ອະສັງຫາລິມະຊັບ ຈຸດພົ້ນເດັ່ນໃນການລົງທຶນຂອງສິງກະໂປຢູ່ຫວຽດນາມ

(vovworld)- ການພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ນັບແຕ່ເມື່ອສອງປະເທດສ້າງການພົວພັນສອງຝ່າຍ ໃນວັນທີ 1/8/1973. ຜ່ານກວ່າ 4 ທົດສະວັດທີ່ສອງປະເທດໄດ້ຮ່ວມແຮງຮ່ວມໃຈ, ໄລ່ມາຮອດເດືອນ 6/2016, ສິງກະໂປ ໄດ້ກາຍເປັນນັກລົງທຶນ FDI ໃຫຍ່ອັນດັບ 3 ໃນຈຳນວນກວ່າ 160 ປະເທດມີການລົງທຶນຢູ່ຫວຽດນາມ ພ້ອມທັງແມ່ນນັກລົງທຶນອັນດັບຫນຶ່ງໃນພາກພື້ນ ອາຊຽນ ຢູ່ ຫວຽດນາມ. ກະແສທຶນ FDI ຈາກ ສິງກະໂປ ປະຈຸບັນແມ່ນລົງທຶນເຂົ້າບັນດາຂະແຫນງເສດຖະກິດ ຢູ່ ຫວຽດນາມ. ໃນນັ້ນ ອະສັງຫາລິມະຊັບໄດ້ຮັບຖືວ່າ ແມ່ນຂົງເຂດມີຄວາມສາມາດບົ່ມຊ້ອນແຖວຫນ້າ ຊື່ງບັນດານັກລົງທຶນສິງກະໂປມຸ່ງໄປເຖິງ. ບົດຂຽນຂອງນັກຂ່າວ ຮ່ວາງຫາຍ.

ອະສັງຫາລິມະຊັບ ຈຸດພົ້ນເດັ່ນໃນການລົງທຶນຂອງສິງກະໂປຢູ່ຫວຽດນາມ - ảnh 1
ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP ) ຢູ່ແຂວງບີງເຢືອງ
ພາບ:baokinhte

        ຕາມການສະຖິຕິ ຂອງຫນັງສືພິມລົງທຶນຫວຽດນາມແລ້ວ, ໄລ່ມາຮອດເດືອນ 6/2016 ໃນຈຳນວນວິສາຫະກິດສິງກະໂປ 10 ແຫ່ງລົງທຶນຢູ່ຫວຽດນາມ ມີ 5 ແຫ່ງແມ່ນລົງທຶນໃນຂົງເຂດອະສັງຫາລິມະຊັບ. ຍອດຈຳນວນທຶນຈົດທະບຽນ FDI ຂອງສິງກະໂປ ຢູ່ຫວຽດນາມໄລ່ມາຮອດຈຸດເວລາດັ່ງກ່າວແມ່ນບັນລຸເກືອບ 38 ຕື້ USD, ໃນນັ້ນການເຄື່ອນໄຫວດຳເນີນທຸລະກິດອະສັງຫາລິມະຊັບດຶງດູດ ໄດ້11 ຕື້ USD, ກວມເກືອບ 30% ຍອດຈຳນວນເງິນລົງທຶນ, ພຽງຖັດຈາກຂົງເຂດອຸດສາຫະກຳຜະລິດແລະປຸ້ງແຕ່ງ. ຂົງເຂດທຳອິດຊື່ງນັກລົງທຶນພັດທະນາອະສັງຫາລິມະຊັບສິງກະໂປເລືອກເຟັ້ນແມ່ນພື້ນຖານໂຄງລ່າງເຂດອຸດສາຫະກຳ ແລະ ປະສົບຜົນສຳເລັດທີ່ສຸດແມ່ນໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP), ໄດ້ຮັບຖືວ່າແມ່ນສັນຍາລັກຂອງໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

