ອິນໂດເນເຊຍ ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແຫນງທ່ອງທ່ຽວຫວຽດນາມ

(VOVWORLD) -ໂດຍແມ່ນປະເທດມີພົນລະເມືອງຫລາຍອັນດັບ 4 ໃນໂລກ ດ້ວຍລະດັບລາຍຈ່າຍແມ່ນຢູ່ໃນລະດັບປານກາງສູງ, ໄລຍະຜ່ານມາ ອິນໂດເນເຊຍ ໄດ້ຮັບການຕີລາຄາວ່າແມ່ນຫນຶ່ງໃນບັນດາຕະຫລາດຊື່ງຂະແຫນງທ່ອງທ່ຽວຫວຽດນາມ ສົ່ງນັກທ່ອງທ່ຽວໄປຢ້ຽມຢາມຫລາຍສົມຄວນ. ນັບມື້ນັບມີຫລາຍບໍລິສັດທ່ອງທ່ຽວຂອງຫວຽດນາມ ສົນໃຈຂຸດຄົ້ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນນີ້ ຄຽງຂ້າງບັນດາຕະຫລາດເດີມຄື: ຍີ່ປຸ່ນ, ສເກົາຫລີ, ຈີນ, ອາເມລິກາ… ດ້ວຍຄວາມມານະພະຍາຍາມ ແລະ ບັນດາບາດກ້າວລະອຽດຂອງບັນດາບໍລິສັດທ່ອງທ່ຽວຫວຽດນາມ, ໃນຊຸມປີມານີ້ ຈຳນວນນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມນັບມື້ນັບເພີ່ມຂຶ້ນ.

ອິນໂດເນເຊຍ ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແຫນງທ່ອງທ່ຽວຫວຽດນາມ - ảnh 1 ນັກທ່ອງທ່ຽວອິນໂດເນເຊຍຊື້ເຄື່ອງຂອງຢູ່ຕະຫລາດຂອງຫວຽດນາມ

ພາບ:ອິນເຕີແນັດ

ນັບແຕ່ຕົ້ນປີມາຮອດປະຈຸບັນ, ເດືອນມີຖຸນາ ແມ່ນເດືອນທີ່ ມີນັກທ່ອງທ່ຽວ ອິນໂດເນເຊຍ ເຂົ້າມາຢ້ຽມຢາມ ຫວຽດນາມ ຫລາຍສຸດ ຍ້ອນເດືອນນີ້ແມ່ນກົງກັບໂອກາດບຸນ Lebaran ຂອງອິນໂດເນເຊຍ. ເອື້ອຍ ແທງຮ່າ, ຜູ້ອຳນວຍການບໍລິສັດ Prestige Travel ຊື່ງແມ່ນບໍລິສັດທ່ອງທ່ຽວເຖິງວ່າຫາກໍ່ເລີ່ມຂຸດຄົ້ນຕະຫລາດອິນໂດເນເຊຍ ໃນໄລຍະ 2 ປີມານີ້ກໍຕາມ ແຕ່ປະຈຸບັນ ໄດ້ມີຈຳນວນນັກທ່ອງທ່ຽວໄປທ່ອງທ່ຽວ ອິນໂດເນເຊຍ ຫລາຍສົມຄວນ.

        “ປີນີ້ເມື່ອທຽບໃສ່ປີກາຍແມ່ນເຕີບໂຕເຖິງ 100%. ນັບແຕ່ຕົ້ນປີມາຮອດປະຈຸບັນ ຈຳນວນນັກທ່ອງທ່ຽວຂອງບໍລິສັດແມ່ນຂຸດຄົ້ນໄດ້ກວ່າ 1000 ຄົນ, ສະເລ່ຍແຕ່ລະເດືອນແມ່ນແຕ່ 150-200 ຄົນ. ຫລາຍສຸດແມ່ນໃນໂອກາດບຸນ Lebaran ຂອງອິນໂດເນເຊຍ ແລະ ໃນໂອກາດ ບຸນຄຼິດສະມາດ.”

