ອາຊຽນ ຊອກໄດ້ທິດກ້າວເດີນໃຫມ່ໃຫ້ການພັດທະນາຊົນນະບົດ ແລະ ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ

(vovworld)- ກາ​ນ​ສຸມ​ໃສ່​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຍາມ​ໃດ​ບັນ​ດາ​ປະ​ເທດ​ອາ​ຊຽນ ກຳ​ນົດ​ແມ່ນ​ຈຸດ​ສຸມ​ຍຸດ​ທະ​ສາດ, ແມ່ນ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ເພື່ອ​ສ້າງ​ປະ​ຖົມ​ປັດ​ໄຈ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່ການ​ພັດ​ທະ​ນາແບບ​ຍືນ​ຍົງ​ຂອງ ອາ​ຊຽນ ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ສະ​ນັ້ນ ທີ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ  ​​ການລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ (AMRDPE) ລ້ວນ​ແຕ່​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ, ກົນ​ໄກ​ຮ່ວມ​ມື​ໃຫມ່​ເພື່ອ​ຊຸກ​ຍູ້​ວຽກ​ງານ​ລົບ​ລ້າງ​ຄ​ວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ພິ​ເສດ ທີ່ກອງ​ປະ​ຊຸມ​ AMRDPE ຄັ້ງ​ທີ 9   ​ດຳ​ເນີນໄປ​ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ​ຫວ່າງ​ແລ້ວນີ້, ກົນ​ໄກ “ຮ່ວມ​ມື​ພາກ​ລັດ, ເອ​ກະ​ຊົນ ແລະ ປະ​ຊາ​ຊົນ” ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ກ້າວ​ເດີນ​ໃຫ​ມ່​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ການລ​ົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ແອງ​ດາວ ແລະ ໝີ​ບີງ.
ອາຊຽນ ຊອກໄດ້ທິດກ້າວເດີນໃຫມ່ໃຫ້ການພັດທະນາຊົນນະບົດ ແລະ ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ
ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ
ພາບ:MyBinh

        ດ້ວຍ​ຄາດ​ໝາຍ ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ຫັນ​ເປັນ​ບັນ​ຫາ​ຂອງ​ສັງ​ຄົມ ແລະ ຄູ່​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ, ບັນ​ດາ​ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ AMRDPE 9 ໄດ້​ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ຂອງ​ຕົນ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ການລ​ົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ປະ​ເທດ ອາ​ຊຽນ ບັນ​ລຸ​ໄດ້​ໝາກ​ຜົນ​ຫລາຍ​ຢ່າງ​ທີ່​ຫນ້າ​ຊື່ນ​ຊົມ ໃນ​ກິດ​ຈະ​ການ ການລ​ົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຕາມ​ທ່ານ​ເລ​ເລືອງ​ມີງ, ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ແລ້ວ: ເພີ່ມ​ທະ​ວີ​ວຽກ​ງານ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ - ເອ​ກະ​ຊ​ົນ  ແລະ ປ​ະ​ຊາ​ຊົນ ແມ່ນ​ຈຸດ​ສຸມ​ຂອງວິ​ໄສ​ທັດ ອາ​ຊຽນ ຫລັງ​ປີ 2025. ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ ອາ​ຊຽນ ສຳ​ເລັດ​ຄາດ​ໝາຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ແລະ ເພື່ອ​ປະ​ຕິ​ບັດ​ໄດ້​ສິ່ງ​ດັ່ງ​ກ່າວ ຕ້ອງ​ມີ​ການ​ເຂົ້າ​ຮ​່ວມ​ຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ.

