕັ້ງບົດບາດຂອງອົງການຢ່າງໝັ້ນຄົງເຂັ້ມແຂງ, ຮ່ວມສຳພັນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ແມ່ນຄູ່ຮ່ວມມືທີ່ບໍ່ສາມາດຂາດໄດ້ຂອງບັນດາປະເທດໃນໂລກ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ 8/8/1967 -8/8/2017 ພວກຂ້າພະເຈົ້າຂໍແນະນຳເຖິງບັນດາທ່ານຜູ້ຟັງລາຍການພິເສດກ່ຽວກັບອາຊຽນ, ບັນດາຜົນສະທ້ອນ ແລະ ຜົນປະໂຫຍດເຊິ່ງ ອາຊຽນ ນຳມາໃຫ້ພາກພື້ນ ກໍ່ຄືໃນເວທີສາກົນ, ພິເສດແມ່ນສຳລັບ ຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 1 ພາບປະກອບ

50 ປີ ອາຊຽນ ແມ່ນໂອກາດເພື່ອຫວນຄືນວິວັດທະນາການພັດທະນາ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ກຳລັງໜູນໃຫ້ໄລຍະຕໍ່ໄປ. ຈົ່ງພ້ອມກັນກັບພວກຂ້າພະເຈົ້າຫວນຄືນບັນດາຂີດໝາຍທີ່ມີຄວາມໝາຍສຳຄັນທີ່ສຸດຂອງ ອາຊຽນ ໃນ 50 ປີທີ່ຜ່ານມາຜ່ານບົດລວບລວມຂອງນັກຂ່າວ VOV.

       ອາຊຽນ ຂີດໝາຍ 50 ປີ

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 2 50 ປີກ່ອນ, ອາຊຽນໄດ້ຮັບການສ້າງຕັ້ງທາງການ, ລວມມີ 5 ປະເທດສະມາຊິກ 

1.  ວັນທີ 8 ສິງຫາ 1967, ສະຫະສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຖະແຫຼງການ ບາງກອກ ດ້ວຍຄາດໝາຍແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ວັດທະນະທຳ - ສັງຄົມລະຫວ່າງບັນດາປະເທດສະມາຊິກ, ເຊື່ອມໂຍງເລິກເຊິ່ງກ່ວາເກົ່າເຂົ້າກັບພາກພື້ນ ແລະ ຢູ່ໃນໂລກ.

2.  ປີ 1976, ສະຫະສະມາຄົມໄດ້ອອກຖະແຫຼງການກ່ຽວກັບຄວາມປອງດອງ ອາຊຽນ (ຖະແຫຼງການ ບາລີ I) ເພື່ອສະແດງຄວາມຕັດສິນໃຈຮ່ວມມືໃນພາກພື້ນ ແລະ ຝາກສານທີ່ໄມຕີຈິດ, ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງລວມຂອງພາກພື້ນ, ແກ້ໄຂການປະທະກັນ, ການຂັດແຍ້ງກັນຜ່ານການເຈລະຈາໂດຍສັນຕິວິທີ ກັບບັນດາປະເທດຕ່າງໆໃນພາກພື້ນດ້ວຍສົນທິສັນຍາທີ່ໄມຕີຈິດ ແລະ ການຮ່ວມມື ອາຊີ ຕາເວັນອອກສ່ຽງໃຕ້ (TAC).

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 3 ປີ 1976, ອາຊຽນ ໄດ້ອອກຖະແຫຼງການສັນຕິພາບ

3.  ປີ 1992, ອາຊຽນ ໄດ້ລົງນາມໃນສັນຍາກ່ຽວກັບໂຄງການບຸລິມະສິດພາສີທີ່ມີຜົນສັກສິດລວມສຳລັບເຂດການຄ້າເສລີ ອາຊຽນ (CEPT/AFTA), ເລີ່ມດຳເນີນວິວັດທະນາການຫັນເສດຖະກິດພາກພື້ນເປັນເສລີ. ກໍ່ໃນປີ 1992 ນີ້, ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບທະເລຕາເວັນອອກ.

4.  ແຕ່ປີ 1993 – 1994, ອາຊຽນ ໄດ້ເລີ່ມເປີດກ້ວາງການພົວພັນຕ່າງປະເທດ, ຊຸກຍູ້ການໂອ້ລົມສົນທະນາກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນຜ່ານການສ້າງເວທີປາໄສພາກພື້ນ ອາຊຽນ (ARF) ທີ່ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 26 (ເດືອນກໍລະກົດ ປີ 1993). ປີ 1995, ອາຊຽນ ໄດ້ເຊັນສົນທິສັນຍາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ (SEANWFZ), ຕອບສະໜອງຂະບວນການຫລຸດຜ່ອນກຳລັງ ແລະ ທະຫານທີ່ພວມຖືກເກີດຂຶ້ນຢ່າງແຮງໃນໂລກພາຍຫຼັງສົງຄາມເຢັນ ແລະ ຫັນຖະແຫຼງການກ່ຽວກັບພາກພື້ນສັນຕິພາບ, ເສລີພາບ ແລະ ເປັນກາງ - ຖະແຫຼງການ ZOPFAN ປີ 1971 ໃຫ້ປະກົດຜົນເປັນຈິງ.

5.  ປີ 1995 -1997, ອາຊຽນ ເລີ່ມດຳເນີນວິວັດທະນາການເປີດກ້ວາງດ້ວຍການຮັບເອົາ ຫວຽດນາມ ເຂົ້າເປັນສະມາຊິກໃນວັນທີ 28 ກໍລະກົດ 1995. ມຸ່ງໄປເຖິງຄາດໝາຍສ້າງສຳເລັດການເປີດກ້ວາງເຊິ່ງລວມມີ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ອາຊຽນ ໄດ້ຮັບຮອງເອົາວິໄສທັດ ອາຊຽນ 2020 ໃນເດືອນ ທັນວາ 1997. ປີ 1999, ກຳປູເຈຍ ໄດ້ຮັບເຂົ້າເປັນສະມາຊິກ, ສຳເລັດຄາດໝາຍຂອງ ອາຊຽນ ກາຍເປັນອົງການພາກພື້ນດ້ວຍ 10 ປະເທດສະມາຊິກແມ່ນອາຊີຕາເວັນອອກສ່ຽງໃຕ້.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 4 ຫວຽດນາມ ໄດ້ເຂົ້າເປັນສະມາຊິກ ອາຊຽນ ເມື່ອປີ 1995

6.  ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 8 ໄດ້ຮັບການຈັດຕັ້ງຢູ່ກຳປູເຈຍ, ໃນເດືອນພະຈິກ 2002, ທ່ານນາຍົກລັດຖະມົນຕີ ສິງກະໂປ ໄດ້ຍົກອອກແນວຄວາມຄິດສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC).  ປີ 2003, ອິນໂດເນເຊຍ ໄດ້ສະເໜີສ້າງຕັ້ງປະຊາຄົມຄວາມໝັ້ນຄົງ (ASC) ເພື່ອແນໃສ່ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ຫຼັງຈາກນັ້ນ, ເພື່ອສ້າງຄວາມດຸ່ນດ່ຽງໃນການພັດທະນາ, ອາຊຽນ ກໍ່ເຫັນດີເປັນເອກະພາບສ້າງຕັ້ງປະຊາຄົມ ສັງຄົມ - ວັດທະນະທຳ.

7.  ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 8, ອາຊຽນ ແລະ ຈີນ ໄດ້ເຊັນຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ບັນຫາທະເລຕາເວັນອອກ.

8.  ທີ່ກອງປະຊຸມຂັ້ນສູງຄັ້ງທີ 9 ຢູ່ ບາລີ, ປະເທດ ອິນໂດເນເຊຍ, ໃນເດືອນ ຕຸລາ 2003, ອາຊຽນ ໄດ້ອອກຖະແຫຼງການປອງດອງ ອາຊຽນ II (ຖະແຫຼງການ ບາລີ II), ຢືນຢັນຄວາມຕັດສິນໃຈສ້າງປະຊາຄົມ ອາຊຽນ ໂດຍອີງໃສ່ 3 ເສົາຄ້ຳຄື: ປະຊາຄົມຄວາມໝັ້ນຄົງ (ASC), ປະຊາຄົມເສດຖະກິດ (AEC) ແລະ ປະຊາຄົມສັງຄົມ - ວັດທະນະທຳ (ASCC).

