ອ້າຍບ່າວ ຟານວັນກວຽນ ກັບລາງວັນທີຫນຶ່ງ “ຜູ້ຜະລິດຮູບເງົາທີ່ມີອາຍຸຫນຸ່ມຢູ່ອາຊີຕາເວັນອອກສ່ຽງໃຕ້”

(vovworld)- ລາງວັນທີຫນຶ່ງການເສັງ “ບັນດາຜູ້ຜະລິດຮູບເງົາທີ່ມີອາຍຸຫນຸ່ມຢູ່ ອາຊີຕາເວັນອອກສ່ຽງໃຕ້” ຄັ້ງທີ 2 ປີ 2016 ດ້ວຍຫົວຂໍ້ “ການເຄື່ອນໄຫວອາສາສະໝັກໃນປະຊາຄົມ ອາຊຽນ” ແມ່ນຂຶ້ນກັບອ້າຍບ່າວ ຟານວັນກວຽນ ອາຍຸ 22 ປີ. ຟານວັນກວຽນ ແມ່ນນັກສຶກສາປີທີ 2 ຂະແຫນງອອກແບບພາບວາດໂຮງຮຽນ FPT Arena ນະຄອນ ໂຮ່ຈິມີນ ໄດ້ຊະນະຜູ້ເຂົ້າຮ່ວມການເສັງ 9 ຄົນທີ່ມາຈາກ 9 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຍາດໄດ້ລາງວັນທີຫນຶ່ງໃນການເສັງດັ່ງກ່າວດ້ວຍ video ໃຊ້ເວລາ 2 ນາທີເຄິ່ງ. ຮູບເງົານີ້ແມ່ນມີສານມະນຸດສາດ ເວົ້າເຖິງບັນດາການເຄື່ອນໄຫວອາສາສະໝັກຂອງໄວຫນຸ່ມດ້ວຍຄວາມຮັກແພງ, ຄວາມເອົາໃຈໃສ່ເຖິງຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດພູພຽງຫວຽດນາມ.

ອ້າຍບ່າວ ຟານວັນກວຽນ ກັບລາງວັນທີຫນຶ່ງ “ຜູ້ຜະລິດຮູບເງົາທີ່ມີອາຍຸຫນຸ່ມຢູ່ອາຊີຕາເວັນອອກສ່ຽງໃຕ້” - ảnh 1
ຟານວັນກວຽນກັບບັນດາຜູ້ຜະລິດຮູບເງົາມີອາຍຸຫນຸ່ມໃນອາຊີຕາເວັນອອກສ່ຽງໃຕ້
ພາບ:baomoi.com

        “ສະບາຍດີ. ຂ້າພະເຈົ້າແມ່ນ Jos. ຂ້າພະເຈົ້າແມ່ນອາສາສະໝັກຜູ້ຫນຶ່ງມາຈາກຫວຽດນາມ. ຫວຽດນາມ ມີ 54 ຊົນເຜົ່າອ້າຍນ້ອງ, ໃນນັ້ນ 86%ແມ່ນເຜົ່າກີງ, 14%ແມ່ນຊົນເຜົ່າອ້າຍນ້ອງອື່ນ. ເຄິ່ງຫນຶ່ງໃນຈຳນວນເຫລົ່ານັ້ນພວມດຳລົງຊີວິດໃນຄວາມທຸກຍາກອຶດຫິວ. ພິເສດແມ່ນຊາວເຜົ່າ K’ho ຢູ່ເຂດພູພຽງແຂວງ ເລີມດົງ, ຊື່ງແມ່ນແຫ່ງທີ່ຂ້າພະເຈົ້າໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ ພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຄື: ອຶດຫິວ ແລະ ເດັກນ້ອຍບໍ່ໄດ້ໄປໂຮງຮຽນ.”

