ອະນຸສາວະລີ Monas – ຈາກາຕາ:ສະຖານທີ່ດຶງດູດນັກທ່ອງທ່ຽວ


vovworld)- ໂດຍໄດ້ຮັບການກໍ່ສ້າງເມື່ອປີ 1961 ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Sukarno, ອະນຸສາວະລີແຫ່ງຊາດ Monas ແມ່ນກິດຈະກຳອາໄລຫາວັນໄຊຊະນະຂອງການຕໍ່ສູ້ຍາດເອົາເອກະລາດຂອງ ອິນໂດເນເຊຍ ພາຍໃຕ້ແອກຄອບຄອງຂອງ ອຳນາດການປົກຄອງ ໂຮນລັງ (19-8-1945). ໂດຍຕັ້ງຢູ່ໃຈກາງນະຄອນຫລວງ ຈາກາຕາ, ປະຈຸບັນ ອະນຸສາວະລີ Monas ໄດ້ກາຍເປັນສະຖານທີ່ຂາດບໍ່ໄດ້ສຳລັບບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມນະຄອນຫລວງ ຈາກາຕາ. ຢູ່ທີ່ນີ້ ນັກທ່ອງທ່ຽວສາມາດຊົມທັດສະນີຍະພາບທົ່ວນະຄອນຫລວງ ຈາກາຕາ ຈາກຄວາມສູງ.

ອະນຸສາວະລີ Monas – ຈາກາຕາ:ສະຖານທີ່ດຶງດູດນັກທ່ອງທ່ຽວ  - ảnh 1

ອະນຸສາວະລີ Monas
photo:vietnetwork

        ໂດຍຕັ້ງຢູ່ໃຈກາງສະຫນາມຫລວງ Merdeka ກວ້າງ 100 ເຮັກຕາ, ອະນຸສາວະລີ Monas ແມ່ນທາດແຫ່ງຫນຶ່ງມີຄວາມສູງ 132 ແມັດ ເຮັດດ້ວຍຫີນອ່ານ, ເທິງ ຈອ່ມທາດມີສັນຍາລັກແປວໄຟສົງຄາມເຮັດດ້ວຍທອງມີນ້ຳຫນັກ 14,5 ໂຕນ ແລະ ຟອກຄຳ 50 ກິໂລກາມ. ໂດຍເອົາແນວຄວາມຄິດຈາກສະຖາປັດຕະຍະກຳການຈະເລີນພັນ, ນັກສະຖາປານິກ Friedrich Silaban ໄດ້ແບ່ງ ອະນຸສາວະລີ Monas ເປັນສອງພາກສ່ວນ: ໂຕທາດແມ່ນສັນຍາລັກອະໄວຍະວະສືບພັນຊາຍ, ສ່ວນຕີນທາດແມ່ນສັນຍາລັກອະໄວຍະວະສືບພັນຍິງ. ຕີນທາດຕັ້ງຢູ່ໃຕ້ດິນມີຄວາມເລິກ 3 ແມັດ.  ຢູ່ທີ່ນີ້ ໄດ້ກໍ່ສ້າງຫໍພິພິດທະພັນປະຫວັດສາດ ອິນໂດເນເຊຍ. ໃນບໍລິເວນມີເນື້ອທີ 640 ຕາແມັດ ທີ່ສາມາດບັນຈຸໄດ້ກວ່າ 500 ຄົນ, ຫໍພິພິດທະພັນແຫ່ງນີ້ໄດ້ວາງສະແດງບັນດາວັດຖຸພັນຊື່ງວາດພາບເຖິງປະຫວັດສາດ ແຫ່ງຊາດອິນໂດເນເຊຍ ຜ່ານແຕ່ລະໄລຍະ.

ເມື່ອລົງຈາກລົດໄຟຟ້າຂົນສົ່ງແຂກມາຈາກສະຫນາມຫລວງຮອດຕີນທາດ, ຄອບຄົວອ້າຍ Muhammad ໄດ້ໄປຢືນຢູ່ກັບນັກທ່ອງທ່ຽວຫລາຍຄົນພວມຢືນເມື່ອລຽນແຖວຢູ່ເຂົ້າໄປໃນຫໍພິພິດທະພັນ. ເວຫາກໍ່ 8 ໂມງເຊົ້າ, ແຕ່ມີນັກທ່ອງທ່ຽວ ເກືອບ 100 ຄົນ ໄດ້ລຽນແຖວເພື່ອເຂົ້າຢ້ຽມຊົມ ອະນຸສາວະລີ Monas ຂຶ້ນ . ອ້າຍ Muhammad ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມາຈາກເກາະ Kalimantan. ມື້ນີ້ແມ່ນວັນພັກການ, ຄອບຄົວພວກຂ້າພະເຈົ້າພາກັນໄປຢ້ຽມຢາມ ຈາກາຕາ, ພິເສດໄປຢ້ຽມຊົມ ອະນຸສາວະລີ Monas, ຊື່ງແມ່ນສັນຍາລັກຂອງນະຄອນຫລວງ ຈາກາຕາ. ຂ້າພະເຈົ້າຢາກໃຫ້ລູກເຕົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດສາດ ອະນຸສາວະລີ Monas, ຜ່ານນັ້ນ ມີຄວາມເຂົ້າໃຈແຈ້ງກ່ຽວກັບປະຫວັດສາດຂອງປະເທດອິນໂດເນເຊຍ.”