9.  ວັນທີ 20 ພະຈິກ 2007, ກົດບັດ ອາຊຽນ ໄດ້ຮັບການລົງນາມ ແລະ ມີຜົນສັກສິດນັບແຕ່ວັນທີ 15 ທັນວາ 2008. ນີ້ແມ່ນບາດກ້າວພັດທະນາສຳຄັນທີ່ສຸດຂອງ ອາຊຽນ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ສ້າງພື້ນຖານນິຕິກຳເພື່ອໃຫ້ອາຊຽນ ສ້າງປະຊາຄົມເປັນເອກະພາບ.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 5 ມອບເອກະສານສ້າງຕັ້ງປະຊາຄົມ ອາຊຽນ

(ພາບ: doanhnghiep.vn)

10.      ວັນທີ 31 ທັນວາ 2015, ປະຊາຄົມ ອາຊຽນ ໄດ້ຮັບການກຳເນີດຢ່າງເປັນທາງການ, ເປີດໄລຍະຮ່ວມສຳພັນໃໝ່ເລິກເຊິ່ງ, ກ້ວາງຂວາງກ່ວາເກົ່າຂອງ ອາຊຽນ.

ດ້ວຍພົນລະເມືອງ 625 ລ້ານກ່ວາຄົນນັ້ນ, ອາຊຽນ ແມ່ນປະຊາຄົມວັດທະນະທຳຫຼາຍຮູບຫຼາຍແບບ, ເຂັມຂົ້ນໄປດ້ວຍສີສັນ ແລະ ມູນເຊື້ອ. ເປົ້າໝາຍພັດທະນາຂອງ ອາຊຽນ ກໍ່ແມ່ນເພື່ອປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ. ບັນດາພົນລະເມືອງ ອາຊຽນ ເອງ, ເຂົາເຈົ້າຮູ້ຫຍັງແດ່ ແລະ ເຂົ້າໃຈຫຍັງແດ່ ກ່ຽວກັບປະຊາຄົມຂອງຕົນເອງ?

-

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 6 ທ້າວ ເຈືອງມິງດືກ

  ແຂກທ່ອງທ່ຽວຈາກ ເອີຣົບ ແມ່ນມີຫລາຍແລ້ວ! ກ່ຽວກັບ ອາຊຽນ ແມ່ນຂ້າພະເຈົ້າບໍ່ຮູ້. ຮູ້ແຕ່ຊາວ ໄທ ເທົ່ານັ້ນ! ແຕ່ກ່ອນຂ້າພະເຈົ້ານຳໃຊ້ພາສາ ອັງກິດ. ແຕ່ນັບມື້ນັບມີແຂກທ່ອງທ່ຽວ ໄທ ຫລາຍຄົນມາທ່ອງທ່ຽວ ຫວຽດນາມ, ຂ້າພະເຈົ້າຕ້ອງປ່ຽນແປງຕົນເອງ! ດັ່ງນັ້ນ ຕ້ອງຮຽນພາສາ ໄທ 2, 3 ປະໂຫຍກ ເພື່ອຂາຍເຄືຶ່ອງ. ເມື່ອເຂົາເຈົ້າເຫັນວ່າເຮົາເວົ້າພາສາ ໄທ ໄດ້, ເຂົາເຈົ້າກໍ່ມີຄວາມແປກປະຫລາດ! ແລະ ບາງເທື່ອກໍ່ຊື້ເຄື່ອງຫລາຍກ່ວາອີກ.

ຂ້າພະເຈົ້າ ບໍ່ແນ່ໃຈວ່າ ອາຊຽນ ມີຈັກປະເທດ, ແຕ່ປະເທດໃດທີ່ມີທີມບານເຕະເຂົ້າຮ່ວມ SEA Games ແມ່ນຂ້າພະເຈົ້າຮູ້! ໃກ້ຈະເປີດງານ SEA Games 29 ແລ້ວ! ຕ້ອງເຊຍ ຫວຽດນາມ! ຄັ້ງນີ້ ມາເລເຊຍ ປ່ຽນວິທີຈັດກຸ່ມ! ແຕ່ເຖິງຢ່າງໃດກໍ່ຕາມ ຫວຽດນາມ ກໍ່ປະເຊີນໜ້າກັບບັນດາທີມເຕະບານທີ່ແຂງ.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 7 ນາງ ຫງວຽນແອ໋ງເຢືອງ

ປະຊາຊົນ ອາຊຽນ  ບໍ່ທັນໄດ້ຮູ້ເຖິງຮູບເງົາຂອງກັນຫຼາຍ. ເຂົາເຈົ້າລຶ້ງເຄີຍກັບຮູບເງົາ ຮໍລີວູດ ຫລາຍກ່ວາ.  ໃນໂທລະພາບ ຫວຽດນາມ ປະຈຸບັນຫາກໍ່ສາຍຮູບເງົາຂອງ ໄທ, ຟີລິບປີນ. ຮູບເງົາເລື່ອງສັ້ນ ກໍ່ຫາກໍ່ມີຂອງ ໄທ ສາຍຢູ່ໂຮງຮູບເງົາ. ຖ້າຫາກບັນດາຮູບເງົາຂອງ ອາຊຽນ ໄດ້ຮັບການສາຍຢ່າງກ້ວາງຂວາງກ່ວາອີກ ພົນລະເມືອງໃນກຸ່ມ ອາຊຽນ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງບັນດາປະເທດອ້ອມຂ້າງຫລາຍຂຶ້ນ.

ສະພາວະທີ່ຂາດຂໍ້ມູນຂ່າວ ກໍ່ຄືຈຳກັດຄວາມຮັບຮູ້ກ່ຽວກັບ ອາຊຽນ ແມ່ນຄວາມຈິງທີ່ຍັງຄົງຄ້າງຢູ່ບັນດາປະເທດ ອາຊຽນ ແລະ ທັງ ຫວຽດນາມ. ເລື່ອງບັນດາວິສາຫະກິດເລີ່ມດຳເນີນທຸລະກິດທີ່ປະສົບຜົນສຳເລັດຢູ່ບັນດາປະເທດ ອາຊຽນ ຈະປະກອບສ່ວນປ່ຽນແປງຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງ. ໝາຍຄວາມວ່າ ວິສາຫະກິດຂະໜາດນ້ອຍ 1 ແຫ່ງອາດຈະປະສົບຜົນສຳເລັດໃນພາກພື້ນ, ດັ່ງນັ້ນ ຈະສ້າງເປັນຈິນຕະນາການ ແລະ ວິໄສທັດທີ່ມີຂອບຂະໜາດພາກພື້ນໃຫ້ປະຊາຄົມວິສາຫະກິດ ແລະ ບັນດານັກຄຸ້ມຄອງເວົ້າລວມ ແລະ ປະຊາຊົນເວົ້າສະເພາະ. ຜົນສຳເລັດຂອງວິສາຫະກິດທີ່ເລິ່ມດຳເນີນທຸລະກິດ ອາຊຽນ ຈະເພີ່ມທະວີການພົວພັນແລກປ່ຽນວັດທະນະທຳສັງຄົມໃນກຸ່ມ ອາຊຽນ. ຂ້າພະເຈົ້າຕີລາຄາວ່າ ນີ້ແມ່ນດ້ານຕັ້ງໜ້າ ເມື່ອວິສາຫະກິດທີ່ເລີ່ມດຳເນີນທຸລະກິດເຂົ້າຮ່ວມການເຊື່ອມໂຍງ ອາຊຽນ.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 8 ນາງ ຮ່ວາງມີງເຟືອງ

ຂ້າພະເຈົ້າໄດ້ໄປຢ້ຽມຢາມບັນດາປະເທດ ອາຊຽນ ເກືອບທັງໝົດແລ້ວ ພຽງ ບຣູໄນ ແລະ ຕີມໍຕາເວັນອອກ ທີ່ຍັງບໍ່ທັນໄດ້ໄປເທື່ອ. ໃນຊຸມປີມໍ່ມານີ້ ໂດຍນະໂຍບາຍເປີດປະຕູການທ່ອງທ່ຽວ, ເຊື່ອມຕໍ່ບັນດາສາຍການບິນຈາກ ຮ່າໂນ້ຍ ຫຼື ນະຄອນ ໂຮ່ຈີມິນ ໄປຍັງບັນດາປະເທດໃນພາກພື້ນ, ດັ່ງນັ້ນ ຈຳນວນແຂກທ່ອງທ່ຽວທີ່ມາຈາກ ໄທ, ມາເລເຊຍ, ສິງກະໂປ, ຟີລິບປີນ ມາທ່ຽວ ຫວຽດນາມ ຈະມີເປັນຈຳນວນຫລວງຫລາຍ ແລະ ກົງກັນຂ້າມ. ເຮັດວຽກກັບບັນດາຜູ້ຮ່ວມງານ, ລາວ, ໄທ, ກຳປູເຈຍ, ຂ້າພະເຈົ້າຖອດຖອນໄດ້ຄຸນສົມບັດດຸໝັ່ນຂະຫຍັນພຽນ ໃນການດຳເນີນທຸລະກິດ. ສ່ວນອາຫານ ຂ້າພະເຈົ້າມັກອາຫານໄທ. ອາຫານໄທ ສຳລັບຊາວ ຫວຽດນາມ ກໍ່ນິຍົມ ຍ້ອນລົດຊາດເໝາະສົມກັບຊາວ ຫວຽດນາມ.

