ອິນໂດເນເຊຍ ຊຸກຍູ້ການໂຄສະນາການທ່ອງທ່ຽວຢູ່ຫວຽດນາມ

(Vovworld)- ອິນໂດເນເຊຍແມ່ນທຸກສິ່ງທຸກຢ່າງທີ່ທ່ານອາດຈະວາດພາບເຖິງ”, “ອິນໂດເນເຊຍ - ສະຖານທີ່ມີອາຫານການກິນທີ່ແຊບນົວ ” … ນັ້ນແມ່ນຫນຶ່ງໃນບັນດາຄຳຂວັນໂດຍຜູ້ຕາງຫນ້າບັນດາບໍລິສັດທ່ອງທ່ຽວ ອິນໂດເນເຊຍ ນຳໃຊ້ເມື່ອແນະນຳໂດຍສັງເຂບກ່ຽວກັບຄວາມງາມຂອງປະເທດ ອິນໂດເນເຊຍ ທີ່ກອງປະຊຸມສຳມະນາທ່ອງທ່ຽວ “Indonesia Toursim Table Top” ໂດຍກະຊວງທ່ອງທ່ຽວ ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 5/4 ຢູ່ ຮ່າໂນ້ຍ. ເຫດການນີ້ ແມ່ນໂອກາດເພື່ອໃຫ້ 15 ບໍລິສັດທ່ອງທ່ຽວທີ່ຕາງຫນ້າຂະແຫນງທ່ອງທ່ຽວ ອິນໂດເນເຊຍ ແລະ 40 ສາຂາທ່ອງທ່ຽວ, ບໍລິສັດທ່ອງທ່ຽວຫວຽດນາມພົບປະກັນ ເພື່ອແນໃສ່ຊອກຫາກາລະໂອກາດການຮ່ວມມືຊຸກຍູ້ການພັດທະນາການທ່ອງທ່ຽວ.

ອິນໂດເນເຊຍ ຊຸກຍູ້ການໂຄສະນາການທ່ອງທ່ຽວຢູ່ຫວຽດນາມ - ảnh 1
ບັນດາບໍລິສັດທ່ອງທ່ຽວເຂົ້າຮ່ວມກອງປະຊຸມສຳມະນາ

        “ສະບາຍດີ! ຂ້າພະເຈົ້າຊື່ວ່າ Febriana, ມື້ນີ້ ຂ້າພະເຈົ້າຂໍແນະນຳກ່ຽວກັບອິນໂດເນເຊຍ ໃຫ້ພວກທ່ານໄດ້ຮັບຊາບ. ທ່ານໃດໄດ້ມາຢ້ຽມຢາມ ອິນໂດເນເຊຍ, ບາລີ, ຈາກາຕາ, ຫລື ບໍ່ວ່າສະຖານທີ່ທ່ອງທ່ຽວແຫ່ງໃດຢູ່ ອິນໂດເນເຊຍແລ້ວ.?

        ຕອບຄຳຖາມຂອງນາງ Febriana Budiman, ຜູ້ຊ່ຽວຊານທ່ອງທ່ຽວມາຈາກ ອິນໂດເນເຊຍ, ມີແຂກເຂົ້າຮ່ວມ ຈຳນວນຫນຶ່ງໃຫ້ຮູ້ວ່າ: ເຂົາເຈົ້າໄດ້ໄປຢ້ຽມຢາມ ບາລີແລ້ວ. ນັ້ນບໍ່ແມ່ນສິ່ງທີ່ແປກປະຫລາດ. ເພາະວ່າ ບາລີ ແຕ່ດົນນານມາແລ້ວໄດ້ຮັບການຂະຫນານນາມວ່າແມ່ນແດນສະຫວັນແຫ່ງການທ່ອງທ່ຽວທີ່ມີຊື່ສຽງໃນໂລກ. ເຖິງຢ່າງໃດກໍຕາມ, ບໍ່ພຽງແຕ່ຢູ່ ບາລີ ເທົ່ານັ້ນ, ອິນໂດເນເຊຍ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ດູດດື່ມ ດ້ວຍຄວາມສວຍງາມແບບທຳມະຊາດຂອງບັນດາຫາດຊາຍທະເລ, ຈອມພູພະຈົນໄພ, ພື້ນຖານວັດທະນະທຳເປັນຫລາຍຮູບຫລາຍສີຕະຫລອດຮອດແບບແຜນການດຳລົງຊີວິດ, ການເຄື່ອນໄຫວຊື້ຂາຍສິນຄ້າທີ່ຟົດຟື້ນ ແລະ ອາຫານການກິນອຸດົມສົມບູນ ດ້ວຍບັນດາຮ້ານອາຫານຕາມຖະຫນົນ, ຮ້ານກາເຟທີ່ຈັບອົກຈັບ.

