ອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ກິດຈະກຳທີ່ມີຄວາມໝາຍຂອງປະຊາຊົນສອງປະເທດ


 (vovworld)- ອະນຸສາວະລີ​​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ -ລາວ ໄດ້​ຮັບ​ການ ກໍ່ສ້າງ​ ​ ຢູ່​ເມືອງ​ປາກ​ຊ່ອງ ແຂວງ​ຈຳປາ​ສັກ ພາກ​ໃຕ້​ຂອງ​ລາວ. ນີ້​ແມ່ນ​ຫນຶ່ງ​ໃນ​​ຈຳນວນອະ​ນຸ​ສາ​ວາ​ລີ 4 ແຫ່ງ​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ລາວ ເພື່ອ​ຈາລຶກ​ບຸນຄຸນ ແລະ ຄວາມ​ອົງອາດ​ກ້າຫານ​ຂອງ​ບັນດາ​ນັກຮົບ ທະຫານ​ອາສາ​ສະໝັກ ແລະ ຜູ້ຊ່ຽວຊານ​ຫວຽດນາມ ທີ່​ໄດ້​ເສ​ຍ​ສະ​ຫລະ​ຊີ​ວິດ​ໃນ​ຊຸມ​ປີ​ຕໍ່​ສູ້​ປົດ​ປ່ອຍ​ສອງ​ຊາດ. ໂຄງ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ກິດ​ຈະ​ກຳອະນຸສາວະລີ​​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ -ລາວ ທີ່ຫາກໍ່​ໄດ້​ຮັບ​ການ​ເປີດ​ສະ​ຫລອງ​ຫ​ວ່າງ​ແລ້ວນີ້ ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ຊາດ ແລະ ຈະ​ຍືນ​ຍົງ​ຄົງ​ຕົວ​ຕາມ​ການ​ເວ​ລາ. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ​ພາກນີ້ ນັກ​ຂ່າວ ໝີ​ບີງ ແລະ ມີງ​ດືກ ຈະ​ແນະ​ນຳ​ກິດ​ຈະ​ກຳ ອະນຸສາວະລີ​​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ -ລາວ.

        ກິດ​ຈະ​ກຳ​ຍົກ​ລະ​ດັບ ແລະ ບູ​ລະ​ນະ ອະນຸສາວະລີ​​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ -ລາວ ເລີ່ມລົງ​ມື​ກໍ່ສ້າງ​ແຕ່​ວັນ​ທີ 16 ສິງຫາ 2014 ໃນເນື້ອທີ່​ທັງ​ໝົດ 4,5 ເຮັກຕາ. ກິດ​ຈະ​ກຳ​ນີ້​ລວມ​ມີ 13 ຫນ້າ​ວຽກ, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ຮູບປັ້ນ​ທະຫານ ​ຫວຽດນາມ ແລະ​ລາວ​ ທີ່ຮຽງ​ບ່າ​ຮຽງ​ໄຫລ່​ກັນ, ຍົກ​ປືນ​ຂຶ້ນ. ຮູບ​ປັ້ນ​ນີ້​ຖືກ​ຕັ້ງ​ຢູ່​ຕໍ່​ຫນ້າ​ຮູບແກະສະຫຼັກ ຢູ່​ໃຈ​ກາງ​ເຂດ​ອະ​ນຸ​ສາ​ວາ​ລີ. ທ່ານ ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ປ້ອງ​ກັນ​ປະເທດ ເວົ້າ​ດ້ວຍ​ຄວ​າມ​ຕ​ື້ນ​ຕັນ​ໃຈ​ວ່າ: ໃນ​ຊຸ​ມ​ປີ​ແຫ່ງ​ການ​ຕໍ່​ສູ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສອງ​ຊາດ​ ລາວ ແລະ ຫວຽດ​ນາມ ຍາມ​ໃດ​ກ​ໍ​ສາ​ມັກ​ຄີ, ຮຽງ​ບ່າ​ຮຽງ​ໄຫລ່​ ພ້ອມ​ກັນ​ຕ້ານ​ສັດ​ຕູ​ໂຕ​ດຽວ.

ອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ,  ກິດຈະກຳທີ່ມີຄວາມໝາຍຂອງປະຊາຊົນສອງປະເທດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງ​ອະ​ນຸ​ສາ​ວາ​ລີ
ພາບ:vov

ສຽງ​ທ່ານ ຈັນ​ສະ​ໝອນ

        ເມື່ອ​ໄດ້​ກັບ​ຄືນ​ຢ້ຽມ​ຢາມ​ສະ​ຫນາບ​ຮົບ​ເກົ່າ ພາຍ​ຫລັງ 44 ປີ, ພັນ​ເອກ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ຫງວຽນ​ດືກ​ຈ່​ວຽນ, ອະ​ດີດ​ຫົວ​ຫ​ນ້າ​ກອງ​ຮ້ອຍ​ສືບ​ສວນບັ້ນ​ຮົບ​ປາ​ກຊ່ອງ​​ມີ​ຄວາມຮູ້​ສຶກ​ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ກິດ​ຈະ​ກຳ​ທີ່ຈາລຶກ​ບຸນຄຸນ ແລະ ຄວາມ​ອົງອາດ​ກ້າຫານ​ ຂອງ​ບັນດາຜູ​້​ຮ່ວມ​ກົມ​ກອງ, ເພື່ອນ​ສະ​ຫາຍ​ຂອງຕົນ ແລະ ​ບັນ​ດານັກ​ຮົບ​ທີ່​ເສຍ​ສະ​ຫລະ​ຊີ​ວິດ ເພື່ອ​ຍາດ​ເອ​ກະ​ລາດ​ໃຫ້​ແກ່​ສອງ​ຊາດ. ພັນ​ເອກ ຫງວຽນ​ດືກ​ຈ່​ວຽນ ໃຫ້​ຮູ້​ວ່າ:

