ວິທີສອນພາສາຫວຽດ​ທີ່​ດີໃຫ້​ແກ່ນັກສຶກສາລາວ ​ຢູ່ ໂຮງຮຽນມິດຕະພາບ T78

(VOVWORLD) -ໂຮງຮຽນມິດຕະພາບ T78 ໄດ້ກໍ່ສ້າງນັກສຶກສາລາວຮຽນກຽມພາສາຫວຽດໄດ້ 48 ຊຸດ, ດ້ວຍຈຳນວນນັກສຶກສາເກືອບ 22.000 ຄົນ.  

ໂຮງຮຽນມິດຕະພາບ T78 ຖືກສ້າງຕັ້ງຂຶ້ນແຕ່ປີ 1958 ແລະໄດ້ຮັບມອບໝາຍໜ້າທີ່ກໍ່ສ້າງນັກສຶກສາລາວຮຽນກຽມພາສາຫວຽດ. ນັກສຶກສາລາວທີ່ມາຮຽນຢູ່ຫວຽດນາມຈະໄດ້ຮຽນກຽມພາສາຫວຽດ ຢູ່ໂຮງຮຽນມິດຕະພາບ T78ໃນເວລາ 01 ປີ, ກ່ອນທີ່ຈະຈົດທະບຽນເຂົ້າຮຽນຢູ່ມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ… ແຫ່ງຕ່າງໆຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ. ໄລ່ມາຮອດປັດຈຸບັນ, ໂຮງຮຽນດັ່ງກ່າວໄດ້ກໍ່ສ້າງນັກສຶກສາລາວຮຽນກຽມພາສາຫວຽດໄດ້ 48 ຊຸດ, ດ້ວຍຈຳນວນນັກສຶກສາເກືອບ 22.000 ຄົນ.  ເພື່ອໃຫ້ການຮຽນກຽມພາສາຫວຽດໃຫ້ແກ່ນັກສຶກສາລາວ ບັນລຸໝາກຜົນທີ່ດີກວ່ານັ້ນ, ປີ 2014, ທາງໂຮງຮຽນໄດ້ຈັດຕັ້ງຮູບແບບພານັກສຶກສາລາວໄປຢູ່ນໍາຄອບຄົວຊາວທ້ອງຖິ່ນ ຫຼືເອີ້ນວ່າ Homestay. ທ້າຍເດືອນເມສາຜ່ານມາ, ໂຮງຮຽນດັ່ງກ່າວໄດ້ພານັກສຶກສາລາວໄດ້ຮ່ວມຊີວິດຢູ່ເຮືອນປະຊາຊົນຢູ່ຄຸ້ມບ້ານໂອທົນ, ຕາແສງເທາະລົກ, ເທດສະບານເຊີນເຕີຍ, ຮ່າໂນ້ຍໄປຢ້ຽມຢາມຮູບແບບການປູກຝັງ, ລ້ຽງສັດຂອງປະຊາຊົນຢູ່ບໍລິເວນຄຸ້ມບ້ານດັ່ງກ່າວ.