        ໂຄງການເຂດອຸດສາຫະກຳ VSIP ແຫ່ງທຳອິດ ໂດຍແມ່ນບໍລິສັດພັດທະນາ Sembcorp ສິງກະໂປເລີ່ມລົງມືກໍ່ສ້າງເມື່ອປີ 1996 ຢູ່ ແຂວງ ບີງເຢືອງ. ຜ່ານໄລຍະກວ່າ 20 ປີ, ປະຈຸບັນ ມີໂຄງການ VSIP 7 ໂຄງການຢູ່ 3 ພາກຄື: ພາກກາງ, ພາກເຫນືອ, ພາກໃຕ້ຂອງຫວຽດນາມ. ບັນດາເຂດອຸດສາຫະກຳນີ້ດຶງດູດຍອດຈຳນວນເງິນລົງທຶນຂຶ້ນເຖິງ 9 ຕື້ USD ຈາກກວ່າ 630 ບໍລິສັດນາໆຊາດ, ໃນນັ້ນ ມີຫລາຍກຸ່ມບໍລິສັດໃຫຍ່ໃນໂລກຄື: Microsoft, Pepsi, Unilever… ຄຽງຂ້າງນັ້ນ, VSIP ກໍປະສົບຜົນສຳເລັດເມື່ອປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ປະຊາຊົນທ້ອງຖິ່ນ, ສ້າງວຽກເຮັດງານທຳໃຫ້ຄົນງານກວ່າ 174.000 ຄົນ. ທ່ານ ຫງວຽນດືກກາວ, ຮອງຜູ້ອຳນວຍການ ຄະນະຄຸ້ມຄອງເຂດອຸດສາຫະກຳ VSIP ບັກນີງ ໃຫ້ຮູ້ວ່າ:

        “Sembcorp ແມ່ນນັກລົງທຶນມີປະສົບການຫລາຍທີ່ສຸດໃນການລົງທຶນເຂົ້າເຂດອຸດສາຫະກຳ, ປະຕິບັດຢ່າງເຂັ້ມງວດບັນດາກົດໝາຍກ່ຽວກັບການກໍ່ສ້າງ, ສິ່ງແວດລ້ອມ. ເຂົາເຈົ້າກໍນຳມາໃຫ້ຈີນຕະນາການໃຫມ່ໃຫ້ແກ່ບັນດານັກຄຸ້ມຄອງຫວຽດນາມ ພ້ອມທັງປະກອບສ່ວນເຮັດໃຫ້ເຄື່ອງໝາຍແຂວງ ບັກນີງ ແຜ່ລາມອອກສູ່ທົ່ວໂລກ.”

ອະສັງຫາລິມະຊັບ ຈຸດພົ້ນເດັ່ນໃນການລົງທຶນຂອງສິງກະໂປຢູ່ຫວຽດນາມ - ảnh 2
ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP )  ຢູ່ແຂວງບັກນີງ
ພາບ:kienthuccongnghe.

        ພາຍຫລັງຜົນສຳເລັດຂອງ Sembcorp, ນັກລົງທຶນອະສັງຫາລິມະຊັບທີ ລຸ້ນ 2 ຂອງສິງກະໂປຢູ່ຫວຽດນາມ ໄດ້ສຸມໃສ່ການລົງທຶນກໍ່ສ້າງໂຮງແຮມມີຄຸນນະພາບສູງ ດ້ວຍການເຂົ້າຮ່ວມຂອງກຸ່ມບໍລິສັດ Capitaland ພ້ອມກັບຫລາຍໂຄງການຄື:  ຮ່າໂນ້ຍTower, Sofitel Plaza ຮ່າໂນ້ຍ… ບັນດາໂຄງການນີ້ໄດ້ປະສົບຜົນສຳເລັດດ້ວຍແຂກມາພັກອາໄສສ່ວນຫລາຍແມ່ນບັນດານັກທຸລະກິດ, ນັກລົງທຶນຕ່າງປະເທດມາທຳມາຫາກິນຢູ່ຫວຽດນາມໃນໄລຍະແຕ່ປີ 2002-2009. ພາຍຫລັງປະສົບຜົນສຳເລັດໃນຂົງເຂດລົງທຶນໂຮງແຮມມີຄຸນນະພາບສູງ, Capitaland ສືບຕໍ່ລົງທຶນໃນຂົງເຂດເຮືອນຢູ່, ເຂດຕົວເມືອງ. ມາຮອດປະຈຸບັນ, ກຸ່ມບໍລິສັດນີ້ກຳມະສິດ ອາພາດເມັນເກືອບ 10.000 ຫ້ອງ ຢູ່ 4 ນະຄອນໃຫຍ່ຂອງຫວຽດນາມຄື ຮ່າໂນ້ຍ, ນະຄອນໂຮ່ຈິມີນ, ດາຫນັງ, ຫາຍຟ່ອງ.ຕາມທ່ານ Chen Lian Pang, CEO Capitaland ຫວຽດນາມ ໃຫ້ຮູ້ວ່າ: ຕະຫລາດຫວຽດນາມ ມີຄວາມສະດວກຫລາຍຢ່າງເພື່ອໃຫ້ບໍລິສັດນີ້ຕັດສິນມາລົງທຶນ.

