ອາຊຽນ+3 ເພີ່ມທະວີການຮ່ວມມືດ້ານກະສິກຳໄລຍະ 2015-2019


ອາຊຽນ+3 ເພີ່ມທະວີການຮ່ວມມືດ້ານກະສິກຳໄລຍະ 2015-2019 - ảnh 1
(ພາບ​ປະກອບ)

(vovworld)-​ ​ ວັນ​ທີ 25/9, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່​ຮ່ວມ​ມື ​ເຊິ່ງລວມມີ: ຈີນ, ຍີ່ປຸ່ນ ​ແລະ ສ​​.ເກົາຫຼີ (ASEAN+3) ກໍ່​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຮ່ວມ​ມື​ໃນ​​ໂຄງການ​ສຳ​ພັດ, ຊຸກຍູ້​ບັນດາ​ຜະລິດ​ຕະພັນ​ກະສິກຳ ​ແລະ ປ່າ​ໄມ້​ໄລຍະ 2015-2019. ຕາມ​​ແຈ້ງ​ການ​ໜັງສືພິມ​ຂອງ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ກະສິກຳ ​ແລະ ປ່າ​ໄມ້ ASEAN+3 ຄັ້ງ​ທີ 14 ຢູ່ Yangon ປະ​ເທດ​ມຽນມາ, ບັນດາ​ປະ​ເທດ​ຢັ້ງຢືນ​ຄືນ​ວ່າ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະບຽງ​ອາຫານ, ກະສິກຳ ​ແລະ ປ່າ​ໄມ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພາຫະນະ​ຕົ້ນຕໍ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ປະຊາ​ຄົມອາຊີ​ຕາ​ເວັນ​ອອກ ກັບ​ ອາ​ຊຽນ ສວມ​ບົດບາດ​ສຳຄັນ ​ແລະ ການ​ໜູນ​ຊ່ວຍ​ຂອງຄູ່​ຮ່ວມ​ມື 3 ປະ​ເທດ​ດັ່ງກ່າວ. ​ເປັນ​ປະທານ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ກະສິກຳ ​ແລ​ະ ຊົນລະປະທານ ມຽນມາ U Myint Hlaing ​ເນັ້ນ​ໜັກ​ວ່າ: ອາ​ຊຽນ+3 ຄວນ​ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງປະຈຸ​ບັນ​ມີ​ຢູ່ຢ່າງ​ແໜ້​ນ​ແຟ້ນ ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ການ​ຮ່ວມ​ມືຂອງ ອາ​ຊຽນ+3.

ຂ່າວ/ບົດ​ອື່ນ