ຫວນຄືນ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ພາຍຫລັງ 63 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1955 - 2018) ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 - 2018), ການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ພວມກ້າວເຂົ້າສູ່ໄລຍະການພັດທະນາໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ, ພິເສດແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການຄ້າ, ການລົງທຶນ ແລະ ສັງຄົມ, ໃນຂອບເຂດ ອາຊຽນ ຫຼື ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

ເນື່ອງໃນໂອກາດປີໃໝ່ ຄ.ສ 2019, ນັກຂ່າວ VOV5 ມີການສຳພາດທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ກ່ຽວກັບບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ 2 ປະເທດໃນຕະຫລອດ 5 ປີຜ່ານມາ ແລະ ພິເສດແມ່ນໃນປີ 2018.

ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍຂອບໃຈທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ທີ່ໄດ້ສະຫຼະເວລາມາຕອບສຳພາດຢູ່ຫ້ອງອັດສຽງ VOV5. ຂໍຮຽນທ່ານ, ປີ 2018, ຫວຽດນາມ ແລະ ອິນໂດເນເຊຍ ສ້າງເປັນຂີດໝາຍ 5 ປີແຫ່ງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.  ຂໍໃຫ້ທ່ານຈົ່ງຕີລາຄາສັງລວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃນຮອບເວລາ 5 ປີຜ່ານມາ.

ຂໍຂອບໃຈ. ປີນີ້ ພວກເຮົາຈົ່ງຫວນຄືນ 3 ເສົາຄ້ຳແມ່ນ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ - ການສຶກສາ. ກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ການພົວພັນ 2 ປະເທດບົນຈິດໃຈມິດຕະພາບ, ການຮ່ວມມືຢ່າງແໜ້ນແຟ້ນທີ່ສຸດໃນກຸ່ມ ອາຊຽນ. ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນບັນດາການຢ້ຽມຢາມ ແລະ ບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບ ຫວຽດນາມ ແລະ ອິນໂດເນເຊຍ. ກ່ຽວກັບເສດຖະກິດ - ການຄ້າ, ພວກເຮົາບັນລຸໄດ້ວົງເງິນການຄ້າ 2 ສົ້ນປີ 2017 ແມ່ນ 6,8 ຕື້ USD ແລະ ປີ 2018 ບັນລຸປະມານ 7,8 ຕື້ USD. ໃນຂົງເຂດສັງຄົມ, ການພົວພັນແລກປ່ຽນປະຊາຊົນ, ພວກເຮົາຍົກສູງການພົວພັນປະຊາຊົນ, ພິເສດແມ່ນມຸ່ງໄປເຖິງລຸ້ນໜຸ່ມ. ເບິ່ງລວມແລ້ວ, 5 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດມີການພັດທະນາດີທີ່ສຸດ ແລະ ການພົວພັນ 2 ປະເທດນັບມື້ນັບສະໜິດແໜ້ນກ່ວາອີກ.

ປີ 2018, 2 ປະເທດໄດ້ດຳເນີນບັນດາເຫດການໃຫຍ່, ພິເສດແມ່ນການຢ້ຽມຢາມຂັ້ນສຸດຍອດຂອງການນຳ 2 ປະເທດ. ຂໍຮຽນທ່ານຈົ່ງຫວນຄືນບັນດາເຫດການນີ້ ແລະ ຄວາມໝາຍຂອງບັນດາເຫດການນັ້ນມີຄືແນວໃດ?

ການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດສ້າງຕັ້ງໃນ 5 ປີຜ່ານມາ ໄດ້ສ້າງຂີດໝາຍບັນດາການເຄື່ອນໄຫວຂັ້ນສູງທຳອິດໃນປະຫວັດສາດການພົວພັນທາງການທູດ 2 ປະເທດ. ນັ້ນແມ່ນການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ພັກກອມທມູນິດ ຫວຽດນາມ (08/2017). ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນທາງການທູດລະຫວ່າງ 2 ປະເທດ ຍ້ອນວ່າກ່ອນນັ້ນ ມີພຽງປະທານປະເທດ ໂຮ່ຈີມິນ ເທົ່ານັ້ນ ແລະ ເປັນເວລາດົນນານຫລັງຈາກນັ້ນທີ່ບໍ່ມີການຢ້ຽມຢາມຂັ້ນສູງຄືແນວນີ້ ຈົນມາຮອດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຢ້ຽມຢາມນີ້ ໄດ້ສ້າງກາລະໂອກາດ ແລະ ການໝັ້ນໝາຍຫລາຍຢ່າງໃນບັນດາຂົງເຂດ, ພິເສດແມ່ນດ້ານເສດຖະກິດ ແລະ ສົງຄົມ. ຫລັງຈາກນັ້ນ, ແມ່ນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ ໃນຂອບເຂດກອງປະຊຸມ APEC (11/2017) ແລະ ປີ 2018 ນີ້, ທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ WEF (09/2018) ແລະ ຫລັງຈາກນັ້ນໜຶ່ງເດືອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ໃນຂອບເຂດເຂົ້າຮ່ວມກອງປະຊຸມປະຈຳປີ IMF-WB ຢູ່ ບາລີ.

ໃນບັນດາການພົບປະຂັ້ນສຸດຍອດ, ເສດຖະກິດແມ່ນໜຶ່ງໃນບັນດາຂົງເຂດສຳຄັນທີ່ໄດ້ຮັບຄວາມສົນໃຈທີ່ສຸດ. 2 ປະເທດໄດ້ວາງອອກຄາດໝາຍບັນລຸວົງເງິນການຄ້າ 2 ຝ່າຍ 10 ຕື້ USD. ພວກເຮົາຄວນສືບຕໍ່ເຮັດຫຍັງເພື່ອປະຕິບັດໄດ້ຄາດໝາຍດັ່ງກ່າວ.