ພໍດີ 14 ໂມງ 00 ນາທີ, ເຖິງວ່າອາກາດຮ້ອນອົບເອົ້າພໍສົມຄວນກໍຕາມ, ແຕ່ນັກສຶກສາລາວ 32 ຄົນກໍໄດ້ມີໜ້າຢ່າງພ້ອມພຽງຢູ່ຫໍວັດທະນະທຳຄຸ້ມບ້ານເພື່ອໄປທັດສະນະຕົວຈິງຮູບແບບປູກຝັງ, ລ້ຽງສັດຕາມຮູບແບບ ສວນ-ສະ-ຄອກຢູ່ໃນຄຸ້ມບ້ານແຫ່ງດັ່ງກ່າວ. ເຂົ້າຮ່ວມການລົງຕົວຈິງຄັ້ງນີ້ຍັງມີອາຈານ  03 ຄົນແລະນາຍບ້ານອີກໜຶ່ງຄົນ. ພາຫະນະຮັບໃຊ້ການໄປມາແມ່ນໃຊ້ຂອງຕົນເອງ, ນັກສຶກສາລາວກວ່າເຄິ່ງໜຶ່ງແມ່ນຍ່າງໄປແລະສ່ວນຈຳນວນນັກສຶກສາທີ່ຍັງເຫຼືອນັ້ນ ແມ່ນຖີບລົດໄປຫາສະຖານທີ່ເຕົ້າໂຮມເຊິ່ງຫ່າງຈາກຫໍວັດທະນະທຳເກືອບ 1 ກີໂລແມັດ. ເຖິງວ່າໄລຍະທາງໄກກໍຕາມ, ແຕ່ໃຜໆກໍຈູບຈ້າວຫ້າວຫັນ. ພາຍຫຼັງໄລຍະເດີນທາງປະມານ 10 ນາທີ, ບັນດານັກສຶກສາ ໄດ້ເຕົ້າໂຮມກັນຢ່າງພ້ອມພຽງຢູ່ສະຖານທີ່ທັດສະນະສຶກສາ. ທ່ານນາງຫງວຽນທິຮ່ຽນເຊິ່ງເປັນຄູສອນ ແລະເປັນຜູ້ຮັບຜິດຊອບກຸ່ມນັກສຶກສາລາວ ໄດ້ເຜີຍໃຫ້ຮູ້ກ່ຽວກັບຄວາມໝາຍຂອງການໄປທັດສະນະສຶກສາຕົວຈິງຄັ້ງນີ້.

        “ເລື່ອງພານັກສຶກສາລາວໄປທັດສະນະສຶກສາຕົວຈິງຢູ່ຟາມ, ກໍຄືສວນປູກພືດສໍາຮອງຈະຊ່ວຍໃຫ້ພວກນ້ອງສາມາດຊອກຮູ້ກ່ຽວກັບຮູບແບບປູກຝັງລ້ຽງສັດສວນ-ສະ-ຄອກຂອງປະຊາຊົນຫວຽດນາມກໍຄືການລ້ຽງໝູ, ປູກຜັກແລະບັນດາມາດຕະການດ້ານເຕັກນິກທີ່ໄດ້ນຳໃຊ້ຢູ່ທີ່ນີ້. ຜ່ານການໄປທັດສະນະສຶກສາຕົວຈິງຄັ້ງນີ້ຈະຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈແລະຮັບຮູ້ຫຼາຍກວ່າກ່ຽວກັບພາສາຫວຽດ, ຍົກສູງທັກສະການຟັງແລະການເວົ້າໄດ້ດີກວ່າເກົ່າ. ພ້ອມກັນນັ້ນ, ຜ່ານການໄປທັດສະນະສຶກສາຕົວຈິງຄັ້ງນີ້ພວກນ້ອງນັກຮຽນກໍສາມາດຮຽນຮູ້ ແລະ ໝູນໃຊ້ເຂົ້າໃນການປະຕິບັດຕົວຈິງຢູ່ລາວ, ຊ່ວຍການລ້ຽງສັດມີປະສິດທິຜົນກວ່າ”

ວິທີສອນພາສາຫວຽດ​ທີ່​ດີໃຫ້​ແກ່ນັກສຶກສາລາວ ​ຢູ່ ໂຮງຮຽນມິດຕະພາບ T78 - ảnh 1ນັກສຶກສາ ໄປທັດສະນະສຶກສາສວນປູກຜັກ

        ຕາມລາຍການຂອງການໄປທັດສະນະສຶກສາຄັ້ງນີ້, ສະຖານທີ່ໄປທັດສະນະສຶກສາທຳອິດຂອງນັກສຶກສາແມ່ນສວນປູກຜັກ, ຢູ່ທີ່ນີ້ນ້ອງໆນັກຮຽນໄດ້ຊອກຮູ້ກ່ຽວກັບຊື່ເອີ້ນພາສາຫວຽດຂອງ ຕົ້ນໄມ້, ຜັກພືດຊະນິດຕ່າງໆ, ໃນນັ້ນມີຜັກຫຼາຍຊະນິດເຊິ່ງພວກນ້ອງຍັງບໍ່ທັນຮູ້ຊື້ເອີ້ນໃນພາສາຫວຽດເທື່ອ.

