ອາຊຽນ,ຈີນສຳເລັດແຜນຮ່າງທຳອິດໃຫ້ COC

ອາຊຽນ,ຈີນສຳເລັດແຜນຮ່າງທຳອິດໃຫ້ COC - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​​​​ສຳ​ນັກ​ຂ່າວ​ສານ Kyodo ໄດ້​ຄັດສະ​ເໜີ​ບັນ​ດາ​ແຫຼ່ງ​ຂ່າວ​ການ​ທູດ​ອາ​ຊຽນ ​ໂດຍໃຫ້​ຮູ້​ວ່າ, ວັນ​ທີ 30/03, ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ແລະ ຈີນ ໄດ້​ຮຽບ​ຮຽງ​ແຜນ​ຮ່າງ​​ທຳ​ອິດ​ກ່ຽວ​ກັບ​ກອບ​ກົດ​ໝາຍ​ໃຫ້ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ຊຽນ ແລະ ຈີນ ຈະ​ນຳແຜນ​ຮ່າງ​ດັ່ງ​ກ່າວ​ກັບ​ຄືນເມືອ​ປະ​ເທດ ແລະ ​ຈະສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເອ​ກະ​ສານນີ້​ທີ່ກອງ​ປະ​ຊຸມ​ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຢູ່​ຈີນ ໃນ​ເດືອນ 05 ຈະ​ມາ​ເຖິງ. ເນື້ອ​ໃນ​ຂອງ​​ແຜນຮ່າງ​ບໍ່​ໄດ້​ເປີດເຜີຍ​ເທື່ອ.

        ອາ​ຊຽນ ແລະ ຈີນ ເລີ່ມ​ຕົ້ນ​ຈັດ​ບັນ​ດາ​ການ​​ປຶກ​ສາ​ຫາ​ລື​ເພື່ອ​ສ້າງ ແລະ ສຳ​ເລັດ COC ນັບ​ແຕ່​ປີ 2010. 2 ຝ່າຍ​ໄດ້​ວາງ​ຄາດ​ໝາຍ​ສຳ​ເລັດ​ແຜນ​ຮ່າງຂອງ COC ​ໃນ​ກາງ​ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