 ເມື່ອທຽບໃສ່ກັບບັນດາປະເທດ ອັງກິດ, ອາເມລິກາ, ອົດສະຕາລີ ແລ້ວ, ນ້ອງເຫັນວ່າ ໄປສຶກສາຮ່ຳຮຽນຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍ່ແມ່ນການເລືອກເຟັ້ນທີ່ດີ. ໄລຍະເວລາລໍຖ້າຮັບໃບປະກາດຢູ່ ສິງກະໂປ ກໍ່ສັ້ນກ່ວາ ເມື່ອທຽບໃສ່ກັບ ອັງກິດ ຫຼື ອົດສະຕາລີ. ຄຸນນະພາບຮ່ຳຮຽນຢູ່ທີ່ນີ້ດີ. ຍົກຕົວຢ່າງຄື: ສາຂາການບໍລິການໂຮງແຮມ ຊຶ່ງນ້ອງກຳລັງຮຽນ, ນ້ອງພວມເລືອກທີ່ຈະໄປຕໍ່ໂທຢູ່ ສິງກະໂປ, ມາເລເຊຍ ຫຼື ໄທ.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 9 ປ້າ ຫງວຽນກິ່ງຢາວ

ເປີດປະຕູ ອາຊຽນ ຄືແນວນີ້ແມ່ນດີຫລາຍ! ສິນຄ້າໃດມີຄຸນນະພາບດີ ແມ່ນທຸກຄົນກໍ່ນິຍົມຊື້! ແຕ່ຄອບຄົວຂ້າພະເຈົ້າມັກໃຊ້ເຄື່ອງຂອງ ໄທ, ເຂົ້າໜົມຂອງ ມາເລເຊຍ, ແລະ ອິນໂດເນເຊຍ. ໝາກໄມ້ ຫຼື ຢໍ່ໝູ ຄອບຄົວຂ້າພະເຈົ້າພັດມັກຍີ່ຫໍ້ຂອງ ຫວຽດນາມ. ລາຄາເໝາະສົມ ແລະ ແຊບຫລາຍ.

ອາດເຫັນໄດ້ວ່າ, ບໍ່ແມ່ນວ່າໃຜໆກໍ່ເຂົ້າໃຈແຈ້ງ ແລະ ເລິກເຊິ່ງ ກ່ຽວກັບ ອາຊຽນ ກໍ່ຄືບັນດາຜົນປະໂຫຍດເຊິ່ງພົນລະເມືອງ ອາຊຽນ ໄດ້ຮັບ. ນັ້ນກໍ່ແມ່ນສິ່ງທີ່ບໍ່ສາມາດປະຕິເສດໄດ້ ກ່ຽວກັບຄວາມແຕກຕ່າງກັນໃນປະຊາຄົມປະຊາຊາດດ້ວຍຫຼາຍພື້ນຖານວັດທະນະທຳ, ສາສະໜາ, ລະດັບການພັດທະນາ ແລະ ພິເສດແມ່ນລະບົບການເມືອງ. ດັ່ງນັ້ນ, ເພື່ອພັດທະນາແບບຍືນຍົງ, ກາຍເປັນພາກພື້ນທີ່ມີສິດມີສຽງ ແລະ ມີທີ່ຕັ້ງບົດບາດສຳຄັນໃນແຜນທີ່ໂລກນັ້ນ, ຄວາມເຫັນດີເຫັນພ້ອມແມ່ນປັດໄຈສຳຄັນຂອງ ອາຊຽນ.

ບົນພື້ນຖານຄວາມເຫັນດີເຫັນພ້ອມກັນ, ອາຊຽນ ໄດ້ຊຸກຍູ້ບັນດາກົນໄກພາຍໃນກຸ່ມ ແລະ ນອກກຸ່ມຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ກອງປະຊຸມ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື  ອາຊຽນ +, ພາກພື້ນການຄ້າເສລີອາຊຽນ (AFTA), ເວທີປາໄສພາກພື້ນ ອາຊຽນ (ARF)… ກໍ່ຄືການປະກອບຄຳເຫັນໃນການແກ້ໄຂບັນດາບັນຫາການເມືອງ, ຄວາມໝັ້ນຄົງບົນເວທີສາກົນ ໂດຍສັນຕິວິທີ ແລະ ເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ເຊີນທ່ານຮັບຟັງບົດຂຽນ “ອາຊຽນ ຢືນຢັນບົດບາດແກ່ນສານໃນການເຈລະຈາ ແລະ ການຮ່ວມມື ເພື່ອສັນຕິພາບພາກພື້ນ” ຂອງນັກຂ່າວ ເຮືອງຈ່າ:

ອາຊຽນຢັ້ງຢືນບົດບາດແກ່ນສານໃນການເຈລະຈາແລະ ຮ່ວມມືເພື່ອສັນຕິພາບ ໃນພາກພື້ນ

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 10 ການນຳບັນດາປະເທດ ອາຊຽນ ທີ່ກອງປະຊຸມສຸດຍອດຢູ່ ມານີລາ

(ພາບ:  Reuters)

 ຈາກພາກພື້ນໜຶ່ງທີ່ມີຄວາມແຕກຕ່າງກັນຫຼາຍຢ່າງກ່ຽວກັບດ້ານວັດທະນະທຳ, ສາສະໜາ, ລະດັບການພັດທະນາ, ພິເສດແມ່ນລະບອບການເມືອງ, ມາຮອດປະຈຸບັນ, ອາຊຽນໄດ້ກາຍເປັນອົງການຈັດຕັ້ງຮ່ວມມືພາກພື້ນ ຢ່າງ ຮອບດ້ານດ້ວຍ 10 ປະເທດສະມາຊິກ, ການເຄື່ອນໄຫວແມ່ນອີງໃສ່ ບົນພື້ນຖານ ການທາບທາມຄຳເຫັນ ແລະ ເຫັນດີເຫັນພ້ອມ. ໝາກຜົນທີ່ພົ້ນເດັ່ນທີ່ສຸດ ກ່ຽວກັບ ຄວາມໝັ້ນຄົງດ້ານການເມືອງຂອງອາຊຽນໃນເຄິ່ງສະຕະວັດຜ່ານມາ ແມ່ນຮັກສາສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ ໄວ້ຢ່າງໝັ້ນຄົງ, ສະແດງໃຫ້ເຫັນບົດບາດໃຈກາງ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນ ຄວາມສະຫງົບ ແລະ ບັນດາບັນຫາຫຼາຍຝ່າຍຂອງພາກພື້ນ. ທ່ານ ເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ:

        “ບົດຮຽນສຳຄັນໜຶ່ງຂອງອາຊຽນທີ່ຖອດຖອນມາໄດ້ໃນ 50 ປີຜ່ານມາແມ່ນ ບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ສັບສົນ ແລະ ເປັນຫຼາຍຮູບຫຼາຍແບບ ປະຈຸບັນ ບໍ່ສາມາດແກ້ໄຂໂດຍປະເທດດຽວໄດ້. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ອາຊຽນໄດ້ພົ້ນເດັ່ນຂຶ້ນປຽບເໝືອນດັ່ງອົງການຈັດຕັ້ງພາກພື້ນຈຸດສຸມໜຶ່ງ ເຊິ່ງແມ່ນອົງການທີ່ມີຄວາມໄວ້ເນື້ອເຊື່ອໃຈໃນເວທີສາກົນ ແລະ ມີທີ່ຕັ້ງສຳຄັນ ໃນຍຸດທະສາດພາກພື້ນ, ໂດຍຜ່ານການຊຸກຍູ້ພາກພື້ນໃຫ້ເປີດກວ້າງ ແລະ ຮອບດ້ານ ”.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 11 ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ກ່າວຄຳເຫັນທີ່ກອງປະຊຸມ Shangri - La

