ສິງກະໂປຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວຢູ່ມຽນມາ

(vovworld)- ໂດຍແມ່ນປະເທດຮັ່ງມີດ້ານຊັບພະຍາກອນທຳມະຊາດ ແລະ ມີທີ່ຕັ້ງພູມສາດສະດວກສຳລັບການພົວພັນແລກປ່ຽນການຄ້າ, ມຽນມາ ພວມຊຸກຍູ້ວິວັດທະນາການປ່ຽນໃຫມ່, ເຊື່ອມໂຍງເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່ແຫ່ງຄວາມວັດທະນາຖາວອນກວ່າ. ໂດຍກຳໄດ້ກາລະໂອກາດນີ້, ສິງກະໂປ ໄດ້ຍູ້ແຮງການເຄື່ອນໄຫວໂຄສະນາທ່ອງທ່ຽວ ມຽນມາ, ດ້ວຍຄາດໝາຍເພີ່ມຈຳນວນນັກທ່ອງທ່ຽວໄປຢ້ຽມຢາມ ສິງກະໂປ. ແລະ ຫນຶ່ງໃນບັນດາການເຄື່ອນໄຫວນັ້ນແມ່ນ Festival ທ່ອງທ່ຽວ ສິງກະໂປຢູ່ນະຄອນ Yangon ປະເທດ ມຽນມາ, ຈັດຕັ້ງໃນທ້າຍເດືອນ 9 ຜ່ານມາ. ບົດຂຽນຂອງນັກຂ່າວ ແທງຕຸງ.

ສິງກະໂປຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວຢູ່ມຽນມາ - ảnh 1

ສິງກະໂປມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ສ້າງຄວາມປະທັບ

  ໃນເວລາ 2 ວັນ ແຫ່ງການ ດຳເນີນ Festival ທີ່ແນະນຳກ່ຽວກັບປະເທດຊາດ, ຊາວ ສິງກະໂປ ໄດ້ດຶງດູດແຂກເຂົ້າຮ່ວມນັບພັນເທື່ອຄົນ.

        “ຂ້າພະເຈົ້າຢາກໄປຢ້ຽມຢາມ ສິງກະໂປ, ເພາະວ່າ ໃນໄລຍະ 7 ປີຜ່ານມາຂ້າພະເຈົ້າບໍ່ໄດ້ໄປຢ້ຽມຢາມປະເທດນີ້. ສະນັ້ນ ຂ້າພະເຈົ້າຢາກເຫັນປະຈັກຕາ ສິງກະໂປມີການປ່ຽນແປງຄືແນວໃດໃນ 7 ປີຜ່ານມາ. ສິງກະໂປ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງເພື່ອໃຫ້ນັກທ່ອງທ່ຽວໄປທັດສະນະສຶກສາຄື: Universal Studios.”

        “ຂ້າພະເຈົ້າບໍ່ທັນໄດ້ໄປຢ້ຽມຢາມສິງກະໂປຈັກເທື່ອ. ຖ້າຫາກມີໂອກາດ ຂ້າພະເຈົ້າຈະໄປຢ້ຽມຢາມ ເພາະວ່າ ສິງກະໂປມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ສ້າງຄວາມປະທັບໃຈຄື: Marina Bay Sands, Singapore Flyer ແລະ Merlion. ຂ້າພະເຈົ້າຢາກຄົ້ນຫາສະຖານທີ່ທ່ອງທ່ຽວຫລາຍແຫ່ງ.”

        Festival ປີນີ້ ແມ່ນນອນໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສິງກະໂປ ແລະ ມຽນມາ. ເປັນຄັ້ງທຳອິດຈັດຕັ້ງ Festival ຢູ່ ມຽນມາ, ຄະນະກຳມະການທ່ອງທ່ຽວ ສິງກະໂປ ໄດ້ແນະນຳບັນດາທັດສະນີຍະພາບ, ເຍື່ອງອາຫານພື້ນເມືອງຂອງສິງກະໂປ. ຕາມຕົວເລກສະຖິຕິໃນປີ 2015 ແລ້ວ, ມີນັກທ່ອງທ່ຽວມຽນມາ ກວ່າ 100.000 ເທື່ອຄົນມາຢ້ຽມຢາມ ສິງກະໂປ. ທ່ານ Edward Koh, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສັງກັດກົມໃຫຍ່ທ່ອງທ່ຽວ ສິງກະໂປ ໄດ້ຢືນຢັນ:

        “ພວກຂ້າພະເຈົ້າປາດຖະຫນານັບມື້ນັບມີນັກທ່ອງທ່ຽວມຽນມາຫລາຍຄົນໄປຢ້ຽມຢາມສິງກະໂປ, ບໍ່ພຽງແຕ່ຢູ່ໃນລະດັບເພີ່ມຂຶ້ນ 7,8% ໃນ 8 ເດືອນຕົ້ນປີນີ້. ຖ້າຫາກຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ລະດັບປະຈຸບັນ, ໃນໄລຍະ 2, 3 ປີຈະມາເຖິງ ພວກເຮົາຈະເຫັນວ່າ  ຢ່າງຫນ້ອຍສຸດຈະມີ 1/4 ຈຳນວນພົນລະເມືອງ ມຽນມາ ໄປຢ້ຽມຢາມສິງກະໂປ.”

ສິງກະໂປຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວຢູ່ມຽນມາ - ảnh 2

ແຕ່ລະປີ,ສິງກະໂປດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ

        ປັດໃຈຫນຶ່ງທີ່ເປັນຫນ້າສົນໃຈ ໃນໂອກາດ Festival ຄັ້ງນີ້ ນັ້ນແມ່ນການແນະນຳຢ່າງກວ້າງຂວາງເຖິງ ປະຊາຊົນ ມຽນມາ ກ່ຽວກັບຂໍ້ຕົກລົງຍົກເວັ້ນວິຊາ ລະຫວ່າງສອງປະເທດ ຈະມີຜົນສັກສິດໃນເດືອນ 12 ຈະມາເຖິງ. ດ້ວຍຂໍ້ກຳນົດໃຫມ່ນີ້, ນັກທ່ອງທ່ຽວ ມຽນມາ ອາດສາມາດພັກອາໄສຢູ່ ສິງກະໂປໃນເວລາຫນ້ອຍສຸດແມ່ນ 30 ວັນ. ທ່ານ Robert Chua, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ມຽນມາ ມີຄວາມເຊື່ອໝັ້ນວ່າ: ຈຳນວນນັກທ່ອງທ່ຽວ ແລະ ນັກທຸລະກິດໄປມາລະຫວ່າງສອງປະເທດຈະເພີ່ມຂຶ້ນໃນໄລຍະຈະມາເຖິງ.

        “ກ່ຽວກັບການພັດທະນາເສດຖະກິດ, ຂ້າພະເຈົ້າຄິດວ່າ ສິງກະໂປ ແລະ ມຽນມາ ແມ່ນປະເທດເພື່ອນມິດ, ບ້ານໃກ້ເຮືອນຄຽງ. ສິງກະໂປ ສາມາດຊ່ວຍເຫລືອ ມຽນມາ ພັດທະນາເສດຖະກິດ, ໃນນັ້ນ ນັບທັງການພັດທະນາຂະແຫນງທ່ອງທ່ຽວ. ດ້ວຍຂໍ້ຕົກລົງຍົກເວັ້ນວິຊາ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຈຳນວນນັກທ່ອງທ່ຽວ ແລະ ນັກທຸລະກິດໄປມາລະຫວ່າງສອງປະເທດຈະເພີ່ມຂຶ້ນ. ການພົວພັນສອງຝ່າຍລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງ ບົນພື້ນຖານການພົວພັນລະຫວ່າງປະຊາຊົນນຳກັນ. ມີຊາວ ມຽນມາປະມານ 200.000 ຄົນພວມ ດຳລົງຊີວິດຢູ່ ສິງກະໂປ ແລະ ຊາວ ສິງກະໂປ ພວມດຳລົງຊີວິດ ແລະເຮັດວຽກຢູ່ ມຽນມາ ນັບຮ້ອຍໆຄົນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ການພົວພັນສອງຝ່າຍຈະສືບຕໍ່ພັດທະນາ.”

        ດ້ວຍພົນລະເມືອງກວ່າ 50 ລ້ານຄົນ, ມຽນມາ ພວມກາຍເປັນຕະຫລາດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຂອງບັນດາບໍລິສັດທ່ອງທ່ຽວ ສິງກະໂປ. Festival ໄດ້ແນະນຳປະເທດຊາດ, ຊາວສິງກະໂປ ພຽງແຕ່ແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາລາຍການໂຄສະນາກ່ຽວກັບສິງກະໂປ ຢູ່ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