        “ເພື່ອ​ຮັບ​ປະ​ກັນ​ການ​ຮັດ​ແຄບ​ຊ່ອງ​ຫວ່າງກ​ານ​ພັດ​ທະ​ນາ, ການລ​ົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ອາ​ຊຽນ. ໃນ​ທົດ​ສະ​ວັດ​ຜ່ານ​ມາ, ອັດ​ຕາ​ສ່ວນ​ຜູ້​ທຸກ​ຍາກຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ຫລຸດ​ລົງ ກວ່າ 4 ເທົ່າ, ໝາຍ​ຄວາມ​ວ່າ​ປະ​ມານກວ່າ 400%. ນີ້​ແມ່ນ​ຜົນ​ງານ​ອັນ​ໃຫຍ່​ຫລວງ ນັ້ນ​ແມ່ນ​ຍ້ອນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ. ບັນ​ດາ​ຜົນ​ງານ​ທີ່​ພວກ​ເຮົາ​ບັນ​ລຸ​ໄດ້ ບໍ່​ພຽງ​ແຕ່​ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ບົດ​ບາດ​ຊີ້​ນຳ​ນຳ​ພາ​ຂອງ​ລັດ​ຖະ​ບານ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ທຸກ​ພາກ​ສ່ວນ​ອື່ນ​ໃນ​ສັງ​ຄົມ​ຄື: ພາກ​ເອ​ກະ​ຊົນ, ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ພັດ​ທະ​ນາ ແລະ ມີ​ການ​ຊ່ວຍ​ເຫລືອ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື ອາ​ຊຽນ, ອົງ​ການ ສ​ປ​ຊ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດນີ້.”

        ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ  ​​ການລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ (AMRDPE) ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເມື່ອ​ປີ 1997 ແລະ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົ​ບ​ລ້າງ​ຄ​ວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ເຄືອ​ຂ່າຍ​ຄວາ​ມ​ສະ​ຫງົບ​ປອດ​ໄພ​ສັງ​ຄົມ​ໃນ​ອາ​ຊຽນ.

        ສອງ​ປີເທື່ອ​ຫນຶ່ງ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ພ້ອມ​ກັນ​ຈັດ​ກອງປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ແຜນ​ການ​ໃຫມ່, ວາງ​ອອກ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ, ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ. ທີ່​ບັນ​ດາ​ກອງ​ປະ​ຊຸມ​ໃກ້ໆ​ນີ້, ຄື​ ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ  ​​ການລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ (AMRDPE) ຄັ້ງ​ທີ 7 ຈັດ​ຂຶ້ນ​ຢູ່ ບ​ຣູ​ໄນ ເມື່ອ​ເດືອນ 11/2011, ບັນ​ດາ​ປະ​ເທດ ໄດ້​ຮັບ​ຮອງ​ເອົາ​​ຮ່າງແຜນ​ການ​ດຳ​ເນີນ​ງານ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ ໄລ​ຍະ 2011-2015. ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 8 ຢູ່ ຢາກ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ເມື​່ອ​ເດືອນ 7/2013, ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ກຳ​ນົດ​ມາດ​ຕະ​ການ​ໃຫ້​ແກ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິ​ວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແມ່ນ “ຊຸກ​ຍູ້​ເລື່ອງມອບ​ສິດ​ໃຫ້​ປະ​ຊາ​ຄົມ​ເພື່ອ​ຍົກ​ສູງລະ​ດັບ​ຄອງ​ຊີບ​ໃຫ້ດີກວ່າ ແລະ ໝັ້ນ​ຄົງ​ກວ່າ.” ຍ້ອນ​ມີ​ທິດ​​ທາງ​ຢ່າງ​ຖືກ​ຕ້ອງ ແລະ ມີ​ບັນ​ດາ​ມາດ​ຕະ​ການ​ເໝາ​ະ​ສົມ ສະ​ນັ້ນ ອັດ​ຕາ​ສ່ວນ​ຜູ້​ທຸກ​ຍາກ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ທົດ​ສະ​ວັດ​ຜ່ານ​ມາ​ຫລຸດ​ຜ່ອນ​ສົມ​ຄວນ. ຜູ​້​ມີ​ລາຍ​ຮັບ​ບໍ່​ທັນ​ຮອດ 1USD/ມື້ ໄດ້​ຫລຸດ​ລົງຈາກ​ລະ​ດັບ​ ​ໃນ ​ຈຳ​ນວນ 2 ຄົນ​ຈະມີ​ຜູ້​ຫນຶ່ງ​​ບັນ​ລຸລາຍ​ຮັບ​ຕ່ຳ​ກວ່າ 1USD/ມື້ ​ປະ​ຈຸ​ບັນ​ໃນ​ຈຳ​ນວນ 8 ຄົນ​ຈຶ່ງ​ມີ​ຜູ້​ຫນຶ່ງ​​ບັນ​ລຸລາຍ​ຮັບ1USD/ມື້. ແລະ ໃນ​ຫນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ, ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ຢູ່​ປະ​ເທດ​ຈຳ​ນວນ​ຫນຶ່ງ ໄດ້​ມີ​ບັນ​ດາ​ນະ​ໂຍ​ບາຍ​ດີ ເພື່ອ​ຫັນ​ ​ຂົງ​ເຂດ​ດັ່ງ​ກ່າວ​ເປັນບັນ​ຫາ​ຂອງ​ສັງ​ຄົມ ແລະ ນີ້​ກໍ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ແຕ່​ລະ​ປະ​ເທດ​ເວົ້າ​ສະ​ເພາະ ແລະ ອາ​ຊຽນ​ເວົ້າ​ລວມ. ແບ່ງ​ປັນ​ກ່ຽວ​ກັບ​ບັນ​ຫານີ້, ທ່ານ Katiman Kartowinomo, ຫົວ​ຫນ້າ SOM ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ ອິນ​ໂດ​ເນ​ເຊຍ ເວົ້າ​ວ່າ:

        “ຢູ່ ອິນ​ໂດ​ເນ​ເຊຍ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ​ຂົງເຂດ​ຊົນ​ນະ​ບົດ​ແມ່ນ​ປະ​ຖົມ​ປັດ​ໄຈ​ໃຫ້​​ແກ່ການ​ພັດ​ທະ​ນາ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ອະ​ນຸ​ຍາດ​ໃຫ້​​ຂົງເຂດນີ້​ມີ​ຫລາຍ​ສິດກວ່າ ກໍ​ຄື​ສຸມ​ໃສ່​ແຫລ່ງ​ກຳ​ລັງ​ໃຫ້​ເຂົາ​ເຈົ້າ​ຫລາຍກວ່າ. ເຮັດ​ຄື​ແນວນັ້ນ ປະ​ຊາ​ຊົນ ສາ​ມາດ​ສ້າງ​ແຜນ​ການ​ຕາມ​ຄວາມ​ຕ້ອງ​ການ ແລະ ການ​ຄຸ້ມ​ຄອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ຂອງ​ຕົນ. ຜ່ານນັ້ນ ເຂົາ​ເຈົ້າ​ສາ​ມາດ​ຕອບ​ສະ​ຫນອງ​ໄດ້​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ໃນ​ອະ​ນາ​ຄົດ.”

        ນອກ​ຈາກວາງ​ອອກ​ກົນ​ໄກ​ໃຫມ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ  ​​ການລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ (AMRDPE) ປີ 2015 ຍັງ​ຮັບ​ຮອງ​ເອົາ​ແຜນ​ການ​ດຳ​ເນີນ​ງານ​ໃຫມ່​ໃຫ້​ແກ່​ໄລ​ຍະ 2016-2020, ສຸມ​ໃສ່​ເຂົ້າ​ໃນ 6 ຂົງ​ເຂດ​ບຸ​ລິ​ມະ​ສິດ, ໃນ​ນັ້ນ ມີ​ບັນ​ຫາ​ພັດ​ທະ​ນາ​ເສດ​ຖະ​ກິດ​ຊົນ​ນະ​ບົດ, ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ -ເອ​ກະ​ຊົນ ແລະ ປ​ະ​ຊາ​ຊົນ. ບັນ​ດາ​ເນື້ອ​ໃນ​ນີ້​ຈະ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 27 ຮັບ​ຮອງ​ເອົາ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ທ້າຍ​ປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