(ພາບ: Vũ Mạnh/Zing News)

        ປະຈຸບັນຫຼາຍປະເທດມະຫາອຳນາດໃນໂລກໄດ້ສົນໃຈຕໍ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ເປັນພິເສດ, ສ້າງກະແສການຫັນປ່ຽນ ດ້ານພູມສາດ - ການເມືອງເຊິ່ງມີອາຊຽນເປັນໃຈກາງຂອງພາກພື້ນທີ່ພວມ ໄດ້ຮັບການສ້າງຂຶ້ນເປັນຮູບປະທຳ. ສົນທິສັນຍາເປັນມິດ ແລະ ຮ່ວມມື (TAC) ໂດຍອາຊຽນສ້າງຕັ້ງເມື່ອປີ 1976 ໄດ້ດຶງດູດເອົາຫຼາຍປະເທດນອກພາກພື້ນ ອາຊຽນເຂົ້າຮ່ວມ. ທ່ານເລຂາທິການ ໃຫຍ່ອາຊຽນ ເລເລື່ອງມິງ ເນັ້ນໜັກວ່າ:

        “ TAC ສວມບົດບາດແມ່ນປະມວນຫຼັກການຕົ້ນຕໍ ກ່ຽວກັບກົນໄກ ຮ່ວມມື, ການພົວພັນລະຫວ່າງບັນດາປະເທດໃນພາກພື້ນ. ປະຈຸບັນ TAC ມີ 35 ຝ່າຍ ເຂົ້າຮ່ວມ, ແລະ ຈໍານວນບັນດາຝ່າຍທີ່ບໍ່ຂຶ້ນກັບພາກພື້ນຄື: ອິນເດຍ, ຈີນ, ອາເມລິກາ ເຂົ້າຮ່ວມ TAC ນັບມື້ນັບເພີ່ມຂຶ້ນໃນຊຸມປີຜ່ານມາ ອັນໄດ້ພິສູດໃຫ້ເຫັນ ລັກສະນະແຜ່ລາມອອກຂອງບັນດາຫຼັກການກ່ຽວກັບ ຄວາມຍືນຍົງຄົງຕົວຂອງສັນຕິພາບ ແລະ ການຮ່ວມມືທີ່ມີຄວາມສະໜິດສະໜົມ ລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍິ່ງກວ່ານັ້ນອີກ  ”.

        ພ້ອມກັນນັ້ນ, ອາຊຽນກໍ່ໄດ້ສ້າງການພົວພັນຮ່ວມມືຫຼາຍດ້ານ ກັບບັນດາ ຄູ່ຮ່ວມມືສຳຄັນໃນໂລກ, ຜ່ານຂອບເຂດ ASEAN+1 (ດ້ວຍ 12 ຄູ່ຮ່ວມມືສຳຄັນ), ພ້ອມທັງມີຂໍ້ລິເລີ່ມປະສົບຜົນສຳເລັດ ແລະ ຮັກສາໄດ້ບົດບາດ ເປັນເຈົ້າພາທາງໃນບາງຂອບເຂດການຮ່ວມມືພາກພື້ນອາຊີ-ປາຊີຟິກຄື:  ASEAN+3, ອາຊີຕາເວັນອອກ (EAS)  ແລະ ເວທີປາໄສພາກພື້ນອາຊຽນ (ARF).

        ນອກຈາກນັ້ນ, ອາຊຽນຍັງເປັນປັດໃຈສຳຄັນຂອງບັນດາຂອບເຂດ ການຮ່ວມມືໃນພາກພື້ນ ແລະ ລະຫວ່າງພາກພື້ນອື່ນຄື: ກອງປະຊຸມອາຊີ-ເອີລົບ (ASEM) ແລະ ເວທີປາໄສການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC). ຕີລາຕາສູງກ່ຽວກັບປະສິດທິຜົນລະຫວ່າງອາຊຽນກັບບັນດາ ປະເທດຄູ່ຮ່ວມມື, ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເນັ້ນໜັກວ່າ :

        “ອາເມລິການັບມື້ນັບຖືເປັນສຳຄັນສາຍພົວພັນກັບອາຊີ ແລະ ອາຊຽນຊຶ່ງແມ່ນອົງການມີຜົນສະທ້ອນສຳຄັນ ແລະ ສວມບົດບາດເປັນໃຈກາງໃນພາກພື້ນ. ນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງອາເມລິກາສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ. ສາຍພົວພັນທີ່ມີບາດກ້າວບຸກທະລຸນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດ ແລະ ກຳລັງແຮງ ແລະ ບົດບາດເປັນໃຈກາງຂອງອາຊຽນນັບມື້ນັບເພີ່ມຂຶ້ນ. ອາເມລິກາ ແລະ ອາຊຽນມີຄວາມເອົາໃຈໃສ່ຮ່ວມໃນການຮັກສາສັນຕິພາບໂລກ, ປະຕິບັດຕາມກົດໝາຍສາກົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນ ອາຊຽນ-ອາເມລິກາ ຈະນັບມື້ນັບໄດ້ຮັບການເພີ່ມທະວີຢ່າງມີປະສິດທິຜົນ ແລະ ເປັນເອກະພາບ. ”

              ເມື່ອສຽງເວົ້າຂອງອາຊຽນມີນໍ້າໜັກໃນເວທີສາກົນ ແຕ່ລະປະເທດ ສະມາຊິກໃນກຸ່ມອາຊຽນເອງກໍ່ໄດ້ຊົມໃຊ້ຜົນປະໂຫຍດຫຼາຍທີ່ສຸດຈາກສິ່ງດັ່ງກ່າວ, ນັບທັງກັບບັນດາປະເທດສ້າງຕັ້ງກຸ່ມອາຊຽນຄື ອິນໂດເນເຊຍ ຫຼື ປະເທດທີ່ ເຂົ້າເປັນສະມາຊິກຕາມພາຍຫຼັງຄືຫວຽດນາມ. ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ຄວານ ແບ່ງປັນວ່າ ສິ່ງສຳຄັນທີ່ສຸດທີ່ຫວຽດນາມ ບັນລຸໄດ້ ພາຍຫຼັງເຂົ້າເປັນສະມາຊິກອາຊຽນນັ້ນແມ່ນທີ່ຕັ້ງບົດບາດໄດ້ຮັບການປັບປຸງ ຢ່າງບໍ່ຢຸດຢັ້ງ :

        “ຫວຽດນາມໄດ້ມີທີ່ຕັ້ງບົດບາດຄືໃນປະຈຸບັນແມ່ນພາກສ່ວນໜຶ່ງທີ່ສຳຄັນ ເພາະວ່າຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ. ຫວຽດນາມເຂົ້າຮ່ວມ ບັນດາກອງປະຊຸມສາກົນ ຫຼື ອອກສະໝັກເລືອກຕັ້ງບັນດາຕໍາແໜ່ງຄື ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ຫຼື ອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ລ້ວນແຕ່ໄດ້ຮັບການ ສະໜັບສະໜູນ ຈາກບັນດາປະເທດສະມາຊິກອາຊຽນ. ທີສອງ, ຈາກບ່ອນເປັນ ບັນດາປະເທດທີ່ເປັນປໍລະປັກ, ປະຈຸບັນຫວຽດນາມມີຫຼາຍປະເທດເພື່ອນມິດ ແລະ ຄູ່ຮ່ວມມື. ທີສາມ ອາຊຽນແມ່ນຂັ້ນໄດເພື່ອໃຫ້ຫວຽດນາມ ສ້າງຕັ້ງການ ພົວພັນກັບບັນດາປະເທດຄູ່ຮ່ວມມືໃຫຍ່ຄື ອາເມລິກາ, ເອີລົບ...ສຸດທ້າຍອາຊຽນ ແມ່ນບ່ອນຝຶກຊ້ອມ ໃຫ້ແກ່ຫວຽດນາມເຊື່ອມໂຍງເຂົ້າກັບໂລກ ”