        ໃນການແນະນຳມາເປັນເວລາ 3 ນາທີ, ຜູ້ຕາງຫນ້າຂອງ 15 ບໍລິສັດທ່ອງທ່ຽວມາຈາກ ບາລີ, ຈາກາຕາ, ຢອກຈາກາຕາ, ບານດູງ.. ໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວດູດດື່ມ ຊື່ງບໍລິສັດເຂົາເຈົ້າຂຸດຄົ້ນ. ທ່ານນາງ Hanny, ຜູ້ຕາງຫນ້າບໍລິສັດ  Riztour Indowisata, ມີສຳນັກງານຢູ່ນະຄອນ Batam ແລະ ທ່ານນາງ Bernadette Jane, ຫົວຫນ້າພະແນກບໍລິຫານ ບໍລິສັດ The Sun Explorer, ມີສຳນັກງານຢູ່ ຈາກາຕາ ໃຫ້ຮູ້ວ່າ:

        “ຈາກ ສິງກະໂປ ມີຫລາຍຖ້ຽວບິນ ບິນເຖິງ Batam ແລະ ພຽງເສຍເວລາປະມານຫນຶ່ງຊົ່ວໂມງເທົ່ານັ້ນ. ນອກນັ້ນ Batam ມໍ່ກັບມາເລເຊຍ. ສະນັ້ນ ໃນລາຍການທ່ອງທ່ຽວ ນັກທ່ອງທ່ຽວອາດຈະໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ 3 ແຫ່ງ ນັ້ນແມ່ນ: Batam, ມາເລເຊຍ, ສິງກະໂປ. ຢູ່ Batam ມີວັດຫລາຍແຫ່ງ, ມີຂົວ Barelang ທີ່ມີຊື່ສຽງ ເຊື່ອມຕໍ່ກັບເກາະ 3 ແຫ່ງ, ບັນດາຫາດຊາຍທະເລສວຍງາມ. ພິເສດຢູ່ທີ່ນີ້ ມີເຂດປູຊະນີຍະສະຖານຫໍພິພິດທະພັນ “ໝູ່ບ້ານຫວຽດນາມ”, ຊື່ງແມ່ນບ່ອນຢູ່ອາໄສຂອງຊາວຫວຽດ ກ່ອນນີ້ ຢູ່ Batam”

         “ຂ້າພະເຈົ້າມີຫນ້າທີ່ອະທິບາຍຢ່າງຈະແຈ້ງໃຫ້ຄູ່ຮ່ວມມືຫວຽດນາມວ່າ ຢູ່ ອິນໂດເນເຊຍ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ ເພາະວ່າ ກ່ອນນີ້ ເຂົາເຈົ້າພຽງຮູ້ຈັກເຖິງ ຈາກາຕາ ແລະ ບາລີເທົ່ານັ້ນ. ຫລາຍຄົນມີຄວາມແປກປະຫລາດໃຈເມື່ອຂ້າພະເຈົ້າແນະນຳເກາະ Komodo, ນະຄອນ Yogyakarta ແລະ Bromo  ຊື່ງແມ່ນບບັນດາສະຖານທີ່ນັກທ່ອງທ່ຽວສາມາດຊົມທິວທັດທີ່ສວຍງາມຂອງແສງອະລຸນ ຫລື ຍາມສາຍັນ.”

 

ອິນໂດເນເຊຍ ຊຸກຍູ້ການໂຄສະນາການທ່ອງທ່ຽວຢູ່ຫວຽດນາມ - ảnh 2
ທ່ານ Pupung Thariq Fadhillah, ຮອງຫົວຫນ້າກົມສົ່ງເສີມ ກະຊວງທ່ອງທ່ຽວ ອິນໂດເນເຊຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

