ຫວຽດນາມ ມານະພະຍາຍາມຊຸກຍູ້ຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ

ຫວຽດນາມ ມານະພະຍາຍາມຊຸກຍູ້ຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: ​ໂດ໋ກວຽນ /TTXVN ປະ​ຈຳ​ອິນ​ໂດ​ເນ​ເຊຍ)

(vovworld) – ກອງ​ປະ​ຊຸມ​ຄັ້ງ​ທີ 51 ກຸ່ມ​ຮັບ​ຜິດ​ຊອບ​ຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່ ອາ​ຊຽນ (IAITF) ດຳ​ເນີນ​ໃນ​ວັນ​ທີ 31/3 ທີ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊ​ຽ​ນ ຢູ່ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຫງວຽນ​ແຮ່ວງ​ນຳ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ, ຫົວ​ໜ​້າ​ຄະ​ນະ​ປະ​ຕິ​ບັດ​ງານ​ ຫວຽດ​ນາມ ​ປະ​ຈຳ ອາ​ຊຽນ. ນີ້​ແມ່ນ​ການ​ພົບ​ປະ​ທຳ​ອິດ​ໃນ​ອາ​ຍຸ​ການ ຫວຽດ​ນາມ ເປັນ​ປະ​ທານ​ກຸ່ມ​ຮັບ​ຜິດ​ຊອບ​ປີ 2017. ກ່າວ​ຄຳ​ເຫັນ​ໄຂກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ຫວູ​ແຮ່ວງ​ນຳ ຢັ້ງ​ຢືນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ປະ​ທານ​ກຸ່ມ​ຮັບ​ຜິດ​ຊອບ IAI ປີ 2017, ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸ​ດ​ຄ​ວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ​ຸ​ກ​ຍູ້​ຜັນ​ຂະ​ຫຍາຍ​ແຜ​ນ​ການ​ປະ​ຕິ​ບັດ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜ່ານນັ້ນ ສ້າງ​ທ່າ​ຜັນ​ຂະ​ຫຍາຍ​ໃນ​ຊຸມ​ປີ​ຕໍ່​ໄປ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ຫວູ​ແຮ່ວງ​ນຳ ກໍ່​ເນ​ັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ຂໍ້​ລິ​ເລີ່ມເຊື່ອມ​ຕໍ່ ອາ​ຊຽນ (IAI) ແມ່ນ​ຂອບ​ເຂດຫຼັກ​ແຫຼ່ງ​ໃຫ້​ແກ່​ການ​ຮ່ວມ​ມື​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດ​ທະ​ນາ​ໃນ ອາ​ຊຽນ ກໍ່​ຄື​ລະ​ຫວ່າງ ອາ​ຊຽນ​ກັບ​ພາຍນອກ.


ຂ່າວ/ບົດ​ອື່ນ