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 12 ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອິນໂດເນເຊຍ ປະຈໍາຫວຽດນາມ Ibu Hadi  

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອິນໂດເນເຊຍ ປະຈໍາຫວຽດນາມ Ibu Hadi ຖືວ່າ:

“ສຳລັບອິນໂດເນເຊຍ, ອາຊຽນແມ່ນພາກພື້ນທີ່ເຂັ້ມແຂງ ແລະ ອາດຈະ ໄດ້ຮັບຖືວ່າແມ່ນກະດູກສັນຫຼັງໃນນະໂຍບາຍການຕ່າງປະເທດຂອງອິນໂດເນເຊຍ. ອິນໂດເນເຊຍນອນໃນອາຊີຕາເວັນອອກສ່ຽງໃຕ້ ແລະ ສ້າງເປັນ ວົງມົນໜຶ່ງ ຕິດພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງອາຊຽນ. ໃນ 50 ປີຜ່ານມາ ອາຊຽນບັນລຸໄດ້ການພັດທະນາຢ່າງຕັ້ງໜ້າທີ່ສຸດ. ພິເສດແມ່ນເລື່ອງສ້າງຕັ້ງ ປະຊາຄົມອາຊຽນໃນທ້າຍປີ 2015 ເຊິ່ງລວມມີສາມເສົາຄໍ້າ: ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມ ແມ່ນວິວັດທະນາການ ສຳຄັນ. ການຮ່ວມມື, ຄວາມສາມັກຄີ, ການຮ່ວມແຮງ ຮ່ວມໃຈກັນສ້າງ ປະຊາຄົມ ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກທັງໝົດ”.

        ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງເຂົ້າຮ່ວມອາຊຽນ ແລະ ເລື່ອງສ້າງຕັ້ງ ປະຊາຄົມອາຊຽນໄດ້ແກ້ໄຂຫຼາຍບັນຫາທີ່ສຸດ, ຈາກຄວາມສະຫງົບພາຍໃນກຸ່ມ ຕະຫຼອດຮອດບັນດາສິ່ງທ້າທາຍຈາກພາຍນອກ. ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ບໍ່ແມ່ນວ່າບັນດາບັນຫາທັງໝົດໄດ້ຮັບການແກ້ໄຂຢ່າງເຖິງຖອງ.

        ປີ 2002, ອາຊຽນ ແລະ ຈີນໄດ້ລົງນາມໃນຖະແຫຼງການກ່ຽວກັບ ການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເພື່ອແກ້ໄຂບັນດາ ການຂັດແຍ້ງກັນຢູ່ເຂດທະເລດັ່ງກ່າວນີ້. ເຖິງຢ່າງໃດກໍ່ຕາມ ພາຍຫຼັງເປັນ ເວລາກວ່າ 15 ປີ, DOC ຍັງບໍ່ທັນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະ ແທດຈິງເທື່ອ, ຄວນມີກົດແຫ່ງການປະພຶດທີ່ສົມບູນແບບກວ່າ ເພື່ອໃຫ້ບັນດາ ຝ່າຍປະຕິບັດຕາມ. ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິງ ເນັ້ນໜັກວ່າ:

        “ບັນດາການກະທຳພຽງລຳພັງຝ່າຍດຽວທີ່ໄປຝືນກັບຈິດໃຈຂອງ DOC, ພິເສດແມ່ນບັນດາການເຄື່ອນໄຫວການທະຫານໄດ້ເຮັດໃຫ້ຂາດຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ ແລະ ກໍ່ໃຫ້ເກີດການປະທະກັນ ລະຫວ່າງປະເທດຕ່າງໆ, ອັນໄດ້ສົ່ງຜົນສະທ້ອນບໍ່ດີເຖິງ ສັນຕິພາບ, ຄວາມ ໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ເພາະສະນັ້ນ, ອາຊຽນຕ້ອງຕັ້ງໜ້າ ເຂົ້າຮ່ວມໃນວິວັດການປຶກສາຫາລືກັບຈີນ ເພື່ອບັນລຸໄດ້ ກົດແຫ່ງການປະພຶດຂອງ ບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ບໍ່ພຽງແຕ່ມີຄວາມສາມາດ ສະກັດກັ້ນເທົ່ານັ້ນ ຫາກຍັງຄຸ້ມຄອງໄພອັນຕະລາຍ ທີ່ເກີດຂຶ້ນຢູ່ທະເລ ຕາເວັນອອກອີກດ້ວຍ   ”

        ບົນພື້ນຖານບັນດາກົນໄກທີ່ຮັດກຸມ, ບັນດາເອກະສານນິຕິກຳໄດ້ຮັບການປະກາດໃຊ້ຢ່າງຕໍ່ເນື່ອງ, ຫວັງວ່າໃນຊຸມປີຈະມາເຖິງປະຊາຄົມອາຊຽນ ຈະສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄ້າງຄາກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນໄວ້ ໃຫ້ໝັ້ນຄົງ, ຍົກສູງທີ່ຕັ້ງບົດບາດຂອງອາຊຽນໃນເວທີສາກົນຢ່າງບໍ່ຢຸດຢັ້ງ.

ດ້ວຍການເຕີບໂຕສະເລ່ຍແຕ່ລະປີບັນລຸ 5,3% ໃນໄລຍະ 2007 – 2015, ທີ່ເປັນໜ້າສົນໃຈແມ່ນໃນສະພາບການທຶນ FDI ທົ່ວໂລກໃນປີ 2014 ຫລຸດລົງ 16%, FDI ເຂົ້າອາຊຽນ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ 3 ປີແຕ່ປີ 2013 -2015. ພິເສດ, ນັບແຕ່ເມື່ອ 10 ພື້ນຖານເສດຖະກິດໄດ້ໂຮມເຂົ້າກັນ, ມາຮອດປະຈຸບັນ, ອາຊຽນ ໄດ້ກາຍເປັນພື້ນຖານເສດຖະກິດໃຫຍ່ທີ 6 ໃນໂລກ, ຍອດ GDP ບັນລຸເກືອບ 3.000 ຕື້ USD ແລະ ມີ FTA ກັບທຸກໆປະເທດຄູ່ຮ່ວມມືຂອງພາກພື້ນ.

ສຳລັບ ຫວຽດນາມ ແລ້ວ, ນັບແຕ່ເມື່ອໄດ້ກາຍເປັນສະມາຊິກທາງການຂອງ ອາຊຽນ ໃນປີ 1995, ວົງເງິນແລກປ່ຽນການຄ້າລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ປີ 1994, ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງ ອາຊຽນ ກວມ 22%. ພາຍຫຼັງໜຶ່ງປີເປັນສະມາຊິກ ອາຊຽນ (1995), ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ອາຊຽນ ໄດ້ເພີ່ມຂຶ້ນ 24,6%, ລື່ນກາຍລະດັບ 1 ຕື້ USD ໂດຍໄວ. ບົດຂຽນຂອງນັກຂ່າວ ຫງວຽນອ໋ຽນ, ຈະໃຫ້ພວກເຮົາເຫັນແງ່ມູມສັງລວມກ່ຽວກັບບັນດາກາລະໂອກາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນພື້ນຖານເສດຖະກິດ ອາຊຽນ.

50 ປີແຫ່ງອາຊຽນ - ກາລະໂອກາດຊຸກຍູ້ດ້ານການຄ້າສຳລັບຫວຽດນາມ

        ປີ 2017, ອາຊຽນ ມີອາຍຸຄົບຮອບ 50 ປີ ແລະ 22 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງໃຫຍ່ກວ່າໝູ່ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້. ນັບແຕ່ມື້ເຂົ້າເປັນສະມາຊິກຂອງອາຊຽນ ເມື່ອປີ 1995, ວົງເງິນແລກປ່ຽນການຄ້າບລະຫວ່າງຫວຽດນາມ ກັບບັນດາປະເທດອາຊຽນ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ປີ 1994, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ກວມເອົາ 22%. ພາຍຫຼັງ 1 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ (1995), ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ໄດ້ເພີ່ມຂຶ້ນ 24,6%, ລື່ນກາຍຄາດໝາຍ 1 ຕື້ USD.

        ໂຄງປະກອບການສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ນັບມື້ນັບໄດ້ຫັນປ່ຽນຕາມທິດຕັ້ງໜ້າ, ໄດ້ຮັບການຍົກສູງນັບທັງທາງດ້ານຄຸນນະພາບ ແລະ ມູນຄ່າ. ຈາກບັນດາປະເພດສິນຄ້າຜະລິດຕະພັນກະເສດປຸງແຕ່ງຂັ້ນຕົ້ນ ແລະ ວັດຖຸດິບຄື: ເຂົ້າສານ, ກາເຟ, ຢາງພາລາ… ຫວຽດນາມໄດ້ສົ່ງອອກບັນດາປະເພດສິນຄ້າໃຊ້ສອຍຫຼາຍຢ່າງ, ສິນຄ້າອຸດສາຫະກຳຄື: ເຄື່ອງໄຫຼ່ຄອມພິວເຕີ, ເຄື່ອງຕໍ່າແຜ່ນຕັດຫຍິບ, ຜະລິດຕະພັນກະເສດໄດ້ຮັບການປຸງແຕ່ງ ດ້ວຍມູນຄ່າສູງ ແລະ ມີສະຖຽນລະພາບ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຫວຽດນາມ ແລະ ບັນດາປະເທດອາຊຽນ ໄດ້ຮັບຮອງເອົາສັນຍາ, ຂໍ້ຕົກລົງຫຼາຍສະບັບ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ການລົງທຶນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ຢູ່ອາຊຽນ ຖືວ່າ.

        “ຫວຽດນາມ ໄດ້ເຂົ້າຮ່ວມວິວັດທະນາການເຊື່ອມໂຍງດ້ານເສດຖະກິດກັບອາຊຽນ ນັບແຕ່ມື້ທຳອິດທີ່ເຂດການຄ້າເສລີອາຊຽນ AFTA ຫາກໍ່ໄດ້ຮັບການສ້າງຕັ້ງ. ອາຊຽນແມ່ນຮ່ວມມືດ້ານການຄ້າສະໜອງແຫຼ່ງສິນຄ້າໃຫຍ່ອັນດັບ 3 ໃຫ້ບັນດາວິສາຫະກິດຫວຽດນາມ ແລະ ແມ່ນແຫຼ່ງສະໜອງທຶນ FDI ສຳຄັນ ດ້ວຍຍອດຈຳນວນເງິນຈົດທະບຽນປະມານ 64 ຕື້ USD. ຫວຽດນາມ ແມ່ນຂົວເຊື່ອມຕໍ່ໃຫ້ບັນດາຂົງເຂດລົງທຶນຂອງບັນດາບໍລິສັດນາໆຊາດ ທີ່ມີສຳນັກງານຕັ້ງຢູ່ອາຊຽນ. ອາຊຽນ ໄດ້ກາຍເປັນ 1 ໃນບັນດາກຳລັງໜູນສຳຄັນຊ່ວຍໃຫ້ຫວຽດນາມ ຮັກສາລະດັບເຕີບໂຕເສດຖະກິດຢ່າງໝັ້ນຄົງໃນໄລຍະຜ່ານມາ”.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 13 ທ່ານ ຫງວຽນຊວນຟຸກ ຕັດແຖບຜ້າເປີດສະຫຼອງສາຍການບິນ ຫວຽດນາມ - ໄທຂອງ Vietjet

        ເມື່ອຫວຽດນາມ ກາຍເປັນສະມາຊິກຂອງອາຊຽນ, ແຫຼ່ງເງິນລົງທຶນຈາກອາຊຽນ ແລະ ວົງເງິນການຄ້າພາຍໃນກຸ່ມຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ພິເສດ, ພາຍຫຼັງທີ່ AEC ໄດ້ຮັບການສ້າງຕັ້ງ ເມື່ອທ້າຍປີ 2015. ສິ່ງທີ່ໜ້າສົນໃຈແມ່ນຂົງເຂດຮົ້ວພາສີ, ບັນດາປະເທດອາຊຽນ ໄດ້ສ້າງກຳນົດທິດລົບລ້າງພາສີ ແລະ ປອດພາສີລະຫວ່າງບັນດາປະເທດສະມາຊິກຢູ່ໃນລະດັບແຕ່ 0 – 5% ຜ່ານເຂດການຄ້າເສລີອາຊຽນ (AFTA) ແລະ ສັນຍາການຄ້າສິນຄ້າອາຊຽນ (ATIGA). ທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ມະນົບໄຊ ວົງພັກດີ, ໃຫ້ຮູ້ວ່າ.

        “ກ່ຽວກັບດ້ານເສດຖະກິດ, ນັບແຕ່ເມື່ອ AEC ໄດ້ຮັບການສ້າງຕັ້ງ, ຖ້າຫາກຫວນຄືນສະຖິຕິດ້ານການຄ້າ ແລະ ການລົງທຶນ, ພວກເຮົາເຫັນໄດ້ວ່າ ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດອາຊຽນ ໄດ້ເພີ່ມຂຶ້ນຫຼາຍ. ພິເສດຢູ່ຫວຽດນາມ, ການລົງທຶນຈາກບັນດາປະເທດອາຊຽນ ຍາມໃດກໍ່ຢືນໃນ top, ລວມທັງບັນດາປະເທດອື່ນໆຄື: ສິງກະໂປ, ມາເລເຊຍ ແລະ ໄທ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການເຊື່ອມໂຍງຂອງພວກເຮົາໃນລະບົບການຜະລິດຂອງອາຊຽນ. ປະຈຸບັນ,ການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ໄທ ແມ່ນບໍ່ຄືກັນກັບ 30 ປີກ່ອນນີ້. ປະຈຸບັນມີການລົງທຶນ, ບຳລຸງສ້າງຊັບພະຍາກອນມະນຸດຢູ່ທັງ 2 ຝ່າຍ. ຝ່າຍຫວຽດນາມ ກໍເລີ່ມລົງທຶນໄປຍັງໄທ ຄື: ບໍລິສັດການບິນ Vietjet ດ້ວຍທຶນຈົດທະບຽນເຄື່ອນໄຫວຢູ່ໄທ ຂຶ້ນເຖິງ 50 ຕື້ USD ແລະ ໄດ້ຈ້າງວິຊາການທີ່ເປັນຄົນໄທ 300 ຄົນ. ນີ້ແມ່ນບາດກ້າວທີ່ເປັນໜ້າສົນໃຈ, ຍ້ອນໃນຮອບເວລາ 20 ປີຜ່ານມາ, ພວກເຮົາເຫັນວ່າ ມີພຽງບໍລິສັດຂອງໄທ ເຂົ້າມາລົງທຶນຢູ່ຫວຽດນາມ, ແຕ່ປະຈຸບັນການລົງທຶນແມ່ນມາຈາກທັງ 2 ຝ່າຍ”.

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 14ພິທີເປີດສະຫຼອງ BIDC ສາຂາກຳປູເຈຍ 

        ດ້ວຍຖານະເປັນສະມາຊິກຂອງອາຊຽນ, ຫວຽດນາມ ມີກາລະໂອກາດໄດ້ຮັບບຸລິມະສິດຫຼາຍຢ່າງດ້ານລະບຽບການບໍລິຫານ, ການລົງທຶນ, ພາສີອາກອນຢູ່ບັນດາປະເທດອາຊຽນ. ສະນັ້ນ, ບັນດາວິສາຫະກິດຫວຽດນາມ ມີຄວາມສະດວກຫຼາຍຢ່າງເມື່ອເປີດກວ້າງການລົງທຶນໄປຍັງບັນດາປະເທດສະມາຊິກ, ໃນນັ້ນມີ ສິງກະໂປ, ລາວ, ກຳປູເຈຍ ແລະ ມຽນມາ. ຢູ່ສິງກະໂປ, ເຊິ່ງເປັນຄູ່ຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ ໃນອາຊຽນ, ຖັດຈາກໄທ, ປະຈຸບັນ FPT ແມ່ນນັກລົງທຶນຫວຽດນາມ ໃຫຍ່ກວ່າໝູ່ ດ້ວຍຈຳນວນເງິນລົງທຶນແມ່ນ 4,5 ລ້ານ USD ແລະ ກໍ່ແມ່ນບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ ໃຫຍ່ກວ່າໝູ່ຢູ່ສິງກະໂປ. ນອກນັ້ນ, ຫວຽດນາມ ກໍນອນໃນ top 5 ປະເທດມີມູນຄ່າລົງທຶນຢືນອັນດັບໜຶ່ງຢູ່ກຳປູເຈຍ ປະມານ 200 ໂຄງການ. ທະນາຄານລົງທຶນ ແລະ ພັດທະນາກຳປູເຈຍ (BIDC) ຂຶ້ນກັບທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແມ່ນໜຶ່ງໃນບັນດາວິສາຫະກິດຫວຽດນາມ ທີ່ມີການລົງທຶນຢ່າງໃຫຍ່ຫຼວງເຂົ້າກຳປູເຈຍ, ດ້ວຍ 9 ສາຂາພວມເຄື່ອນໄຫວ. ທ່ານ ໂດ້ຫວຽດຮຸ່ງ, ຮອງຜູ້ອຳນວຍການໃຫຍ່ BIDC, ໃຫ້ຮູ້ວ່າ.