        ພາຍຫລັງອັດກອງປະຊຸມສຳມະນາທີ່ແກ່ຍາວມາເປັນເວລາ 2 ຊົ່ວໂມງ, ບັນດາຄູ່ຮ່ວມມືທ່ອງທ່ຽວຫວຽດນາມ ໄດ້ມີບັນດາຄຳໝັ້ນສັນຍາທີ່ຈະຮ່ວມມືກັບບັນດາບໍລິສັດທ່ອງທ່ຽວ ອິນໂດເນເຊຍ ແລະ ແຂກເຂົ້າຮ່ວມສ່ວນຫລາຍມີຄວາມຮູ້ສຶກເພິ່ງພໍໃຈ. ທ່ານນາງ ຟ້າມມາຍເຟືອງ ພະນັກງານ ບໍລິສັດທ່ອງທ່ຽວສາກົນ ກີມລຽນ ຊື່ງແມ່ນຫນຶ່ງໃນບັນດາບໍລິສັດເຄີຍຈັດຕັ້ງໃຫ້ແຂກຫວຽດນາມ ໄປທ່ອງທ່ຽວຢູ່ຕ່າງປະເທດ, ໃນນັ້ນ ມີອິນໂດເນເຊຍ ໃຫ້ຮູ້ວ່າ:

“ໝາກຜົນຂອງກອງປະຊຸມສຳມະນາມື້ນີ້ປະສົບຜົນສຳເລັດ, ພວກຂ້າພະເຈົ້າໄດ້ຮັບຂໍ້ມູນຂ່າວທີ່ມີປະໂຫຍດຫລາຍຢ່າງ, ພິເສດຜ່ານລາຍການນີ້ ພວກຂ້າພະເຈົ້າໄດ້ຮູ້ຈັກເຖິງສະຖານທີ່ທ່ອງທ່ຽວຫລາຍແຫ່ງຕື່ມອີກຢູ່ ອິນໂດເນເຊຍ ແລະ ບັນດາການບໍລິການທີ່ຈັບອົກຈັບໃຈ.”

        ເຖິງຢ່າງໃດກໍຕາມ ປະຈຸບັນ ຍັງປະສົບກັບຄວາມຫຍຸ້ງຍາກຈຳນວນຫນຶ່ງໃນການສົ່ງເສີມຮ່ວມມືການທ່ອງທ່ຽວລະຫວ່າງສອງປະເທດ. ເພາະສະນັ້ນ ຈຳນວນນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມ ແລະ ຈຳນວນນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ຍັງຈຳກັດຢູ່. ປີ 2016, ຍອດຈຳນວນນັກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ບັນລຸພຽງເກືອບ 60.000 ຄົນ. ທ່ານ Pupung Thariq Fadhillah, ຮອງຫົວຫນ້າກົມສົ່ງເສີມ ກະຊວງທ່ອງທ່ຽວ ອິນໂດເນເຊຍ ໃຫ້ຮູ້ວ່າ:

        “ຫວຽດນາມ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ. ສິ່ງກີດຂວາງແມ່ນສາຍການບິນໂດຍກົງຈາກຫວຽດນາມ ໄປເຖິງ ບັນດານະຄອນຂອງອິນໂດເນເຊຍ ຍັງຈຳກັດ. ປະຈຸບັນ ມີພຽງສາຍການບິນຈາກນະຄອນໂຮ່ຈິມີນ ເຖິງ ຈາກາຕາ ໂດຍບໍລິສັດການບິນ Vietnamairlines ຂຸດຄົ້ນ. ພວກຂ້າພະເຈົ້າຫວັງວ່າ ປີນີ້ ຈະມີສາຍການບິນໂດຍກົງຕື່ມອີກໂດຍບໍລິສັດການບິນ Vietjet ຂຸດຄົ້ນ.”

        ຕາມຂໍ້ມູນຈາກສະຖານກົງສູນ ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈິມີນ ແລ້ວ, ໃນເດືອນ 9 ປີນີ້, ບໍລິສັດການບິນ Vietjet ມີແຜນການຈະເປີດສາຍການບິນໂດຍກົງຈາກ ຮ່າໂນ້ຍ ເຖິງ ຈາກາຕາ. ນີ້ແມ່ນຂ່າວດີໃຫ້ແກ່ບັນດາບໍລິສັດທ່ອງທ່ຽວທັງສອງປະເທດ ອິນໂດເນເຊຍ ແລະ ຫວຽດນາມ. ໃນໄລຍະລໍຖ້າ, ສອງຝ່າຍຍັງຄົງສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ. ສ່ວນ ຝ່າຍ ອິນໂດເນເຊຍ, ກອງປະຊຸມສຳມະນາ “Indonesia Toursim Table Top” ຢູ່ຫວຽດນາມ ຈະໄດ້ຮັບການຈັດຕັ້ງປະຈຳປີ.

ຕອບກັບ

ຂ່າວ/ບົດ​ອື່ນ