ທາງຝ່າຍສະຖານທູດ ອິນໂດເນເຊຍ, ພວກຂ້າພະເຈົ້າໄດ້ຍູ້ແຮງບັນດາຜະລິດຕະພັນ ເຊິ່ງ ຫວຽດນາມ ມີຄວາມຕ້ອງການ. ປີຜ່ານມາ, ຫວຽດນາມ ນຳເຂົ້າຖ່ານຫີນຈາກ ອິນໂດເນເຊຍ ເພີ່ມຂຶ້ນກ່ວາ 50%. ສິ່ງດັ່ງກ່າວ ໄດ້ຊ່ວຍພັດທະນາບັນດາຂະແໜງນຳໃຊ້ພະລັງງານຖ່ານຫີນນີ້. ຫລັງຈາກນັ້ນ, ຫວຽດນາມ ໄດ້ມີນະໂຍບາຍໃໝ່ກ່ຽວກັບພາສີເໝາະສົມ, ດັ່ງນັ້ນ ເລື່ອງນຳເຂົ້າລົດໂອໂຕຈາກ ອິນໂດເນເຊຍ ມາ ຫວຽດນາມ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັບແຕ່ເດືອນ ກັນຍາ 2017. ດ້ານອື່ນ, ອິນໂດເນເຊຍ ນຳເຂົ້າເຂົ້າສານຈາກ ຫວຽດນາມ 700.000 ໂຕນ. ດັ່ງນັ້ນ, ບົດບາດຂອງ ຫວຽດນາມ ໃນການຊ່ວຍເຫຼືອ ອິນໂດເນເຊຍ ໃນຂົງເຂດກະສິກຳແມ່ນໃຫຍ່ຫລວງທີ່ສຸດ. ການລົງທຶນບັນດາໂຄງການກໍ່ພວມພັດທະນາ. ໄລຍະມໍ່ໆມານີ້, ອິນໂດເນເຊຍ ພວມມີໂຄງການກໍ່ສ້າງໂຮງງານໄຟຟ້າຢູ່ ບາວີ, ຮ່າໂນ້ຍ. ດ້ວຍທ່າພັດທະນານີ້, ຂ້າພະເຈົ້າປາດຖະໜາວ່າປີ 2019 ວົງເງິນການຄ້າ 2 ຝ່າຍຈະບັນລຸໄດ້ 9 ຕື້ USD ແລະ ຄາດໝາຍ 10 ຕື້ USD ຈະບັນລຸໄດ້ໃນປີ 2020.

ຂໍຮຽນທ່ານ, ໃນໄລຍະຈະມາເຖິງ, 2 ປະເທດຄວນເຮັດຫຍັງ ເພື່ອເຮັດໃຫ້ການພົວພັນ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງຕື່ມອີກ?

ທາງຝ່າຍ ອິນໂດເນເຊຍ, ພວກຂ້າພະເຈົ້າຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ພິເສດແມ່ນສຸມໃສ່ເຂົ້າໃນດ້ານການຄ້າ ແລະ ເສດຖະກິດ. ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນສູງຄືແຕ່ 6 7%/ປີ, ການເຕີບໂຕຂອງ ອິນໂດເນເຊຍ ເປັນປົກກະຕິຢູ່ລະດັບ 5%, ສະນັ້ນ, ການເຕີບໂຕລະຫວ່າງ 2 ປະເທດແມ່ນຄ້າຍຄືກັນ. ທ້າຍປີ 2018 ຜ່ານມາ, ສະຖານທູດ ອິນໂດເນເຊຍ ໄດ້ຈັດຕັ້ງສັບປະດາແລກປ່ຽນກ່ຽວກັບ ກາເຟ. ຜ່ານເຫດການນີ້, ພວກຂ້າພະເຈົ້າຢາກຍູ້ແຮງການຮ່ວມມືໃນຂົງເຂດນີ້. ຫລັງຈາກນັ້ນແມ່ນສັບປະດາ ຊຸດອາພອນ ແລະ ເສີມສວຍ ອິນໂດເນເຊຍ. ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າຢາກເນັ້ນໜັກເຖິງເລື່ອງຍູ້ແຮງການພົບປະແລກປ່ຽນປະຊາຊົນ. ໃນນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວຄືສອນພາສາ ອິນໂດເນເຊຍ, ສ້າງກາລະໂອກາດໃຫ້ນັກສຶກສາ ຫວຽດນາມ ຮຽນພາສາ ອິນໂດເນເຊຍ, ຍູ້ແຮງການພົວພັນຍຸດທະສາດກັບບັນດາມະຫາວິທະຍາໄລ. ເດືອນ ທັນວາ ຜ່ານມາ, ພວກຂ້າພະເຈົ້າໄດ້ຈັດຕັ້ງການສະແດງດົນຕີປະສານສຽງດ້ວຍການເຂົ້າຮ່ວມຂອງກ່ວາ 1000 ຄົນ, ມຸ່ງໄປເຖິງໄວໜຸ່ມ. ຜ່ານນັ້ນ, ພວກຂ້າພະເຈົ້າຢາກຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ. ຫວັງວ່າໃນປີໃໝ່ນີ້ ຈະນຳເອົາບັນຍາກາດອັນໃໝ່ມາສູ່ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ເພື່ອໃຫ້ການພົວພັນນີ້ນັບມື້ນັບພັດທະນາຄືດັ່ງຄວາມປາດຖະໜາຂອງທັງ 2 ຝ່າຍ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍອວຍພອນທ່ານເອກອັກຄະລັດຖະທູດ ແລະ ພັນລະຍາຈົ່ງຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ.

      

ຕອບກັບ

ຂ່າວ/ບົດ​ອື່ນ