        ປະຈຸບັນ, ອ້າຍ Muhammad ພ້ອມກັບຄອບຄົວໄດ້ມີຫນ້າໃນຫໍພິພິດທະພັນປະຫວັດສາດ ເພື່ອເລີ່ມຕົ້ນການຢ້ຽມຢາມ. ຢູ່ທີ່ນີ້ໄດ້ຕັ້ງ ຮູບຈຳລອງ ປ່ອງຢ້ຽມໃຫຍ່51 ປ່ອງຢ້ຽມ, ແຕ່ລະປ່ອງຢ້ຽມໄດ້ວາດພາບຄືນປະຫວັດສາດ ອິນໂດເນເຊຍ: ຈາກສະໄຫມບູຮານນະການ, ໄລຍະຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາອະທິປະໄຕຂອງຊາດຕະຫລອດຮອດກິດຈະການສ້າງສາປະເທດຊາດປະຈຸບັນ ຢູ່ຕອນທ້າຍຂອງຫໍພິພິດທະພັນ ໄດ້ສ້າງຫ້ອງນ້ອຍມີຊື່ວ່າ: “ບໍລິເວນເອກະລາດ”. ຢູ່ໃນຫ້ອງໄດ້ວາງສະແດງ ທຸງຊາດຂອງອິນໂດເນເຊຍ ດ້ວຍສີຂາວແດງ, ຮູບນົກອິນຊີຊື່ງແມ່ນສັນຍາລັກຂອງອິນໂດເນເຊຍ, ແຜນທີ່ຂອງປະເທດຊາດ ແລະ ຄຳຖະແຫລງປະກາດເອກະລາດ ຟອກດ້ວຍຄຳ ໂດຍປະທານາທິບໍດີ Sukarno ຂຽນ ແລະ ອ່ານໃນປີ 1945. ຢູ່ທີ່ນີ້, ພ້ອມກັບຄອບຄົວອ້າຍ Muhammad  ຍັງມີນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດຫລາຍຄົນ, ໃນນັ້ນ ອ້າຍ Tena, ນັກທ່ອງທ່ຽວ ອົດສະຕາລີ ພວມນັ່ງຊົມບັນດາຮູບເງົາປະຫວັດສາດ. ນີ້ເປັນຄັ້ງທຳອິດ ອ້າຍ Tena ມາຢ້ຽມຢາມ ອິນໂດເນເຊຍ.

        “ຂ້າພະເຈົ້າ ມີເວລາພຽງ 2 ມື້ ຢູ່ຢ້ຽມຢາມ ອິນໂດເນເຊຍ ແລະ ຂ້າພະເຈົ້າໄດ້ເລືອກເຟັ້ນ ອະນຸສາວະລີ Monas ແມ່ນສະຖານທີ່ທ່ອງທ່ຽວທຳອິດໃນລາຍການທ່ອງທ່ຽວຂອງຕົນ. ອະນຸສາວະລີ Monas ແມ່ນກິດຈະກຳທີ່ໃຫຍ່ໂຕ ແລະ ດູດດື່ມທີ່ສຸດ. ຂ້າພະເຈົ້າ ນິຍົມຊົມຮູບພາບກ່ຽວກັບປະຫວັດສາດໃນອະນຸສາວະລີ Monas ນີ້.”

        ອາກາດຢູ່ພາຍໃນຫໍພິພິດທະພັນເຢັນສະບາຍທີ່ສຸດ. ຍ້ອນຫີນອ່ານ ອ້ອມຮອບຝາຜະນັງ, ພື້ນເຮືອນ ແລະຫນອງນ້ຳຕັ້ງຢູ່ເບື້ອງໃນຂອງຫໍພິພິດທະພັນ. ການຢ້ຽມຢາມຫໍພິພິດທະພັນ ໃຊ້ເວລາປະມານ 1 ຊົ່ວໂມງ ກ່ອນທີ່ບັນດານັກທ່ອງທ່ຽວສືບຕໍ່ຂຶ້ນຂັ້ນໄດນ້ອຍໄປເຖິງອະນຸສາວະລີ. ຈາກນີ້ ນັກທ່ອງທ່ຽວຕ້ອງຢືນລຽນແຖວເຂົ້າລີບເພື່ອຂຶ້ນໄປຈອມທາດ. Atika, ນັກທ່ອງທ່ຽວມາຈາກ Surabaya ພ້ອມກັບຄົນຮັກຂອງຕົນໄດ້ມີຫນ້າຢູ່ຊັ້ນສູງສຸດຂອງອະນຸສາວະລີ Monas.

