ຫວຽດນາມ ກຳປູເຈຍ ເພີ່ມທະວີກົນໄກຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາ

(VOVWORLD)-50 ປີຜ່ານມາ  ນັບແຕ່ເມື່ອຫວຽດນາມ ແລະ ກຳປູເຈຍ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຮອບດ້ານ. ການພົວພັນລະຫວ່າງສອງປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ, ເພາະວ່າ ຄຽງຂ້າງຄວາມຕັດສິນໃຈດ້ານການເມືອງຂອງການນຳຂັ້ນສູງສອງປະເທດ, ບັນດາກົນໄກຮ່ວມມືສອງຝ່າຍໄດ້ຮັບການສ້າງຂຶ້ນເທື່ອລະກ້າວ ແລະ ໄດ້ສວມບົດບາດສຳຄັນສຳລັບການຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຫວຽດນາມ ກຳປູເຈຍ ເພີ່ມທະວີກົນໄກຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ກຳປູເຈຍ

ປະຈຳຫວຽດນາມ Prak Nguon Hong

ກ່ອນອື່ນໝົດແມ່ນເລື່ຶ່ອງ ຄະນະກຳມະການປະສົມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ເຄື່ອນໄຫວຕາມກົນໄກຮ່ວມມືລະຫວ່າງລັດຖະບານສອງປະເທດ. ກົນໄກນີ້ໄດ້ຮັບການສ້າງຂຶ້ນຢ່າງເປັນທາງການເມື່ອປີ 1994 ໂດຍນາຍົກລັດຖະມົນຕີສອງປະເທດມອບໃຫ້ລັດຖະມົນຕີການຕ່າງປະເທດຂອງແຕ່ລະປະເທດຮັບຜິດຊອບບົດບາດເປັນປະທານຄະນະກຳມາທິການຮ່ວມມື. ບັນດາກອງປະຊຸມຂອງຄະນະກຳມະການປະສົມ ຫວຽດນາມ ກຳປູເຈຍ ໄດ້ຮັບການຈັດຂຶ້ນປະຈຳປີ. ເພື່ອແນໃສ່ຫັນກົນໄກຮ່ວມມືລະຫວ່າງລັດຖະບານສອງປະເທດໃຫ້ປະກົດຜົນເປັນຈິງ ສອງຝ່າຍໄດ້ແລກປ່ຽນບັນດາຄະນະການນຳຂັ້ນສູງ, ຄະນະຜູ້ແທນຄະນະກຳມະການສະເພາະກິດທຸກຂັ້ນ ເພື່ອແບ່ງປັນບົດຮຽນໃນການສ້າງກົດໝາຍ, ຕິດຕາມກວດກາ, ຫນູນຊ່ວຍການບຳລຸງສ້າງພະນັກງານ. ພ້ອມກັບບັນດາກົນໄກຮ່ວມມືລະຫວ່າງສູນກາງ, ບັນດາກະຊວງ, ຄະນະ, ຂະແຫນງການຂອງສອງປະເທດລ້ວນແຕ່ມີການພົວພັນຮ່ວມມືລະອຽດ, ປະຕິບັດຕາມຂໍ້ຕົກລົງຮ່ວມມືປະຈຳປີ. ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ແລະ ກະຊວງຖະແຫລງຂ່າວກຳປູເຈຍ ໄດ້ສ້າງຕັ້ງກົນໄກແລກປ່ຽນຂໍ້ມູນຂ່າວສານ ແລະ ນັກຂ່າວລະຫວ່າງສອງປະເທດ. ກະຊວງສຶກສາ, ບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາ, ຊາວຫນຸ່ມ ແລະ ກິລາ ກຳປູເຈຍ ກໍ່ໄດ້ສ້າງກົນໄກແລກປ່ຽນ, ພົວພັນແລກປ່ຽນ ແລະ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ຕີລາຄາສູງກົນໄກຮ່ວມມືບຳລຸງສ້າງແຫລ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ, ພິເສດແມ່ນຄວາມເອົາໃຈໃສ່ຊ່ວຍເຫລືອບຳລຸງສ້າງແຫລ່ງຊັບພະຍາກອນມະນຸດຂອງຫວຽດນາມ ສະຫງວຽນໃຫ້ແກ່ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ Prak Nguon Hong ເວົ້າວ່າ:

ຕາງຫນ້າໃຫ້ລັດຖະບານ ກຳປູເຈຍ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ, ບັນດາກະຊວງ ຂະແຫນງການຂອງຫວຽດນາມ ທີ່ໄດ້ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ກຳປູເຈຍ. ສິ່ງດັ່ງກ່າວໄດ້ປະກອບສ່ວສຳຄັນຊຸກຍູ້ປະເທດກຳປູເຈຍ ໃຫ້ນັບມື້ນັບພັດທະນາພາຍໃຕ້ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີກຳປູເຈຍ Somdech Hunsen . ປະຈຸບັນ ກຳປູເຈຍ ຈາກປະເທດມີລາຍຮັບຕ່ຳ ກາຍເປັນປະເທດມີລາຍຮັບປານກາງ ແລະ ລະດັບການເຕີບໂຕເສດຖະກິດສະເລ່ຍບັນລຸ 7%

ຫວຽດນາມ ກຳປູເຈຍ ເພີ່ມທະວີກົນໄກຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາ - ảnh 2ກອງປະຊຸມ ຄະນະກຳມະການປະສົມຫວຽດນາມ - ກຳປູເຈຍ ຄັ້ງທີ 5

        ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີເສັ້ນຊາຍແດນຮ່ວມທາງບົກດ້ວຍຄວາມຍາວກວ່າ 1.100 ກີໂລແມັດ, ຜ່ານ 10 ແຂວງຂອງຫວຽດາມ  ແລະ 9 ແຂວງ ຂອງກຳປູເຈຍ. ນັ້ນແມ່ນທ່າໄດ້ປຽບອັນໃຫຍ່ຫລວງກ່ຽວກັບດ້ານພູມສາດເພື່ອຊຸກຍູ້ການເຄື່ອນໄຫວຄ້າຂາຍ, ການຄ້າ ແລະ ການແລກປ່ຽນສິນຄ້າ. ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດ, ການນຳຫວຽດນາມ ແລະ ກຳປູເຈຍ ໄດ້ກຳນົດວ່າ: ວຽກງານເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງຊາຍແດນ ຍາມໃດກໍແມ່ນບັນຫາສຳຄັນກວ່າໝູ່.  ຕາມຂໍ້ຕົກລົງລະຫວ່າງສອງຝ່າຍປີ 2004, ກົນໄກກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງ ຊາຍແດນ ໄດ້ຮັບການສ້າງຂຶ້ນ ແລະ ຖືກຈັດຂຶ້ນປະຈຳປີ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ ແລະ ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນເຈົ້າພາບຮ່ວມຈັດຕັ້ງ. ສອງຝ່າຍ ໄດ້ສົມທົບນຳກັນຢ່າງແຫນ້ນແຟ້ນໃນການຄຸ້ມຄອງເຂດຊາຍແດນ, ຮັກສາການລາດຕະເວນສອງຝ່າຍ, ເປັນເຈົ້າການໃນການຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງບັນດາປະເພດອາດຊະຍາກຳ, ມີຄຳໝັ້ນສັນຍາຕໍ່ຫລັກການບໍ່ອະນຸຍາດໃຫ້ບັນດາກຳລັງທີ່ເປັນປໍລະປັກນຳໃຊ້ເຂດດິນແດນສອງປະເທດ ເພື່ອທຳລາຍການພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ. ວຽກງານຂີດເສັ້ນຊາຍແດນ ປັກຫລັກໝາຍຊາຍແດນທາງບົກລະຫວ່າງສອງປະເທດກໍ່ໄດ້ຮັບການຊຸກຍູ້. ຕາມ ພົນຈັດຕະວາ ຮ່ວາງກຽນ, ຮອງຫົວຫນ້າຄະນະຊີ້ນຳໂຄງການສ້າງເສັ້ນທາງ ລາດຕະເວນຊາຍແດນ ຫວຽດນາມ ລາວ ກຳປູເຈຍແລ້ວ: ຜ່ານບັນດາກອງປະຊຸມ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຢູ່ເຂດຊາຍແດນສອງປະເທດ ລ້ວນແຕ່ຢືນຢັນ ນີ້ແມ່ນກົນໄກຮ່ວມມືຢ່າງມີປະສິດທິຜົນ, ຊ່ວຍເຫລືອບັນດາທ້ອງຖິ່ນຢູ່ເຂດຊາຍແດນສອງປະເທດ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະກັນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຈາກຕົວຈິງຂອງແຕ່ລະທ້ອງຖິ່ນ. ພິເສດ ແມ່ນກົນໄກນີ້ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັບປະກັນສະຖຽນລະພາບ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນລະຫວ່າງສອງປະເທດ.