        ກໍ່ເຊັ່ນດຽວກັນກັບບໍລິສັດ Prestige Travel, ໃນເດືອນມິຖຸນາ ຜ່ານມາ ມີຫລາຍບໍລິສັດທ່ອງທ່ຽວອື່ນຄື: Viking, Dong Travel, Huong Giang Travel…ກໍ່ຕ້ອນຮັບນັກທ່ອງທ່ຽວຫລາຍຄະນະມາຈາກ ອິນໂດເນເຊຍ. ໂດຍກຳແຫນ້ນໄດ້ຄວາມນິຍົມຂອງນັກທ່ອງທ່ຽວ ອິນໂດເນເຊຍ ແມ່ນຢາກຊື້ເຄື່ອງຂອງ, ບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ລ້ວນແຕ່ສ້າງບັນດາລາຍການຊື້ເຄື່ອງຂອງໃຫ້ແກ່ນັກທ່ອງທ່ຽວ. ເມື່ອໄປຢ້ຽມຢາມ ນະຄອນ ໂຮ່ຈິມີນ, ນັກທ່ອງທ່ຽວ ໄດ້ຊື້ເຄື່ອງຂອງຢູ່ ຕະຫລາດ ເບນແທງ, ບັນດາຮ້ານຄ້າໃກ້ກັບບໍລິເວນຕະຫລາດ ຫລື Saigon Square, ເມື່ອໄປຢ້ຽມຢາມ ຮ່າໂນ້ຍ ແມ່ນບໍລິເວນຄຸ້ມຖະຫນົນເກົ່າ ແລະ ຕະຫລາດດົງຊວນ. ອ້າຍ ຮ່າກົງເລີ້ຍ, ຜູ້ນຳທ່ຽວ ດ້ວຍພາສາອິນໂດເນເຊຍ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ນັກທ່ອງທ່ຽວ ອິນໂດເນເຊຍ ເບິ່ງລວມແລ້ວແມ່ນຜູ້ໃກ້ຊິດສະຫນິດສະຫນົມ. ເມື່ອໄປຢ້ຽມຢາມ ເຂົາເຈົ້າຢາກຖ່າຍຮູບ ແລະ ຊື້ເຄື່ອງຂອງຫລາຍກວ່າ. ເຂົາເຈົ້າຢາກຊື້ບັນດາເຄືີ່ອງສິລະປະຫັດຖະກຳ ຢູ່ ຫວຽດນາມຄື: ພາບສີຂັດມັນ ຫລື ພາບຖັກແສ່ວ. ພິເສດ ແມ່ນບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນ.”

        ສົນໃຈເຖິງຕະຫລາດ ອິນໂດເນເຊຍ ນັ້ນແມ່ນຕ້ອງເອົາໃຈໃສ່ເຖິງນັກທ່ອງທ່ຽວຊາວມຸດສະລີມ. ສະນັ້ນ ບັນດາການບໍລິການເພື່ອຮັບໃຊ້ນັກທ່ອງທ່ຽວນີ້ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ເປັນຕົ້ນແມ່ນການບໍລິການກິນດື່ມ. ຊາວມຸດສະລີມ ບໍ່ກີນຊີ້ນໝູ ແລະ ບັນດາເຍື່ອງອາຫານກ່ຽວຂ້ອງເຖິງໝູ. ມີບາງຄະນະນັກທ່ອງທ່ຽວ ຍັງສະເຫນີ ຮ້ານອາຫານວ່າ ຕ້ອງແຈ້ງໃຫ້ຊາບຫນັງສືຢັ້ງຢືນ ແມ່ນຮ້ານອາຫານ Halal. ອ້າຍ ຫວູວັນຄຽມ, ຜູ້ອຳນວຍການບໍລິສັດທ່ອງທ່ຽວ Indochina Travelland ໃຫ້ຮູ້ວ່າ:

        “ສຳລັບນັກທ່ອງທ່ຽວ ອິນໂດເນເຊຍ ເມື່ອມາຢ້ຽມຢາມຫວຽດນາມ, ເຂົາເຈົ້າສ່ວນຫລາຍແມ່ນຊາວມຸດສະລິມ ແຕ່ພວກເຮົາລ້ວນແຕ່ມີບັນດາລະບົບຮ້ານອາຫານ Halal ຄື ບັນດາຮ້ານອາຫານ ອິນເດຍ, ຮ້ານອາຫານ ມາເລເຊຍ, ສາມາດຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວ ອິນໂດເນເຊຍໄດ້ ໃນກໍລະນີ ເຂົາເຈົ້າສະເຫນີ ອາຫານເຄື່ອງດື່ມໃຫ້ຊາວມຸດສະລິມ. ພິເສດ ຫວຽດນາມ ມີທະເລຫລາຍແຫ່ງ ສະນັ້ນ ກໍ່ມີຮ້ານອາຫານຂາຍອາຫານປຸງແຕ່ງດ້ວຍສິນທະເລຫລາຍແຫ່ງ ເພື່ອເປັນການເລືອກເຟັ້ນຂອງນັກທ່ອງທ່ຽວ ຊາວມຸດສະລິມ.”

        ເຖິງວ່າ ຄວາມສາມາດບົ່ມຊ້ອນພັດທະນານັກທ່ອງທ່ຽວມາຈາກ ອິນໂດເນເຊຍ ແມ່ນໃຫຍ່ຫລວງ, ແຕ່ຍັງມີຄວາມຫຍຸ້ງຍາກຈຳນວນຫນຶ່ງຄື: ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວລະຫວ່າງສອງປະເທດ ຍັງຈຳກັດຢູ່, ຜູ້ນຳທ່ຽວເວົ້າພາສາ ອິນໂດເນເຊຍ ຍັງຂາດແຄນ ແລະ ພິເສດ ສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຍັງຫນ້ອຍຢູ່. ປະຈຸບັນ ມີພຽງບໍລິສັດການບິນ VietNam Airlines ເທົ່ານັ້ນ ມີສາຍການບິນໂດຍກົງຈາກ ນະຄອນໂຮ່ຈິມີນ ໄປຈາກາຕາ ປະເທດ ອິນໂດເນເຊຍ ດ້ວຍອາທິດລະຖ້ຽວ. ອ້າຍ ຫວູວັນຄຽມ ໃຫ້ຮູ້ວ່າ:

        “ປະຈຸບັນ ບັນດາສາຍການບິນໂດຍກົງ ຫວຽດນາ - ອິນໂດເນເຊຍ ແລະ ກົງກັນຂ້າມຍັງຈຳກັດຢູ່. ມີບາງສາຍການບິນເຊື່ອມຕໍ່ ແຕ່ຍັງບໍ່ທັນເໝາະສົມກັບເວລາ ສະນັ້ນ ນັກທ່ອງທ່ຽວ ຕ້ອງມີເວລາຕື່ມອີກເພື່ອ transit  ຢູ່ ສິງກະໂປ ຫລື ມາເລເຊຍ. ຂ້າພະເຈົ້າ ຫວັງວ່າ ຈະມີສາຍການບິນໂດຍກົງຈາກ ຮ່າໂນ້ຍ ແລະ ຈາກນະຄອນ ໂຮ່ຈິມີນ ເຖິງ ຈາກາຕາ ຫລາຍກວ່າອີກ ແລະ ບາງນະຄອນຕົ້ນຕໍຂອງ ອິນໂດເນເຊຍ ຄື: ບາລີ ຫລື ບານດູງ.”

         ປີ 2015 ມີນັກທ່ອງທ່ຽວອິນໂດເນເຊຍ ປະມານ 62.000 ເທື່ອຄົນມາຢ້ຽມຢາມຫວຽດນາມ, ຮອດປີ 2016 ແມ່ນບັນລຸປະມານ 70.000 ເທື່ອຄົນ. ຕາມທ່ານ ຮ່າວັນຊຽວ, ຮອງຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມແລ້ວ, ໃນປີ 2017 ຖ້າຫາກພື້ນຖານໂຄງລ່າງດ້ານຄົມມະນາຄົມ ສະດວກກວ່າ ຂະແຫນງທ່ອງທ່ຽວ ຫວຽດນາມຈະບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວ ອິນໂດເນເຊຍ 100.000 ເທື່ອຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