        “ເມື່ອຕັດສິນລົງທຶນຢູ່ຕ່າງປະເທດ, ພວກຂ້າພະເຈົ້າຕ້ອງຄົ້ນຄ້ວາກ່ຽວກັບບາງບັນຫາ. ທີຫນຶ່ງ ຫວຽດນາມມີສະຖຽນລະພາບດ້ານການເມືອງ. ທີສອງ ພົນລະເມືອງປະມານ 90 ລ້ານຄົນ. ທີສາມ ແມ່ນການເຕີບໂຕ GDP ແລະຫວຽດນາມ ມີລະດັບເຕີບໂຕດີສົມຄວນ.”

        ຄຽງຂ້າງຄວາມສະດວກ, ບັນດານັກລົງທຶນ ສິງກະໂປ ກໍ່ປະເຊີນຫນ້າກັບບາງສິ່ງທ້າທາຍ. ເມື່ອແບ່ງປັນກ່ຽວກັບບັນຫານີ້, ທ່ານ Seck Yee Chung, ຮອງປະທານສະຫະສະມາຄົມວິສາຫະກິດສິງກະໂປ ຢູ່ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ອນອື່ນແມ່ນບັນຫາສຳຜັດກັບສະຖານທີ່ສະດວກ. ທີສອງ ຕະຫລາດອະສັງຫາລິມະຊັບຢູ່ຫວຽດນາມ ນັບມື້ນັບມີການແກ້ງແຍ້ງຢ່າງແຮງ. ທີສາມ ປະຊາຊົນຫວຽດນາມ ເວົ້າລວມເຄີຍມີຄວາມຄິດວ່າຢາກມີເຮືອນຢູ່.. ຫລື ວີລາ.”

        ພາຍຫລັງລົງທຶນເຂົ້າຂົງເຂດອຸດສາຫະກຳ, ເຮືອນຢູ່, ຕົວເມືອງ, ບັນດາໂຄງການເຂດ ການຄ້າຄົບວົງຈອນ, ເຂດຜັກພ່ອນບຳລຸງສຸຂະພາບກໍ່ແມ່ນທ່າອ່ຽງພວມດຶງດູດບັນດານັກລົງທຶນສິງກະໂປ. ທ່ານ ຫງວຽນຕຽນມີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສິງກະໂປ ມີຄວາມເຫັນດີກັບທັດສະນະໂດຍຖືວ່າ: ທ່າອ່ຽງລົງທຶນເຂົ້າບັນດາຂົງເຂດນີ້ແມ່ນມີຜົນປະໂຫຍດໃຫ້ແກ່ຫວຽດນາມ.

        “ສິງກະໂປແມ່ນປະເທດພັດທະນາຢ່າງແຮງກ່ຽວກັບຂົງເຂດອະສັງຫາລິມະຊັບ. ປະເທດສິງກະໂປມີຫລາຍໂຄງການອະສັງຫາລິມະຊັບທີ່ມີຊື່ສຽງ. ສະນັ້ນ ຈະເປັນສິ່ງທີ່ດີ ຖ້າຫາກເຂົາເຈົ້ານຳບັນດາຜະລິດຕະພັນເຊັ່ນນັ້ນເຂົ້າຫວຽດນາມ. ເພາະວ່າ ພວກເຮົາມີກາລະໂອກາດເພື່ອຖອດຖອນບົດຮຽນ, ເພື່ອພັດທະນາບັນດາຜະລິດຕະພັນອະສັງຫາລິມະຊັບ, ບໍລິການກ່ຽວກັບໂຮງແຮມ, ການທ່ອງທ່ຽວຂອງຫວຽດນາມໃຫ້ຂຶ້ນສູ່ລະດັບສູງໃຫມ່.”

        ໃນຊຸມປີມໍ່ໆມານີ້, ກຳລັງຊື້ເຮືອນຢູ່ຈາກບັນດາໂຄງການອະສັງຫາລິມະຊັບຢູ່ຫວຽດນາມ ໂດຍນັກລົງທຶນ ສິງກະໂປກຳມະສິດ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ. ຕາມການຄາດຄະເນແລ້ວ, ບັນດາວິສາຫະກິດສິງກະໂປ ພວມກຽມພ້ອມແຫລ່ງທຶນຂຶ້ນເຖິງແສນ USD ເພື່ອສືບຕໍ່ລົງທຶນເຂົ້າຕະຫລາດນີ້ ເພື່ອແນໃສ່ຮັບໂອກາດຈາກບັນດາສັນຍາການຄ້າເສລີຈະມາເຖິງ ຊື່ງຫວຽດນາມເປັນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