        ໃນຮູບເງົາ ກາຕູນ ໃຊ້ເວລາ 2 ນາທີເຄິ່ງ ໂດຍຟານວັນກວຽນ ຜະລິດ ຊື່ງແມ່ນຕົວລະຄອນເອກ ແລະ ກໍແມ່ນຜູ້ແນະນຳຮູບເງົາ ດ້ວຍພາສາອັງກິດ. ເປີດສາກໃນຮູບເງົານີ້ແມ່ນຮູບພາບນັກຮຽນຊາຍຜູ້ຫນຶ່ງ ມືຈັບປື້ມພວມເລົ່າໃຫ້ທຸກຄົນຮັບຟັງກ່ຽວກັບປະເທດຫວຽດນາມ, ບັນດາຊົນເຜົ່າອ້າຍນ້ອງ ແລະ ຢູ່ເບື້ອງຫລັງແມ່ນບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ຫວຽດນາມ ພ້ອມກັບແຜນທີ່ປະເທດຫວຽດນາມ, ໃນນັ້ນ ມີແຂວງ ເລີມດົງຂຶ້ນກັບເຂດໄຕງວຽນ ຊື່ງແມ່ນບ້ານເກີດເມືອງນອນຂອງ ຟານວັນກວຽນ. ຕໍ່ຈາກນັ້ນແມ່ນເລື່ອງລາວກ່ຽວກັບການເຄື່ອນໄຫວອາສາສະໝັກຂອງຕົວລະຄອນເອກ.

        “ໂດຍແມ່ນຊາວເຜົ່າກີງຜູ້ຫນຶ່ງທີ່ໄດ້ດຳລົງຊີວິດຮ່ວມກັບຊາວເຜົ່າສ່ວນຫນ້ອຍ K’ho ສະນັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຊີວິດຂອງຊາວຊົນເຜົ່າ, ກ່ຽວກັບທຸກສິ່ງທຸກຢ່າງທີ່ເຂົາເຈົ້າພວມແບກຫາບໃນຊີວິດ.”

        ຫົວຂໍ້ດ້ວຍພາສາອັງກິດ “We are action, we are volunteering” ຫລື ອາສາສະໝັກດ້ວຍບັນດາການກະທຳ”, ຮູບເງົານີ້ແມ່ນເລື່ອງລາວທີ່ມີຄວາມຈິງ, ກ່ຽວກັບບັນດາການເຄື່ອນໄຫວອາສາສະໝັກຂອງ ຟານວັນກວຽນ ແລະ ໝູ່ເພື່ອນເມືື່ອພວກນ້ອງພວມຮຽນໃນໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍຢູ່ບ້ານເກີດເມືອງນອນ. ຟານວັນກວຽນ ໄດ້ພ້ອມກັບໝູ່ເພື່ອນຮຽກຮ້ອງທຸກຄົນສະຫນັບສະຫນູນສິ່ງຂອງທີ່ຈຳເປັນເພື່ອຊ່ວຍເຫລືອບັນດາຄອບຄົວທຸກຍາກກໍຄືສ້າງກອງທຶນຊ່ວຍເຫລືອນ້ອງນ້ອຍໄປໂຮງຮຽນ ກໍຄືສ້ອມແປງ ປຸກສ້າງເຮືອນໃຫມ່ໃຫ້ແກ່ຄອບຄົວທີ່ພວມດຳລົງຊີວິດໃນຕູບຫລືພວມປະເຊີນຫນ້າກັບການທຳລາຍຂອງທຳມະຊາດ.

        ໃນວິວັດການເຂົ້າຮ່ວມການເສັງ, ຟານວັນກວຽນ ໄດ້ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ບັນດາຊຸດຝຶກອົບຮົມໃນເວລາ 4 ວັນຢູ່ ສິງກະໂປ. ທີ່ບັນດາຊຸດຮຽນນີ້, ຟານວັນກວຽນ ໄດ້ຝຶກຝົນຫລໍ່ຫລອມທັກສະຫລາຍຢ່າງຄື: ວິທີສ້າງຕົວລະຄອນເອກ, ເຕັກນິກການຖ່າຍທຳຮູບເງົາ, ການຜະລິດຮູບເງົາ ແລະ ເມື່ອກັບຄືນເມືອຫວຽດນາມ, ໃນເວລາ 2 ອາທິດ, ຟານວັນກວຽນ ໄດ້ນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນໃນຊຸດຮຽນດັ່ງກ່າວເພື່ອສ້າງສຳເລັດຮູບເງົາເລື່ອງສັ້ນໃນເວລາ 2 ນາທີເຄິ່ງ. ຟານວັນກວຽນ ແບ່ງປັນກ່ຽວກັບວິວັດການຜະລິດຮູບເງົາ:

        “ຜະລິດຮູບເງົາພຽງໃນເວລາ 2 ອາທິດ ສະນັ້ນ ພວກນ້ອງກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງເພື່ອສ້າງບົດລະຄອນແນະນຳໂດຍຫຍໍ້ເພື່ອໃຫ້ຜູ້ຊົມເຂົ້າໃຈໄດ້ເລື່ອງລາວຂອງຕົນ.  ແຕ່ນ້ອງກໍ່ໄດ້ຮັບການຊ່ວຍເຫລືອອັນໃຫຍ່ຫລວງຈາກຄອບຄົວ, ອ້າຍນ້ອງ, ໝູ່ເພື່ອນກໍ່ຄືອ້າຍເອື້ອຍລຸ້ນກ່ອນໃນໂຮງຮຽນ. ລາງວັນນີ້ບໍ່ພຽງແຕ່ແມ່ນສະເພາະຂອງນ້ອງເທົ່ານັ້ນ ຫາກຍັງແມ່ນຂອງຜູ້ທີ່ໄດ້ຊ່ວຍເຫລືອນ້ອງໃນການສ້າງສຳເລັດຮູບເງົານີ້ອີກດ້ວຍ.”

ອ້າຍບ່າວ ຟານວັນກວຽນ ກັບລາງວັນທີຫນຶ່ງ “ຜູ້ຜະລິດຮູບເງົາທີ່ມີອາຍຸຫນຸ່ມຢູ່ອາຊີຕາເວັນອອກສ່ຽງໃຕ້” - ảnh 2
ອ້າຍບ່າວຟານວັນກວຽນ
ພາບ:baomoi.com

        ຕອນທ້າຍຂອງຮູບເງົານີ້ແມ່ນເວົ້າເຖິງຄວາມປາດຖະຫນາຂອງອ້າຍບ່າວ ແລະ ກຸ່ມໝູ່ເພື່ອນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ. ນັ້ນແມ່ນຢາກໃຫ້ເດັກນ້ອຍທຸກຄົນໄດ້ໄປໂຮງຮຽນ, ທຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກຫລືດ້ອຍໂອກາດໄດ້ຮັບການຊ່ວຍເຫລືອເພື່ອໃຫ້ຊີວິດນັບມື້ນັບດີກວ່າ. ນີ້ກໍແມ່ນສານທີ່ເຕັມໄປດ້ວຍລັກສະນະມະນຸດສາດ ຊື່ງອ້າຍບ່າວ ຟານວັນກວຽນ ຢາກຝາກຝັງໃຫ້ຜູ້ຊົມ:

        “ຜ່ານຮູບເງົາເລື່ອງນີ້ ກ່ອນອື່ນໝົດນ້ອງຢາກສົ່ງເສີມໃຫ້ບັນດາເພື່ອນຫນຸ່ມຄວນຍາດເວລາເພື່ອເຂົ້າຮ່ວມບັນດາວຽກງານກຸສົນ ແລະ ອາສາສະໝັກ, ເພື່ອຊ່ວຍເຫລືອວົງຄະນາຍາດ ພິເສດ ແມ່ນຜູ້ດອ້ຍໂອກາດ. ທີ 2 ນ້ອງຢາກເວົ້າເຖິງຈິດໃຈອາສາສະໝັກບໍ່ພຽງແຕ່ຢູ່ຫວຽດນາມ ຫາກນັບທັງປະຊາຄົມ ໃນອາຊຽນ ອີກດ້ວຍ.”

        ຍາດໄດ້ລາງວັນອັນສູງສົ່ງທີ່ການເສັງດັ່ງກ່າວ, ຮູບເງົາຂອງ ຟານວັນກວຽນ ຈະໄດ້ນຳໄປສາຍຢູ່ “ກອງປະຊຸມຍຸດສອດ ອາຊຽນ” ຊື່ງດຳເນີນຢູ່ ມານີລາ ປະເທດ ຟີລີບປີນ ເມື່ອເດືອນ 4/2017 ແລະ “ກອງປະຊຸມຊາວຫນຸ່ມ ອາຊຽນ” ດຳເນີນຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໃນເດືອນ 7/2017. ຟານວັນກວຽນ ແບ່ງປັນກ່ຽວກັບຄວາມປາດຖະຫນາຢາກສືບຕໍ່ທົດລອງການມີຫົວຄິດປະດິດສ້າງໃນບັນດາປະເພດສາລະຄະດີສັ້ນ, ຮູບເງົາກາຕູນພາກ 2 ແລະ ຮູບເງົາເອກະສານ. ຜ່ານນັ້ນ ປະກອບສ່ວນນຳຮູບພາບຂອງຊາວຫວຽດນາມ, ຊີວິດປະຈຳວັນທີ່ລຽບງ່າຍຊື່ງໄດ້ແນະນຳໃນ ຮູບເງົາ ແຕ່ລະ ມາສູ່ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