ອາຊຽນ, ສ.ເກົາຫຼີ ຊຸກຍູ້ຊາວໜຸ່ມ ແລະ ແມ່ຍິງເຂົ້າຮ່ວມການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ


ອາຊຽນ, ສ.ເກົາຫຼີ ຊຸກຍູ້ຊາວໜຸ່ມ ແລະ ແມ່ຍິງເຂົ້າຮ່ວມການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1

(ພາບປະກອບ)

(vovworld) - ວັນ​ທີ 10/12, ຄະນະ​ເລຂາ​ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ-ສ.​ເກົາຫຼີ ຢູ່ Siem Riep ປະ​ເທດ​ກຳປູ​ເຈຍ. ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ໃນ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SME) ” ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊາວ​ໜຸ່ມ ​ແລະ ​ ນັກທຸລະກິດຍິງ​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ສ.​ເກົາຫຼີ ​ແລກປ່ຽນ​ທັດສະນະ​ ກ່ຽວກັບ​ບົດບາດ​ທີ່​ສຳຄັນ​ຂອງ​ບັນດາ SME ​ໃນ​ພື້ນຖານ​ເສດຖະກິດ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ເສີມ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ພັດທະນາ SME. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ​ໄດ້​ຮັບຮອງ​ເອົາ​ບາງ​ຂໍ້​ສະ​ເໜີ​ແນະ​ຂອງ​ບັນດາ​ການ​ນຳ ອາ​ຊຽນ ​ແລະ ສ.​ເກົາຫຼີ ທີ່​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ-ສ.​ເກົາຫຼີ ​ໄດ້ດຳ​ເນີນຢູ່​ບູຊາ​ນ ກໍ່​ຄື​ສ້າງ​ເວທີ​ປາ​ໄສກ່ຽວ​ກັບການ​ພົວພັນ​ ລະຫວ່າງຊາວ​ໜຸ່ມ ​ແລະ ​ນັກທຸລະກິດ​ຍິງ, ​ເພີ່ມ​ທະວີ​ບັນດາ​ແຜນ​ນະ​ໂຍບາຍ, ກົນ​ໄກ​ການ​ເງິນ ​ແລະ ຕິດຕາມ​ກວດກາ​ຂອງ​ລັດຖະບານ​ໃນ​ການ​ໜູນ​ຊ່ວຍ ​ແລະ ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ກັບ​ແຫຼ່ງທຶນ​ໃຫ້​ແກ່ SME ​ແລະ ຊ່ວຍ​ບັນດາ SME ພັດທະນາ​ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