ວັນສາຍຮູບເງົາອາຊີຕາເວັນອອກສ່ຽງໃຕ້: ຂົວຕໍ່ ວັດທະນະທຳ ອາຊຽນ

(vovworld)- “ ວັນ​ສາຍຮູບເງົາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ​ມາ​ຈາກ ຫວຽດນາມ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມຽນມາ ​ແລະ ​ໄທ ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ນີ້​ກໍ​ແມ່ນ​ກາລະ​ໂອ​ກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ຜູ້​ກຳກັບ​ການສະ​ແດ​ງຫນຸ່ມ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພົບ​ປະ, ​ແລກປ່ຽນ​ບົດຮຽນ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ການ.

ວັນສາຍຮູບເງົາອາຊີຕາເວັນອອກສ່ຽງໃຕ້: ຂົວຕໍ່ ວັດທະນະທຳ ອາຊຽນ - ảnh 1
   ບັນດາແຂກເຂົ້າຊົມຮູບເງົາ

        ​ໃນ​ຮູບເງົາ​ເອກະສານ 6 ຊຸດ​​ເຊິ່ງຖືກ​ສາຍ​ໃນ “ວັນ​ສາຍຮູບເງົາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ລວມມີ: Where I go ຂອງ​ຜູ້​ກຳກັບ​ການສະ​ແດງ ກຳປູ​ເຈຍ Neang Kavich, Behind the screen  ຜູ້​ກຳກັບ​ການສ​ະ​ແດງ Aung Nwai Hthway ມາ​ຈາກ ມຽນມາ, Another colour TV ຂອງ​ຜູ້​ກຳກັບ​ການສະ​ແດງ​ມາ​ຈາກ ອິນ​ໂດ​ເນ​ເຊຍ Yovista Ahtajida& Dyantini Adeline, Consider ຂອງ​ຜູ້​ກຳກັບ​ການສະ​ແດງ ​ໄທ ປະ​ນຸ​ແສງ ສຸ​ໂຕ ​ແລະ ຮູບເງົາ 2 ຊຸດ​​ຂອງ​ຫວຽດນາມ ຄື: ​Mount A Mu sung ​ແລະ Madame Phung last journey ຂອງ​ ​ ຜູ້​ກຳກັບ​ການ​ສະ​ແດງ ເລ​ຕວນ​ແອ​ງ ​ແລະ ຫງວຽນ​ທິທຳ. ຮູບເງົາແຕ່​ລະ​ຊຸດ ມີ​ເນື້ອ​ໃນ ​ແລະ ສານ​ທ່ີ​ແຕກ​ຕ່າງ​ກັນ ​​ແຕ່ລ້ວນ​ແຕ່​ວາງ​ອອກ​ບັນດາ​ບັນຫາ​ທີ່​ເປັນ​ຫນ້າ​ສົນ​ໃຈ​ໃນ​ສັງຄົມ​ປະຈຸ​ບັນ. ຊຸດ ຮູບເງົາ ​“ຄິດ​ໄລ່​ຊັ່ງຊາ” ຂອງ​ໄທ ​ແມ່ນ​ຫົວ​ເລື່ອງ​ກ່ຽວ​ກັບ​ບັນຫາ​ປ່ຽນ​ເພດ​ຜ່ານ​ການ​ສັງ​ເກດ​ໃນ​ສັງຄົມ. ຊຸດ ຮູບເງົາ “​Another colour TV” ຂອງ​ອິນ​ໂດ​ເນ​ເຊຍ ​ແມ່ນ​​ສ່ອງ​ແສງ​ບັນດາ​ເງື່ອນ​ໄຂ​ວັດທະນະທຳ ​ແລະ ​ເສດຖະກິດ​ຂອງ​ຄອບຄົວ​ຫນຶ່ງ​ທີ່​ດຳລົງ​ຊີວິດ​ຢູ່​ຊານ​ນະຄອນ ອິນ​ໂດ​ເນ​ເຊຍ, ​ໃນ​ນັ້ນ​ຜູ້​ເປັນ​ແມ່​ຕົວ​ລະຄອນ​​ເອກ. ​ລາວມີ​ຊີວິດຢູ່ໂດດ​ດຽວ​ໃນ​ເຮືອນ​ພ້ອມກັບໂທລະທັດ, ກໍ່​ແມ່ນເພື່ອນ​ຜູ້ດຽວ​ຂອງ​ລາວ. ​ເພື່ອນ​ມີ​ງລອງ, ນັກ​ສຶກສາ​ມະຫາວິທ​ະຍາ​ໄລ​ຊັບ​ພະ​ວິຊາ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ນີ້​ແມ່ນ​ຊຸດ​ຮູບເງົາຂອງ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ໃນ​ພາກ​ພື້ນ ສະ​ນັ້ນ ​ມີເນື້ອ​ໃນ​ໃກ້ຊິດ​ກັບ​ຊີວິດ​ຕົວ​ຈິງ. ຊຸດ ຮູບເງົາ ຂອງ ກຳ​ປູ​ເຈຍ ​ແມ່ນ​ຕື້ນ​ຕັນ​ໃຈຫລາຍ, ​ເວົ້າ​ເຖິງ​ບັນຫາ​ລູກຊອດ ​​ໄດ້​ຊ່ວຍ​​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ສ່ວນ​ໃດ​ຫນື່ງກ່ຽວ​ກັບ​ຊາວ ກຳ​ປູ​​ເຈຍ, ບາງ​ຄົນ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຊຸດ​ຮູບເງົາ​ນີ້​ແມ່ນ​ເວົ້າ​ເຖິງ​ຄວາມ​ຈິງ, ມີ​ລັກສະນະ​ວັດທະນະທຳ​ມະນຸດ​ຫລາຍ​ກວ່າ. ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​ແມ່ນ​ດີ​ທີ່​ສຸດ. ນັ້ນ​ແມ່ນ​ການ​ພົວພັນ​ແລກປ່ຽນ​ເຮັດ​ໃຫ້ປະຊາຊົນ​ ແຕ່ລະ​ປະ​ເທດ​ມີ​ຄວາມເຂົ້າ​ໃຈ​ເຊ​ິ່ງກັນ ​ແລະ ກັນ​ກວ່າ.”

        ບໍ່​ພຽງ​ແຕ່​ໄວ​ຫນຸ່ມມີ​ຄວາມ​ສົນ​ໃຈ ​ແລະ ຢາກ​ໄດ້​ຮັບ​ຊົມ​ບັນດາ​ຮູບເງົາ​ດັ່ງກ່າວ​ເທົ່າ​ນັ້ນ ຫາກ​ຜູ້​ຊົມ​ທີ່​ມີອາຍຸສູງ​ຄື​ລຸງ ຮວ່າງ​ຮຽນ ຢູ່ ຮ່າ​ໂນ້ຍ ກໍ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ຊ​ົມບັນດາ​ຮູບເງົາໂດຍ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ​​ໃນ​ພາກ​ພື້ນ​ຜະລິດອີກ​ດ້ວຍ. ລຸງ ຮ່ວາງ​ຮ່ຽນ ​ເວົ້າ​ວ່າ:

        “ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ ມີ​ວິ​ໄສ​ທັດ​ໃໝ່, ​, ມີ​ຫົວຄິດ​ປະດິດ​ສ້າງ, ນຳ​ມາ​ເຊິ່ງສິ່ງ​ທີ່​ໃຫມ່​ອ່ຽມ​ໃຫ້​ແກ່​ຜູ້​ຊົມ. ຂ້າພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ການ​ສາຍຮູບ​ເງົາ​ຄື​ແນ​ວນີ້​ອີກ​ຫລາຍ​ຄັ້ງ ​ເພື່ອ​​ໃຫ້​ຜູ້​ຊົມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊີວິດ​ສັງຄົມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພຽງ​ແຕ່​ຮູບເງົາເອກະສານ​ຈຶ່ງ​ຊ່ວຍ​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ປ​ະ​ເທດ​ໃນ​ພາກ​ພື້ນ​ໄດ້”

ວັນສາຍຮູບເງົາອາຊີຕາເວັນອອກສ່ຽງໃຕ້: ຂົວຕໍ່ ວັດທະນະທຳ ອາຊຽນ - ảnh 2
ຟິມ Madame Phung last journey

        “ວັນ​ສາຍຮູບເງົາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ຂຶ້ນ​ກັບ​ໂຄງການ DocNet ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ແນວ​ຄວາມ​ຄິດ​ຂອງ​ສະ​ຖາ​ບັນ Geothe ​ໂດຍ​ສະຫະພາບ​ເອີ​ລົບອຸປະ​ຖຳ. ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2012 ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ຜູ​້ກຳກັບ​ການສະ​ແດງຫນຸ່ມ ອາຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​, ຊື່​ງລວມມີ: ບັນດາ​ປະ​ເທດ ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ​ໄທ, ຫວຽດນາມ, ມຽນມາ, ຟິລີບ​ປີນ. ​ໃນ​ໂຄງການ​ ​ຍັງຈັດ​ຕັ້ງ​ບັນດາ​ຊຸດ​ຮຽນ​ກ່ຽວ​ກັບການ​ຜະລິດຮູບເງົາເອກະ ສານ ​ໂດຍ​ບັນດາ​ຜູ້​ຊ່ຽວຊານ​ສາກົນ​​ເປັນ​ຜູ້ສອນ, ກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຜ່ານ​ນັ້ນ ຊ່ວຍ​ໃຫ້​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ ຍົກ​ສູງ​ຄວາມ​ສາມາດຜະລິດ​ຮູບເງົາເອກະສານ, ​ໂຄສະນາ​ບັນດາຮູບເງົາ​ນີ້​ອອກ​ສູ່​ໂລກ. ອ້າຍ Neang Kavich, ຜູ້​ກຳກັບ​ການສະ​ແດງ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ການ​ເຄື່ອນ​ໄຫວ​ນີ້​​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ ​ແລະ ມີ​ຄວາມ​ໝາຍທີ່​ສຸດ, ​ເພາະວ່າ ​ໄດ້​ຊ່ວຍ​​ໃຫ້ຂ້າພະ​ເຈົ້າ​ມີ​​ບົດຮຽນ​, ຄວາມ​ຮູ້​ດ້ານວິຊາ​ການ, ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ. ​ເຖິງ​ວ່າ ມາ​ຈາກ​ບັນດາ​ປະ​ເທດ​ແຕກ​ຕ່າງ​ກັນ​, ​ມີ​ພື້ນຖານ​ວັດທະນະທຳ​ແຕກ​ຕ່າງ​ກັນກໍ່ຕາມ ​ແຕ່​ການ​ເຄ່ືອນ​ໄຫວ​ນີ້ ​ໄດ້​ປະກອບສ່ວນເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​.”

        “ວັນ​ສາຍຮູບ​ເງົາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ 2 ປີ​ເທື່ອຫນຶ່ງ​. ​ເຖິງ​ວ່າ ນີ້​ແມ່ນ​ຄັ້ງ​ທີ 2 ​​ແຕ່​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ຫວຽດນາມ ​ກໍຄືການ​ຕອບ​ສະຫນອງ​ຢ່າງ​ຕັ້ງຫນ້າ​ຈາກ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ກໍແມ່ນຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ມຸ່ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015.

 

 

ຕອບກັບ

ຂ່າວ/ບົດ​ອື່ນ