ສະຖານທີ່ທັດສະນະສຶກສາຕໍ່ໄປແມ່ນເຂດລ້ຽງປາ, ປູກດອກໄມ້. ຢູ່ທີ່ນີ້ມີສະປາສອງແຫ່ງຢູ່ໃກ້ກັນ, ໜຶ່ງໃນ 2 ແຫ່ງນັ້ນມີໜອງແຫ່ງໜຶ່ງທີ່ໄດ້ສະປາໝົດແລ້ວ ແລະ ພວມກະກຽມປ່ອຍປາລົງສະເພື່ອລ້ຽງຊຸດໃໝ່. ນັກສຶກສາລາວໄດ້ຢືນຢູ່ອ້ອມຝັ່ງສະເພື່ອເບິ່ງວິທີປະຊາຊົນທຳຄວາມສະອາດສະປາ. ເຖິງວ່າສະແຫ່ງນີ້ກຳລັງຂຸດຂີ້ຕົມກໍຕາມແຕ່ຍັງມີປາຈຳນວນໜຶ່ງຖືກເຫຼືອໄວ້ຢູ່ໃຕ້ຊັ້ນຂີ້ຕົມ. ບັງເອີນເພື່ອນວິໄລພອນກາວຄຳພູ, ພວມນຸ່ງສິ້ນພັດລົງສະ, ອັນໄດ້ເຮັດໃຫ້ບັນດານັກສຶກສາລາວທີ່ພວມຢືນຢູ່ອ້ອມສະກໍຮູ້ສຶກປາບປື້ມໃຈ.

ວິທີສອນພາສາຫວຽດ​ທີ່​ດີໃຫ້​ແກ່ນັກສຶກສາລາວ ​ຢູ່ ໂຮງຮຽນມິດຕະພາບ T78 - ảnh 2ເພື່ອນວິໄລພອນກາວຄຳພູ ລົງສະ 

ເຖິງວ່າທັງຕີນ ແລະ ມືຕິດຂີ້ຕົມກໍຕາມ ແຕ່ເພື່ອນ ວິໄລພອນ ກາວຄຳພູ ພັດເບິ່ງຄືວ່າພໍອົກພໍໃຈຕໍ່ສິ່ງທີ່ຕົນເຮັດທີ່ສຸດ, ວິໄລພອນ ກາວຄຳພູ ຈັບໄດ້ປາທີ່ຍັງເຫຼືອໄວ້ຢູ່ແຈສະ ປະມານ 4 – 5 ໂຕ.

ຫ່າງຈາກບ່ອນຫາປາປະມານ 15 ແມັດ ແມ່ນຄອກລ້ຽງໄກ່, ປັດຈຸບັນ ພວມລ້ຽງໄກ່ຜູ້ປະມານກວ່າ 100 ໂຕ ທີ່ໃກ້ຈະຮອດເວລາຂາຍອອກສູ່ຕະຫຼາດ.  ຢູ່ທີ່ນີ້, ນັກສຶກສາໄດ້ຮັບຟັງການແນະນຳກ່ຽວກັບວິທີການລ້ຽງເກືອໄກ່. ເພື່ອນ ໄພວັນ ແສງປັນຍາ ແລະ ເພື່ອນ ສາຍຄຳ ຮັກປະສິດ, ນັກຮຽນລາວຢູ່ໂຮງຮຽນມິດຕະພາບ T78.  ແບ່ງປັນວ່າ:

 16 ໂມງ 30 ນາທີ ກໍແມ່ນຈຸດເວລາສິ້ນສຸດການໄປທັດສະນະສຶກສາ, ນັກຮຽນເລີ່ມເຕົ້າໂຮມກັນ ເພື່ອກັບເມືອສະຖານທີ່ພັກເຊົ່າ. ໃນການເດີນທາງກັບບ້ານ, ເມື່ອເດີນຜ່ານສວນພັກ ນັກຮຽນບາງຄົນຍັງອ່ານລຶ້ມຄືນຊື່ຜັກ, ດອກໄມ້ຊະນິດຕ່າງໆ ທີ່ຕົນໄດ້ຮຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