        “ໄລ່ມາຮອດຈຸດເວລານີ້, BIDC ມີຍອດຊັບສິນ 760 ລ້ານ USD ແລະ ນອນໃນ top 10 ທະນາຄານໃຫຍ່ກວ່າໝູ່ຢູ່ກຳປູເຈຍ. ການເຄື່ອນໄຫວດຳເນີນທຸລະກິດຂອງ BIDC ໃນໄລຍະກວ່າ 7 ປີຜ່ານມາ ໄດ້ມີການໜູນຊ່ວຍຢ່າງໃຫຍ່ຫຼວງຈາກລັດຖະບານຂອງ 2 ປະເທດ, ພິເສດແມ່ນການໜູນຊ່ວຍຂອງສະຖານທູດຫວຽດນາມ ແລະ ອົງການການຄ້າປະຈຳ ກຳປູເຈຍ”.

        ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ປີ 2018 ເມື່ອຫວຽດນາມ ຍົກເລີກພາສີນຳເຂົ້າຈາກອາຊຽນ ລົງ 0%, ວົງເງິນແລກປ່ຽນການຄ້າໄດ້ຮັບການຄາດຄະເນວ່າຈະເພີ່ມຂຶ້ນຫຼາຍພໍສົມຄວນ. ສຳລັບຜູ້ບໍລິໂພກ, ອຸປະໂພກ, ເຂົາເຈົ້າຈະມີໂອກາດເພື່ອສຳພັດກັບບັນດາຜະລິດຕະພັນຢູ່ພາຍໃນກຸ່ມທີ່ມີລາຄາຖືກກວ່າ ຍ້ອນບໍ່ໄດ້ເສຍພາສີ, ຕົວຢ່າງຄື: ບັນດາລົດໂອໂຕທີ່ນຳເຂົ້າຈາກໄທ, ອິນໂດເນເຊຍ. ທ່ານ Suryana Sastradiredja, ທູດການຄ້າ, ສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

        “ປີ 2017, ຄວາມຕ້ອງການດ້ານອຸດສາຫະກຳລົດໂອໂຕຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນບັນດາຜະລິດຕະພັນເຄື່ອງອາໄຫຼ່ລົດໂອໂຕ, ລົດຈັກຂອງອິນໂດເນເຊຍ. ໃນໄຕມາດທີ 1 ປີ 2017, ບັນລຸກວ່າ 1 ຕື້ USD. ສິ່ງດັ່ງກ່າວແມ່ນມີປະໂຫຍດໃຫ້ທັງຫວຽດນາມ ແລະ ອິນໂດເນເຊຍ ໃນຂົງເຂດດັ່ງກ່າວ. ໂດຍສະເພາະແມ່ນໃນຂອບເຂດປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງ, ກັບເຂດການຄ້າເສລີ, ການເສຍພາສີສຳລັບບັນດາພາຫະນະລົດໂອໂຕ, ລົດຈັກຈະຫຼຸດລົງ 0% ໃນປີຈະມາເຖິງ”.

        ຕາມການຕີລາຄາຂອງທ່ານເລເລືອງມິງ, ເລຂາທິການໃຫຍ່ອາຊຽນ ແລ້ວ: ມູນຄ່າແລກປ່ຽນການຄ້າພາຍໃນກຸ່ມນັບແຕ່ປີ 2006 ຫາ 2016 ລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ ໄດ້ເພີ່ມຂຶ້ນ 120%, ກວມເອົາ 16% ຍອດວົງເງິນການຄ້າຂອງຫວຽດນາມ. ຄຽງຂ້າງນັ້ນ, FDI ຈາກອາຊຽນ ເຂົ້າຫວຽດນາມ ໃນປີ 2016 ກໍເພີ່ມຂຶ້ນ 16% ຂຶ້ນເຖິງ 2,3 ຕື້ USD ເມື່ອທຽບໃສ່ປີ 2006. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນຜົນສຳເລັດໃນການເຊື່ອມໂຍງ ແລະ ຮ່ວມສຳພັນເສດຖະກິດສະມາຊິກຂອງຫວຽດນາມ. ຜ່ານນັ້ນ, ຫວຽດນາມ ໄດ້ປະກອບສ່ວນພ້ອມກັບບັນດາປະເທດອາຊຽນ ສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ, ພ້ອມກັນມຸ່ງໄປເຖິງການປະຕິບັດວິໄສທັດອາຊຽນ 2025, ໃນນັ້ນໄດ້ສ້າງເຂດເສດຖະກິດອາຊຽນ ມີສະຖຽນລະພາບ, ວັດທະນາຖາວອນ, ມີຄວາມສາມາດແກ່ງແຍ້ງສູງ, ຄວາມທຸກຍາກ ອຶດຫິວ, ການແບ່ງເຂດເສດຖະກິດ, ສັງຄົມຖືກຫຼຸດລົງ ຈະປະກົດຜົນເປັນ ຈິງ.

ເປົ້າໝາຍສ້າງປະຊາຄົມ ວັດທະນະທຳ ASCC ໄດ້ເຫັນເປັນລະອຽດໂດຍຜ່ານບັນດາໂຄງການຮ່ວມມືລະອຽດ, ຄືແຜນການເຄື່ອນໄຫວ ASCC ປີ 2004, ແຜນການສັງລວມປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໄລຍະ 2009 – 2015 ໄດ້ຮັບການຜັນຂະຫຍາຍໃນ 6 ຂົງເຂດເຊິ່ງລວມມີ: ພັດທະນາມະນຸດ; ສະຫວັດດີການ ແລະ ປະກັນສັງຄົມ; ຄວາມສະເໝີພາບສັງຄົມ ແລະ ສິດທິຕ່າງໆ; ຮັບປະກັນຄວາມໝັ້ນຄົງ, ກ່ຽວກັບສິ່ງແວດລ້ອມ; ສ້າງສີສັນ ອາຊຽນ  ແລະ ຮັດແຄບຊ່ອງຫວ່າງການພັດທະນາ.

ແຜນການສັງລວມຂອງ ASCC 2009 – 2015 ໂດຍບັນດາປະເທດສະມາຊິກຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບໂດຍຜ່ານການກະທຳແທດຈິງຕ່າງໆ ຄືສົ່ງເສີມການພັດທະນາການສຶກສາ, ຊຸກຍູ້ການຮ່ວມມືສາທາລະນະສຸກ, ລົບລ້າງຄວາມທຸກຍາກອຶດຫິວ, ຮັບປະກັນຄວາມປອດໄພດ້ານສະບຽນອາຫານ, ເພີ່ມທະວີການຮ່ວມມືຮັບມືໃນການກັບບັນດາສິ່ງທ້າທາຍດ້ານສິ່ງແວດລ້ອມຂ້າມຊາຍແດນ…  ພິເສດ, ກ່ຽວກັບການສ້າງສີສັນ ອາຊຽນ ແລະ ຍົກສູງສະຕິປະຊາຄົມ, ອາຊຽນ ເອົາໃຈໃສ່ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງພາກພື້ນ.

ອາດເວົ້າໄດ້ວ່າ, 10 ປະເທດສະມາຊິກ ອາຊຽນ ແມ່ນ 10 ພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນດ້ວຍພາສາ, ສາສະໜາ ແລະ ມູນເຊື້ອປະຫວັດສາດທີ່ແຕກຕ່າງກັນ.