        “ບັ້ນ​ຮົບ​ປົດ​ປ່ອຍ ປາກ​ຊ່ອງ ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ, ແມ່ນ​ການ​ຕໍ່​ສູ້​ອັນ​ນອງ​ເລືອດ​ທີ່​ສຸດ. ທະ​ຫານ​ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຮ່ວມ​ສຳ​ພັນ​ສູ້​ຮົບ, ​ມີຜູ້​ຮ່ວມ​ກົມ​ກອງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຫລາຍ​ຄົນ​ຖືກ​ເສຍ​ສະ​ຫລະ​ຊີ​ວິດ​ຢູ່​ເຂດ​ ປາກ​ຊ່ອງນີ້.”

        ສຳ​ລັບ​ປະ​ຊາ​ຊົນ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ລະ​ຫວ່າງ​​ສອງພັກ, ສອງ​ລັດ, ປະ​ຊາ​ຊົນ ແລະ ກອງ​ທັ​ບ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ຍາ​ມ​ໃດ​ກໍ​ໄດ້​ຮັບ​ການເພີ່ມ​ພູນ​ຄູນ​ສ້າງ, ກາຍ​ເປັນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ສ້າງ​ເປັນ​ກຳ​ລັງ​ແຮງ​ເພື່ອ​ໃຫ້​ສອງ​ຊາດ​ຍາດ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່. ນີ້​ກໍ​ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ເພື່ອນ ພົນ​ທິ​ດາ, ນັກ​ຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມ ປາກ​ຊ່ອງ. ເພື່ອນ ພົນ​ທິ​ດາ ແບ່ງ​ປັນ​ວ່າ: ມາ​ແຫ່ງ​ນີ້ ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ ແລະ ​ຈົດຈຳ​ບຸນຄຸນອັນ​ໃຫຍ່​ຫລວງ​ຂອງ​ບັນ​ດາ​ນັກ​ຮົບ​​ທີ່​ໄດ້ເສຍ​ສ​ະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ​ບັນ​ດາທ​ະ​ຫານ​ເຈັບ​ປ່ວຍ, ນັກ​ຮົບ​ເກົ່າ​ຂອງ​ສອງ​ປະ​ເທດ, ແມ່ນ​ຜູ້​ສ້າງ​ເປັນວິ​ລະ​ກຳ​ອັນ​ສະ​ຫງ່າ​ລາ​ສີ, ສ້າງ​ຫນ້າ​ປະ​ຫວັດ​ສາດ​​ແຫ່ງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ຊາດ ຫວຽດ​ນາມ ແລະ​ລາວອ້າຍ​ນ້ອງ.

ອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ,  ກິດຈະກຳທີ່ມີຄວາມໝາຍຂອງປະຊາຊົນສອງປະເທດ - ảnh 2
ນັກ​ຮຽນ​ໂຮງ​ຮຽນ​ປາກ​ຊ່ອງ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງ
ອະ​ນຸ​ສາ​ວາ​ລີ

       ສຽງ​ເພື່ອນ ພົນ​ທິ​ດາ

ອະນຸສາວະລີ ຄວາມ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ ​ຢູ່​ເມືອງ​ປາກ​ຊ່ອງ ແຂວງ​ຈຳປາ​ສັກ​ ບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​​ສຶກ​ສາ​ໃຫ້​​ລຸ້ນ​ຫນຸ່ມ​ເທົ່າ​ນັ້ນ ຫາກ​ຍັງຈົດ​ຈຳ​ບຸນ​ຄຸນ​​ຄົນ​ລຸ້ນ​ກ່ອນ, ຜູ້​ທີ່​ໄດ້​ເສຍ​ສະຫຼະຊີ​ວິດ​ເພື່ອ​ພື້ນ​ຖານ​ເອ​ກະ​ລາດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ​ ລາວ. ​ເສົາ​ຄ້ຳທັງສອງ​ເບື້ອງຂອງອະ​ນຸ​ສາ​ວາ​ລີມີ​​ແຖວ​ຕົວ​ຫນັງ​ສື“ ປະ​ເທດ​ຊາດ​ຈາ​ລືກ​ບຸ​ນຄຸນ​ ແລະ ປະ​ຊາ​ຊົນ​ລາວ​ຈົດ​ຈ່ຳ​ຄຸນ​ງາມ​ຄວາມ​ດີ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ​ທີ່​ໄດ້​ອຸ​ທິດ​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ການ​ປະ​ຕິ​ວັດ​ລາວ.”

        ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ແວ່​ຢາມ​ປະ​ເທດ​ລ້ານ​ຊ້າງ​ທີ່​ສວຍ​ງາມ, ສະ​ຫງົບ​ສຸກ ແລະ ຮັກ​ແພງ​ແຂກ​ຄົນ, ທ່ານ​ຢ່າ​ລືມ​​ແວ່ຢາມ​ ອະນຸສາວະລີ​​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ - ລາວ ເພື່ອ​ເຫັນ​ໄດ້​ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ແຫນ້ນ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ໃນ​ໄລ​ຍະ​ສົງ​ຄາມ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ໃນ​ໄລ​ຍະ​ສັນ​ຕິ​ພາບ​ອີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