ສະພາບການຄວາມສະຫງົບປອດໄພເຂດຊາຍແດນລະຫວ່າງຫວຽດນາມ ແລະກຳປູເຈຍ ມີຄວາມສະຖຽນລະພາບ ຈະນຳມາເຊິ່ງສັນຕິພາບມິດຕະພາບໃຫ້ສອງປະເທດ, ສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດໄປມາຢ້ຽມຢາມ, ແລກປ່ຽນນຳກັນ. ຖ້າຫາກມີຂໍ້ຄົງຄ້າງໃດ, ພວກຂ້າພະເຈົ້າພ້ອມກັນເຈລະຈາ, ສ້າງຄວາມເຫັນດີເຫັນພ້ອມລະຫວ່າງສອງຝ່າຍ ເພື່ອສ້າງການພົວພັນອັນດີງາມໃຫ້ແກ່ສອງປະເທດ.

ພ້ອມກັບບັນດາກົນໄກຮ່ວມມືລະຫວ່າງບັນດາຄະນະ, ຂະແຫນງການ ກົນໄກການທູດປະຊາຊົນກໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ໃນນັ້ນ ມີການຮ່ວມມືລະຫວ່າງ ແນວໂຮມປະເທດຊາດຫວຽດນາມ ກັບແນວໂຮມຄວາມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ, ຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ກັບສະມາຄົມຊາວຫນຸ່ມ ກຳປູເຈຍ, ສະຫະພັນແມ່ຍິງຫວຽດນາມ ກັບສະມາຄົມແມ່ຍິງ ກຳປູເຈຍ ເພື່ອສັນຕິພາບ ແລະ ພັດທະນາ, ສະມາຄົມມິດຕະພາບຫວຽດນາມ ກຳປູເຈຍກັບສະມາຄົມມິດຕະພາບກຳປູເຈຍ ຫວຽດນາມ. ໃນໄລຍະຜ່ານມາ, ບັນດາອົງການນີ້ ໄດ້ມີການເຄື່ອນໄຫວອຸດົມສົມບູນ ແລະ ແທດຈິງ ຫລາຍຢ່າງ. ທ່ານຫວູໝາວ ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຖືວ່າ ລຸ້ນຫນຸ່ມໃນອະນາຄົດຈະແມ່ນຂົວຕໍ່ຮັກສາການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ກຳປູເຈຍ. ພວກຂ້າພະເຈົ້າ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງບັນດານັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ຫວຽດນາມ.”

        ບັນດາກົນໄກຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ໄດ້ສວມບົດບາດສຳຄັນສຳລັບການພັດທະນາຂອງການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດຫວຽດນາມ ແລະກຳປູເຈຍ. ການພົວພັນທີ່ເປັນມູນເຊື້ອນີ້ ໄດ້ ແລະ ພວມໄດ້ຮັບການຮັກສາ, ເສີມຂະຫຍາຍຈາກການນຳ, ປະຊາຊົນສອງປະເທດ ຫວຽດນາມ ແລະ ກຳປູເຈຍ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