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ດຳເນີນຊຸມວັນ ອາຊຽນ ດ້ວຍການເຄື່ອນໄຫວພົວພັນແລກປ່ຽນ, ງານວາງສະແດງແນະນຳ ກ່ຽວກັບປະເທດຊາດ, ປະຊາຊົນ ອາຊຽນ. ທີ່ເຫດການດັ່ງກ່າວ, ທ່ານນາງ Maria Cynthia P.Pelayo, ອຸປະທູດຊົ່ວຄາວສະຖານທູດ ຟີລິບປິນ ປະຈຳ ຮ່າໂນ້ຍ ກໍ່ຢືນຢັນກ່ຽວກັບຄວາມຈຳເປັນໃນການເພີ່ມທະວີການແບ່ງປັນສີສັນຫຼາຍຮູບຫຼາຍແບບຂອງ ອາຊຽນ:

        “ຫົວຂໍ້ຂອງ ອາຊຽນ ຄັ້ງທີ 50 ນັ້ນແມ່ນ “ຮ່ວມມືເພື່ອປ່ຽນແປງ ແລະ ກ້າວເດີນ ແລະ ໂລກ” ໄດ້ສ່ອງແສງໃຫ້ເຫັນທັດສະນະຂອງ ອາຊຽນ ກ່ຽວກັບຄວາມສາມັກຄີຂອງ 10 ປະເທດສະມາຊິກ ອາຊຽນ. ຫົວຂໍ້ນີ້ກໍ່ເວົ້າເຖິງຄວາມສະເໝີພາບ, ການຮ່ວມມືຢ່າງຕັ້ງໜ້າລະຫວ່າງບັນດາປະເທດສະມາຊິກ ອາຊຽນ. ສິ່ງທີ່ສ້າງຄວາມປະທັບໃຈນັ້ນແມ່ນ ພວກເຮົາມີໜ້າຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ແລະ ຄວາມສາມັກຄີ, ມິດຕະພາບ ອາຊຽນ. ຫໍພິພິທະພັນແຫ່ງນີ້ ດ້ວຍບົດບາດໃຈກາງແມ່ນອະນຸລັກຮັກສາວັດທະນະທຳ ແລະ ແນະນຳຄວາມເປັນຫຼາຍຮູບຫຼາຍແບບຂອງ ວັດທະນະທຳ ໄດ້ເສີມຂະຫຍາຍວິທີສຳພັດການກຳນົດທິດ, ສຸມໃສ່ເຂົ້າປະຊາຊົນໂດຍຜ່ານການຊຸກຍູ້, ແບ່ງປັນ, ຊອກຮູ້ວັດທະນະທຳ ຫວຽດນາມ ແລະ ບັນດາກຸ່ມຊົນເຜົ່າອື່ນໆຢູ່ອາຊີຕາເວັນອອກສ່ຽງໃຕ້. ຜ່ານນັ້ນເພີ່ມທະວີສີສັນຫຼາຍຮູບແບບຂອງອາຊຽນ.”

ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງ ອາຊຽນ, ໄດ້ ແລະ ພວມປະຕິບັດໜ້າທີ່ຂອງຕົນຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບໂດຍຜ່ານການຍົກອອກຂໍ້ລິເລີ່ມກໍ່ຄືເຂົ້າຮ່ວມການສ້າງໂຄງການເຄື່ອນໄຫວສຳຄັນຂອງ ASCC ຫຼາຍໂຄງການຄືຖະແຫຼງການ ຮ່າໂນ້ຍ ກ່ຽວກັບສະຫວັດດີການ ແລະ ພັດທະນາສຳລັບແມ່ຍິງ ແລະ ເດັກນ້ອຍ ອາຊຽນ ແລະຖະແຫຼງການຂອງການນຳຂັ້ນສູງ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ທັກສະອາຊີບສຳລັບການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ. ຫວຽດນາມ ກໍ່ໄດ້ຮັບການຕີລາຄາແມ່ນສະມາຊິກທີ່ມີຄວາມມານພະຍາຍາມຫຼາຍຢ່າງໃນການປະສານສົມທົບປະຕິບັດບັນດາຄາດໝາຍຂອງແຜນການສັງລວມປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄລຍະ 2009 -2015 ເຂົ້າໃນບັນດາໂຄງການ, ແຜນຮ່າງແຫ່ງຊາດ ແລະ ບັນລຸໄດ້ຄວາມກ້າວໜ້າພໍສົມຄວນໃນຫຼາຍຂົງເຂດຄື: ວັດທະນະທຳ, ສັງຄົມ, ການສຶກສາ, ສາທາລະນະສຸກ… ທ່ານນາງ  ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ດ້ວຍຖານະເປັນຫົວໜ່ວຍເປັນປະທານປະຊາຄົມວັດທະນະທຳ ສັງຄົມ ອາຊຽນ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຍາມໃດກໍ່ເອົາໃຈໃສ່ໂຄສະນາ, ຍົກສູງສະຕິກ່ຽວກັບ ອາຊຽນ ເຖິງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນເປັນຈຳນວນຫຼວງຫຼາຍຜ່ານການພິມຈຳໜ່າຍບັນດາສິ່ງພິມ ທີ່ກ່ຽວຂ້ອງເຖິງ ASCC ໃນແຕ່ລະປີ. ໃນນັ້ນລວມມີບັນດາແຜນການສັງລວມຂອງ ອາຊຽນ, ບັນດາຖະແຫຼງການ ແລະ ໂຄງການເຄື່ອນໄຫວໃນທຸກໆຂົງເຂດ, ບັນດາຫົວເລື່ອງ ແລະ ບັນດາເຫດການທີ່ດຶງດູດຄວາມສົນໃຈຂອງ ອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ໂຄສະນາ ກ່ຽວກັບອາຊຽນ ທີ່ພວມມານະພະຍາຍາມມຸ່ງໄປເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຂອງຕົນ.”

ລ​າຍ​ການ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​​ຕັ້ງອາຊຽນ - ảnh 15 ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມວັນບຸນ ອາຊຽນ 

ເປັນທີ່ຈະແຈ້ງແລ້ວວ່າ, ເພື່ອໃຫ້ ອາຊຽນ ກາຍເປັນປະຊາຄົມທີ່ຖືປະຊາຊົນເປັນໃຈກາງຢ່າງແທ້ຈິງ ແລະ ປະຊາຊົນ ອາຊຽນ ກ່ວາ 600 ລ້ານຄົນໄດ້ຮັບຜົນງານຂອງວິວັດທະນາການສ້າງປະຊາຄົມ ອາຊຽນ, ບັນດາປະເທດຕ້ອງລະດົມທຸກໆແຫຼ່ງກຳລັງເພື່ອແນໃສ່ຮັບປະກັນການເຂົ້າຮ່ວມຢ່າງເທົ່າທຽມກັນຂອງທຸກໆອົງການ.

ໃນສະພາບການນັ້ນ, VOV ແມ່ນໜຶ່ງໃນບັນດາອົງການສື່ສານໃຫຍ່ຂອງ ຫວຽດນາມ ກໍ່ມີຄວາມຮັບຮູ້ແຈ້ງເຖິງບົດບາດຂອງຕົນໃນການໂຄສະນາກ່ຽວກັບ ອາຊຽນ ເຖິງປະຊາຊົນທຸກຊັ້ນວັນນະ. ດັ່ງນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 72 ປີແຫ່ງວັນສ້າງຕັ້ງ VOV, VOV ຈຶ່ງໄດ້ຈັດຕັ້ງງານປະກວດສຽງເພງ ອາຊຽນ ແຕ່ວັນທີ 18 -21 ສິງຫາ.

ຫວັງວ່າ, ຜ່ານດົນຕີ, ພົນລະເມືອງບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນໂລກ ຈະມີຄວາມຮູ້ກ່ຽວກັບພື້ນຖານວັດທະນະທຳທີ່ອຸດົມສົມບູນຂອງບັນດາປະເທດອາຊຽນ ຕື່ມອີກ.

ທ່ານຜູ້ຟັງທີ່ເຄົາລົບ, ລາຍການພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ໄດ້ສິ້ນສຸດລົງພຽງເທົ່ານີ້. ພົບກັນໃໝ່ໃ

ຕອບກັບ

ຂ່າວ/ບົດ​ອື່ນ