        “ຂ້າພະເຈົ້າລຽນແຖວປະມານກວ່າເຄິ່ງຊົ່ວໂມງຈຶ່ງໄປຮອດບ່ອນຊື້ປີ້. ຫລັງຈາກນັ້ນ ລໍຖ້າເຂົ້າລີບເພື່ອຂຶ້ນຈອມທາດ ແລະ ລົງມາ. ເວລາຢ້ຽມຊົມແມ່ນປະມານ 2 ຊົ່ວໂມງ. ເຖິງວ່າ ມີນັກທ່ອງທ່ຽວຫລາຍຄົນແຕ່ຂ້າພະເຈົ້າຮູ້ສຶກວ່ານີ້ແມ່ນການທ່ອງທ່ຽວບໍ່ອາດຫລົງລືມໄດ້.”

        ຄະນະຄຸ້ມຄອງ Monas ໃຫ້ຮູ້ວ່າ: ມື້ທຳມະດາ, ຈຳນວນນັກທ່ອງທ່ຽວເຂົ້າຢ້ຽມຢາມ Monas ພຽງ ປະມານ 1500- 1800 ເທື່ອຄົນ ເພື່ອຮັບປະກັນຄວາມປອດໄພ. ເຖິງຢ່າງໃດກໍຕາມ ໃນມື້ພັກການ, ຈຳນວນນັກທ່ອງທ່ຽວແມ່ນເພີ່ມຂຶ້ນຫລາຍເທົ່າ ຍ້ອນນັກທ່ອງທ່ຽວມາຈາກສະຖານທີ່ທ່ອງທ່ຽວຫລາຍແຫ່ງ. ທ່ານນາງ Sri Yanti,  ຄະນະຄຸ້ມຄອງ Monas ໃຫ້ຮູ້ວ່າ:

        “ໃນວັນບຸນ Idul Adha ຜ່ານມາ ໄດ້ພັກຜ່ອນຫລາຍມື້ສະນັ້ນມີນັກທ່ອງທ່ຽວປະມານ 15.000 ຄົນເຂົ້າຢ້ຽມຢຢາມ Monas. ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ, ພວກຂ້າພະເຈົ້າມີຫນ່ວຍປ້ອງກັນຄວາມປອດໄພ ສົມທົບກັບຕຳຫລວດທ້ອງຖິ່ນ. ນັກທ່ອງທ່ຽວມານີ້ ສ່ວນຫລາຍຢາກຂຶ້ນຍອດທາດ  Monas.”

        ລາຄາປີ້ເຂົ້າຊົມ Monas ບໍ່ແພງປານໃດ. ຖ້າທ່ານບໍ່ຢາກຂຶ້ນຈອມທາດແທນທີ່ຈ່າຍຄ່າປີ້ 15.000 Rupiah ເທົ່າກັບ 2 USD, ທ່ານພຽງແຕ່ຈ່າຍ 5.000 Rupiah ເພື່ອເຂົ້າຢ້ຽມຢາມບໍລິເວນຕີນທາດ. ນອກຈາກເປີດປະຕູແຕ່ 8ໂມງເຊົ້າ -15 ໂມງແລງ, ຕົ້ນເດືອນ 5 ຜ່ານມາ, ເຈົ້າຄອງນະຄອນ ຈາກາຕາ ໄດ້ຕົກລົງອະນຸຍາດໃຫ້ເປີດປະຕູ Monas ແຕ່ 19 ໂມງ -22 ໂມງ ເພື່ອໃຫ້ນັກທ່ອງທ່ຽວສາມາດຮັບຊົມທິວທັດນະຄອນໃນຍາມກາງຄືນ.

        ໃນໄລຍະ 36 ປີຜ່ານມາ ນັບແຕ່ມື້ເປີດປະຕູ, Monas ໄດ້ຕ້ອນຮັບນັກທ່ອງທ່ຽວນັບ 10 ລ້ານເທື່ອຄົນ. ປະຈຸບັນ Monas ແມ່ນສັນຍາລັກຂອງອິນໂດເນເຊຍ ເວົ້າລວມ ແລະ ຂອງຈາກາຕາເວົ້າສະເພາະ. ບໍ່ວ່າຢູ່ແຫ່ງໃດໃນ ຈາກາຕາ, ນັກທ່ອງທ່ຽວສາມາດພົບເຫັນບັນດາຮູບທວນໄຟ ຢູ່ຈອມທາດ Monas ຕັ້ງຢູ່ບັນດາເສົາຂອງປະຕູໂຂງສຳນັກງານ, ອົງການ ແລະ ເຮືອນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