ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ຫວຽດນາມ

(vovworld)- ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ພັດ​ທະ​ນາ​ໃນ​ຫລາຍ​ຂົງ​ເຂດ, ໃນ​ນັ້ນ ການ​ສຶກ​ສາ ບຳ​ລຸງ​ສ​້າງ​ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ. ໄລ່​ຮອດ​ປີ 2015, ມີ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ປະ​ມານ 3000 ຄົນ ພວມ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ. ສະ​ເພາະ​ໃນ​ປີ 2015, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສະ​ຫງວນ​ທຶນ​ການ​ສຶກ​ສາໄລ​ຍະ​ຍາວ ແລະ ໄລ​ຍະ​ສັ້ນ​ໃຫ້​ແກ່ນັກ​ສຶກ​ສາກຳ​ປູ​ເຈຍ 1045 ຄົນ. ຄຽງ​ຄູ່​ກັນ​ນັ້ນ, ນັກ​ສຶກ​ສາ​ກຳ​ປູ​ເຈຍ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ໂຮງ​ຮຽນ, ຄູ​ອາ​ຈານ​ກໍ​ຄື​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ​ເພື່ອ​ມີ​ຄວາມອຸ່ນ​ອ່ຽນໃຈໃນ​ການ​ຮ່ຳ​ຮຽນ, ຍາດ​ໄດ້​ຜົນ​ງານ​ດີທີ່ສຸດ.

ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ຫວຽດນາມ - ảnh 1
ນັກ​ສຶກ​ສາ​ລາວ ແລະ ຫວຽດ​ນາມ ໃນ​ງານ​ພົບ​ປະ​ແລກ​ປ່ຽນ
​ວັດ​ທະ​ນະ​ທຳ ສິ​ລະ​ປະ
ພາບ:zing.vn


        ນັກ​ສຶກ​ສາ​ກຳ​ປູ​ເຈຍ ສ່ວນ​ຫລາຍ​ເຂົ້າ​ຮຽນ​ບັນ​ດາ​ຂະ​ແຫນງ​ຄື: ການ​ແພດ​ການ​ຢາ, ກະ​ສິ​ກຳ, ເສດ​ຖະ​ກິດ, ສະ​ຖາ​ປາ​ນິກ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ… ຢູ່ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ ຮ່າ​ໂນ້ຍ, ທາຍ​ບີງ, ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ​ຈຳ​ນວນ​ຫນຶ່ງ​ທີ່​ຕິດ​ກັບ​ຊາຍ​ແດນ​ສອງ​ປະ​ເທດ. ຖ້າ​ຫາກ​ອາ​ກາດ​ຢູ່​ພາກ​ໃຕ້ ຫວຽດ​ນາມ ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກັບ​ກຳ​ປູ​ເຈຍ, ສຳ​ລັບ​ບັນ​ດາ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ພາກ​ເຫນືອ​ຫວຽດ​ນາມ​ແລ້ວ, ຄວາມ​ຫຍຸ້ງ​ຍາກ​ທຳ​ອິດ ແມ່ນ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ອາ​ກາດ. Chhay Seng Hua, ນັກ​ສຶກ​ສາ​ປີ​ສຸດ​ທ້າຍ​ມະ​ຫາ​ວິ​ທະ​ຍາ​ໄລຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ, ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ ກຳ​ປູ​ເຈຍ ຢູ່ ຫວຽດ​ນາມ ອາ​ຍຸ​ການ 2015-2016 ໃຫ້​ຮູ້​ວ່າ: ຫນຶ່ງ​ໃນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດນັ້ນ​ແມ່ນ​ຕ້ອງ​ລຶ້ງ​ເຄີຍກັບ​ອາ​ກາ​ດ​ຫນາວ​ຈັດ​ຢູ່​ພາກ​ເຫນືອ​ຫວຽດ​ນາມ​ເມື່ອ​ລະ​ດູ​ຫນາວ​ວຽນ​ມາ.

        “ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ແຕກ​ຕ່າງ​ກັນ, ນັບ​ທັງ​ບັນ​ຫາ​ກິນ​ດື່ມ​ແລະ​ການ​ດຳ​ເນີນ​ຊີ​ວິດ ແລະ ພິ​ເສດ​ແມ່ນ​ອາ​ກາດ. ເມື່ອ​ລະ​ດູ​ຫນາວ​ວຽນ​ມາ, ພວກ​ນ້ອງ​ເຄີຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພິ​ເສດ​ພວກ​ເພື່ອນ​ຫາ​ກໍ​ມາ​ຮຽນ​ເຄີຍ​ປະ​ສົບ​ບັນ​ຫາ​ກ່ຽວ​ກັບ​ສຸ​ຂະ​ພາບ.”

        ໂດຍ​ກຳ​ໄດ້​ຄວາມ​ຫຍຸ້ງ​ຍາກ​ນັ້ນ, ບັນ​ດາ​ກະ​ຊວງ​, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ໄດ້​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ, ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ດຳ​ເນີ​ນ​ຊີ​ວິດ​ໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ. ປະ​ລິ​ຍາ​ເອກ ໂງ​ທິ​ກີມ​ຢູງ, ຮອງ​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ຖາ​ປາ​ນິກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຫໍ​ພັກ​ຢູ່​ໂຮງ​ຮຽນ​ພວກ​ຂ້າ​ພະ​ເຈົ້າ​ເຄີຍ​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ບຸ​ລິ​ມະ​ສິດ, ລູ​ກ​ຫລານ​ຂອງ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ດ້ວຍ ຫ້ອງ​​ນອນຫ້ອງ​ລະ 8 ຄົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ, ຕາມ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ກໍ່​ສ້າງ​ຫໍ​ພັກ​ຫລັງ​ຫນຶ່ງ​ຕື່ມ​ອີກ​ສະ​ຫງວນ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ, ຫ້ອງນອນ​ຫ້ອງ​ລະ 2 ຄົນ. ໃນ​ສົກ​ຮຽນ​ນີ້, ກະ​ຊວງກໍ່​ສ້າງ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ສະ​ຫນອງ​ງົບ​ປະ​ມານ​ເກືອບ 100 ຕື້​ດົງ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເພື່ອ​ຍົກ​ລະ​ດັບ​ຫໍ​ພັກ​ທັງ​ໝົດ. ແລະ ຮອດ​ຕົ້ນ​ປີ 2017 ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ບູ​ລະ​ນະ​ສຳ​ເລັດ​ແລ້ວ, ບັນ​ດາ​ເພື່ອນ​ນັກ​ສຶກ​ສາ​ຈະ​ໄດ້​ຊົມ​ໃຊ້​ເງື່ອນ​ໄຂ​ດຳ​ເນ​ີນ​ຊີ​ວິດ​ດີກວ່າ​ອີກ.”

        ແຂວງ ທາຍ​ບີງ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ມີ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ມາ​ຮຽນ​ຫລາຍກວ່າ​ໝູ່​ຢູ່​ຫວຽດ​ນາມ, ດ້ວຍ​ພວກ​ນ້ອງ​ນັກ​ສຶກ​ສາ​ປະ​ມານ 200 ຄົນ​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ ຢູ່ ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ການ​ຢາ​ຂອງ​ແຂວງ. ໃນ​ປີ 2014, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ການ​ຢາ​ແຂວງ ທາຍ​ບີງ ລະ​ດົມ​ບ້ວງ​ເງິນ​ອຸ​ປະ​ຖຳ​ລວມ​ມ​ູນ​ຄ່າ 10.000 USD ເພື່ອ​ຕິດ​ຕັ້ງ​ລະ​ບົບເໝາະ​ນ້ຳ​ຮ້ອນ​ໃຫ້​ນັກ​ສຶກ​ສາ​ກຳ​ປູ​ເຈຍ ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ. ທ່ານ ຫງວຽນ​ກວກ​ຕຽນ, ຮອງ​ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ການ​ຢາ ທາຍ​ບີງ ໃຫ້​ຮູ້​ວ່າ:

        “ປີ 2015, ແຂວງ ທາຍ​ບີງ ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ​ແລະ ກຳ​ປູ​ເຈຍ. ມ​ີ​ສະ​ມາ​ຊິກ​ຈຳ​ນວນ​ຫນຶ່ງ​ໃນ​ສະ​ມາ​ຄົມ​ໄດ້​ກາຍຮັບນັກ​ສຶກ​ສາ ກຳ​ປູ​ເຈຍ​ເປັນ​ລູກ​ຮັກ, ເປັນ​ບ່ອນ​ອີງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ພວກ​ນ້ອງ. ແຕ່​ລະ​ປີ ເມື່ອ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ ​ວຽນ​ມາ, ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ແຂວງ ທາຍ​ບີງ ລ້ວນ​ແຕ່​ຈັດ​ຕັ້ງ​ງານ​ພົບ​ປະ​ກັບ​ນັກ​ສຶກ​ສາ ກຳ​ປູ​ເຈຍ, ມອບ​ຂອງ​ຂວັນ, ຢ້ຽມ​ຢາມ​ພວກ​ນ້ອງ.”

        ສຳ​ລັບ Kao Rottana, ນັກ​ສຶກ​ສາ​ປີທີ 2 ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ, ການ​ຊ່ວຍ​ເຫລືອ, ແບ່ງ​ປັນ​ຢ່າງ​ແທດ​ຈິງ​ແມ່ນ​ມາ​ຈາກ​ບັນ​ດາ​ໝູ່​ເພື່ອນ​ໃນ​ຫ້ອງ​ຮຽນ.

        “ນ້ອງ​ຂໍ​ຂອບ​ອົກ​ຂອບ​ໃຈ​ໝູ່​ເພື່ອນ​ໃນ​ຫ້ອງ​ຮຽນ. ໃນ​ຊຸມ​ປີ​ທຳ​ອິດ​ເຂົ້າ​ຮຽນ, ພວກ​ນ້ອງ​ເວົ້າ​ພາ​ສາ​ຫວຽດ ຍັງ​ບໍ່​ທັນ​ດີ​ປານ​ໃດ, ມີ​ຫລາຍ​ບົດ​​ທີ່​ອາ​ຈານ​ສອນ​ພວກ​ນ້ອງບໍ່​ເຂົ້າ​ໃຈ. ​ແຕ່ໝູ່​ເພື່ອນ​ນັກ​ສຶກ​ສາ​ຫວຽດ​ນາມ​ໄດ້​ຊ່ວຍ​ເຫລືອ​ພວກ​ນ້ອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ພວກ​ນ້ອງ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ເປັນ​ປະ​ຈຳ​ໃນ​ໂອ​ກາດ​​ພິ​ເສດຄື: ເມື່ອ​ເສັງ​ຈົບ​ວິ​ຊາວັນ​ບຸນ​ຕ່າງໆ. ພິ​ເສດ​ໃນ​ບຸນ​ປີ​ໃຫມ່ Chol Chnam Thmay ຂອງ ປ​ະ​ຊາ​ຊົນ ກຳ​ປູ​ເຈຍ ພວກ​ນ້ອງ​ໄດ້​ຈັດ​ຕັ້ງ​ຢູ່​ຫໍ​ພັກ ແລະ ເຊີນ​ພວກ​ເພື່ອນ​ນັກ​ສຶກ​ສາ​ຫວຽດ​ນາມ ມາ​ຮ່ວມເປັນ​ຈຳ​ນວນ​ຫລວງ​ຫລາຍ.”

        ມີ​ພະ​ນັກ​ງານ​ກຳ​ປູ​ເຈຍກວ່າ 2000 ຄົນ​ເຄີ​ຍ​ໄດ້​ຮັບ​ການ​ບຳ​ລ​ຸງ​ສ້າງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ ພວມ​ປະ​ຕິ​ບັດ​ງານ​ໃນ​ຖາ​ນະ​ຕຳ​ແຫນ່ງ​ທີ່​ແຕກ​ຕ່າງ​ກັນ​ໃນ​ກົງ​ຈັກ​ລັດນີ້ ແມ່ນ​ພະ​ຍານ​ຫລັກ​ຖານ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ການ​ຊ່ວຍ​ເຫລືອ​ຢ່າງ​ແທດ​ຈິງ ຊື່ງ​ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່ ກຳ​ປູ​ເຈຍ. ທ່ານ Prak Nguon Hong, ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາມ​ເຕັມ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ນັ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ຄູ​ອາ​ຈານ, ບັນ​ດາ​ນັກ​ອຸ​ປະ​ຖຳ​ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ ນັກ​ສຶກ​ສາ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການ​ຫນູນ​ຊ່ວຍ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ. ອາ​ລົມ​ຈິດ​ອັນ​ດີ​ງາມ, ການ​ແບ່ງ​ປັນ​ຄວາ​ມ​ສາ​ມັກ​ຄີ​ຂອງ​ສອງ​ຊາດ​ພວກ​ເຮົາ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ປະ​ກອບ​ສ່ວນ​ຮັກ​ສາ​ນ້ຳ​ໃຈ​ມິດ​ຕະ​ພາບ​ສອງ​ຝ່າຍ ກຳ​ປູ​ເຈຍ -ຫວຽດ​ນາມ, ມຸ່ງ​ໄປ​ເຖິງ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ການ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ໃນ​ປີ 2017”

ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຫວຽດ​ນາມ ຈະ​ສຸມ​ໃສ່​ບ​ຳ​ລຸງ​ພາ​ສາ​ຫວຽດ ແລະ ພາ​ສາ​ຫວຽດ​ສະ​ເພາະ​ຂະ​ແຫນງ​ໃຫ້​ແກ່​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ໃນ​ຕະ​ຫລອດ​ວິ​ວັດ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ. ສິ່ງ​ດັ່ງ​ກ່າວບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ການ​ສຶກ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ໃຫ້ນັກ​ສຶກ​ສາ​ກຳ​ປູ​ເຈຍ ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