ວິສາຫະກິດໄທ ນັບມື້ນັບພັດທະນາຢູ່ ຫວຽດນາມ

(VOVWORLD) -ກ່ອນນີ້ 20 ກວ່າປີ, ເມື່ອໄທ ເລີ່ມຕົ້ນລົງທຶນຢູ່ຫວຽດນາມ ມີພຽງບັນດາວິສາຫະກິດໃຫຍ່ຄື: ກຸ່ມບໍລິສັດ SCG ດຳເນີນທຸລະກິດກ່ຽວກັບວັດສະດຸກໍ່ສ້າງ,  ຫລື ບໍລິສັດ CP ດຳເນີນທຸລະກິດກ່ຽວກັບຂົງເຂດລ້ຽງສັດ ມາເຄື່ອນໄຫວຢູ່ຫວຽດນາມ. ນັບມື້ນັບມີວິສາຫະກິດໄທ ຫລາຍແຫ່ງເຂົ້າມາ ລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ຕາມການສະຖິຕິຈາກກົມສົ່ງເສີມການຄ້າສາກົນ, ສັງກັດກະຊວງການຄ້າ ໄທ ແລ້ວ, ໄລ່ຮອດເດືອນ ມັງກອນ ປີ 2017, ມີ ບໍລິສັດໄທ 110 ແຫ່ງ ດຳເນີນທຸລະກິດໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳ, ປຸງແຕ່ງອາຫານ ແລະ ບໍລິການ ພວມເຄື່ອນໄຫວຢູ່ຫວຽດນາມ.
ວິສາຫະກິດໄທ ນັບມື້ນັບພັດທະນາຢູ່ ຫວຽດນາມ - ảnh 1 ບໍລິສັດSS. Product design co., ltd. ເຂົ້າຮ່ວມງານຕະຫລາດນັດຢູ່ ຮ່າໂນ້ຍ

ບໍລິສັດ SS. Product desing co., ltd ຜະລິດສະເພາະກະເປົ່າເປ້, ຖົງປື້ມ ຍີ່ຫໍ້ Min mie ສະຫງວນໃຫ້ແກ່ເດັກຍິງ ແລ ນັກຮຽນຍິງຊັ້ນປະຖົມ ແລະ ບໍລິສັດ Bella Pazzo co. ltd ຜະລິດສະເພາະເຄື່ອງສິລະປະຫັດຖະກຳ ຈາກຫນັງງົວຄື: ກິບຫນີບຜົມ, ໂມມັດຜົມ, ຕຸ້ມຫູ… ແມ່ນວິສາຫະກິດຂະຫນາດກາງ ແລະນ້ອຍ ສອງແຫ່ງມາຈາກໄທ ຫາກໍ່ເຂົ້າມາດຳເນີນທຸລະກິດຢູ່ຕະຫລາດຫວຽດນາມ ມາເປັນເວລາ 3-5 ປີ. ດ້ວຍໄລຍະທາງແຫ່ງການກໍ່ສ້າງ ແລະ ພັດທະນາເຄື່ອງໝາຍມາເປັນເວລາ 10 ປີ, ຜະລິດຕະພັນຂອງ SS Product desing co. ltd ປະຈຸບັນໄດ້ສົ່ງອອກໄປຍັງ 10 ປະເທດໃນໂລກ. ສຳລັບບໍລິສັດ Bella Pazzo, ເຖິງວ່າ ປະກົດອອກໃນຕະຫລາດພຽງ 5 ປີກໍຕາມ, ແຕ່ໄດ້ສົ່ງອອກໄປຍັງບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງຄື: ອັງກິດ, ອາເມລິກາ, ຍີ່ປຸ່ນ, ສິງກະໂປ ແລະ ມາເລເຊຍ. ເອື້ອຍ ອີນທິ ດາວເຣີດ, ຜູ້ອຳນວຍການຝ່າຍທຸລະກິດ, ສັງກັດ ບໍລິສັດ Bella Pazzo co., ltd  ແລະ ທ່ານ ສຸຈາດ ເຕັມສິບໂຊກ ຜູ້ອຳນວຍການຝ່າຍຜະລິດໃຫ້ຮູ້ວ່າ:

        “ຜະລິດຕະພັນຂອງ Min me ເຂົ້າຕະຫລາດ ຫວຽດນາມ ມາເປັນເວລາ 5 ປີແລ້ວ, ປະຈຸບັນ ໄດ້ຂາຍຢູ່ຮ້ານຊັບພະສິນຄ້າ Metro ນະຄອນ ໂຮ່ຈິມີນ. ພວກຂ້າພະເຈົ້າ ມີຄວາມເພິ່ງພໍໃຈຕໍ່ໝາກຜົນດຳເນີນທຸລະກິດຢູ່ ນະຄອນໂຮ່ຈິມີນ ແລະ ພວມຊອກຫາສາຂາຈຳຫນ່າຍຢູ່ ຮ່າໂນ້ຍ. ຕະຫລາດຫວຽດນາມ ແມ່ນຕະຫລາດມີອະນາຄົດ ທີ່ມີກຳລັງຊື້ຫລາຍສົມຄວນ.”

        “ຫວຽດນາມ ແມ່ນຕະຫລາດມີກຳລັງຊື້ຫລາຍ ເພາະແມ່ນປະເທດອຸດສາຫະກຳໃຫມ່. ມີບໍລິສັດຫລາຍແຫ່ງມາຕັ້ງໂຮງງານຜະລິດຢູ່ຫວຽດນາມ. ປະຊາຊົນມີລາຍຮັບ ແລະ ມີກຳລັງຊື້ເທົ່າກັນກັບໄທໃນຊຸມປີກ່ອນນີ້. ນີ້ແມ່ນບັນດາບາດກ້າວກະກຽມທ່າພັດທະນາຂອງຫວຽດນາມ.”

        ດ້ວຍພົນລະເມືອງ 90 ລ້ານຄົນ, ແມ່ນຫລາຍກວ່າພົນລະເມືອງໄທ, ຫວຽດນາມ ແມ່ນ ເຂດດິນແດນທີ່ດູດດື່ມບໍ່ພຽງແຕ່ສຳລັບບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍຄື: SS. Product desing Bella Pazzo ເທົ່ານັ້ນ  ຫາກຍັງແມ່ນຕະຫລາດໂດຍກົງ ແລະ ແມ່ນບ່ອນສະຫນອງແຮງງານຂອງບັນດາກຸ່ມບໍລິສັດໃຫຍ່ຄື: Sri Thai ຊື່ງແມ່ນນັກສະຫນອງຜະລິດຕະພັນຈອກ, ຈານ Superware ທີ່ໄດ້ສົ່ງອອກໄປຍັງ 110 ປະເທດ. Sri Thai ສ້າງຕັ້ງບໍລິສັດລູກຢູ່ຫວຽດນາມ ໂດຍໃສ່ຊື່ວ່າ: ບໍລິສັດ Sri Thai (VietNam) co.ltd., ກ່ອນນີ້ 20 ປີ. ປະຈຸບັນ ບໍລິສັດນີ້ ມີໂຮງງານ 2 ແຫ່ງ ຢູ່ ແຂວງ ບີງເຢືອງ ແລະ ແຫ່ງຫນຶ່ງຢູ່ ບັກນີງ ດ້ວຍຈຳນວນກຳມະກອນຂຶ້ນເຖິງ 500 ຄົນ. ທ່ານ  ສົມສັກ ໂຕຣັດສາສະກຸນ, ຮອງຜູ້ອຳນວຍການໃຫຍ່ ຮັບຜິດຊອບພາກສ່ວນຜະລິດ Melamine  ຂອງບໍລິສັດ Sri Thai ໃຫ້ຮູ້ວ່າ:

        “10 ປີຕົ້ນ ເມື່ອຫາກໍ່ມາຫວຽດນາມ, Sri Thai ພຽງແຕ່ຜະລິດບັນດາຜະລິດຕະພັນພະລາສະຕິກອຸດສາຫະກຳ. 10 ປີມານີ້, ພວກຂ້າພະເຈົ້າເປີດກວ້າງການຜະລິດ ບັນດາຜະລິດຕະພັນເຮັດດ້ວຍ melamin ແລະ ຕຸກນ້ຳດື່ມ. ຜະລິດຕະພັນທັງໝົດສ່ວນຫລາຍແມ່ນຮັບໃຊ້ໃຫ້ຕະຫລາດຫວຽດນາມ, ພຽງສົ່ງອອກຜະລິດຕະພັນຈຳນວນຫນ້ອຍ. ລາຍຮັບປີຫນຶ່ງ ບັນລຸປະມານ 2 ຕື້ບາດ (ກວ່າ 60 ລ້ານ USD). ຄວາມສາມາດບົ່ມຊ້ອນຂອງຕະຫລາດຫວຽດນາມແມ່ນໃຫຍ່ຫລວງທີ່ສຸດ.”

ວິສາຫະກິດໄທ ນັບມື້ນັບພັດທະນາຢູ່ ຫວຽດນາມ - ảnh 2ຮ້ານວາງສະແດງສິນຄ້າ ຂອງ ບໍລິສັດ Bella Pazzo co., ltd

        ຄຽງຂ້າງເລື່ອງບັນດາວິສາຫະກິດ ໄທ ເຂົ້າມາລົງທຶນດຳເນີນທຸລະກິດ, ເປີດໂຮງງານຜະລິດຢູ່ ຫວຽດນາມ ແລ້ວ ຍັງມີພາກສ່ວນຫນຶ່ງຊ່ວຍໃຫ້ບັນດາວິສາຫະກິດໄທ ແລະ ສິນຄ້າໄທ ເປີດກວ້າງອັດຕາສ່ວນຕະຫລາດຢູ່ຫວຽດນາມ ແມ່ນຜ່ານບັນດາບໍລິສັດນຳເຂົ້າຫວຽດນາມ. ອ້າຍ ຫງວຽນວັນຖາວ, ຮັບຜິດຊອບລະບົບແຈກຢາຍການຂາຍຍ່ອຍຢູ່ບໍລິເວນ ຮ່າໂນ້ຍ ຂອງບໍລິສັດ THTຫວຽດນາມ - ຊື່ງແມ່ນບໍລິສັດຈຳຫນ່າຍບັນດາຜະລິດຕະພັນ….. ໄທ ໃນ 10 ປີຜ່ານມາ ໃຫ້ຮູ້ວ່າ:

        “ກ່ຽວກັບລະບົບຈຳຫນ່າຍ, ບໍລິສັດຂ້າພະເຈົ້າໄດ້ຈຳຫນ່າຍໃນ 63 ແຂວງ, ນະຄອນ ແລະ ບັນດາຮ້ານຊັບພະສິນຄ້າໃນທົ່ວປະເທດຄື: Bic C, ຮ້ານຊັບພະສິນຄ້າ ລານຈີ, Vin Mart. ໃນເວລາ ເດືອນຫນຶ່ງ ພວກຂ້າພະເຈົ້າຕ້ອງນຳເຂົ້າ 40 ຕຸ້ ໂຄ້ຕາ ໃຫ້ທົ່ວພາກເຫນືອ. ສ່ວນໃນນະຄອນ ໂຮ່ຈິມີນ, ທາງບໍລິສັດມີນັກປະມູນຕາງຫນ້ານຳເຂົ້າໂດຍກົງໃຫ້ນະຄອນ ໂຮ່ຈິມີນ”

        ກ່ຽວກັບອຳນາດການປົກຄອງ ໄທ, ໂດຍຮູ້ຈັກໄດ້ຄວາມຕ້ອງການຂຸດຄົ້ນ ແລະ ເປີດກວ້າງຕະຫລາດຫວຽດນາມ ຂອງບັນດາວິສາຫະກິດໄທ, ທູດການຄ້າ ໄທ ປະຈຳ ຮ່າໂນ້ຍ ສົມທົບກັບບັນດາບໍລິສັດພາກເອກະຊົນ ແລະ ອຳນາດການປົກຄອງ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ ເພື່ອແນໃສ່ຫນູນຊ່ວຍວິສາຫະກິດ. ໃນນັ້ນ ພົ້ນເດັ່ນແມ່ນຈັດຕັ້ງບັນດາງານຕະຫລາດນັດວາງສະແດງສິນຄ້າໄທ. ແຕ່ລະປີ, ຢູ່ ຫວຽດນາມ ມີງານຕະຫລາດນັດວາງສະແດງສິນຄ້າໄທ ເປັນ 12 ຄັ້ງ ຢູ່ ບັນດານະຄອນໃຫຍ່ ຄື: ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ, ເກີເທີ, ດາຫນັງ.. ທ່ານ ໂດ໋ກວັກຮືງ, ຮອງຫົວຫນ້າກົມຕະຫລາດ ອາຊີ ປາຊີຟີກ, ກະຊວງ ອຸດສາຫະກຳ ການຄ້າ ຕີລາຄາປະສິດທິຜົນຂອງງານວາງສະແດງສິນຄ້າແຖວຫນ້າຂອງໄທປີ 2017 ທີ່ຫາກໍ່ດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 18-21 ພຶດສະພາຜ່ານມາ ຢູ່ ຮ່າໂນ້ຍ:

        “ງານວາງສະແດງເຄື່ອງໝາຍການຄ້າແຖວຫນ້າຂອງໄທ ແມ່ນການເຄື່ອນໄຫວສົ່ງເສີມການຄ້າສຳຄັນ ແລະ ມີຄວາມໝາຍໃນການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະໄທ. ພວກຂ້າພະເຈົ້າມີຄວາມປະທັບໃຈ ແລະ ຕີລາຄາສູງການເຂົ້າຮ່ວມຂອງວິສາຫະກິດແຖວຫນ້າຂອງໄທກວ່າ 130 ແຫ່ງ ດ້ວຍຮ້ານວາງສະແດງເກືອບ 200 ຮ້ານ ໂດຍວາງແນະນຳຜະລິດຕະພັນຫລາຍປະເພດທີ່ມີຄຸນນະພາບໃນຂະແຫນງອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ໄມ້ສອຍ, ຕ່ຳແຜ່ນຕັດຫຍິບ, ອຸປະກອນໄຟຟ້າ, ເຄື່ອງສຳອາງ, ຜະລິດຕະພັນປະດັບປະດາເຮືອນຢູ່. ເລື່ອງຈັດຕັ້ງງານວາງສະແດງແມ່ນສ່ອງແສງໃຫ້ເຫັນຄວາມສະມາດບົ່ມຊ້ອນຂອງຕະຫລາດຫວຽດນາມໃນ ອາຊຽນ ໂດຍໄດ້ຮັບຄວາມສົນໃຈຈາກວິສາຫະກິດໄທ ກໍຄືສ່ອງແສງໃຫ້ເຫັນຄວາມສົນໃຈຂອງຜູ້ອຸປະໂພກບໍລິໂພກຫວຽດນາມ ສຳລັບບັນດາຜະລິດຕະພັນໄທ.”

        ຈາກບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າຊື່ງໄດ້ຮັບການຈັດຕັ້ງເປັນປະຈຳ ແລະ ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງບັນດາວິສາຫະກິດໄທ ໃນການຢຶດຄອງຕະຫລາດຫວຽດນາມ ໄດ້ປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດໄທ ເປີດກວ້າງຕະຫລາດ ແລະ ເພີ່ມອັດຕາສ່ວນຕະຫລາດ ຫວຽດນາມໄດ້ ປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດໄທ ເປີດກວ້າງຕະຫລາດ ແລະ ເພີ່ມອັດຕາສ່ວນຕະຫລາດສິນຄ້າໄທ ຢູ່ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